ສົງຄາມໂລກຄັ້ງທີສອງ
ສົງຄາມໂລກຄັ້ງທີສອງ (ອັງກິດ: World War II; ມັກຫຍໍ້ເປັນ WWII ຫຼື WW2) ເປັນຄວາມຂັດແຍ້ງທາງທະຫານລະດັບໂລກຕັ້ງແຕ່ປີ ຄ.ສ 1939 ຫາ ຄ.ສ 1945 ເຊິ່ງກ່ຽວຂ້ອງກັບປະເທດສ່ວນໃຫຍ່ໃນໂລກ ລວມທັງລັດມະຫາອຳນາດທັງໝົດ ປະເທດຜູ້ຮ່ວມສົງຄາມລວມໂຕກັນເປັນພັນທະມິດທາງທະຫານຄູ່ສົງຄາມສອງຝ່າຍ ແມ່ນ ຝ່າຍສຳພັນທະມິດ ແລະ ຝ່າຍອັກສະ ລະຫວ່າງສົງຄາມມີການລະດົມທະຫານກວ່າ 100 ລ້ານຄົນ ດ້ວຍລັກສະນະຂອງສົງຄາມທັງໝົດ ປະເທດຜູ້ຮ່ວມສົງຄາມຫຼັກໄດ້ອຸທິດຕົນຂີດຄວາມສາມາດທາງເສດຖະກິດ ອຸດສາຫະກຳ ແລະ ວິທະຍາສາດເພື່ອຄວາມພະຍາຍາມຂອງສົງຄາມທັງໝົດ ໂດຍລຶບເສັ້ນຂີດແບ່ງລະຫວ່າງຊັບພະຍາກອນຂອງພົນລະເຮືອນ ຫຼື ທະຫານ ປະເມີນກັນວ່າສົງຄາມມີມູນຄ່າປະມານ 1 ພັນຕື້ໂດລາສະຫະລັດ ດ້ວຍປະການທັງປວງ ສົງຄາມໂລກຄັ້ງທີສອງຈຶ່ງນັບວ່າແມ່ນສົງຄາມຂະໜາດໃຫຍ່ທີ່ສຸດ ໃຊ້ເງິນທຶນຫຼາຍທີ່ສຸດ ແລະ ມີຜູ້ເສຍຊີວິດຫຼາຍທີ່ສຸດໃນປະຫວັດສາດມະນຸດສະຊາດ ປະເມີນກັນວ່າມີຜູ້ເສຍຊີວິດລະຫວ່າງ 40 ຫາຫຼາຍກວ່າ 70 ລ້ານຄົນ.
ສົງຄາມໂລກຄັ້ງທີສອງ | |||||||
---|---|---|---|---|---|---|---|
| |||||||
ຄູ່ສົງຄາມ | |||||||
ຝ່າຍສຳພັນທະມິດ | ຝ່າຍອັກສະ | ||||||
ຜູ້ບັນຊາການ ແລະ ຜູ້ນຳ | |||||||
ຜູ້ນຳຝ່າຍສຳພັນທະມິດ | ຜູ້ນຳຝ່າຍອັກສະ | ||||||
ຄວາມສູນເສຍ | |||||||
|
|
ອ້າງອີງ ດັດແກ້
- ↑ Wallechinsky, David: David Wallechinsky's Twentieth Century : History With the Boring Parts Left Out, Little Brown & Co., 1996, ISBN 0-316-92056-8, ISBN 978-0-316-92056-8 - cited by White
- ↑ Brzezinski, Zbigniew: Out of Control: Global Turmoil on the Eve of the Twenty-first Century, Prentice Hall & IBD, 1994, ASIN B000O8PVJI - cited by White