ເປີດລາຍການຫຼັກ

ສົມບູລະນາຍາສິດທິລາດ

ສົມບູລະນາຍາສິດທິລາດ (ອັງກິດ:Abrolute Monarchy) ແມ່ນລະບອບການທີ່ມີກະສັດເປັນຜູ້ປົກຄອງທີ່ມີກະສັດເປັນຜູ້ປົກຄອງແລະມີສິດຂາດໃນການບໍລິຫານປະເທດ ໃນລະບອບການປົກຄອງນີ້ ກະສັດກໍຄືກົດໝາຍ ກ່າວຄື ທີ່ມາຂອງກົດໝາຍທັງປວງຢູ່ທີ່ກະສັດ ຄຳສັ່ງ ຄວາມຕ້ອງການຕ່າງໆ ລ້ວນມີຜົນເປັນກົດໝາຍກະສັດມີອຳນາດໃນການປົກຄອງແຜ່ນດິນແລະພົນລະເມືອງໂດຍອິສະລະ ໂດຍບໍ່ມີກົດໝາຍຫຼືອົງກອນຕາມກົດໝາຍໃດໆ ຈະຫ້າມປາມໄດ້ ແມ້ນອົງກອນທາງສາສະໜາອາດທັດທານກະສັດຈາກການເຮັດບາງຢ່າງອົງລັດຖາທິປັດ (ກະສັດ) ນັ້ນຈະຄາດຫວັງວ່າຈະປະຕິບັດຕາມທຳນຽມ ແຕ່ໃນລະບອບສົມບູລະນາຍາສີດທິລາດນັ້ນ ບໍ່ມີລັດຖະທຳມະນູນຫຼືກົດໝາຍໃດໆ ທີ່ຈະຢູ່ເໜືອກວ່າຄຳຊີ້ຂາດຂອງລັດຖາທິປັດ ຕາມທິດສະດີພົນລະເມືອງນັ້ນ ລະບອບສົມບູລະນາຍາສິດທິລາດມອບໄວ້ວາງໃຈທັງໝົດໃຫ້ກັບພະເຈົ້າແຜ່ນດິນທີ່ດີພ້ອມທາງສາຍເລືອດແລະໄດ້ຮັບການລ້ຽງດູຝຶກຝົນມາຢ່າງດີຕັ້ງແຕ່ເກີດ[໑]

ໃນທາງທິດສະດີ ກະສັດໃນລະບອບສົມບູລະນາຍາສິດທິລາດຈະມີອຳນາດທັງໝົດເໜືອປະຊາຊົນແລະແຜ່ນດິນ ຮວມທັງເໜືອອະພິຊົນແລະບາງຄັ້ງກໍເໜືອຄະນະສົງດ້ວຍ ສ່ວນໃນທາງປະຕິບັດກະສັດໃນລະບອບສົມບູລະນາຍາສິດທິລາດມັກຈະຖືກຈຳກັດອຳນາດ ໂດຍທົ່ວໄປກຸ່ມທີ່ກ່າວມາຫຼືກຸ່ມອື່ນ

ກະສັດບາງພະອົງ (ເຊັ່ນຈັກກະວັດເຢຍລະມັນ ຄ.ສ. 1871-1918) ມີລັດຖະສະພາທີ່ບໍ່ມີອຳນາດຫຼືເປັນພຽງສັນຍາລັກແລະອົງກອນບໍລິຫານອື່ນໆ ທີ່ກະສັດສາມາດປ່ຽນແປງຫຼືຍຸບເລີກໄດ້ຕາມຕ້ອງການ ແມ້ນຈະມີຜົນເທົ່າກັບລະບອບສົມບູລະນາຍາສິດທິລາດແຕ່ໂດຍທາງເທັກນິກທີ່ເປັນໄປໄດ້ແລ້ວ ນີ້ຄືລາຊາທິປະໄຕພາຍໃຕ້ລັດຖະທຳມະນູນ (contitutional monarchy) ເນື່ອງຈາກການມີຢູ່ຂອງລັດຖະທຳມະນູນແລະກົດໝາຍພື້ນຖານຂອງປະເທດ

ປະເທດທີ່ໃຊ້ລະບອບສົມບູລະນາຍາສິດທິລາດໃນປັດຈຸບັນຄື ຊາອຸດີອາລະເບຍ ບູໄນ ໂອມານ ສະວາຊິແລນ ກາຕາ ຮວມທັງນະຄອນລັດວາຕິກັນ ນຳ

ລະບອບສົມບູລະນາຍາສິດທິລາດໃນປະເທດໄທແກ້ໄຂ

ປະເທດໄທເຄີຍປົກຄອງດ້ວຍລະບອບສົມບູລະນາຍາສິດທິລາດ ພະມະຫາກະສັດມີອຳນາດສິດຂາດໃນການປົກຄອງແຜ່ນດິນດັງຄຳກ່າວທີ່ວ່າ "ພະບໍລົມລາຊານຸພາບຂອງພະເຈົ້າແຜ່ນດິນກຸງສະຫຍາມນີ້ບໍ່ໄດ້ປາກົດໃນກົດໝາຍອັນນຶ່ງອັນໃດ ດ້ວຍເຫດທີ່ຖືວ່າເປັນທີ່ລົ້ນພົ້ນ ບໍ່ມີຂໍ້ສັ່ງອັນໃດຈະເປັນຜູ້ບັງຄັບຂັດຂວາງໄດ້"

ໃນທັດສະນະຂອງ ນະຄະລິນ ເມກໄຕລັດ ອະດີດຄະນະບະດີຄະນະລັດຖະສາດ ມະຫາວິທະຍາໄລທຳມະສາດ ເຫັນວ່າລະບອບສົມບູລະນາຍາສິດທິລາດຂອງໄທນັ້ນ ບໍ່ໄດ້ເປັນລະບອບທີ່ມີຕັ້ງແຕ່ສະໄໝບູຮານ ແຕ່ເພິ່ງມີມາໃນສະໄໝລາຊະການທີ່ 5 ເນື່ອງຈາກໃນລາຊະການນີ້ ພະອົງຊົງຮວບຮວມອຳນາດຈາກເຫຼົ່າຂຸນນາງ ຂ້າລາຊະການ ທີ່ເຄີຍມີອຳນາດແລະບົດບາດມາກ່ອນໜ້ານັ້ນ ມາໄວ້ທີ່ສູນກາງການປົກຄອງ ຄື ຕົວພະອົງແລະພະປະຍູນລະຢາດ ເຮັດໃຫ້ພະມະຫາກະສັດຊົງດຳລົງສະຖານະເປັນທັງປະມຸກຂອງລັດແລະປະມຸກຂອງຝ່າຍບໍລິຫານຢ່າງແທ້ຈິງ ເທົ່າກັບວ່າລະບອບສົມບູລະນາຍາສິດທິລາດຂອງໄທມີພຽງ 3 ລາຊະການເທົ່ານັ້ນ ຄື ລາຊະການທີ່ 5,ລາຊະການທີ່ 6ແລະລາຊະການທີ່ 7[໒]

ການສິ້ນສຸດລະບອບແກ້ໄຂ

ເມື່ອມີການປະຕິວັດຍຶດອຳນາດຈາກລັດຊະການທີ່ 7 ແລະປ່ຽນແປງການຄອງຈາກສົມບູລະຍາສິດທິລາດມາເປັນລະບອບປະຊາທິປະໄຕໃນວັນທີ 10 ທັນວາ ຄ.ສ.1932 ແລ້ວ ໃນທາງນິຕິໄນ ພະລາຊະອຳນາດທີເຄີຍມີມາຢ່າງລົ້ນພົ້ນບໍ່ໄດ້ຖືກຈຳກັດຢູ່ໃນກອບຂອງລັດຖະທຳມະນູນ ຮຽກຂານກັນຕໍ່ມາວ່າ "ລາຊາທິປະໄຕ" ຜູ້ໃຫ້ຈຳກັດຄວາມໂດຍ ພົນຕຳລວດເອກ ວິສິດ ເດດກຸນຊອນ

ຄຳສັບແກ້ໄຂ

"ສົມບູລະນາຍາສິດທິລາດ" ບັນຍັດມາຈາກພາສາອັງກິດວ່າ "Absolute Monarchy" ມີຄວາມໝາຍຕົງໂຕວ່າ ຄວາມເປັນກະສັດເຊິ່ງມີອາຍາສິດ (ອຳນາດເດັດຂາດ) ໂດຍສົມບູນ

ເບິ່ງຕື່ມແກ້ໄຂ

ອ້າງອີງແກ້ໄຂ

  1. พระราชอำนาจตามกฎหมาย
  2. หน้า 110, รศ.นครินทร์ เมฆไตรรัตน์ เหตุแห่งการปฏิวัติสยาม ๒๔๗๕. สัมภาษณ์. นิตยสารสารคดี "๒๔ มิถุนายน ๒๔๗๕" ฉบับที่ ๑๗๒: มิถุนายน ๒๕๔๒