Mekong

ເມືອງຕົ້ນເຜີ້ງ ດັດແກ້

ເປັນເມືອງໜຶ່ງ ໃນແຂວງບໍ່ແກ້ວ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນ​ເຂດ​ທີ່​ໂດ່ງດັງ ເຊິ່ງ​ເອີ້ນ​ວ່າ “ສາມ​ລ່ຽມທອງ­ຄຳ” ອັນ​ເປັນ​ພື້ນ​ທີ່​ເຊື່ອມຕໍ່​ກັນ​ລະຫວ່າງ​ຊາຍ​ແດນ​ລາວ, ໄທ ແລະ ມຽນ​ມາ​.

ປະຫວັດເມືອງຕົ້ນເຜີ້ງ: ດັດແກ້

ທີ່ຕັ້ງ ແລະ ອານາເຂດ: ດັດແກ້

ເມືອງຕົ້ນເຜິ້ງຕັ້ງຢູ່ທາງທິດຕາເວັນຕົກຂອງແຂວງບໍ່ແກ້ວ ມີອານາເຂດ ດັ່ງນີ້:

• ທິດເໜືອ ຕິດກັບ ເມືອງເມິງ

• ທິດໃຕ້ ຕິດກັບ ເມືອງຫ້ວຍຊາຍ

• ທິດຕາເວັນຕົກ ຕິດກັບ ຈັງຫວັດຊຽງຣາຍ ປະເທດໄທ ຍາວ 45 Km

• ທິດຕາເວັນຕົກສຽງເໜືອ ຕິດກັບ ລັດສານ ປະເທດມຽນມາ ຍາວ 44 Km

ຕັ້ງຢູ່ບໍລິເວນ 3 ຫຼ່ຽມຄຳ ຫ່າງຈາກເທດສະບານແຂວງ ໄປທາງທິດຕາເວັນຕົກ ສຽງເໜືອ ປະມານ 52 ກິໂລແມັດ, ມີເນື້ອທີ່ 715 km² ມີແມ່ນໍ້າຂອງ ເປັນເສັ້ນຊາຍແດນ ປະກອບມີ 50 ໝູ່ບ້ານ, ເກົ້າກຸ່ມບ້ານ ແລະ 1 ບ້ານໃຫຍ່ ມີ: 5.123 ຄົວເຮືອນ, ມີປະຊາກອນ: 26.748 ຄົນ, ຍິງ: 13.219 ສະເລ່ຍຄວາມ ໜາແໜ້ນ: 37,4 ຄົນ/km². ປະຊາຊົນໄດ້ຊົມໃຊ້ໄຟຟ້າ: 42 ບ້ານ = 84%. ມີ 10 ຊົນເຜົ່າ(ລາວ,ລື້,ຍວນ,ໄຕດຳ,ໄຕເໜືອ,ມົ້ງ,ອິ້ວມຽນ,ຂະມຸ, ອາຄ່າ ແລະ ລາຫູ ). ເຜົ່າລື້ກວມເອົາ: 36%, ເຜົ່າລາວກວມເອົາ 18%, ເຜົ່າລາຫູກວມເອົາ 16% ແລະ ເຜົ່າອື່ນໆ ກວມເອົາປະມານ 30%, ສະເລ່ຍລາຍຮັບຕໍ່ຫົວ ຄົນ 807,5 ໂດລາ/ຕໍ່ປີ.

ສະຖານທີ່ທ່ອງທ່ຽວ ດັດແກ້

ເຂດເສດຖະກິດພິເສດສາມຫຼ່ຽມຄຳຕາດນ້ຳເກິິ່ງຕາດນ້ຳຍອນເມືອງເກົ່າແກ່ສຸວັນນະໂຄມຄຳເກາະດອນຊາວ ເມືອງ ຕົ້ນເຜິ້ງ