ນອກ­ຈາກ​ຈະ​ຕື່ນ­ເຕັ້ນ​ໃນການ​ຂີ່​ຊີບ​ລາຍຜ່ານ​ຍອດ​ຕົ້ນ­ໄມ້ ໃຫຍ່, ປ່າ­ດົງ ແລະ ນ້ຳ­ຕົກ​ກັບ​ທຳມະ​ຊາດ​ໃນ​ເຂດ​ສາຍ­ພູ​ດົງ​ຫົວ ສາວ​ກັນ​ຢ່າງ​ມ່ວນ­ຊື່ນ​ແລ້ວ ເຮັດໃຫ້​ພວກ​ເຮົາ​ຊັກ​ຊ້າ​ຈົນ​ລືມ​ເວ­ລາກັບ ຫລັງ​ຈາກ​ທີ່​ໄດ້​ຜ່ານ​ການ​ຜະຈົນ​ໄພ​ຢ່າງ​ເຕັມ­ທີ່ ສຸດ​ທ້າຍ​ກໍ່ແມ່ນ​ການ​ເດີນ­ທາງ​ຍ່າງ​ກັບ​ຄືນທາງ​ເກົ່າ ເນື່ອງ​ຈາ​ກວ່າ ຕອນກັບ​ກໍ່​ຄ່ຳ​ພໍ­ດີ ຈິ່ງ​ໄດ້​ພັກ​ແຮມ​ຄືນ​ທີ່ໂຮງ­ແຮມ​ໃນ​ປ່າ ນັ້ນ​ກໍ່​ຄື​ກະ​ຕູບຮັງ​ນົກ​ທຳ​ມະ​ຊາດ​ນັ້ນ​ເອງ.

ກະ​ຕູບ​ຮັງ​ນັກ­ທຳ​ມະ​ຊາດ​ທີ່ວ່າ​ນີ້ ເປັນ​ເຮືອນ​ພັກ​ທີ່­ຢູ່​ເທິງ​ຕົ້ນໄມ້​ໃຫຍ່ ມຸງ​ດ້ວຍ​ຫຍ້າ, ແອ້ມດ້ວຍ​ໄມ້­ໄຜ່​ບ້ານ ຫລື ບາງ​ຫລັງ ກໍ່​ແອ້ມ​ດ້ວຍ​ໄມ້­ເຮ້ຍມີ​ການ​ຕົກແຕ່ງ​ປະ­ດັບ​ປະ­ດາ​ພາຍ​ໃນ​ຢ່າງຄັກ­ແນ່, ນຳ​ໃຊ້​ອຸ­ປະ­ກອນ​ເຄື່ອງໃຊ້​ທີ່​ທັນ​ສະ­ໄຫມ​ເຫມືອນ​ກັບ ເຮືອນ​ພັກ​ທົ່ວ​ໄປຕ່າງ​ແຕ່​ມັນ​ຢູ່ໃນ​ປ່າ​ເທົ່າ​ນັ້ນ ເວົ້າ​ລວມ​ແລ້ວ ແມ່ນ​ເຮັດ​ດ້ວຍ​ໄມ້​ທັງ​ຫມົດ​ນັບແຕ່​ຂັ້ນ­ໄດ​ທາງ​ຂຶ້ນ ໃນ​ນີ້ ມີ​ຢູ່​ປະມານ 6 ຫລັງ ເຊິ່ງ​ຕັ້ງ​ຢູ່​ຕາມ​ຮ່ອມ ພູນັບ​ວ່າ​ເປັນ​ບ້ານ​ແບບ​ນະ­ວະ​ນິຍາຍ ແສນ​ຈະ​ໂລ​ແມນ​ຕິກ ມີ​ແສງສະ­ຫວ່າງ​ຂອງ​ແມງ​ຫິງ​ຫ້ອຍອອກ​ມາ​ປະ­ດັບ​ເອ້​ປ່າ​ແຫ່ງ​ນີ້ ບວກ​ກັບ​ແສງ​ໄຟ­ຟ້າ​ທີ່​ຜະ­ລິດດ້ວຍ​ຈັກ​ກາ​ສ່ວນ​ໃນ​ຕອນ​ກາງຄືນ, ສ່ວນ​ອາ­ຫານ​ຄ່ຳ​ທີ່​ຮ້ານ​ອາຫານ​ປະ­ຈຳ​ທີ່​ນີ້​ໄດ້​ໃຫ້​ບໍ­ລິ­ການແບບ​ເປັນ​ກັນ​ເອງ ບໍ່​ວ່າ​ຈະ​ເປັນອາ­ຫານ​ພື້ນ​ບ້້ານ​ແບບ​ລາວໆ ແລະ ອາ­ຫານ​ສາ­ກົນ​ນຳ​ອີກ. ຕູບບາງ​ຫລັງ​ປິ່ນ​ຫນ້າ​ໃສ່​ນ້ຳ­ຕົກຕາດ​ທີ່​ມະ­ຫັດ­ສະ­ຈັນ ຫລື ປິ່ນ​ເຂົ້າ ປ່າ​ກໍ່​ມີ, ທິ​ວ​ທັດ​ທຳ​ມະ​ຊາດ​ຈາກບ່ອນ​ພັກ​ຫາ​ທົ່ງ­ພຽງ​ແຄມ​ຂອງໄກ​ປະ­ມານ 25 ກິ­ໂລ­ແມັດ ໃນຍາມ​ນອນ​ໄດ້​ຮັບ​ກິ່ນ​ຫອມ​ຈາກ ຕົ້ນ­ໄມ້​ບໍ­ລິ­ສຸດ ຫລື ດອກ​ໄມ້​ໃນ ປ່າ​ທີ່​ສົ່ງ​ອາຍ​ຂອງ​ມັນ​ມາ​ພ້ອມໆ ກັບ​ສາຍ​ລົມ​ເຢັນໆ​ພັດ​ຜ່ານ ເຮັດ ໃຫ້​ຮູ້­ສຶກ​ຜ່ອຍ​ຄາຍ​ໄປ​ໃນ​ຕົວ ເຮັດ​ໃຫ້​ເຮົາ​ນອນ​ຫລັບ​ສະ­ບາຍ. ສຳ­ລັບ​ຫ້ອງ​ນ້ຳ​ແລ້ວ​ເຖິງ​ຈະ​ບໍ່ແມ່ນ​ຫ້ອງ​ນ້ຳ​ສ່ວນ​ຕົວ​ກໍ່​ຕາມ ແຕ່​ສາ­ມາດ​ນຳ​ໃຊ້​ໄດ້​ທັງ​ນ້ຳຮ້ອນ ແລະ ນ້ຳ​ເຢັນ​ທີ່​ຕັ້ງ​ຢູ່​ໃກ້ຮ້ານ​ອາ­ຫານ ດ້ວຍ​ຈັກ​ໄຟ­ຟ້າ​ຂະຫນາດ​ນ້ອຍ​ທີ່​ຕັ້ງ​ເຊື່ອງ​ໄວ້​ຢູ່​ໃກ້ບ່ອນ​ນ້ຳ­ຕົກ​ໄດ້​ສົ່ງ​ກະ­ແສ​ໄຟ­ຟ້າ ແລະ ແສງ​ສະ­ຫວ່າງ ເພື່ອ​ອຳນວຍ​ຄວາມ​ສະ­ດວກ​ຕ່າງໆ​ໃຫ້ແກ່​ຕູບ ແລະ ເຂດ​ຄ້າຍ​ພັກ​ແຮມ.

ໃນ​ຕອນ​ເຊົ້າ​ຈະ​ໄດ້​ຍິນ​ສຽງນ້ຳ­ຕົກ​ດັງ​ຮື່ນໆ​ເປັນ​ບາດບວກກັບ​ຫມອກ​ທີ່​ປົກ​ຄຸມ​ໄປ​ທຸກ​ພື້ນ​ທີ່ແນມ​ຈົນ​ຊິ​ບໍ່​ເຫັນ​ກັນ ແລະ ມັນ​ກໍ່ຈາງ​ອອກ​ເມື່ອ​ແດດ​ອອກ ເປັນພຽງ​ມຸມ​ຫນຶ່ງ​ທີ່​ໄດ້​ພົບ​ຄວາມ ງຽບ​ສະ­ຫງັດ​ທີ່​ຫນ້າ​ຊົງ​ຈຳ​ໃນຍາມ​ເຊົ້າ​ທີ່​ພວກ​ເຮົາ​ໄດ້​ພັກ­ຜ່ອນ ແລະທ່ຽວ​ອ້ອມ​ສະ­ຖານ­ທີ່ ເພື່ອຊົມ​ສິ່ງ​ທີ່​ມີ​ຊີ­ວິດ​ຕົວ​ນ້ອຍໆ​ຕາມພຸ່ມ­ໄມ້ ແຕ່​ສະ­ຖານ­ທີ່​ນີ້​ຍັງ​ມີ​ສີ­ສັນໄປ​ດ້ວຍ​ແມງ­ກະ­ເບື້ອ ແລະ ຍັງ​ມີດອກ​ໄມ້ ແລະ ກິ່ນ​ອາຍ​ຂອງ​ປ່າໄມ້​ອີກ​ດ້ວຍ ສຸດ​ທ້າຍ​ກໍ່​ແມ່ນການ​ໂຕນ​ລົງ​ສະ​ລອຍ­ນ້ຳ​ທຳ​ມະຊາດ ເຮັດ​ໃຫ້​ພວກ​ເຮົາ​ຮູ້­ສຶກ​ສະບາຍ​ຈາກ​ຫ້ວຍ​ນ້ຳ​ໃນ​ປ່າຄວາມດີ­ໃຈ​ພ້ອມ​ກັບ​ສົ່ງ​ສຽງ​ຫົວ​ຢອກໄຍ​ຢ່າງ​ມ່ວນ­ຊື່ນ​ປະ­ສານ​ກັບສຽງ​ນ້ຳ­ຕົກ­ຕາດ​ທີ່­ຢູ່​ບໍ­ລິ­ເວນ​ນັ້ນ ທີ່​ຍາກ​ທີ່​ຈະ​ພັນ​ລະ​ນາ.