ວັດຈອມເຂົາມະນີລັດ

ວັດຈອມເຂົາມະນີລັດແມ່ນວັດທີ່ຕັ້ງຢູ່ເທິງເນີນພູເໜືອເມືອງຫ້ວຍຊາຍ ຫັນໜ້າໄປທາງເມືອງ (ອຳເພີ) ຊຽງຂອງ (ໄທ) ມີຄວາມສູງປະມານ 100 ແມັດ, ຫ່າງຈາກທ່າເຮືອທ່າດ່ານ 200 ແມັດ, ພາຍໃນບໍລິເວນວັດ ມີພະອຸໂບສົດຂະໜາດກາງ ສ້າງດ້ວຍໄມ້ສັກ ສິລະປະແບບໄທໃຫຍ່ ພາຍໃນຝາຂອງພະອຸໂປສົດມີຮູບແຕ້ມສີນ້ຳມັນເປັນສິລະປະແບບລາວມີສີສັນທີ່ຈົບງາມ,ມີຫໍກອງເຊິ່ງມີລະຄັງ ແລະ ກອງໃຫຍ່. ຢູ່ເທິງຫໍກອງ ສາມາດເບິ່ງເຫັນທິວທັດຂອງແມ່ນ້ຳຂອງ ແລະ ຝັ່ງໄທ ໄດ້ຢ່າງຊັດເຈນ. ວັດຈອມເຂົາມະນີລັດ ໄດ້ຮັບການບູລະນະປະຕິສັງຂອນໃໝ່ ໂດຍສົມເດັດພຮະເທບພະຣັດ ຣາຊະສຸດາ ເມື່ອຄັ້ງທີ່ສະເດັດມາຢ້ຽມຢາມເມືອງຫ້ວຍຊາຍ ເມື່ອປີ ພ.ສ 2537. ນອກຈາກນີ້ຢູ່ເທິງພູໃກ້ກັນນີ້ ກໍຍັງມີປ້ອມກາ ໂນ ປ້ອມເກົ່າຂອງພວກລ່າເມືອງຂື້ນຝະລັ່ງ. ປັດຈຸບັນໃຊ້ເປັນທີ່ຕັ້ງຂອງກອງທັບລັດຖະບານລາວ ບໍ່ອະນຸຍາດໃຫ້ຄົນທຳມະດາເຂົ້າໄປຊົມ.