ຄະນິດສາດ
ຄະນິດສາດ (ຄຳເຄົ້າ: ຄນິຕສາສຕຣ໌[1]) ແມ່ນ ວິທະຍາສາດ ກ່ຽວກັບ ຈຳນວນ, ໂຄງສ້າງ, ກາງຫາວ ແລະ ການປ່ຽນແປງ. ການນຳໃຊ້ ຄວາມຮູ້ພື້ນຖານ ກ່ຽວກັບ ຄະນິດສາດ ແມ່ນ ເລີ່ມແຕ່ ສະໄໝເອຢິບບູຮານ, ເມໂສໂປຕາເມຍ, ອິນເດຍບູຮານ, ຈີນບູຮານ ແລະ ເກຣັກບູຮານ. ເວົ້າໄປແລ້ວ ຄະນິດສາດ ແມ່ນ ວິທະຍາສາດພື້ນຖານ ຫຼື ເຄື່ອງມື ທີ່ຈຳເປັນ ໃນ ເກືອບທຸກໆ ຂະແໜງວິຊາ.)
ບັນດາຂະແໜງ ໃນ ຄະນິດສາດ
ດັດແກ້ດັ່ງທີ່ໄດ້ກ່າວມາແລ້ວ ບັນດາທິດສະດີ ໃນ ຄະນິດສາດ ທຳອິດ ເກີດຂຶ້ນມາ ຈາກ ຄວາມຈຳເປັນ ຂອງ ການຄິດໄລ່ ໃນ ການຄ້າ, ເພື່ອຢາກ ເຂົ້າໃຈ ຄວາມສຳພັນລະຫວ່າງໂຕເລກ, ເພື່ອ ວັດແທກດິນ, ແລະ ຄາດຄະເນ ປະກົດການດ້ານ ດາລາສາດ. ຈາກ 4 ຄວາມຈຳເປັນ ຂ້າງເທິງນີ້ ມັນສາມາດ ຈັດແບ່ງ ຄະນິດສາດ ອອກເປັນ ຄະນິດສາດ ທີ່ ສຶກສາ ກ່ຽວກັບ ຈຳນວນ, ໂຄງສ້າງ, ກາງຫາວ ແລະ ການປ່ຽນແປງ ເຊິ່ງແມ່ນ ພຶດຊະຄະນິດ, ເລຂາຄະນິດ, ໄຕມູມ, ແລະ ວິເຄາະຄະນິດ) ນັ້ນເອງ.
ຈຳນວນ
ດັດແກ້ການສຶກສາ ຈຳນວນ ເລີ່ມຈາກ ໂຕເລກ, ເຊັ່ນ ຈຳນວນທຳມະຊາດ ແລະ ຈຳນວນຖ້ວນ, ການບວກລົບຄູນຫານ ມັນ ເຊິ່ງ ຖືກຈັດເປັນ ພຶດຊະຄະນິດ. ເມື່ອ ລະບົບນໍ້າເບີມີການພັດທະນາ ຈຳນວນເຕັມ ກໍ່ຖືກຖືວ່າ ແມ່ນ ກຸ່ມຍ່ອຍ ຂອງ ຈຳນວນປົກກະຕິ ເຊິ່ງ ກໍ່ຈະເປັນ ອົງປະກອບ ຂອງ ຈຳນວນຈິງ ອີກຕໍ່ໜຶ່ງ. ປະຈຸບັນ ຈຳນວນຈິງ ກໍ່ຖືວ່າ ແມ່ນ ສ່ວນໜຶ່ງ ຂອງ ຈຳນວນສົນ.
ໂຄງສ້າງ
ດັດແກ້ບັນດາ ອົງປະກອບ ຂອງ ຄະນິດສາດ ເຊັ່ນ ກຸ່ມ ຂອງ ຈຳນວນ ແລະ ສົມຜົນ ຈະມີຄຸນລັກສະນະ ທາງໂຄງສ້າງ. ຄຸນລັກສະນະ ທາງໂຄງສ້າງນີ້ ແມ່ນ ຖືກສຶກສາຢູ່ ກຸ່ມ, ໜ້າ ແລະ ພຶດຊະຄະນິດ ນາມມະທຳ ອື່ນໆ.
ກາງຫາວ
ດັດແກ້ການສຶກສາ ກ່ຽວກັບກາງຫາວ ເລີ່ມຈາກ ໄຕມູມ. ໄຕມູມ ປະກອບດ້ວຍ ກາງຫາວ ແລະ ຈຳນວນ ເປັນຂະແໜງ ທີ່ ຫຼັກເກນປີຕາກໍທີ່ມີຊື່ສຽງສັງກັດຢູ່. ການສຶກສາກາງຫາວ ໃນໄລຍະຫຼັງ ຈະລວມເອົາ ໄຕມູມ ທີ່ມີຫຼາຍມິຕິກ່ວາ.
ການປ່ຽນແປງ
ດັດແກ້ການສຶກສາ ກ່ຽວກັບ ການປ່ຽນແປງ ແມ່ນ ຫົວຂໍ້ລວມໜຶ່ງ ໃນ ວິທະຍາສາດທຳມະຊາດ, ໃນນີ້ ຜົນຕຳລາ ແມ່ນ ເຄື່ອງມື ສຳຄັນທີ່ສຸດອັນໜຶ່ງ ທີ່ ຖືກຄົ້ນຄິດຂຶ້ນມາ ເພື່ອ ສຶກສາຄວາມປ່ຽນແປງນີ້. ແນວຄວາມຄິດ ທີ່ ເປັນແກນຫຼັກ ໃນການອະທິບາຍ ການປ່ຽນແປງ ແມ່ນ [1]ສົມຜົນ.
ຮູບ:Differential.png | ||||
ຜົນຕຳລາ | ຜົນຕຳລາເວັກເຕີ | ຕຳລາສ່ວນຕ່າງ | ລະບົບໄດນາມິກ | ທິດສະດີຄາວສ໌ |
ອ້າງອີງ
ດັດແກ້- ↑ ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.