ພະບາດສົມເດັດພະມະຫາພູມິພົນອະດຸນຍະເດດມະຫາລາດ ບໍຣົມມະນາດຖະບໍພິດ

ພະມະຫາກະສັດໄທລຳດັບທີ່ 9 ແຫ່ງລາຊະວົງຈັກກີ

ພະບາດສົມເດັດພະປໍຣະມິນມະຫາພູມິພົນອະດຸນຍະເດດ (ໄທ:พระบาทสมเด็จพระปรมินทรมหาภูมิพลอดุลยเดช) ມີພະນາມເດີມວ່າ "ພະວໍລະວົງເທີ ພະອົງເຈົ້າພູມິພົນອະດຸນເດດ" ແລະມີພະນາມເຕັມວ່າ"ພະບາດສົມເດັດປໍຣະມິນມະຫາພູມິພົມອະດຸນຍະເດດ ມະຫິຕະລາທິເບດ ຣາມາທິບໍດີ ຈັກກີນະລຶບໍດິນ ສະຫຍາມມິນທາທິລາດບໍຣົມມະນາດບໍພິດ" ພະນາມທົ່ວໄປເອີ້ນວ່າ"ໃນຫຼວງ"ຫຼືຢ່າງເປັນທາງການວ່າ "ພະບາດສົມເດັດພະເຈົ້າຢູ່ຫົວ" ແມ່ນພະມະຫາກະສັດໃນລາຊະວົງຈັກກີລາຊະການທີ່ 9 ແຫ່ງລາຊະອານາຈັກໄທ ສະເດັດຂຶ້ນຄອງລາດຕັ້ງແຕ່ວັນທີ່ 9 ມິຖຸນາ ຄ.ສ.1946-ປະມານ ທັນວາ 2005 ຂະນະນີ້ຈຶງເປັນພະມະຫາກະສັດຜູ້ຄອງລາດນານທີ່ສຸດໃນໂລກແລະຍາວນານທີ່ສຸດໃນປະເທດໄທ ພະອົງເປັນພະມະຫາກະສັດພາຍໃຕ້ລັດຖະທຳມະນູນແລະໄດ້ຊົງຫຍຸດຍັ້ງການກະບົດ ເຊັ່ນ ໃນຄາວປີ 1981 ແລະປີ 1985 ຄັ້ງນັ້ນກໍໄດ້ຊົງແຕ່ງຕັ້ງຫົວໜ້າຄະນະຍຶດອຳນາດຫຼາຍຄະນະ ເຊັ່ນ ຈອມພົນ ສະລິດ ທະນະລັດ ໃນຊ່ວງພຸດສະຕະວັດທີ່ 2500 ກັບພົນເອກ ສົນທິ ບຸນຍະລັດກະລິນ ໃນຊ່ວງປາຍພຸດສະຕະວັດທີ່ 2540 ຕະຫຼອດລາຊະການຂອງພະອົງເກີດລັດຖະປະຫານໂດຍກອງທັບກວ່າຫຼາຍສິບຄັ້ງລັດຖະທຳມະນູນເກືອບ 20 ສະບັບ ແລະນາຍົກລັດຖະມົນຕີເກືອບ 30 ຄົນ ປະຊາຊົນຊາວໄທຈຳນວນຫຼາຍເຄົາຮົບພະອົງ ຕາມລັດຖະທຳມະນູນພະມະຫາກະສັດຊົງຢູ່ໃນຖານະອັນເປັນທີ່ເຄົາຮົບສັກກາລະແລະຜູ້ໃດຈະລະເມີດບໍ່ໄດ້ ສ່ວນປະມວນກົດໝາຍອາຢາວ່າ ການດູໝິ່ນໝິ່ນປະໝາດ ຫຼືອາຄາດມາດຮ້າຍພະມະຫາກະສັດເປັນຄວາມຜິດອາຢາ ຄະນະລັດຖະມົນຕີຫຼາຍຊຸດທີ່ໄດ້ຮັບການເລືອກຕັ້ງມາຖືກຄະນະທະຫານລົ້ມລ້າງໄປດ້ວຍຂໍ້ກ່າວຫາວ່ານັກການເມືອງຜູ້ໃຫຍ່ໝິ່ນພະບໍຣົມເດຊານຸພາບ ຄັ້ງນັ້ນ ພະອົງໄດ້ຕຣັສ (ເວົ້າ)ເມື່ອປີ 2005 ວ່າສາທາລະນະຊົນສາມາດວິພາກວິຈານພະອົງໄດ້ ພະອົງຊົງເປັນທີ່ສັນເສີນໃນປະເທດໄທກ່ຽວກັບພະລາຊະດຳຣິໃນເລື່ອງປັດຢາເສດຖະກິດພໍພຽງ ໂຄຟີ ແອນນັນ ເລຂາທິການສະຫະປະຊາຊາດ ໄດ້ຖະຫວາຍຮາງວັນຄວາມສຳເລັດສູງສຸດດ້ານການພັດທະນາມະນຸດແດ່ພະອົງກັບທັງພະອົງຍັງຊົງເປັນເຈົ້າຂອງສິດທິບັດສິ່ງປະດິດ ວຽກພະລາຊະນິພົນ ແລະວຽກດົນຕີຈຳນວນໜຶ່ງດ້ວຍ ດ້ານສິນຊັບຊອງພະອົງນິດຕະຍະສານຟອບສ໌ຈັດອັນດັບໃຫ້ພະອົງເປັນພະມະຫາກະສັດຜູ້ມີພະລາຊະຊັບຫຼາຍທີ່ສຸດໃນໂລກ ຕັ້ງແຕ່ປີ 2008 ເຖິງ 2014 ເມື່ອເດືອນພຶດສະພາ 2015 ພະອົງມີພະລາຊະຊັບ 30,000 ລ້ານດອລລ່າຣ໌ສະຫະລັດ (ເບິ່ງໝາຍເຫດຂ້າງລຸ່ມ) ສຳນັກງານຊັບສິນສ່ວນພະມະຫາກະສັດນັ້ນໃຊ້ສິນຊັບເພື່ອສະຫວັດດິການສາທາລະນະເຊັ່ນ ເພື່ອພັດທະນາເຍົາວະຊົນ ແຕ່ໄດ້ຮັບການຍົກເວ້ນບໍ່ຕ້ອງຈ່າຍພາສີແລະໃຫ້ເປີດເຜຍການເງິນຕໍ່ພະມະຫາກະສັດແຕ່ພະອົງດຽວ ຂະນະທີ່ພະບາດສົມເດັດພະປໍຣະມິນມະຫາພູມິພົນອະດຸນຍະເດດກໍໄດ້ຊົງອຸທິດພະລາຊະຊັບໄປໃນໂຄງການພັດທະນາປະເທດໄທຫຼາຍຕໍ່ຫຼາຍໂຄງການ ໂດຍສະເພາະທາງກະເສຕະກຳ ສິ່ງແວດລ້ອມ ສາທາລະນະສຸກ ການສົ່ງເສີມອາຊີບ ຊັບພະຍາກອນນ້ຳ ສະຫວັດດິການທາງຄະມະນາຄົມ ແລະສະຫວັດດິການສາທາລະນະ

ພະບາດສົມເດັດພະມະຫາພູມິພົນອະດຸນຍະເດດມະຫາລາດ ບໍຣົມມະນາດຖະບໍພິດ

ພະບໍລົມນາມາພິໄທ ພະວໍຣະວົງເທີ ພະອົງເຈົ້າພູມິພົນອະດຸນເດດ
ພະປໍລະມາພິໄທ ພະບາດສົມເດດພະປະຣະມິນທະຣະມະຫາພູມິພົນອະດຸນຍະເດດ ມະຫິຕະລາທິເບດ ຣາມາທິບະດິນ ຈັກກີນະຣຶບະດິນ ສະຫຍາມິນທາທິຣາດ ບໍຣົມນາດຖະບໍພິດ
ພະລາຊະອິສະລິຍະຍົດ ພະມະຫາກະສັດແຫ່ງລາຊະອານາຈັກໄທ
ລາຊະວົງ ມະຫິດົນ (ລາຊະວົງຈັກກີ)
ຄອງລາດ 9 ມິຖຸນາ ຄ.ສ. 1946 – 13 ຕຸລາ ຄ.ສ. 2016
ບໍລົມລາຊາພິເສກ 5 ພຶດສະພາ ຄ.ສ. 1950
ໄລຍະຄອງລາດ 70 ປີ
ລາຊະການກ່ອນໜ້າ ພະບາດສົມເດັດພະປໍຣະເມນທະຣະມະຫາອານັນທະມະຫິດົນ ພະອັດຖະມະຣາມາທິບໍດິນ
ລາຊະການຕໍ່ໄປ ພະບາດສົມເດັດພະວະຊິຣະເກົ້າເຈົ້າຢູ່ຫົວ
ພະບໍລົມມະອັດຖິ ພະທີ່ນັ່ງຈັກກີມະຫາປາສາດ ໃນພະບໍລົມມະຫາລາຊະວັງ
ຂໍ້ມູນສ່ວນພະອົງ
ພະລາຊະສົມພົບ 5 ທັນວາ ຄ.ສ. 1927
ບ່ອນທີ່ພະລາຊະສົມພົບ ນະ ໂຮງໝໍເຄມບຣິດຈ໌ ເຄມບຣິດຈ໌ ລັດແມສຊາຊູເຊຕສ໌ ສະຫະລັດ
ສະຫວັນຄົດ 13 ຕຸລາ ຄ.ສ. 2016 (88 ພັນສາ)
ບ່ອນທີ່ສິ້ນພະຊົນ ນະ ໂຮງໝໍສິຣິຣາດ ເຂດບາງກອກນ້ອຍ ບາງກອກ ປະເທດໄທ
ພະລາດຊະບິດາ ສົມເດັດພະມະຫິຕະລາທິເບດ ອະດຸນຍະເດດວິກົມ ພະບໍລົມລາຊະຊະນົກ
ພະລາດຊະມານດາ ສົມເດັດພະສີນະຄະຣິນທາບໍລົມລາຊະຊົນນະນີ
ພະບໍລົມລາຊິນີ ໝ່ອມລາຊະວົງສິຣິກິດ ກິຕິຍາກອນ (ສົມລົດ 1950)
ພະລາດຊະບຸດ ທູນກະໝ່ອມຢິງອຸບົນຣັດຣາດຊະກັນຍາ ສິຣິວັດທະນາພັນນະວະດີ
ພະບາດສົມເດັດພະວະຊິຣະເກົ້າເຈົ້າຢູ່ຫົວ
ສົມເດັດພະກະນິດຖາທິລາດເຈົ້າ ກົມສົມເດັດພະເທບພະຣັດລາດສຸດາ ສະຫຍາມບໍຣົມລາຊະກຸມາຣີ
ສົມເດັດເຈົ້າຟ້າຯ ກົມພະສີສະຫວາງຄະວັດ ວໍຣະຂັດຕິຍະຣາດຊະນາຣີ​
ລາຍພະອະພິໄທ

ພະລາຊະປະຫວັດ

ດັດແກ້

ພະລາຊະສົມພົບ

ດັດແກ້

ພະບາດສົມເດັດພະປໍຣະມິນມະຫາພູມິພົນອະດຸນຍະເດດ ສະເດັດພະລາຊະສົມພົບໃນລາຊະກຸນມະຫິດົນອັນເປັນສາຍໜຶ່ງໃນລາຊະວົງຈັກກີ ນະ ໂຮງພະຍາບານເມົາອໍເບີນ ເມືອງເຄມບິດ ລັດແມສຊາຊູເຊຕສ໌ ສະຫະລັດອາເມລິກາ ເມື່ອວັນຈັນ ເດືອນອ້າຍ ຂຶ້ນ 12 ຄ່ຳ ປິເຖາະ ນົບພະສົກຈຸລະສັກກະຫຼາດ 1289 ກົງກັບວັນທີ່ 5 ທັນວາ ຄ.ສ.1927 ເຊິ່ງເຫດທີ່ພະລາຊະສົມພົບໃນສະຫະລັດອາເມລິກາ ເນື່ອງພະບໍຣົມລາຊະນົກແລະພະລາຊະຊົນນະນີກຳລັງຊົງສຶກສາວິຊາການຢູ່ທີ່ນັ່ນ

ພະບາດສົມເດັດພະປໍຣະມິນມະຫາພູມິພົນອະດຸນຍະເດດແມ່ນພະໂອລົດພະອົງທີ່ສາມໃນສົມເດັດເຈົ້າຟ້າມະຫິດົນອະດຸນເດດ ກົມມະຫຼວງສົງຂານະຄະຣິນ (ສົມເດັດພະມະຫິຕະລາທິເບດອະດຸນຍະເດດວິກົມ ພະບໍຣົມລາຊະນົກ ໃນການຕໍ່ມາ) ແລະໝ່ອມສັງວານ ມະຫິດົນ ນະ ອະຍຸດທະຢາ (ສະກຸນເດີມ ຕະລະພັກ,ສົມເດັດພະສີນະຄະຣິນທາບໍຣົມລາຊະຊົນນະນີ ໃນການຕໍ່ມາ) ມີພະນາມເມື່ອຮຽກປະສູດອັນໃນປະກົດໃນສູຕິບັດວ່າ "ເບບີ ສົງຂາ (ອັງກິດ: Baby Songkla) ຕໍ່ມາຄື ພະວໍລະວົງເທີ ພະອົງເຈົ້າພູມິພົນອະດຸນຍະເດດ ເມື່ອໄດ້ຮັບພະລາຊະທານນາມ ມີພະເຊດຖະພະຄິນີ (ເອື້ອຍ)ແລະສົມເດັດພະບໍຣົມເຊດຖາທິລາດ (ອ້າຍ) 2 ພະອົງ ຄື ສົມເດັດພະເຈົ້າພີ່ນາງເທີ ເຈົ້າຟ້າກັນລະຢານິວັດທະນາແລະພະບາດສົມເດັດພະປໍຣະເມນມະຫາອານັນທະມະຫິດົນ ພະອັດມະຣາມາທິບໍດິນ ເຊິ່ງສົມເດັດພະສີນະຄະຣິນທາບໍຣົມລາຊະຊົນນະນີຊົງອອກພະນາມເອິ້ນພະອົງແມ່ນການລຳລອງວ່າ "ເລັກ"

ພະນາມພູມິພົນອະດຸນຍະເດດນັ້ນພະບໍຣົມລາຊະຊົນນີໄດ້ຮັບພະລາຊະທານທາງໂທລະເລກຈາກພະບາດສົມເດັດພະປົກເກົ້າເຈົ້າຢູ່ຫົວ ເມື່ອວັນທີ່ 14 ທັນວາ ຄ.ສ.1927 ໂດຍຊົງກຳກັບຕົວສະກົດເປັນອັກສອນໂຮມັນວ່າ "Bhumibala Aduladeja" ເຮັດໃຫ້ສົມເດັດພະສີນະຄະຣິນບໍຣົມລາຊະຊົນນະນີຊົງເຂົ້າພະໄທວ່າໄດ້ຮັບພະລາຊະທານນາມພະໂອລົດວ່າ "ພູມິບານ" ໃນໄລຍະແຮກພະນາມຂອງພະອົງສະກົດເປັນພາສາໄທວ່າ "ພູມິພົນອະດຸນເດດ" ຕໍ່ມາພະບາດສົມເດັດພະເຈົ້າຢູ່ຫົວພູມິພົນອະດຸນຍະເດດຊົງຂຽນເອງວ່າ "ພູມິພົນອະດຸນຍະເດດ" ໂດຍຊົງຂຽນທັງສອງແບບສະຫຼັບກັນໄປ ຈົນມາຊົງນິຍົມໃຊ້ແບບຫຼັງເຊິ່ງມີຕົວ "ຍ" ສະກົດຕາບປັດຈຸບັນ ພະນາມຂອງພະອົງມີຄວາມໝາຍວ່າ

  • ພູມິພົນ-ພູມ ໝາຍຄວາມວ່າ "ແຜ່ນດິນ" ແລະ ພົນ ໝາຍຄວາມວ່າ "ພະລັງ" ຮວມກັນແລ້ວໝາຍເຖິງ "ພະລັງແຫ່ງແຜ່ນດິນ"
  • ອະດຸນຍະເດດ-ອະດຸນຍະ ໝາຍຄວາມວ່າ "ບໍ່ອາດທຽບໄດ້" ແລະ ເດດ ໝາຍຄວາມວ່າ "ອຳນາດ" ຮວມກັນແລ້ວໝາຍເຖິງ "ອຳນາດທີ່ບໍ່ອາດທຽບໄດ້"

ເມື່ອ ຄ.ສ.1928 ໄດ້ສະເດັດກັບສູ່ປະເທດໄທພ້ອມພະບໍຣົມລາຊະນົກ ເຊິ່ງຊົງສຳເລັດການສຶກສາປະລິນຢາແພດສາດບັນດິດກຽດນິຍົມຈາກມະຫາວິທະຢາໄລຮາເວີດ ສະຫະລັດອາເມລິກາ ພ້ອມດ້ວຍສົມເດັດພະບໍຣົມລາຊະຊົນນະນີ ສົມເດັດພະເຈົ້າພີ່ນາງເທີແລະສົມເດັດພະເຊດຖາທິລາດ ໂດຍປະທັບ ນະ ວັງສະປະທຸມ ຕໍ່ມາວັນທີ່ 24 ກັນຢາ ຄ.ສ.1928 ສົມເດັດພະບໍຣົມລາຊະນົກສະຫວັນຄົດ ຂະນະທີພະບາດສົມເດັດພະເຈົ້າຢູ່ຫົວມີພະຊົນມາຍຸບໍ່ເຖິງສອງພັນສາ

ການສຶກສາ

ດັດແກ້

ຄ.ສ. 1932 ເມື່ອຈະເລີນພະຊົນມາຍຸໄດ້ 4 ພັນສາ ສະເດັດເຂົ້າສຶກສາທີ່ໂຮງຮຽນມາແຕເດອີວິທະຍາໄລຈົນຮອດເດືອນພຶດສະພາ ຄ.ສ. 1933 ຈຶງສະເດັດພະລາຊະດຳເນິນໄປປະທັບ ນະ ເມືອງໂລຊານ ປະເທດສະວິດເຊີແລນພ້ອມດ້ວຍພະບໍລົມລາຊະຊົນນະນີພະເຊດຖະພະຄິນີແລະສົມເດັດພະບໍລົມເຊດຖາທິລາດເພື່ອການສຶກສາແລະພະພະລານາໄມຂອງສົມເດັດພະບໍລົມເຊດຖາທິລາດ ຈາກນັ້ນ ຊົງເຂົ້າສຶກສາຕໍ່ຊັ້ນປະຖົມສຶກສາ ນະ ໂຮງຮຽນເມຍມອງຕ໌ ເມືອງໂລຊານ ໃນເດືອນກັນຍາ ຄ.ສ. 1934 ຊົງສຶກສາພາສາຝະລັ່ງ ພາສາເຢຍລະມັນແລະພາສາອັງກິດ ແລ້ວຊົງເຂົ້າຊັ້ນມັດຖະຍົມສຶກສາ ນະ ເອກອລນູແວລເດີລາຊຸອິສລໍມັອງຕ໌ (École Nouvelle de la Suisse Romande) ເມືອງຊາຍີ-ຊູ-ໂລຊານ (Chailly-sur-Lausanne)

ເມື່ອພະວໍລະວົງເທີ ພະອົງເຈົ້າອານັນທະມະຫິດົນສົມເດັດພະບໍລົມເຊດຖາທິລາດ ສະເດັດຂຶ້ນຄອງລາຊະສົມບັດເປັນພະມະຫາກະສັດລາຊະການທີ່ 8 ແຫ່ງລາຊະວົງຈັກກີ ພະອົງກໍໄດ້ຮັບສະຖາປະນາຖານັນດອນສັກເປັນ "ສົມເດັດພະເຈົ້ານ້ອງຍາເທີ ເຈົ້າຟ້າພູມິພົນອະດຸນເດດ" ເມື່ອວັນທີ່ 10 ກໍລະກົດ ຄ.ສ. 1935[1]

ເດືອນພະຈິກ ພ.ສ. 2481 ພະອົງໄດ້ໂດຍສະເດັດ ສົມເດັດພະເຈົ້າຢູ່ຫົວອານັນທະມະຫິດົນສະເດັດນິວັດປະເທດໄທເປັນເວລາ 2 ເດືອນ ໂດຍປະທັບທີ່ພະຕຳໜັກຈິດລະດາລະໂຫຖານ ພະລາຊະວັງດຸສິດ ຈາກນັ້ນສະເດັດໄປສຶກສາຕໍ່ທີ່ສະວິດເຊີແລນຈົນຮອດ ພ.ສ. 2488 ຊົງຮັບປະກາດສະນີຍະບັດທາງອັກສອນສາດຈາກໂຮງຮຽນຊີມນາຊກາຊິກກັອງຕໍນາລເດີໂລຊານ (Gymnase Classique Cantonal de Lausanne) ແລ້ວຊົງເຂົ້າສຶກສາຕໍ່ ນະ ມະຫາວິທະຍາໄລໂລຊານ ຜະແໜກວິທະຍາສາດ ໂດຍສະເດັດນິວັດປະເທດໄທເປັນຄັ້ງທີສອງ ປະທັບ ນະ ພະທີ່ນັ່ງບໍລົມພິມານ ໃນພະບໍລົມມະຫາລາຊະວັງ

ພະນາມ

ດັດແກ້
  • ພະວໍຣະວົງເທີ ພະອົງເຈົ້າພູມິພົນອະດຸນເດດ
    พระวรวงศ์เธอ พระองค์เจ้าภูมิพลอดุลเดช (5 ທັນວາ ຄ.ສ. 1927 — 9 ກໍລະກົ ຄ.ສ. 1935)
  • ສົມເດັດພະເຈົ້ານ້ອງຍາເທີ ເຈົ້າຟ້າພູມິພົນອະດຸນຍະເດດ
    สมเด็จพระเจ้าน้องยาเธอ เจ้าฟ้าภูมิพลอดุลยเดช (9 ກໍລະກົດ ຄ.ສ. 1935 — 9 ມິຖຸນາ ຄ.ສ. 1946)
  • ສົມເດັດພະເຈົ້າຢູ່ຫົວພູມິພົນອະດຸນຍະເດດ
    สมเด็จพระเจ้าอยู่หัวภูมิพลอดุลยเดช (9 ມິຖຸນາ ຄ.ສ. 1946 — 5 ພຶດສະພາ ຄ.ສ. 1950)
  • ພະບາດສົມເດັດພະປໍຣະມິນທະຣະມະຫາພູມິພົນອະດຸນຍະເດດ ມະຫິຕະລາທິເບດຣາມາທິບໍດີ ຈັກກີນະຣຶບໍດິນ ສະຫຍາມິນທາທິລາດ ບໍຣົມມະນາດບໍພິດ
    พระบาทสมเด็จพระปรมินทรมหาภูมิพลอดุลยเดช มหิตลาธิเบศรามาธิบดี จักรีนฤบดินทร สยามมินทราธิราช บรมนาถบพิตร (5 ພຶດສະພາ ຄ.ສ. 1950 — 13 ຕຸລາ ຄ.​ສ. 2016)

ຫຼັງສະຫວັນຄົດ

ດັດແກ້
  • ພະບາດສົມເດັດພະບໍຣົມຊະນະກາທິເບດ ມະຫາພູມິພົນອະດຸນຍະເດດມະຫາລາດ ບໍຣົມມະນາດຖະບໍພິດ
    พระบาทสมเด็จพระบรมชนกาธิเบศร มหาภูมิพลอดุลยเดชมหาราช บรมนาถบพิตร (5 ພຶດສະພາ ຄ.ສ. 2019)

ອ້າງອີງ

ດັດແກ້
  1. ราชกิจจานุเบกษา, ประกาศเฉลิมพระเกียรติยศพระราชปิตุจฉา พระเชษฐภคินี และพระอนุชา Archived 2011-11-02 at the Wayback Machine, เล่ม ๕๒, ตอน ๐ง, ๑๔ กรกฎาคม พ.ศ. ๒๔๗๘, หน้า ๑๑๗๘

ບັນນານຸກົມ

ດັດແກ້

1.ธนากิต, พระราชประวัติ 9 รัชกาลและพระบรมราชินี, สุวีริยาสาส์น, 2542, หน้า 383-427.

2.วิเชียร เกษประทุม, ราชาศัพท์และพระราชประวัติ พระบาทสมเด็จพระเจ้าอยู่หัวภูมิพลอดุลยเดชฯ พร้อมพระราชวงศ์ โดยสังเขป, กรุงเทพฯ : สำนักพิมพ์พัฒนาศึกษา, 2546, หน้า 147-157.

3.พระเจ้าอยู่หัว, กรมวิชาการ กระทรวงศึกษาธิการ, 2530.

พระราชพิธีฉัตรมงคล พ.ศ.2548