ບານເຕະທີມຊາດໄທ

ໜ້ານີ້ສຳລັບທີມບານເຕະຊາຍ ສຳລັບທີມບານເຕະຍິງເບິ່ງໄດ້ທີ່ ບານເຕະຍິງທີມຊາດໄທ

ບານເຕະທີມຊາດໄທ ແມ່ນຕົວແທນຂອງປະເທດໄທໃນການແຂ່ງຂັນບານເຕະລະຫວ່າງປະເທດ ແລະຢູ່ພາຍໃຕ້ການບໍລິຫານຂອງສະມາຄົມກີລາບານເຕະແຫ່ງປະເທດໄທ ໃນພະບໍລົມລາຊູປະຖັມ ໂດຍທີມມີປະຫວັດຂອງຄວາມສຳເລັດໃນການແຂ່ງຂັນໃນອາຊີຕາເວັນອອກສຽງໃຕ້ ຄືຊະນະເລີດອາຊຽນບານເຕະແຊມປ໌ປ້ຽນຊິພ 4 ສະໄໝ ແລະຊະນະເລີດຊີເກມ 10 ສະໄໝ ໂດຍທີມຊາດໄທຍັງສາມາດຄວ້າອັນດັບ 3 ໃນເອຊຽນຄັພ 1972 ແລະເຂົ້າຮ່ວມການແຂ່ງຂັນໃນໂອລິມປິກລະດູຮ້ອນ 2 ຄັ້ງ ແລະໃນເອຊຽນເກມ 4 ຄັ້ງ ໂດຍອັນດັບໂລກຟີຟ່າທີ່ທີມຊາດໄທເຮັດອັນດັບໄດ້ດີທີ່ສຸດ ຄື ອັນດັບທີ່ 42 ໃນເດືອນກັນຍາ ຄ.ສ. 1998 ປະຈຸບັນທີມຊາດໄທຢູ່ອັນດັບທີ່ 129 ຂອງໂລກ ອັບດັບທີ່ 18 ຂອງເອເຊຍ ແລະຢູ່ໃນອັນດັບທີ່ 2 (ຮ່ວມກັບຫວຽດນາມ) ຂອງອາຊຽນ ຈາກການຈັດອັນດັບໂດຍຟີຟ່າ (ພະຈິກ ຄ.ສ. 2016)

ບານເຕະທີມຊາດໄທ
Shirt badge/Association crest
ສາຍາ"ຊ້າງສຶກ"
ສະມາຄົມສະມາຄົມບານເຕະແຫ່ງປະເທດໄທ ໃນພະບໍລົມລາຊູປະຖັມ
ສະມາພັນຍ່ອຍເອເອັຟເອັຟ (ອາຊີຕາເວັນອອກສຽງໃຕ້)
ສະມາພັນເອເອັຟຊີ (ທະວີບອາຊີ)
ຫົວໜ້າຜູ້ຝຶກສອນມາຊາທາດະ ອິຊິອິ
ກັບຕັນທີຣາທອນ ບຸນມາທັນ
ຕິດທີມຊາດສູງສຸດກຽດຕິສັກ ເສນາເມືອງ (134)
ເຮັດປະຕູສູງສຸດກຽດຕິສັກ ເສນາເມືອງ (71)
ສະໝາມເຫຍົ້າລາຊະມັງຄະລາກີລາສະຖານ
ລະຫັດຟີຟ່າTHA
ອັນດັບຟີຟ່າ129 Increase 17 (24 ພະຈິກ ຄ.ສ. 2016)
ອັນດັບຟີຟ່າສູງສຸດ42 (ກັນຍາ ຄ.ສ. 1998)
ອັນດັບຟີຟ່າຕ່ຳສຸດ165 (ຕຸລາ ຄ.ສ. 2015)
ອັນດັບອີແອລໂອ105 (ພຶດສະພາ ຄ.ສ. 2015)
ອັນດັບອີແອລໂອສູງສຸດ62 (ມັງກອນ ຄ.ສ. 2001)
ອັນດັບອີແອລໂອຕ່ຳສຸດ137 (ເມສາ ຄ.ສ. 1985)
ສີຊຸດເຫຍົ້າ
ສີຊຸດເຍືອນ
ເກມລະດັບນານາຊາດຄັ້ງທຳອິດ
ຫວຽດນາມໃຕ້ ຫວຽດນາມໃຕ້ 3 - 1 ໄທ ໄທ
(ຫວຽດນາມໃຕ້; ຄ.ສ. 1956)
ຊະນະສູງສຸດ
ໄທ ໄທ 10 - 0 ບູໄນ ປະເທດບຣູໄນ
(ບາງກອກ, ໄທ; 24 ພຶດສະພາ, ຄ.ສ. 1971)
ແພ້ສູງສຸດ
ສະຫະລາຊະອານາຈັກ ສະຫະລາຊະອານາຈັກ 9 - 0 ໄທ ໄທ
(ເມລເບີນ, ອົດສະຕາລີ; 26 ພະຈິກ, ຄ.ສ. 1956)
ເອເອຟຊີ ເອຊຽນຄັພ
ເຂົ້າຮ່ວມ7
ຜົນງານດີທີ່ສຸດອັນດັບ 3 1972
ບານເຕະຊິງແຊມປ໌ແຫ່ງຊາດອາຊຽນ
ເຂົ້າຮ່ວມ10 (ຄັ້ງທຳອິດໃນ 1996)
ຜົນງານດີທີ່ສຸດຊະນະເລີດ 1996,2000,2002,2014

ປະຫວັດ ດັດແກ້

ປີ ສະມາຄົມ
1915 ກໍ່ຕັ້ງ
1925 ຟີຟ່າ
1957 ເອເອັຟຊີ
1994 ເອເອັຟເອັຟ
 
King Vajiravudh Rama VI, the founder of the Football Association of Thailand.
 
Members of the very first Thailand national team squad.
 
Thai team at the 1956 Olympics, Melbourne before its biggest defeat by the United Kingdom.

ທີມບານເຕະທີມຊາດໄທກໍ່ຕັ້ງຂຶ້ນໃນປີ ຄ.ສ. 1915 ໃນນາມຄະນະບານເຕະສຳລັບຊາດສະຫຍາມ ແລະຫຼີ້ນໃນການແຂ່ງຂັນຢ່າງບໍ່ເປັນທາງການຄັ້ງທຳອິດ (ພົບກັບທີມຝ່າຍເອີລົບ) ທີ່ສະໜາມລາຊະກີທາສະໂມສອນ ໃນວັນທີ່ 20 ທັນວາ ໃນປິນັ້ນ ຈົນວັນທີ່ 25 ເມສາ ຄ.ສ. 1916 ພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວຊົງກໍ່ຕັ້ງສະມາຄົມບານເຕະແຫ່ງສະຫຍາມ ໂດຍລົງຫຼີ້ນໃນການແຂ່ງຂັນລະຫວ່າງປະເທດຄັ້ງທຳອິດໃນ ຄ.ສ. 1930 ພົບກັບທີມຊາດອິນໂດຈີນ ເຊິ່ງປະກອບໄປດ້ວຍຜູ້ຫຼີ້ນຫວຽດນາມໃຕ້ແລະຝະລັ່ງ ເພື່ອຕ້ອນຮັບການສະເດັດປະພາດອິນໂດຈີນຂອງພະບາດສົມເດັດພະປົກເກົ້າເຈົ້າຢູ່ຫົວ ໂດຍຊື່ຂອງທີມຊາດແລະຊື່ຂອງສະມາຄົມໄດ້ຖືກປ່ຽນຊື່ໃນປີ ຄ.ສ. 1939 ເມື່ອສະຫຍາມກາຍເປັນປະເທດໄທ

ໃນປີ ຄ.ສ. 1956 ພລ.ຕ.ຜະເຊີນ ນິມິບຸດ ເຊິ່ງເປັນນາຍົກສະມາຄົມ ໄດ້ມີການຫາຜູ້ຫຼີ້ນຈາກຫຼາຍສະໂມສອນເພື່ອຈັດຕັ້ງທີມທີ່ຈະລົງແຂ່ງຂັນໂອລິມປິກລະດູຮ້ອນ 1956 ທີ່ເມລເບີນ ໂດຍເປັນຄັ້ງທຳອິດຂອງທາງທີມທີ່ໄດ້ມີໂອກາດເຂົ້າຮ່ວມໃນກີລາໂອລິມປິກ ໃນການແຂ່ງຂັນນັ້ນເປັນການແຂ່ງຂັນແບບແພ້ຄັດອອກ ທີມໄທຈັບສະຫຼາກພົບກັບສະຫະລາຊະອານາຈັກ ໃນວັນທີ 26 ພະຈິກ ໂດຍທີມໄທພ່າຍແພ້ໄປ 0-9 (ຄວາມພ່າຍແພ້ທີໃຫຍ່ທີ່ສຸດໃນປະຫວັດສາດ) ຕົກຮອບທັນທີ ໂດຍໃນຮອບທີສອງ ທີມສະຫະລາຊະອານາຈັກກໍພ່າຍແພ້ໃຫ້ກັບທີມຊາດບັນແກເລຍ 6 ປະຕູຕໍ່ 1 ໂດຍທີມຊາດບັນແກເລຍໄດ້ຫຼຽນທອງແດງ ທີມຊາດຍູໂກດລາເວຍໄດ້ຫຼຽນເງິນ ແລະທີມຊາດໂຊວຽດໄດ້ຫຼຽນທອງໄປຄອງ[1] ພາຍຫຼັງຈາກການແຂ່ງຂັນ ໜັງສືພິມສະຫຍາມນິກອນ ສະບັບວັນທີ 28 ພະຈິກ ໄດ້ພາດຫົວຂ່າວໜ້າກີລາວ່າ "ທີມຊາດອັງກິດຊະນະທີມຊາດໄທ 9-0 " ເຊິ່ງພາຍຫຼັງຈົບການແຂ່ງຂັນພະບາດສົມເດັດພະປໍຣະມິນມະຫາພູມິພົນອະດຸນຍະເດດຊົງມີຮັບສັ່ງເຖິງສະມາຄົມບານເຕະໃຫ້ສົ່ງພລ.ຕ.ດຮ.ສຳເລີງ ໄຊຍົງ ໜຶ່ງໃນນັກບານເຕະຊຸດໂອລິມປິກໄປສຶກສາພື້ນຖານການຫຼີ້ນບານເຕະຈາກປະເທດເຢຍລະມັນ ເພື່ອໃຫ້ກັບມາສອນການຫຼີ້ນບານເຕະໃຫ້ແກ່ທີມໄທ ຈົນກະທັ່ງໃນປີ ຄ.ສ. 1965 ບານເຕະທີມຊາດໄທກໍຄວ້າຫຼຽນທອງໃນກີລາແຫຼມທອງ (ປະຈຸບັນເອິ້ນວ່າ ຊີເກມ) ຄັ້ງທີ 3 ທີ່ກຸງກົວລາລັມເປີ ປະເທດມາເລເຊຍ ຈົນຮອດ ຄ.ສ. 2009 ປະເທດໄທຊະນະເລີດການແຂ່ງຂັນທຸກ ໆ 2 ປີ ຮວມທັງສິ້ນ 12 ຄັ້ງ

ທີມໄທໄດ້ເຂົ້າຮ່ວມໂອລິມປິກລະດູຮ້ອນອີກຄັ້ງໃນປີຄ.ສ. 1968 ໂດຍແພ້ຕໍ່ທີມຊາດບັນແກເລຍ 0-7, ທີມຊາດກົວເຕມາລາ 1-4 ແລະທີມຊາດເຊໂກສະໂລວາເກຍ 0-8 ຕົກຮອບທຳອິດໃນການແຂ່ງຂັນ ເຊິ່ງຜູ້ຊະນະໃນຄາວນີ້ ຄື ທີມຊາດຮົງກາລີ ໄດ້ຫຼຽນທອງໄປຄອງ ເຊິ່ງແມ່ນການເຂົ້າຮ່ວມການແຂ່ງຂັນໃນໂອລິທປິກຄັ້ງສຸດທ້າຍຈົດຮອດປະຈຸບັນ

ໃນປີ ຄ.ສ. 1972 ປະເທດໄທໄດ້ມີໂອກາດເປັນເຈົ້າພາບການແຂ່ງຂັນບານເຕະ ເອຊຽນຄັພ 1972 ເຊິ່ງແມ່ນການຈັດການແຂ່ງຂັນເອຊຽນຄັພຄັ້ງທີ 5 ໂດຍໃນການແຂ່ງຂັນນີ້ ທີມຊາດໄທໄດ້ອັນດັບທີ 3 ໂດຍຍິງລູກໂທດຊະນະທີມຊາດກຳປູເຈຍ 5 ປະຕູຕໍ່ 3 ພາຍຫຼັງສະເໝີກັນ 2 ຕໍ່ 2 ເຊິ່ງໃນການແຂ່ງຂັນນີ້ ທີມຊາດອີຣານ ຊະນະເລີດ ແລະທີມຊາດເກົາຫຼີໃຕ້ ໄດ້ຮາງວັນຮອງຊະນະເລີດຕາມລຳດັບ

ໃນປີ ຄ.ສ. 1976 ປະເທດໄທໄດ້ແຊມປ໌ຄິງຄັບຄັ້ງທຳອິດ ໂດຍເປັນແຊມປ໌ຮ່ວມກັບທີມຊາດມາເລເຊຍ ພາຍຫຼັງຈາກທີ່ມີການເລິ່ມມີການຈັດຄິງຄັບໃນປະເທດໄທຕັ້ງແຕ່ປີ ຄ.ສ. 1968 ໂດຍຕໍ່ມາທີມຊາດໄທໄດ້ເປັນແຊມປ໌ຄິງຄັບອີກຫຼາຍຄັ້ງຮວມທັງສິ້ນ 11 ຄັ້ງນຳກັນ

ສຳລັບການແຂ່ງຂັນໃນເອຊຽນເກມ ທີມຊາດໄທຍັງບໍ່ສາມາດທີ່ຈະຊະນະເລີດໄດ້ ໂດຍຄວາມສຳເລັດສູງສຸດຄືເຂົ້າຮອບຮອງຊະນະເລີດ ໃນການແຂ່ງຂັນເອຊຽນເກມຄັ້ງທີ່ 11 ທີ່ຈັດຂຶ້ນທີ່ ກຸງປັກກິ່ງ ປະເທດຈີນ ໃນປີ ຄ.ສ. 1990 ເຊັ່ນດຽວກັບ ເອຊຽນເກມຄັ້ງທີ່ 13 ທີ່ຈັດຂຶ້ນທີ່ບາງກອກ ປະເທດໄທ ໃນປີ ຄ.ສ. 1998 ແລະ ເອຊຽນເກມ ຄັ້ງທີ່ 14 ທີ່ຈັດຂຶ້ນທີ່ ປູຊານ ປະເທດເກົາຫຼີໃຕ້ ໃນປີ ຄ.ສ. 2002 ແລະຄັ້ງຫຼ້າສຸດເອຊຽນເກມ ຄັ້ງທີ່ 15 ທີ່ຈັດຂຶ້ນທີ່ໂດຮາ ໃນປີ ຄ.ສ. 2006 ທີມຊາດໄທກໍເປັນທີມດຽວໃນອາຊຽນທີ່ຜ່ານເຂົ້າຮອບກ່ອນຮອງຊະນະເລີດ (8 ທີມສຸດທ້າຍ) ເຮັດຜົນງານໄດ້ຍອດຍ້ຽມເຂົ້າຮອບໂດຍເປັນທີ 1 ຂອງກຸ່ມຊີ

ໃນປີ ຄ.ສ. 1994 ໄທໄດ້ຮ່ວມກໍ່ຕັ້ງສະຫະພັນບານເຕະອາຊຽນ (ເອເອັຟເອັຟ) ກັບອີກ 9 ປະເທດໃນພູມິພາກອາຊຽນ ແລະນອກຈາກນີ້ປະເທດໄທໄດ້ມີການເຊີນສະໂມສອນຊັ້ນນຳຈາກທົ່ວໂລກ ມາແຂ່ງຂັນໃນປະເທດໄທຫຼາຍຄັ້ງ ໄດ້ແກ່ ເອັຟຊີປໍໂຕ (1997) ອິນເຕີມິລານ (1997) ໂບຄາຈູເນຍ (1997) ລິເວີພູ (2001) ນິວຄາສເຊິລ ຍູໄນເຕັດ (2004) ເອັຟເວີຕັນ (2005) ໂບຕັນວັນເດີເລີ (2005) ແມນເຊສເຕີຊິຕີ້ (2005 ທີ່ໄທ ແລະ 2007 ທີ່ອັງກິດ[2]) ແລະສະໂມສອນຊັ້ນນຳອື່ນໆ ແລະໃນປີ 2008 ໄທຕົກຮອບບານເຕະຮອບຄັດເລືອກ ຮອບ 20 ທີມສຸດທ້າຍ ໂດຍໄດ້ຢູ່ສາຍດຽວກັບທີມຢ່າງ ຍີ່ປຸ່ນ ໂອມານ ບາເຣນ ໂດຍໄທແຂ່ງ 6 ນັດ ບໍ່ຊະນະໄຜເລີຍ ແພ້ 5 ສະເໝີ 1 ເຮັດໃຫ້ຊານວິດ ຜົນຊີວິນ ລາອອກຈາກຕຳແໜ່ງ ຫຼັງຈາກນັ້ນບໍ່ດົນ ປີເຕີ ລີດ ອະດີດນັກເຕະເອັຟເວີຕັນແລະອັງກິດກໍເຂົ້າມາຮັບຕຳແໜ່ງແທນແຕ່ໄທກໍພາດແຊມປ໌ ອາຊຽນບານເຕະແຊມປ໌ປ້ຽນຊິບ 2007 ໂດຍການແພ້ທີມຊາດຫວຽດນາມຮວມຜົນສອງນັດ 3-2 ແລະຍັງພາດຄິງຄັບອີກລາຍການໜຶ່ງ ໂດຍດວນຈຸດໂທດແພ້ທີມຊາດດານມາກ ຈາກເຫດການດັງກ່າວ ໃນເດືອນກັນຍາ ຄ.ສ. 2011 ປີເຕີ ລີດ ຈຶງຖືກປົດອອກຈາກຕຳແໜ່ງຮວມທັງອະນາຄົດທີ່ບໍ່ແນ່ນອນໃນການຄຸມທີມຊາດເພາະຮີດຂ່າວວ່າຈະໄປເຮັດວຽກທີ່ສະໂມສອນບານເຕະສະໂຕກຊິຕີ້ ໂດຍເປັນຜູ້ຊ່ວຍຂອງ ໂທນີ ພູລິດ ຜູ້ຈັດການທີມສະໂຕກຊິຕີ້

ເບິ່ງຕື່ມ ດັດແກ້

ແຫຼ່ງຂໍ້ມູນອື່ນ ດັດແກ້

ເວັບໄຊຕ໌ຢ່າງເປັນທາງການ ດັດແກ້

ເວັບໄຊຕ໌ສະໜັບສະໜຸນບານເຕະໄທ ດັດແກ້

ອ້າງອິງ ດັດແກ້

  1. สถิติฟุตบอลในโอลิมปิก 1956
  2. บังยีแจงแม้วควักตังค์พาแข้งไทยบินซ้อมที่เรือใบ ข่าวจากสยามกีฬา