ນັດ ພົງສະຫວັນ

ນັດ ພົງສະຫວັນ (ພາສາອັງກິດ: Nat Phongsavanh) ເປັນພິທີກອນ ແລະ ນັກສະແດງຊາວລາວ ໂດຍມີຜົນງານໃນປັດຈຸບັນຄື ພິທີກອນລາຍການ Star TV, Music Boom ແລະ Sitcom ເລື່ອງ ສະຖານີຄວາມຮາ ທາງສະຖານີໂທລະພາບລາວສຕາຣ໌

ນັດ ພົງສະຫວັນ
ເກີດນັດ ພົງສະຫວັນ
17 ກໍລະກົດ ຄ.ສ.1993 (25 ປີ)
ປະເທດລາວ ບໍ່ແກ້ວ ປະເທດລາວ
ສັນຊາດລາວ
ຊື່ອື່ນວາຣິດ
ອາຊີບພິທີກອນ, ນັກສະແດງ, ໂຄສົກ
ປີປະຕິບັດວຽກຄ.ສ. 2014 - ປະຈຸບັນ
ສ່ວນສູງ1,68m

ປະຫວັດ ດັດແກ້

ນັດ ພົງສະຫວັນ ເກີດ 17 ກໍລະກົດ ຄສ. 1993 ທີ່ ແຂວງບໍ່ແກ້ວ ເປັນອ້າຍຄົນໃຫຍ່ໃນຄອບຄົວ ມີນ້ອງສາວ 1 ຄົນ ແລະ ນ້ອງຊາຍ 1 ຄົນ, ນັດ ພົງສະຫວັນ ຈົບການສຶກສາມັດທະຍົມສຶກສາທີ່ ໂຮງຮຽນ ມສ ປາກທາ, ສຳເລັດການສຶກສາລະດັບຊັ້ນສູງ ຈາກພາກວິຊາບໍລິຫານທຸລະກິດ ສາຂາການບັນຊີ ວິທະຍາໄລເຕັກນິກປາກປ່າສັກ ຕອນຮຽນຢູ່ປີ 2 ໄດ້ເຂົ້າສະໝັກຄັດເລືອກພິທີກອນໜ້າໃໝ່ຂອງໂທລະພາບລາວສຕາຣ໌

ການສຶກສາ ດັດແກ້

  • ໂຮງຮຽນປະຖົມສົມບູນປາກທາ
  • ໂຮງຮຽນ ມສ ປາກທາ
  • ໂຮງຮຽນເຕັກນິກວິຊາຊີບ ແຂວງບໍ່ແກ້ວ
  • ວິທະຍາໄລເຕັກນິກປາກປ່າສັກ
  • ວິທະຍາໄລ ແສງສະຫວັນ
  • ມະຫາວິທະຍາໄລຣາມຄຳແຫງ

ຜົນງານ ດັດແກ້

ນັດ ພົງສະຫວັນ ເຂົ້າສູ່ວົງການບັນເທິງຈາກການເຂົ້າສະໝັກ ແລະ ອໍດິຊັ່ນ ໃນໂຄງການຄົ້ນຫາພິທີກອນໜ້າໃໝ່ຂອງໂທລະພາບລາວສຕາຣ໌ ແລະໄດ້ຮັບຄັດເລືອກໃຫ້ເປັນພິທີກອນລາຍການເພງ ຫຼັງຈາກນັ້ນຖ່າຍໂຄສະນາ Unitel 3G, Unimuan, ກ່ອງຮັບສັນຍານ Infosat ຈາກນັ້ນກໍມີຜົນງານການເປັນ PJ ວິທະຍຸ ລາຍການ ULive Radio ແລະຜົນງານຫຼ້າສຸດໃນປີ 2018 ນີ້ນັດກຽມມີຜົນງານດ້ານການສະແດງແບບເຕັມໂຕໃນ Sitcom ເລື່ອງ ສະຖານີຄວາມຮາ ທີ່ໄດ້ເລີ່ມອອກອາກາດຢ່າງເປັນທາງການໃນຕົ້ນເດືອນພຶດສະພາ 2018 ນີ້ ທາງຊ່ອງລາວສຕາຣ໌.

ພິທີກອນໂທລະພາບ ດັດແກ້

ລາຍການທັງໝົດນີ້ອອກອາກາດທາງສະຖານີໂທລະພາບລາວສຕາຣ໌

ປີ ຊື່ລາຍການ ຮູບແບບລາຍການ ພິທີກອນຮ່ວມ ໝາຍເຫດ
2014 ເມໂລດີ້ເພງລາວ ເພງລູກທົງ ແລະ ສະຕິງລາວ ລິນ່າ ສີປະເສີດ ລາຍການສົດ (ຍຸດອອກອາກາດປີ 2015)
2015 ຄັກສຸດ ເພງສະຕິງລາວ ລິນຈີ່ ພູວິສັກ, ທິນະລັດ ພິມປະເສີດ ລາຍການສົດ (ຍຸດອອກອາກາດປີ 2016)
2016 Teen Item ເພງ KPOP & Inter - ລາຍການສົດ (ຍຸດອອກອາກາດປີ 2017)
Ent Zone ຂ່າວບັນເທິງ ສຸກສະວັນ ນາມວົງຍົດ, ລິນ່າ ສີປະເສີດ (ຍຸດອອກອາກາດປີ 2018)
Inside ASEAN ຂ່າວອາຊຽນ - (ຍຸດອອກອາກາດປີ 2019)
2017 Star Check-In ວາໄລຕີ້ທ່ອງທ່ຽວ ລິດທິເດດ ສໍພາບມີໄຊ, ສຸກສະວັນ ນາມວົງຍົດ, ວົງພະຈັນ ທອງມະໄລວົງ, ສາຍຟ້າ ສີວຽງໄຊ (ຍຸດອອກອາກາດປີ 2017)
Music Boom ຈັດອັນດັບເພງ ສຽວຜິງ ໄຊຍະລິນ ປັດຈຸບັນຍັງອອກອາກາດ
2018 Music Z One ເພງສະຕິງລາວ - ໄລຍະ Talk ກັບ Teen
Star TV ຂ່າວບັນເທິງລາວ ສຸກສະວັນ ນາມວົງຍົດ, ວິໄລລັກ ອຸ່ນນະລາດ ປັດຈຸບັນຍັງອອກອາກາດ
2019 Inside World ຂ່າວຕ່າງປະເທດ (ບັນຍາຍ) - ປັດຈຸບັນຍັງອອກອາກາດ


ພິທີກອນ YouTube ດັດແກ້

ປີ ຊືລາຍການ ຮູບແບບລາຍການ ຊື່ Channel ໝາຍເຫດ
2018 Nat Go! ລາຍກາທ່ອງທ່ຽວ Life Style Mynattube ຍຸດອອກອາກາດປີ 2018
2019 Natwaridz VLOG Nat Waridz ປັດຈຸບັນຍັງອອກອາກາດ

ຊິດຄອມ-ລະຄອນ ດັດແກ້

ຊິດຄອມ-ລະຄອນທັງໝົດນີ້ອອກອາກາດທາງສະຖານີໂທລະພາບລາວສຕາຣ໌

ປີ ຊື່ ບົດບາດ ໝາຍເຫດ
2016 ເຂົ້າຫຼາມປີ້ງໄກ່ 2 ຄຶກຄັກຮັກເຕັມບ້ານ ນັດ ພົງສະຫວັນ ຮັບເຊີນ
2018 ສະຖານີຄວາມຮາ ນັດ ພົງສະຫວັນ ປັດຈຸບັນຍັງອອກອາກາດ
2019 ນັດ ພົງສະຫວັນ

ດີເຈ ວິທະຍຸ ດັດແກ້

ປີ ຊື່ ຮູບແບບ ດີເຈຮ່ວມ ໝາຍເຫດ
2016 ULIVE Radio FM 97.3MHz ຂ່າວບັນເທິງ ແລະ ເພງສະຕິງ ທິນຢາ ຫອມປະເສີດ ຍຸດອອກອາກາດປີ 2016

ໂຄສະນາໂທລະພາບ ດັດແກ້

  • ໂຄສະນາ Unitel 3G
  • ໂຄສະນາເວັບໄຊ້ຟັງເພງ Unimuan
  • ໂຄສະນາ ໂຄງການຄົ້ນຫາດາວລາວສຕາຣ໌
  • ໂຄສະນາ ກ່ອງຮັບສັນຍານ Infosat
  • ໂຄສະນາ ຮ້ານອາຫານ Benoni Cafe

ໂຄສະນາວິທະຍຸ ດັດແກ້

  • ໂຄສະນາ Unitel
  • ໂຄສະນາ CSC Complex Center

ພາກສຽງ ດັດແກ້

  • ຊີຣີຢີ່ປຸ່ນເລື່ອງ ມາໂມຣຸ (ພາກເປັນ ມຸກ ໝາເວົ້າໄດ້)
  • ໂຄສະນາ Zopdee