ແຂວງບໍ່ແກ້ວ

(ປ່ຽນເສັ້ນທາງມາຈາກ ບໍ່ແກ້ວ)
ແຂວງບໍ່ແກ້ວ
Bokeo Province
ຂໍ້ມູນທົ່ວໄປ
ຊື່ພາສາລາວ ແຂວງບໍ່ແກ້ວ
ຊື່ພາສາອັງກິດ Bokeo Province
ເມືອງເອກ ຫ້ວຍຊາຍ
ISO 3166-2 LA-BK
ຂໍ້ມູນສະຖິຕິ
​|-
ເນື້ອທີ່ 6,196 km²
ພົນລະເມືອງ​ 157,442 (2008 ຄາດຄະເນ) ຄົນ

ແຂວງບໍ່ແກ້ວ (ອັງກິດ: Bokeo Province) ເປ້ນແຂວງໜຶ່ງຂອງປະເທດລາວ ທີ່ຕັ້ງຢູ່ທາງທິດຕະເວັນຕົກສຽງເໜືອຂອງລາວ ເປັນແຂວງທີ່ມີຊື່ສຽງທາງດ້ານອັນຍະມະນີ ແລະ ຍັງຢູ່ໃນເຂດສາມຫຼ່ຽມຄຳອີກດ້ວຍ. ​ເຂດ​ນີ້ ​ເຄີຍ​ມີ​ບົດບາດອັນ​ສຳຄັນ​ອັນ​ຍິ່ງ​​ໃຫຍ່ ທາງ​ດ້ານປະຫວັດສາດ ​ໃນ​ສະ​ໄຫມ​ສັດຕະວັດ ທີ 20. ມີຮ່ອງຮອຍ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ ທາງ​ດ້ານ​ສາດສະຫນາ​, ການ​ປົກຄອງ, ກະສັດ, ປະຫວັດ​ດ້ານ​ສົງຄາມ ​ແລະ ການ​ຄ້າ ໃນ​ສະ​ໄຫມ​ກ່ອນ, ພ້ອມ​ທັງ​ປູຊະນີຍະສະຖານ, ອະຣິຍະ​ທຳ​ອັນ​ລ້ຳ​ຄ່າ​, ສະຖາປັດຕະຍະກຳ​ອັນ​ເປັນ​ເອກະລັກ ​ແລະ ວັດວາອາ​ຮາມ​ທີ່​ເກົ່າ​ແກ່ ທີ່​ຫນ້າ​ສົນ​ໃຈຫລາຍ​ແຫ່ງ. ແຂວງບໍ່ແກ້ວ ເປັນແຂວງໜຶ່ງທີ່ມີພູດອຍກວມເປັນສ່ວນໃຫຍ່ ມີເນື້ອທີ່ທັງໝົດ 6.196 ກິໂລຕາ ແມັດ, ເນື້ອທີ່ ມີ 47.820 ເຮັກຕາ ມີພົນລະເມືອງທັງໝົດ 179,300 ຄົນ ຍິງ 89.300 ຄົນ ມີ 291 ບ້ານ ແລະ 27,606 ຄົວເຮືອນ. ແຂວງບໍ່ແກ້ວ ປະກອບ ດ້ວຍຫຼາຍຊົນເຜົ່າຄື: ໄຕ, ມົ້ງ, ລາວ, ລື້, ຍວນ, ກໍ່, ກຸ່ຍ, ຢ້າວ, ແລນແຕນ, ມູເຊີຂາວ ,ມູເຊີດຳ, ກຶມມຸ ຯລຯ

ແຜນທີ່ແຂວງບໍ່ແກ້ວ

ແຂວງ​ບໍ່​ແກ້ວ ​ມີ​ເສັ້ນທາງ ຫຼວງເຊື່ອມຕໍ່ ລະຫວ່າງ ທິດເຫ​ນືອ-ທິດຕາເວັນຕົກສຽງເໜືອ ທີ່​ສຳຄັນ ລະຫວ່າງ ປະ​ເທດ ​ໄທ ​ແລະ ສປ ຈີນ. ​ເສັ້ນທາງ​ດ່ວນ R3 ຖືກກໍ່​ສ້າງ​ສຳ​ເລັດ​ໃນປີ 2010,ຕໍ່ມາໃນປີ 2013 ຂົວ​ມິດຕະພາບ ຂ້າມ​ແມ່​ນ້ຳຂອງ ​ແຫ່ງ​ທີ 4 ກໍ່ໄດ້ກໍ່ສ້າງສຳເລັດ ແລະ ເປີດນຳໃຊ້ ຢ່າງເປັນທາງການ, ເຊິ່ງຈະ​ສາມາດ​ເຊື່ອມ​ຕໍ່ລະບົບ​ຄົມມະນາຄົມຂົນ​ສົ່ງ ລະຫວ່າງ ຂຸນ​ຫມິ​ງ (ສປ ຈີນ) ​ແລະ ບາງກອກ (ປະ​ເທດ​ໄທ) ຜ່ານເສັ້ນທາງ R3 ​ເພື່ອເຊື່ອມໂຍງເສດຖະກິດລະຫວ່າງ 3 ປະເທດ ເຊິ່ງຄາດ​ວ່າ ຈະ​ເປັນ​ໂອກາດ ​ແລະ ສິ່ງ​ກະຕຸກ​ຊຸກຍູ້ ​ໃຫ້​ບັນດາ​ຂະ​ແຫນງ​ການ​ຕ່າງໆ ທາງ​ດ້ານ​ເສດຖະກິດ ​ໄດ້​ຮັບ​ການ​ພັດທະນາ ​ແລະ ຂະຫຍາຍຕົວ​ໄດ້​ຢ່າງ​ໄວວາ.


ປະຫວັດເມືອງຫ້ວຍຊາຍ ດັດແກ້


  • ແຂວງບໍ່ແກ້ວໄດ້ແຍກມາຈາກແຂວງຫົວຂອງ ( ແຂວງຫົວຂອງໄດ້ຖຶກຍຸບລົງເປັນ 2 ແຂວງ ) ແມ່ນພື້ນທີ່ແຂວງຫຼວງນ້ຳທາ ແລະ ບໍ່ແກ້ວໃນປັດຈຸບັນ ມາຕັ້ງເປັນແຂວງໃໝ່ ແລ້ວຕັ້ງເມືອງຫ້ວຍຊາຍ ເຊິ່ງເປັນເມືອງເອກຂອງແຂວງຫົວຂອງເດີມເປັນເມືອງເອກຂອງແຂວງບໍ່ແກ້ວ ຕໍ່ມາໃນປີ 1991 ໄດ້ມີການໂອນ ເມືອງປາກທາ ແລະ ເມືອງຜາອຸດົມຈາກ ແຂວງອຸດົມໄຊ ມາຂຶ້ນກັບແຂວງບໍ່ແກ້ວ. ຫລັງ​ຈາກສົງ​ຄາມ​ອິນດູຈີນ ​ໃນ​ຊ່ວງ​ປີ 1960 ​ແລະ 1970, ບໍ່​ແກ້ວ​ໄດ້​ກາຍ​ເປັນ​ຖານ​ທີ່​ຫມັ້ນ ຂອງ​ກອງທັບ​ຕ່າງ​ຊາດ, ​ໂດ​ຍສະ​ເພາະ​ ແມ່ນ​ເຂດ​ນ້ຳ​ຍູ້ ​ເມືອງ ເມິງເຊິ່ງຢູ່​ທາງ​ເຫນືອ ຂອງ​ເມືອງ ຫ້ວຍ​ຊາຍ ​ແມ່ນ​ຖານ​ທີ່​ຫມັ້ນ ຂອງກອງທັບ​ສະຫະລັດ ອະ​ເມ​ລິ​ກາ​ໃນ​ສະ​ໄຫມ​ນັ້ນ, ​ເຊິ່ງປັດຈຸບັນ​ຮ່ອງຮອຍ​ທີ່​ພົບ​ເຫັນ​ມີ ຄ້າຍ ທີ​ປະກອບ​ດ້ວຍ ຫ້ອງ​ຄຸມ​ຂັງ​ນັກ​ໂທດ.
  • ໃນ​ປີ 1890 ມີ​ຄົນ​ຈາກ​ລັດສານ​ຈາກ​ພະ­ມ້າ ເຊິ່ງ​ເປັນ​ນັກ​ຂຸດຊອກ​ແຮ່​ໄດ້​ພົບ​ເມັດ​ຫີນ​ສີ­ດຳ​ທີ່ເອີ້ນ ວ່າ​ນິນ ທີ່​ເຂດ​ຊຽງ​ຂອງຫ້ວຍ​ຊາຍ, ເຊິ່ງ​ເປັນ​ເຂດ​ທີ່​ນ້ຳຂອງ​ໄຫລ​ຜ່ານ​ໄທ ແລະ ລາວ. ດ້ວຍ​ຄວາມ​ອົດ­ທົນ​ພວກ​ເຂົາ​ສືບຕໍ່​ຊອກ​ຄົ້ນ​ດ້ວຍ​ຄວາມ​ເອົາ­ໃຈ­ໃສ່​ໃນ​ເຂດ​ພື້ນ​ທີ່​ດັ່ງ­ກ່າວ ແລະ ກໍ​ໄດ້​ພົບ​ແກ້ວ​ໄພ­ລິນ.

ຕາມ​ຂໍ້​ມູນ​ບັນ­ທຶກ​ການ​ຄົ້ນພົບ​ແກ້ວ​ໄພ­ລິນ​ທີ່​ຫ້ວຍ​ຊາຍຂອງ ທ່ານ​ເຮີ​ເບີກ ວາ​ຣິງ​ຕັນ ສະ​ມິດ Hervert Waringston Smyth ກ່ອນ​ຊຸມ​ປີ 1867 ແລະ ໃນ​ປີ 1943. ທ່ານ​ສະ​ມິດ ເປັນ​ຄົນ​ທີ່​ຖືກ​ທາງ​ກົມ​ບໍ່​ແຮ່​ຂອງສະ­ຫຍາມ​ຈ້າງ​ໃຫ້​ມາ​ສຶກ​ສາຕາມ​ຄຳ​ສັ່ງ​ຂອງ​ເຈົ້າ​ຊີ­ວິດ​ໄທ ເພື່ອ​ລາຍ​ງານ​ກ່ຽວ​ກັບ​ການ​ຄົ້ນພົບ​ບໍ່​ແກ້ວ​ທີ່​ເຂດ​ຊຽງ​ຂອງ, ທ່ານ​ໄດ້​ມາ​ເຖິງ​ເຂດ​ບໍ່​ຂຸດ​ຄົ້ນ​ໃນເດືອນ​ມັງ­ກອນ​ປີ 1893.

ໃນ​ບົດ​ລາຍ​ງານ​ທ່ານ​ໄດ້ ຂຽນ​ບັນ­ທຶກ​ໄວ້​ວ່າ “ເມັດ​ແກ້ວຖືກ​ຄົ້ນ​ພົບ​ໃນ​ແຜ່ນ​ຜະ­ຫນັງ​ຂອງຫີນ​ບາ​ຊານ​ທີ່​ເປັນ​ລັກ­ສະ­ນະ​ເປັນແຜ່ນ​ທີ່​ພົ້ນ​ຂຶ້ນ​ໃຫ້​ເຫັນ​ຕາມ​ພື້ນແມ່­ນ້ຳ​ໂງ (Nam Ngau)ເຊິ່ງ​ເປັນ​ສາ­ຂາ​ແມ່­ນ້ຳ​ໃຫຍ່​ສາຍຫນຶ່ງ​ທີ່​ໄຫລ​ມາ​ຈາກ​ທິດ­ເຫນືອ. ບັນ­ດາ​ສັນ­ພູ​ທາງ​ຊ້າຍ​ມື​ທີ່​ເປັນເປີ້ນ​ຄ້ອຍ​ຕ່ຳ​ລົງ​ມາ​ໃນ​ລະ­ຍະ​ທີ່ໄກ​ພໍ​ສົມ­ຄວນ, ແລະ ບໍ­ລິ­ເວນ​ພື້ນທີ່​ນີ້​ເອງ​ເປັນ​ພື້ນ​ທີ່​ປະ­ກອບ​ໄປ​ດ້ວຍ​ຫີນ​ສີ­ດຳ​ທີ່​ມີ​ຫີນ​ແຮ່​ເກີດ​ຢູ່​ນຳ, ບ່ອນ​ທີ່​ຫີນ​ມີ​ລັກ­ສະ­ນະຂອງ​ແຮ່​ແກ້ວ​ເກີດ​ຢູ່​ນຳ​ນັ້ນ​ຍັງບໍ່​ທັນ​ສາ­ມາດ​ກຳ­ນົດ​ໄດ້​ເທື່ອ, ຄ້າຍ­ຄື​ວ່າ ບ່ອນ​ເຄົ້າ​ກຳ­ເນີດ​ຂອງຫີນ​ທີ່​ມີ​ແກ້ວ​ເກີດ​ຢູ່​ນຳ​ນັ້ນ​ຖືກ​ພົບ​ປົນ​ຢູ່​ຕາມ​ກ້ອນ​ຫີນ​ທີ່​ສາຍນ້ຳ​ໄຫລ​ເຊາະ​ມາ​ຈາກ​ບໍ­ລິ­ເວນເປີ້ນ­ພູ, ຄວາມ​ໜາ​ຂອງ​ຊັ້ນ​ຫີນ​ກວດ​ທີ່​ປົນ​ເມັດ​ແກ້ວ​ນັ້ນ​ມີ​ປະມານ 5 ຫາ 20 ນິ້ວ ແລະ ປະກອບ​ດ້ວຍ​ເມັດ​ຫີນ​ຄວັກ ແລະ ຊິ້ນ​ສ່ວນ​ຂອງ​ເມັດ​ແກ້ວ​ປະ​ປົນຢູ່​ນຳ. ຊັ້ນ​ຫີນ​ທີ່​ປົດ​ຢອງ​ເທິງ​ເປັນດິນ­ດາກ​ສີ­ແດງ ເຊິ່ງ​ມີ​ຄວາມຫນາ​ສະ­ເລ່ຍ​ປະ­ມານ 3 ແມັດ​ອັນ ເປັນ​ບ່ອນ​ທີ່​ພວກ​ຄົນ​ພະ­ມ້າ​ພາກັນ​ຂຸດ ແລະ ພົບ​ເມັດ​ແຮ່​ທີ່​ເປັນແກ້ວ​ດັ່ງ­ກ່າວ. ຂຸມ​ສ້າງ​ທີ່​ຂຸດ​ມີຄວາມ​ກວ້າງ​ຂະ­ຫນາດ 3 ແມັດ ການ​ພົບ­ພໍ້​ແຮ່​ແກ້ວ​ປະ­ເສີດ​ທີ່ຫ້ວຍ​ຊາຍ​ຮູ້​ກັນ​ມາ​ຕັ້ງ­ແຕ່​ປີ 1890, ຍ້ອນ​ການ​ພົບ­ພໍ້​ໃນ​ປະ­ລິມານ​ທີ່​ຫນ້ອຍ, ຈິ່ງ​ບໍ່​ຄ່ອຍ​ຮູ້­ຈັກ​ຄວາມ​ແທ້​ຈິງ​ຂອງ​ມັນ​ສ່ຳ​ໃດ. ມີ​ການ​ເລີ່ມ​ຕົ້ນ​ຂຸດ​ຄົ້ນ​ໃຫມ່​ອີກພຽງ​ເລັກ​ນ້ອຍ​ໃນ​ຊຸມ​ປີ 1960. ມີ​ການ​ຂຸດ​ຄົ້ນ​ແຮ່​ແກ້ວ​ໄພ­ລິນ ໂດຍ​ບໍ­ລິ­ສັດ​ນ້ອຍໆ​ຢ່າງ​ຫລວງຫລາຍ​ມີ​ທັງ​ການ​ຂຸດ​ຮ່ອນ​ເອົາ​ແບບ​ທັນ​ສະ­ໄຫມ​ປົນ​ເປ​ໄປ​ນຳ. ຈາກ​ນັ້ນ​ໃນ​ປີ 1970 ແລະ 1980 ຈິ່ງ​ມີ​ການ​ຟື້ນ​ຟູ​ການ​ຂຸດ​ຄົ້ນ ແກ້ວ​ໄພ­ລິນ​ຢູ່​ເມືອງ​ຫ້ວຍ​ຊາຍເປັນ​ຮູບ​ເປັນ​ຮ່າງ​ແບບ​ອຸດ­ສາ­ຫະ­ກຳ​ຂຶ້ນ​ມາ.

ແຕ່​ວ່າ ນັບ​ແຕ່​ປີ 1960 ເປັນ ຕົ້ນ​ມາ​ໄດ້​ມີ​ຫລາຍ​ບໍ­ລິ­ສັດ​ນ້ອຍໆ ເຂົ້າ​ມາ​ສ່ຽງ​ໂຊກ​ທຳ​ການ​ຂຸດຄົ້ນ, ຮວມ​ທັງ​ບໍ­ລິ­ສັດ​ຂອງ​ປະ ເທດ​ເຊັກ​ໂກ­ສະ​ໂລ​ວາ​ກີ, ເກົາຫລີ ແລະ ໄທເຂົ້າ​ມາ.ສຳ­ ລັບ​ແກ້ວໄພ­ລິນ​ຂອງ​ລາວ​ສ່ວນ​ຫລາຍເປັນ​ເມັດ​ນ້ອຍ ເມື່ອ​ທຽບ­ໃສ່ກັບ​ແກ້ວ​ໄພ­ລິນ​ຂອງ​ປະ­ເທດ​ສີ ລັງ­ກາ ເຊິ່ງ​ເປັນ​ເມັດ​ໃຫຍ່ ແລະ ຕີ​ຕະ­ຫລາດ​ໄດ້​ດີ​ກວ່າ. ໃນ​ປີ 2006 ມີ​ການ​ສືບ­ຕໍ່​ຂຸດ​ຄົນ​ໂດຍຄົນ​ທ້ອງ­ຖິ່ນ. ຈາກ​ນັ້ນ ໃນ​ປີ 2009 ບໍ­ລິ­ສັດ​ຈີນ​ຈາກ​ໄຕ້​ຫວັນ Sino Resources MiningCo. (SinoRMC) ໄດ້​ມາ​ທຳການ​ລົງ­ທຶນ​ຂຸດ​ຄົ້ນ​ໃນ​ເຂດ​ຫ້ວຍນ້ຳ​ຮໍ Nam Hoor, ຫ້ວຍ​ສາລາ Haoy Sala, ຫ້ວຍ​ມອນ Haoy Mone, ແລະ ຫ້ວຍຕາບ Haoy Tab. ແລະ ພື້ນທີ່​ຕໍ່​ໄປ​ທີ່​ຈະ​ທຳ​ການ​ສຳ​ຫລວດແມ່ນ​ໄປ​ສັນ­ພູ​ຂອງ​ຫ້ວຍ​ຫົງ​ແຍງ Hong Nheng.ບໍ­ ລິ­ສັດ​ດັ່ງ­ກ່າວນີ້ ຄາດ​ວ່າຈະ​ຜະ­ລິດ​ແກ້ວ​ໄພ­ລິນທີ່​ບໍ່​ທັນ​ເຈັຍ­ລະ­ໄນ​ໃຫ້​ໄດ້ 200 ກິ​ໂລ​ຕໍ່​ເດືອນ. ແກ້ວ​ໄພ­ລິນ​ຂອງລາວ​ໂດຍ​ທົ່ວ​ໄປ​ມີ​ຂະ­ຫນາດ​ສອງກາ​ຣັດ carats ຫລັງ​ຈາກ​ຕັດ ຫລື ເຈັຍ­ລະ­ໄນ​ສຳ­ເລັດ​ແລ້ວ, ເຊິ່ງ​ສ່ວນ​ໃຫຍ່​ຈະ​ມີ​ຂະ­ຫນາດໃຫຍ່ 3 ມິນ​ລີ​ແມັດ ແລະ ນ້ອຍລົງ​ໄປ​ສີ​ຂອງ​ມັນ​ເປັນ​ສີ​ທີ່​ຂ້ອນ ຂ້າງ​ງົດ​ງາມ ແຕກ​ຕ່າງ​ກັນ​ໄປ.

  1. (ຫມາຍ­ເຫດ: ອັດ­ຕາ​ແລກປ່ຽນ​ເງິນ​ບາດ​ສະ­ຫຍາມ ແລະ ເງິນ​ຣູ​ປີ ຂອງ​ອິນ​ເດຍ​ໃນ​ປີ ຄ.ສ 1895 ເທົ່າ​ກັບ: 5 ບາດ ຕໍ່ 7 ຮູ​ປີ.)
  • ໃນອະດີດ ຊາວງ້ຽວກຸ່ມໜຶ່ງຈາກເມືອງໝອກໃໝ່ ໄດ້ມາຄົ້ນຫາເພັດພອຍ ທີ່ມີຄ່າ ຕາມສອງຝັ່ງແມ່ນ້ຳຂອງ ຈາກປາກນ້ຳເກິ່ງຈົນເຖິງຫ້ວຍຊາຍໃຫຍ່, ຫ້ວຍຊາຍນ້ອຍ ແລະ ປາກຫ້ວຍຫ່າຍ (ຫ້ວຍຜາຄຳ) ເມື່ອພົບແລ້ວໄດ້ກັບໄປລາຍງານເຈົ້າຟ້າຂຸນຈິ່ງ ທີ່ເມືອງໝອກໃໝ່ ໃນເວລາຕໍ່ມາ ເຈົ້າຟ້າຂຸນຈິ່ງ ຈຶ່ງຍ້າຍຜູ້ຄົນ 46 ຄອບຄົວ ມາຕັ້ງຖິ່ນຖານທີ່ເມືອງຫ້ວຍຊາຍ ເພື່ອຂຸດຄົ້ນ ຫີນມີຄ່າ ແລະ ຂາຍເປັນສິນຄ້າ ບໍລິເວນ ດັ່ງກ່າວຈຶ່ງເອີ້ນວ່າ ບໍ່ແກ້ວ.

ທີ່ຕັ້ງ ດັດແກ້

• ທິດເໜືອ ຕິດກັບ ແຂວງຫຼວງນ້ຳທາ ຍາວ 100 ກ.ມ

• ທິດຕະເວັນອອກ ຕິດກັບ ແຂວງອຸດົມໄຊ ຍາວ 100 ກ.ມ ແລະ ແຂວງໄຊຍະບູລີ ຍາວ 35 ກ.ມ

• ທິດຕະເວັນຕົກ ຕິດກັບ ລັດສານ ປະເທດມຽນມາ ຍາວ 98 ກ.ມ

• ທິດໃຕ້ ຕິດກັບ ຈັງຫວັດຊຽງຣາຍ ປະເທດໄທ ຍາວ 145​ ກ.ມ

ບັນດາເມືອງ ດັດແກ້

 
  1. 05-01 ເມືອງຫ້ວຍຊາຍ (Hoüayxay)
  2. 05-02 ເມືອງຕົ້ນເຜິ້ງ (Tonpheung)
  3. 05-03 ເມືອງເມິງ (Meung)
  4. 05-04 ເມືອງຜາອຸດົມ (Pha Oudom)
  5. 05-05 ເມືອງປາກທາ (Paktha)

ສະພາບເສດຖະກິດ-ສັງຄົມ ດັດແກ້

ແຂວງບໍ່ແກ້ວ ມີການຜະລິດເຂົ້າ, ສາລີ, ຫມາກເດືອຍ, ພືດຕະກຸນຖົ່ວ. ສຳລັບການຜະລິດເຂົ້າກິນໃນທົ່ວແຂວງບັນລຸໄດ້ 94,134 ໂຕນ, ໃນເນື້ອທີ່ 25.941,26 ເຮັກຕາ, ຖ້າທຽບໃສ່ປີ 2009 ເພີ່ມຂຶ້ນ 2.126 ໂຕນເທົ່າກັບ 2,31% ໃນນັ້ນເຂົ້ານາປີຜົນຜະລິດໄດ້ 63.298,1 ໂຕນ ໃນເນື້ອທີ່ 14.421,5 ເຮັກຕາ, ເຂົ້ານາແຊງຜົນຜະລິດໄດ້ 11,663 ໂຕນ, ໃນເນື້ອທີ່ 2,674,09 ເຮັກຕາ, ເຂົ້າເນີນສູງຜົນຜະລິດໄດ້ 18,436,7 ໂຕນ, ໃນເນື້ອທີ່ 8,779,38 ເຮັກຕາ, ເຂົ້າໄຮ່ເລື່ອນລອຍຜົນຜະລິດໄດ້ 138,66 ໂຕນ, ໃນເນື້ອທີ່ 66,29 ເຮັກຕາ. ທົ່ວ ແຂວງສະເລ່ຍລາຍຮັບເຂົ້າ ເປືອກໄດ້ 524 ກິໂລ/ຄົນ/ປີ. ວຽກງານພື້ນຖານໂຄງລ່າງ ເຊັ່ນ: ເສັ້ນທາງ, ຂົວແມ່ນໄດ້ຂະ ຫຍາຍອອກຢ່າງຫລວງຫຼາຍປະຈຸບັນບ້ານໃນທົ່ວແຂວງທີ່ມີເສັ້ນທາງເຂົ້າເຖິງກວມ 86,97% ຂອງຈຳນວນບ້ານທັງໝົດ. ໃນນີ້ບ້ານທີ່ມີເສັ້ນທາງໄດ້ 2 ລະດູກວມ 71,91%, ບ້ານທີ່ມີເສັ້ນທາງທຽວໄດ້ລະດູດຽວກວມ 15,06% ແລະ ບ້ານທີ່ບໍ່ມີເສັ້ນທາງເຂົ້າເຖິງ 13,03% ຂອງຈຳນວນບ້ານທັງຫມົດ, ວຽກງານພະລັງງານບໍ່ແຮ່, ມີຫລາຍບ້ານ - ກຸ່ມ ບ້ານໄດ້ຊົມໃຊ້ໄຟຟ້າຖາວອນ. ມາຮອດປະຈຸບັນກຸ່ມບ້ານທີ່ໄດ້ຊົມໃຊ້ໄຟຟ້້າແລ້ວ 42 ກຸ່ມ ບ້ານ, ບ້ານທີ່ໃຊ້ໄຟຟ້າຖາວອນແລ້ວ 198 ບ້ານ ເທົ່າກັບ 70,46% ຂອງຈຳນວນ ບ້ານທັງຫມົດ, ທຽບໃສ່ປີ 2009 ເພີ່ມຂຶ້ນ 27 ບ້ານ. ຄົວເຮືອນທີ່ໃຊ້ໄຟຟ້າແລ້ວມີ 19,957 ຄົວເຮືອນ ເທົ່າກັບ 27,29% ຂອງຈຳນວນຄົວເຮືອນທັງຫມົດ, ທຽບໃສ່ປີ 2009 ເພີ່ມຂຶ້ນ 3.453 ຄົວເຮືອນ. ດ້ານວຽກງານວັດທະນະທຳ - ສັງ ຄົມທົ່ວແຂວງມີໂຮງຮຽນປະຖົມທັງຫມົດ 363 ແຫ່ງ ທຽບໃສ່ປີ 2009 ເພີ່ມຂຶ້ນ 1,9%, ມີໂຮງຮຽນມັດທະຍົມທັງຫມົດ 31 ແຫ່ງ ທຽບໃສ່ປີ 2009 ເພີ່ມຂຶ້ນ 2 ແຫ່ງ. ປະຈຸບັນມີບ້ານລຶບລ້າງການກືກຫນັງສືທັງຫມົດ 232 ບ້ານກວມ 82,56% ຂອງຈຳນວນບ້ານໃນທົ່ວແຂວງ, ມີເມືອງປະກາດລຶບລ້າງຈົບປະຖົມຂັ້ນພື້ນຖານແລ້ວ 3 ເມືອງຄື: ເມືອງຫ້ວຍຊາຍ, ເມືອງຕົ້ນເຜິງ ແລະ ເມືອງປາກທາ. ວຽກງານສາທາລະນະສຸກໄດ້ຂະຫຍາຍຕາຫນ່າງສາທາລະນະສຸກໄປທົ່ວເຖິງທຸກກຸ່ມບ້ານປະຈຸບັນມີສຸກສາລາປະຈຳກຸ່ມບ້ານລວມທັງຫມົດ 31 ແຫ່ງ ລວມ 25 ກຸ່ມບ້ານມີ 145 ບ້ານ ເທົ່າກັບ 51,6% ຂອງຈຳນວນບ້ານທັງຫມົດ, ໄດ້ປະກາດບ້ານແບບຢ່າງສາທາລະນະສຸກມີ 62 ບ້ານ, 27 ກຸ່ມບ້ານ, ວຽກງານຖະແຫລງຂ່າວ ແລະ ວັດທະນະທຳໄດ້ປັບປຸງຍົກລະດັບ, ຂະຫຍາຍຕາຫນ່າງການພັດ ນາລະບົບວິທະຍຸກະຈາຍສຽງ - ໂທລະພາບ ແລະ ການສ້າງຄອບຄົວ - ບ້ານວັດທະນະທຳ. ມາຮອດປະຈຸບັນມີບ້ານວັດທະນະທຳທັງຫມົດ 11 ບ້ານ, ມີຄອບຄົວວັດທະນະທຳ 3.791 ຄອບຄົວ, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 955 ຄອບຄົວ ເທົ່າກັບ 25,86% ຂອງຈຳນວນຄອບຄົວວັດທະນະທຳໃນທົ່ວແຂວງ ແລະ ດ້ານວຽກງານອື່ນໆ. ພ້ອມກັນນີ້ແຂວງບໍ່ແກ້ວຍັງໄດ້ວາງທິດທາງ, ຄາດຫມາຍສູ້ຊົນໃນການສ້າງບ້ານ ແລະ ກຸ່ມບ້ານພັດທະນາ, ການພັດທະນາຊົນນະບົດຮອບດ້ານສົກປີ 2010-2011. ເປັນ ຕົ້ນຈະກຳນົດຈຸດສຸມກຸ່ມບ້ານພັດທະນາຂອງແຂວງໃຫ້ໄດ້ຕື່ມອີກ 2 ຈຸດສຸມ, ຈະສູ້ຊົນສ້າງບ້ານພັດທະນາຮອບດ້ານໃຫ້ໄດ້ອີກ 10 ບ້ານເທົ່າກັບ 3,55% ຂອງຈຳນວນບ້ານທັງໝົດທົ່ວແຂວງ ( 5 ບ້ານໃຫ້ກາຍເປັນ 15 ບ້ານໃນປີ 2011), ຈະສູ້ຊົນລຶບລ້າງບ້ານທຸກຍາກໃຫ້ໄດ້ 20 ບ້ານ (ຈາກ 94 ບ້ານປີ 2010 ໃຫ້ຍັງເຫຼືອ 74 ບ້ານ ເທົ່າກັບ 26,33% ຂອງ ຈຳນວນບ້ານທັງຫມົດ), ລຶບລ້າງຄົວເຮືອນທຸກຍາກໃຫ້ໄດ້ 900 ຄົວເຮືອນ (ຈາກ 6.480 ຄົວເຮືອນທຸກຍາກໃຫ້ຍັງເຫຼືອ 5.580 ຄົວເຮືອນເທົ່າກັບ 20,21% ຂອງຈຳນວນຄົວເຮືອນທັງຫມົດພາຍໃນແຂວງ), ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງຢ່າງຕໍ່ເນື່ອງ, ສືບຕໍ່ຈັດຕັ້ງປະຕິບັດໂຄງການຂອງກຸ່ມບ້ານຢູ່ບັນດາເມືອງ 4 ເນື້ອໃນ 4 ຄາດຫມາຍໃຫ້ສຳເລັດ 135 ໂຄງການໃນມູນຄ່າ 84,03 ຕື້ກີບ ແລະ ດ້ານອື່ນໆຈາກນັ້ນກອງປະຊຸມຍັງໄດ້ຜັດປ່ຽນກັນຂຶ້ນປະກອບຄຳຄິດຄຳເຫັນໃສ່ບົດສະຫລຸບ ແລະ ທິດທາງຄາດຫມາຍສູ້ຊົນໃນຕໍ່ຫນ້າ. ເພື່ອພ້ອມກັນເສີມຂະຫຍຍຈຸດດີ ແລະ ປັບປຸງແກ້ໄຂຈຸດອ່ອນຂໍ້ຄົງຄ້າງ.

  • ລວມຍອດຜະລິດຕະພັນພາຍໃນ GDP ສຳລັບໄລຍະ 2005-2009
  1. 2005 = 554.04
  2. 2006 = 629.95
  3. 2007 = 750.69
  4. 2008 = 897.32
  5. 2009 = 1365.72

ໝາຍເຫດ: GDP (ລ້ານ​ກີບ)

ການລົງທຶນ ດັດແກ້

ໃນຊ່ວງຫລາຍປີທີ່ຜ່ານມານັບຕັ້ງແຕ່ມີການກໍ່ສ້າງເສັ້ນທາງ R3A ໄດ້ມີນັກລົງທຶນຕ່າງປະເທດເຂົ້າມາສຳຫລວດຊ່ອງທາງການລົງທືນໃນແຂວງບໍ່ແກ້ວຢ່າງຕໍ່ເນື່ອງ ສ່ວນໃຫຍ່ເປັນນັກລົງທືນຈາກຈີນ ແລະ ຫວຽດນາມ ທີ່ສົນໃຈລົງທຶນໂດຍສະເພາະດ້ານການກະສິກຳ (ເຊັ່ນ: ການປູກຢາງພາລາ ແລະ ໄຮ່ອ້ອຍຂະໜາດໃຫຍ່), ອຸດສາຫະກຳເບົາ, ການທ່ອງທ່ຽວ ແລະ ຂຸດຄົ້ນບໍ່ແຮ່. ທັງນີ້, ປະຈຸບັນມີນັກລົງທືນ ຈາກແຂວງຢູນນານ ຂອງ ສປຈີນ ກຽມເຂົ້າມາລົງທືນ ໃນທຸລະກິດທ່ອງທ່ຽວ ແລະ ບໍລິການທີ່ກ່ຽວຂ້ອງ ເຊັ່ນ: ໂຮງແຮມ, ສະໜາມກ໋ອບ ແລະ ສູນການຄ້າ. ມູນຄ່າເກືອບ 90 ລ້ານໂດລາສະຫະລັດ. ນອກຈາກນີ້, ຍັງມີນັກລົງທຶນຈາກເກົາຫຼີ ເຂົ້າມາເຮັດສັນຍາເຊົ່າທີ່ດິນຈຳນວນຫລາຍຮ້ອຍໄຮ່ບໍລິເວນໃກ້ ກັບຂົວຂ້າມແມ່ນ້ຳໂຂງແຫ່ງທີ່ 4 ໂດຍໄດ້ກໍ່ສ້າງໂຮງແຮມ ຂະໜາດໃຫຍ່ ແລະ ຮ້ານຄ້າປອດພາສີ ໄດ້ສຳເລັດໂດຍພື້ນຖານ.

ຊື່ ສະຖານທີ່ ປະເພດໂຄງການ
Lao Houayxai Neehong Khankeo 4 ​ເມືອງ ກະສິກຳ
AAC Green City Laos ຫ້ວຍ​ຊາຍ ບັນ​ເທີ​ງ, ສວນ​ສະຫນຸກ
Buhae Industry ຫ້ວຍ​ຊາຍ ບໍ່​ແຮ່
ລາວ ​ແຊບ​ຟາຍ ຫ້ວຍ​ຊາຍ ບໍ່​ແຮ່
ຢາງພາລາ ຈົງ​ເຊິ​ນ ຫ້ວຍ​ຊາຍ ປູກຢາງພາລາ
ບໍລິສັດ ລີ​ຮັງ ພັດທະນາ​ເສດຖະກິດ ​ແຂວງບໍ່ແກ້ວ ຫ້ວຍ​ຊາຍ ໂຮງ​ແຮມ ​ແລະ ຮ້ານ​ອາຫານ
ບໍລິສັດ ຢູນນານ ຣັບ​​ເບີ້ ຫ້ວຍ​ຊາຍ ປູກຢາງພາລາ
ບໍລິສັດ ​ເຂື່ອນ​ໄຟຟ້າ ນ້ຳ​ງອນ ຫ້ວຍ​ຊາຍ ສ້າງ​ເຂື່ອນ​ໄຟຟ້າ​ນ້ຳຕົກ
ໂຮງງານ​ປະກອບ​ລົດຈັກ ຫ້ວຍ​ຊາຍ ໂຮງງານ​ປະກອບລົດຈັກ
ບໍລິສັດ ຢາ​ພາລາ ລາວ-ຊິນ​ສື ຫ້ວຍ​ຊາຍ ປູກຢາງພາລາ
ໂຮງງານໄມ້ຂີດໄຟ ຫ້ວຍ​ຊາຍ ໂຮງງານໄມ້ຂີດໄຟ
Market Building and Organizing ຫ້ວຍ​ຊາຍ ສ້າງຕະຫລາດ
ບໍລິສັດ ບໍ່​ແກ້ວ ຣັບ​ເບີ້ ຫ້ວຍ​ຊາຍ ປູກຢາງພາລາ
ກະ​ເບື້ອງ ບໍ່​ແກ້ວ ຫ້ວຍ​ຊາຍ ໂຮງງານກະ​ເບື້ອງ
ບໍລິສັດ ​ເກດ​ເວ ຫ້ວຍ​ຊາຍ ໂຮງ​ແຮມ ​ແລະ ຮ້ານ​ອາຫານ
ບໍລິສັດ ຈັງ​ຊິນ ຫ້ວຍ​ຊາຍ ຜະລິດ​ເຄື່ອງ
Pocket Factory ຫ້ວຍ​ຊາຍ ຜະລິດ​ກະ​ເປົາ
Rock Company ຫ້ວຍ​ຊາຍ ຂຸດ​ຄົ້ນ​ຫີນ
ອາ​ນີ​ໂມ ຫ້ວຍ​ຊາຍ ທ່ອງ​ທ່ຽວ
ດຣິມ ​ເຊັນ​ເຕີ້ ຫ້ວຍ​ຊາຍ ສູນ​ການ​ສຶກສາ
ບໍລິສັດ ລ້ຽງ​ຫມູ ຫ້ວຍ​ຊາຍ ຫ້ວຍ​ຊາຍ ຜະລິດ​ສະບຽບອາຫານ
ບໍ່​ແກ້ວ ປໍ​ຊັນ ຣັບ​ເບີ້ ເມິງ ປູກຢາງພາລາ
ຈົງ​ຊິງ​ຫາງ ລາວ ເມິງ ຜະລິດ​ເຈັ້ຍ
ບໍ່​ແກ້ວ ​ເລີ​ລິງ ຣັບ​ເບີ້ ເມິງ ປູກຢາງພາລາ
ບໍ່​ແກ້ວ ທີ​ຊານ ພັດທະນາ​ກະສິກຳ ເມິງ ຢາງພາລາ ​ແລະ ກະສິກຳ
ຈາ​ຟົງ ມາຍ​ນິງ ຜາ​ອຸດົມ ຂຸດຄົ້ນ​ຄຳ
ຈາ​ຟົງ ບໍ່​ແກ້ວ ພັດທະນາ ກະສິກຳ ຜາ​ອຸດົມ ຢາງພາລາ
ດອກ​ງີ້ວ​ຄຳ ກຣຸບ ຕົ້ນ​ເຜິ້ງ ເຂດເສດຖະກິດພິເສດ
ລາວ-ຈີນ ​ໄບ​ໂອ-​ເຕັກ​ໂນ​ໂລ​ຊີ ພັດທະນາ ຕົ້ນ​ເຜິ້ງ ຢາງພາລາ
ຈົງ​ຊິນ ນ້ຳ​ຫອມ ຕົ້ນ​ເຜິ້ງ ຜະລິດ​ນ້ຳ​ຫອມ
ບໍ່​ແກ້ວ ລີ​ຫາງ ສາງ​ສາລີ ຕົ້ນ​ເຜິ້ງ ສາງ​ບັນຈຸ​ສາລີ

ດ້ານການຂົນສົ່ງ ດັດແກ້

ບໍລິການດ້ານການຂົນສົ່ງ ຊຶ່ງລວມທັງ ທຸລະກິດຂົນສົ່ງ, ຄັງສິນຄ້າ, ສູນກະຈາຍສິນຄ້າ ລວມເຖິງທຸລະກິດໃຫ້ບໍລິການຮັບສົ່ງຜູ້ໂດຍສານ ເພື່ອຮອງຮັບ ຄວາມຕ້ອງການໃຊ້ບໍລິການຂົນສົ່ງສິນຄ້າ ແລະ ບໍລິການທີ່ກ່ຽວຂ້ອງ ຊຶ່ງມີທ່າອ່ຽງ ເພີ່ມຂຶ້ນຕາມການຂະຫຍາຍຕົວຂອງການຄ້າ ແລະ ການລົງທືນລະຫວ່າງປະເທດ ເປັນທຸລະກິດທີ່ໜ້າສົນໃຈ ແລະ ຈະທະວີຄວາມສຳຄັນຂຶ້ນເປັນລຳດັບຫາກການຈັດຕັ້ງເຂດເສດຖະກິດພິເສດ ທີ່ອຳເພີຊຽງຂອງ ທາງຝັ່ງໄທ ແລ້ວສຳເລັດ. ທັງນີ້, ປະຈຸບັນມີນັກລົງທຶນຈີນ ເຂົ້າມາລົງທືນ ສ້າງຄັງສິນຄ້າໃນເມືອງຫ້ວຍຊາຍແດ່ແລ້ວ ລວມທັງມີຕະຫລາດ ຈຳໜ່າຍສິນຄ້າຈີນ ເພື່ອຮອງຮັບນັກທ່ອງທ່ຽວ ຊາວໄທ ແລະ ຊາວຕ່າງປະເທດ ທີ່ເດິນທາງເຂົ້າມາ ແຂວງບໍ່ແກ້ວ ການເປີດໃຊ້ເສັ້ນທາງ R3A ບໍ່ພຽງແຕ່ຈະຊ່ວຍໃຫ້ການຄ້າ ແລະ ການລົງທືນໃນພື້ນທີ່ຕ່າງໆ ຕາມເສັ້ນທາງ R3A ແລະ ບໍລິເວນໃກ້ຄຽງຂະຫຍາຍຕົວດີເທົ່ານັ້ນ, ມັນມັນຍັງໝາຍເຖິງການຂະຫຍາຍຕົວທາງເສດຖະກິດຂອງໄທ, ສປປລາວ ແລະ ສປຈີນ ທີ່ເຊື່ອມໂຍງກັນດ້ວຍເສັ້ນທາງຄົມນາຄົມສາຍນີ້ອີກດ້ວຍ.

ສະຖານທີ່ທ່ອງທ່ຽວ ດັດແກ້

ບຸກຄົນທີ່ມີຊື່ສຽງ ດັດແກ້