ພໍ່ຂຸນສີອິນທາທິດ

ພະມະຫາກະສັດໄທ

ພໍ່ຂຸນສີອິນທາທິດ (ໄທ:พ่อขุนศรีอินทราทิตย์) ຫຼືພະນາມເຕັມ ກຳມະຣະເຕງອັນສີອິນທະລະບະດິນທາທິດ (ໄທ:กมรเตงอัญศรีอินทรบดินทราทิตย์) ພະມານເດີມ "ພໍ່ຂຸນບາງກາງຫາວ" (ໄທ:พ่อขุนบางกลางหาว) ແມ່ນປະຖົມກະສັດແຫ່ງລາຊະວົງພະຣ່ວງຕາມປະຫວັດສາດໄທ ຊົງຄອງລາດຕັ້ງແຕ່ ຄ.ສ. 1238 ຮອດ ຄ.ສ. 1270

ພໍ່ຂຸນສີອິນທາທິດ

ພະບໍລົມນາມາພິໄທ ພໍ່ຂຸນບາງກາງຫາວ
ພະປໍລະມາພິໄທ ກະມອນເຕງອັນສີອິນທະລະບະດິນທາທິດ
ພະລາຊະອິສະລິຍະຍົດ ພະຣ່ວງເຈົ້າສຸໂຂໄທ
ລາຊະວົງ ພະຣ່ວງ
ຄອງລາດ ຄ.ສ. 1238 - 1270[1]
ໄລຍະຄອງລາດ 32 ປີ
ລາຊະການກ່ອນໜ້າ ຂອມສະບາດໂຂນລຳພົງ
ລາຊະການຕໍ່ໄປ ພໍ່ຂຸນບານເມືອງ
ຂໍ້ມູນສ່ວນພະອົງ
ພະລາຊະສົມພົບ ຄ.ສ. 1188
ສະຫວັນຄົດ ຄ.ສ. 1270
ພະມະເຫສີ ນາງເສືອງ[2]
ພະລາດຊະບຸດ ພໍ່ຂຸນບານເມືອງ
ພໍ່ຂຸນຣາມຄຳແຫງມະຫາລາດ
ພະລາຊະໂອລົດອີກ 1 ພະອົງ
ພະລາຊະທິດາອີກ 2 ພະອົງ

ພະນາມ ດັດແກ້

  1. ພໍ່ຂຸນບາງກາງຫາວ
  2. ພໍ່ຂຸນສີອິນທາທິດ
  3. ບາງກາງຫາວ
  4. ພະຣ່ວງ
  5. ພະອິນທະລາຊາ
  6. ອາລຸນລາດ
  7. ໄສຣັງຄະລາດ ຫຼື ໄສຣັງຄະລາຊາ
  8. ໄສນະລົງຄະລາດ
  9. ຣັງຄະລາດ ຫຼື ສຸຣັງຄະລາດ
  10. ພະຣ່ວງ ຫຼື ໂລດຈະນະລາດ

ສຳລັບພະນາມທຳອິດ ຄື ພໍ່ຂຸນບາງກາງຫາວນັ້ນແມ່ນພະນາມດັ້ງເດີມເມື່ອຄັ້ງເປັນເຈົ້າບາງຍາງ ເປັນທີ່ຍອມຮັບກັນໂດຍທົ່ວໄປວ່າພໍ່ຂຸນບາງກາງຫາວແມ່ນພະນາມສະໄໝເປັນເຈົ້າເມືອງບາງຍາງໂດຍແທ້ຈິງ

ພະນາມທີ່ສອງນັ້ນ ແມ່ນພະນາມທີ່ໃຊ້ກັນທາງລາຊະການ ແມ່ນພະນາມທີ່ເຊື່ອກັນວ່າຊົງໃຊ້ເມື່ອລາຊາພິເສກແລ້ວ ພະນາມ "ສີອິນທາທິດ" ມີບອກຢູ່ໃນສິລາຈາຣຶກ ສ່ວນຄຳນຳໜ້າພະນາມ "ສີອິນທາທິດ" ມີຄຳເອິ້ນແຕກຕ່າງກັນໄປ ຂຸນສີອິນທາທິດບ້າງ ພໍ່ຂຸນສີອິນທາທິດບ້າງ ບາງກາງຫາວສີອິນທາທິດບ້າງ ແລະບ້າງກໍເອິ້ນວ່າພະເຈົ້າຂຸນສີອິນທາທິດ

ພະລາຊະກໍລະນີຍະກິດ ດັດແກ້

ພໍ່ຂຸນສີອິນທາທິດເມື່ອຄັ້ງຍັງເປັນພໍ່ຂຸນບາງກາງຫາວໄດ້ຮ່ວມກັບພໍ່ຂຸນຜາເມືອງເຈົ້າເມືອງຣາດແຫ່ງລາຊະວົງສີນາວນຳຖຸມຮວມກຳລັງພົນກັນເຮັດລັດຖະປະຫານ ຂອມສະບາດໂຂນລຳພົງ ໂດຍພໍ່ຂຸນບາງກາງຫາວຕີເມືອງສີສັດຊະນາໄລແລະເມືອງບາງຂົງໄດ້ແລະຍົກທັງສອງເມືອງໃຫ້ພໍ່ຂຸນຜາເມືອງ ສ່ວນພໍ່ຂຸນຜາເມືອງຕີເມືອງສຸໂຂໄທໄດ້ ກໍໄດ້ມອບເມືອງສຸໂຂໄທໃຫ້ພໍ່ຂຸນບາງກາງຫາວ ພ້ອມພະຂັນໄຊສີແລະພະນາມ "ສີອິນທະລະບະດິນທາທິດ" ເຊິ່ງໄດ້ນຳມາໃຊ້ເປັນພະນາມ ພາຍຫຼັງໄດ້ກາຍເປັນ "ສີອິນທາທິດ" ການເຂົ້າມາຄອງສຸໂຂໄທຂອງພະອົງ ສົ່ງຜົນໃຫ້ລາຊະວົງພະຣ່ວງເຂົ້າມາມີອິດທິພົນໃນເຂດພະນະຄອນສຸໂຂໄທເພິ່ມຫຼາຍຂຶ້ນແລະໄດ້ແຜ່ຂະຫຍາຍດິນແດນກວ້າງຂວາງຫຼາຍອອກໄປ ແຕ່ເຂດແດນເມືອງສອນລວງສອງແຄວ ກໍຍັງຄົງເປັນຖານກຳລັງຂອງລາຊະວົງສີນາວນຳຖຸມຢູ່

ໃນກາງລັດຊະສະໄໝ ຊົງມີສົງຄາມກັບຂຸນສາມຊົນເຈົ້າເມືອງສອດ ຊົງຊົນຊ້າງກັບຂຸນສາມຊົນ ແຕ່ຊ້າງຂອງພະອົງ ໄດ້ຕະເຫຼີດໜີດັງຄຳໃນສິລາຈາຣຶກວ່າ "ໜີຍຍ່າຍພ່າຍຈແຈ໋ນ" (ໜີ-ຍໍ-ຍ່າຍ-ພ່າຍ-ຈໍ-ແຈ້ນ) ຂະນະພະໂອລົດພະອົງໜ້ອຍມີພະປີຊາສາມາດໄດ້ຊົນຊ້າງຊະນະຂຸນສາມຊົນ ພາຍຫຼັງຈຶງຊົງສະເຫຼີມພະນາມພະໂອລົດວ່າຮາມຄຳແຫງ

ໃນຍຸກປະຫວັດສາດຊາດນິຍົມ ມີຄະຕິນຶ່ງທີ່ເຊື່ອກັນວ່າ ພະອົງຊົງເປັນຜູ້ນຳຊາວສະຫຍາມຕໍ່ສູ້ກັບອິດທິພົນຂອມໃນສຸວັນນະພູມ ຊົງໄດ້ໄຊຊະນະແລະປະກາດອິສະຫຼະພາບຕັ້ງລາຊະອານາຈັກສຸໂຂໄທຂຶ້ນ ແລະຊົງເປັນປະຖົມກະສັດແຫ່ງລາຊະອານາຈັກໄທ ແຕ່ພາຍຫຼັງຄະຕິດັງກ່າວໄດ້ຮັບການພິສູດແລ້ວວ່າບໍ່ຈິງ ເພາະພະອົງບໍ່ໄດ້ເປັນປະຖົມກະສັດ ອີກທັງຍັງມີພໍ່ຂຸນສີນາວນຳຖຸມຄອງສຸໂຂໄທຢູ່ກ່ອນແລ້ວ

ພະລາຊະວົງ ດັດແກ້

ພໍ່ຂຸນສີອິນທາທິດ ມີພະລາຊະໂອລົດແລະພະທິດາຮວມ 5 ພະອົງ ໄດ້ແກ່

  1. ພະລາຊະໂອລົດອົງໂຕ (ບໍ່ປາກົດພະນາມ)

ສິ້ນພະຊົນຕັ້ງແຕ່ຊົງພະເຍາ

  1. ພໍ່ຂຸນບານເມືອງ
  2. ພໍ່ຂຸນຮາມຄຳແຫງມະຫາລາດ (ພະນາມຂະນະທີ່ຍັງຊົງພະເຍາບໍ່ປາກົດ)
  3. ພະທິດາ (ບໍ່ປາກົດພະນາມ)
  4. ພະທິດາ (ບໍ່ປາກົດພະນາມ)

ແມ້ນບໍ່ຊາບແນ່ນອນວ່າພະອົງສິ້ນພະຊົນໃນປີໃດ ແຕ່ພາຍຫຼັງພະອົງສິ້ນພະຊົນແລ້ວ ພໍ່ຂຸນບານເມືອງ ພະລາຊະໂອລົດພະອົງໃຫຍ່ ໄດ້ສືບລາຊະສົມບັດແທນ

ເບິ່ງຕື່ມ ດັດແກ້

ອ້າງອິງ ດັດແກ້

ประเสริฐ ณ นคร. พ่อขุนศรีอินทราทิตย์ สารานุกรมไทย ฉบับราชบัณฑิตยสถาน. เล่ม 26. หน้า 16861-16864 พ.ศ. 2549