ມາໄລທິບ ສິງສະຫະນາດ

ມາໄລທິບ ສິງສະຫະນາດ (ຊື່ຫຼິ້ນ : ມາໄລ) ເກີດເມື່ອວັນທີ 29 ທັນວາ ປີ ຄ.ສ. 1987 ເປັນນາງງາມລາວ ໄດ້ຮັບຕຳແໜ່ງ ມິສລາວ 2010 ຫຼື ນາງສາວລາວ ປະຈຳປີ 2010 ໝາຍເລກ M4 ເປັນຕົວແທນຂອງແຂວງບໍ່ແກ້ວຄົນທຳອິດທີ່ສາມາດຜ່ານເຂົ້າຮອບ ແລະ ຄວ້າຕຳແໜ່ງໄດ້ສຳເລັດ. ຈົບການສຶກສາ ຈາກຄະນະວິທະຍາສາດທຳມະຊາດ ມະຫາວິທະຍາໄລແຫ່ງຊາດ.ຈາກການປະກວດຄັ້ງນີ້ ມາໄລທິບ ສິງສະຫະນາດ ສາມາດຄວ້າຕຳແຫນ່ງນາງສາວລາວປະຈຳປີ 2010 ມາຄອງ ພ້ອມດ້ວຍ ສາຍສະພາຍ, ມົງກຸດເພັດ ແລະ ຂອງລາງວັນເປັນເງິນສົດ 25 ລ້ານກີບ, ຈາກບໍລິສັດເບຍລາວ ແລະ ນ້ຳດື່ມນ້ຳກາຫົວເສືອລ້າໆ 1 ປີ ແລະ ອີກ 25 ລ້ານກີບ ພ້ອມເບີໂທງາມ ແລະ ມູນຄ່າໂທ 1.200.000 ກີບ ຈາກລາວໂທລະຄົມ ແລະຂອງລາງວັນອື່ນໆອີກທີ່ໃຫ້ການ ສະຫນັບສະຫນູນລວມມູນຄ່າເກືອບ 400 ລ້ານກີບມາຄອງຢ່າງຊົງກຽດ ແລະ ຕຳແຫນ່ງນີ້ ກໍ່ສາມາດກາລັນຕີໄດ້ແລ້ວວ່າສາວຄົນນີ້ຄື ຜູ້ທີ່ມີຄຸນສົມບັດຄົບມາດຖານທີ່ທາງຜູ້ຈັດກອງປະກວດຄະນະກຳມະການກຳນົດໄວ້.

ມາໄລທິບ ສິງສະຫະນາດ
ເກີດ29 ທັນວາ ຄ.ສ. 1987 (31 ປີ)
ປະເທດລາວ ບໍ່ແກ້ວ ປະເທດລາວ
ສັນຊາດລາວ
ຊື່ອື່ນມາໄລ
ອາຊີບນາງງາມ
ສ່ວນສູງ170 ຊມ
ລາງວັນມິສລາວ 2010
(ຊະນະເລີດ)

ແຫຼ່ງຂໍ້ມູນອື່ນ ດັດແກ້

ກ່ອນໜ້າ ມາໄລທິບ ສິງສະຫະນາດ ຖັດໄປ
ໄພລິນດາ ພິລາວັນ   ມິສລາວ
(2010)
  ທິດາລັດ ວົງສິລິ

ແມ່ແບບ:ຈົບກ່ອງລາຍຊື່ຜູ້ໄດ້ຮັບຕຳແໜ່ງ