ສະຖານີສີລົມ (ອັງກິດ: Si Lom Station, ລະຫັດ BL26, ໄທ: สถานีสีลม) ແມ່ນສະຖານີລົດໄຟຟ້າໃຕ້ດິນ ໃນເສັ້ນທາງລົດໄຟຟ້າມະຫານະຄອນ ສາຍສະເຫຼີມລັດຊະມົງຄົນ ທີ່ຖະໜົນພະຮາມທີ່ 4 ບາງກອກ ບໍລິເວນສີ່ແຍກສາລາແດງ ມີທຳເລຢູ່ໃຈກາງເມືອງໃນຢ່ານທຸລະກິດຖະໜົນສີລົມ

ສີລົມ
Si Lom
ຊານຊາລາທີ 1 ມຸ່ງໜ້າສະຖານີຫົວລຳໂພງ ເປັນຊານຊາລາທີ່ຢູ່ເລິກທີ່ສຸດໃນລະບົບລົດໄຟຟ້າມະຫານະຄອນ
ຂໍ້ມູນສະຖານີ
ເສັ້ນທາງລົດໄຟຟ້າມະຫານະຄອນ ສາຍສະເຫຼີມລັດຊະມົງຄົນ
ລົດໄຟຟ້າບີທີເອສ ສາຍສີລົມ
ລະຫັດສະຖານີBL26
ບ່ອນຕັ້ງເຂດບາງຮັກ
ຖະໜົນພະຮາມທີ່ 4
ແຜນທີ່ເວັບໄຊຕ໌ BEM
ຂໍ້ມູນອື່ນໆ
ວັນທີ່ເປີດໃຫ້ບໍລິການ3 ກໍລະກົດ 2004
ເວລາໃຫ້ບໍລິການ06.00 - 24.00ນ.
ຜູ້ໃຫ້ບໍລິການບໍລິສັດ ທາງດ່ວນແລະລົດໄຟຟ້າກຸງເທບ ຈຳກັດ (ມະຫາຊົນ)
ຮູບແບບສະຖານີໃຕ້ດິນ
ຮູບແບບຊານຊາລາດ້ານຂ້າງ (ຊານຊາລາຕ່າງລະດັບ)
ຈຳນວນຊານຊາລາ2
ທາງອອກ2
ບັນໄດເລື່ອນ13
ລິຟຕ໌2
ຈຸດເຊື່ອມຕໍ່
ລົດໂດຍສານປະຈຳທາງ
ລົດໄຟຟ້າບີທີເອສ ສາຍສີລົມ

ບ່ອນຕັ້ງ ດັດແກ້

ໃຕ້ຜິວຖະໜົນພະຮາມທີ່ 4 ບໍລິເວນສີ່ແຍກສາລາແດງດ້ານທິດຕາເວັນອອກໜ້າສວນລຸມພິນີ ຈຸດບັນຈົບຂອງຖະໜົນພະຮາມທີ່ 4, ຖະໜົນສີລົມ ແລະຖະໜົນລາຊະດຳຣິ ໃນພື້ນທີ່ແຂວງລຸມພິນີ ເຂດປະທຸມວັນ ແລະແຂວງບາງຮັກ ເຂດບາງຮັກ ບາງກອກ

ແຜນຜັງສະຖານີ ດັດແກ້

FB
ຂົວລອຍ
- ໂຮງໝໍຈຸລາ, ຄະນະແພດສາດ ຈຸລາລງກອນມະຫາວິທະຍາໄລ, ລົດໄຟຟ້າບີທີເອສ ສາຍສີລົມ ສະຖານີສາລາແດງ
G
ລະດັບຖະໜົນ
- , ສວນລຸມພິນີ
ໂຮງແຮມ (ກຳລັງຍູ່ລະຫວ່າງຮື້ຖອນ ແລະກໍ່ສ້າງເປົນ ດຸສິດ ເຊນທັນ ປາຄ)
B1
ຊັ້ນຂາຍບັດໂດຍສານ
ຊັ້ນຂາຍບັດໂດຍສານ ທາງອອກ 1-2, ຫ້ອງຂາຍບັດໂດຍສານ
ເຄື່ອງອອກບັດໂດຍສານ
B2
ชานชาลา
ຊານຊາລາດ້ານຂ້າງ, ປະຕູລົດຈະເປິດດ້ານຊ້າຍ
ຊານຊາລາ 2 ລົດໄຟຟ້າມະຫານະຄອນ ສາຍສະເຫຼີມລັດຊະມົງຄົນ ມຸ່ງໜ້າ ສະຖານີທ່າພະ (ຜ່ານ ສະຖານີບາງຊື່)
B4
ຊານຊາລາ
ຊານຊາລາດ້ານຂ້າງ, ປະຕູລົດຈະເປິດດ້ານຂວາ
ຊານຊາລາ 1 ລົດໄຟຟ້າມະຫານະຄອນ ສາຍສະເຫຼີມລັດຊະມົງຄົນ ມູ່ງຫນ້າ ສະຖານີຫຼັກສອງ

ລາຍລະອຽດສະຖານີ ດັດແກ້

ສັນຍາລັກສະຖານີ ດັດແກ້

 
"ພະບໍລົມລາຊານຸສາວະລີພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວ" ສັນຍາລັກຂອງສະຖານີ

ກາສັນຍາລັກເປັນຮູບພະບໍລົມລາຊານຸສາວະລີພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວ ທີ່ຢູ່ດ້ານໜ້າສວນລຸມພິນີແລະຍັງເປັນຈຸດທີ່ຕັ້ງສະຖານີສີລົມ ໂດຍໃຊ້ສີນ້ຳເງິນເພື່ອບົ່ງບອກເຖິງຈຸດເຊື່ອມຕໍ່ລະຫວ່າງລົດໄຟຟ້າລອຍຟ້າກັບລົດໄຟຟ້າໃຕ້ດິນ[1]

ຮູບແບບຂອງສະຖານີ ດັດແກ້

ແມ່ນສະຖານີໃຕ້ດິນ ກວ້າງ 30 ແມັດ ຍາວ 156 ແມັດ ລະດັບຊານຊາລາຢູ່ເລິກ 30 ແມັດຈາກຜິວດິນເປັນຊານຊາລາຕ່າງລະດັບ (Station with Stack Platform) ເນື່ອງຈາກຖະໜົນພພຮາມທີ່ 4 ຂາອອກມີທໍ່ສົ່ງນ້ຳຂອງການປະປານະຄອນຫຼວງ ເຮັດຕ້ອງສ້າງອຸໂມງຊ້ອນກັນ

ຄວາມໂດດເດັ່ນຂອງໂຄງສ້າງສະຖານີ ດັດແກ້

 
ບັນໄດເລື່ອນທີ່ຍາວທີ່ສຸດໃນອາຊີຕາເວັນອອກສຽງໃຕ້ (43 ແມັດ)
  • ແມ່ນສະຖານີທີ່ຢູ່ເລິກຫຼາຍທີ່ສຸດໃນລະບົບລົດໄຟຟ້າມະຫານະຄອນ ເຖິງ 30 ແມັດຈາກລະດັບພື້ນດິນ
  • ມີບັນໄດເລື່ອນສະຖານີລົດໄຟຟ້າຍາວທີ່ສຸດໃນອາຊີຕາເວັນອອກສຽງໃຕ້ ຈາກຊັ້ນອອກບັດໂດຍສານສູ່ຊານຊາລາຊັ້ນລຸ່ມ ຍາວເຖິງ 43 ແມັດ
  • ການກໍ່ສ້າງອຸໂມງສະຖານີ ຈຳເປັນຕ້ອງຕັດເສົາເຂັມຕໍໝໍ້ຂົວລອຍໄທ-ຍີ່ປຸ່ນ ເນື່ອງຈາກເດີມຕໍໝໍ້ໄດ້ຝັງທີ່ລະດັບຄວາມເລິກ 28 ແມັດ ແຕ່ສ່ວນເທິງສຸດຂອງສະຖານີຈະຢູ່ທີ່ລະດັບຄວາມເລິກ 30 ແມັດຈາກພື້ນດິນ ເຊິ່ງຫ່າງກັນພຽງ 2 ແມັດ ຈຶ່ງໄດ້ໃຊ້ເຕັກໂນໂລຊີການກໍ່ສ້າງຈາກປະເທດເຢຍລະມັນ ໂດຍຄ້ຳຍັນຖານຮາກຂົວລະຫວ່າງທີ່ຕັດເສົາຕໍໝໍ້ (under pining) ກ່ອນຖ່າຍນ້ຳໜັກຕົວຂົວລົງເທິງຫຼັງຄາສະຖານີລົດໄຟຟ້າໃຕ້ດິນ ດັງນັ້ນໃນປັດຈຸບັນຕົວສະຖານີຈຶ່ງເຮັດໜ້າທີ່ເປັນຕໍໝໍ້ຂົວແທນ ໂດຍລະຫວ່າງການກໍ່ສ້າງສະຖານີທີ່ມີການຕັດເສົາເຂັມອອກ ຂົວໄທລອຍ-ຍີ່ປຸ່ນຍັງສາມາດເປີດການຈະລາຈອນໄດ້ຕາມປົກກະຕິ

ທາງເຂົ້າ-ອອກສະຖານີ ດັດແກ້

 
ທາງເຂົ້າ-ອອກທີ່ 1 ໜ້າສວນລຸມພິນີ
 
ທາງເຂົ້າ-ອອກທີ່ 2 ເຊື່ອມຕໍ່ກັບຂົວລອຍໄປຍັງສະຖານີລົດໄຟຟ້າບີທີເອສ ສາລາແດງ
  • 1 ໜ້າສວນລຸມພິນີ ດ້ານຫຼັງພະບໍລົມລາຊານຸສາວະລີລັດຊະການທີ່ 6
  • 2 ໜ້າໂຮງແຮມດຸສິດທານີ, ຖະໜົນສີລົມ, ຂົວລອຍໄປໂຮງໝໍຈຸລາ, Skywalk ສະຖານີສາລາແດງ ລົດໄຟຟ້າບີທີເອສ

ການຈັດພື້ນທີ່ໃນຕົວສະຖານີ ດັດແກ້

ແບ່ງເປັນ 4 ຊັ້ນ ປະກອບດ້ວຍ

  • 1 ຊັ້ນອອກບັດໂດຍສານ
  • 2 ຊັ້ນຊານຊາລາ ໝາຍເລກ 2 ມຸ່ງໜ້າສະຖານີເຕົາປູນ ແລະສະຖານີປາຍທາງເຕົາປູນ
  • 3 ຊັ້ນຫ້ອງເຄື່ອງ
  • 4 ຊັ້ນຊານຊາລາ ໝາຍເລກ 1 ມຸ່ງໜ້າສະຖານີສາມຍ່ານ ແລະສະຖານີປາຍທາງຫົວລຳໂພງ

ສິ່ງອຳນວຍຄວາມສະດວກ ດັດແກ້

  • ລິຟທ໌ສຳລັບຜູ້ພິການ ທີ່ທາງເຂົ້າ-ອອກທີ່ 1 ແລະ 2

ເວລາເປິດບໍລິການ ດັດແກ້

ປາຍທາງ ມື້ ຂະບວນທຳອິດ ຂະບວນສູດທ້າຍ
ສາຍສະເຫຼີມລັດຊະມົງຄົນ
ຊານຊາລາທີ່ 1
BL38 ຫຼັກສອງ ຈັນ - ສຸກ 05:54 00:04
ເສາ - ອາທິດ
ແລະວັນພັກ
06:00 00:14
ຊານຊາລາທີ່ 2
BL01 ທ່າພະ
(ຜ່ານບາງຊື່)
ຈັນ - ສຸກ 05:57 23:34
ເສາ - ອາທິດ
ວັນພັກ
06:01 23:34
ຂະບວນສູດທ້າຍທີ່ເຊື່ອມຕໍ່ສາຍສີມ່ວງ - 22:47

ຈຸດເຊື່ອມຕໍ່ການເດິນທາງ ດັດແກ້

ລົດໂດຍສານປະຈຳທາງ ດັດແກ້

  • ຖະໜົນພະຮາມທີ່ 4 ໜ້າສວນລຸມພິນີ ສາຍ 4 14 45 46 47 67 74 76 109 115 141 507
  • ຖະໜົນພະຮາມທີ່ 4 ໜ້າໂຮງໝໍຈຸລາລົງກອນ ສາຍ 4 45 46 47 50 67 109 141 177 507
  • ຖະໜົນສີລົມ ສາຍ 15 76 77 115 177 504 514 547
  • ຖະໜົນລາຊະດຳຣິ ສາຍ 14 50 74 504 514 547
  • ໝາຍເຫດ : ສາຍ 50 ເດິນລົດທິດທາງດຽວຈາກໜ້າ ຮ.ພ.ຈຸລາ-ສີ່ແຍກສາລາແດງ-ສວນລຸມພິນີ-ຖະໜົນວິທະຍຸ-ຖະໜົນສາລະສິນ-ຖະໜົນລາຊະດຳຣິ-ສີ່ແຍກສາລາແດງ-ກົງຂ້າມ ຮ.ພ. ຈຸລາ

ສະຖານທີ່ສຳຄັນໄກ້ຄຽງ ດັດແກ້

 
ແຜນຜັງບໍລິເວນສະຖານີ

ສູນການຄ້າແລະອາຄານສຳນັກງານ ດັດແກ້

ໂຮງແຮມ ດັດແກ້

ອ້າງອິງ ດັດແກ້

ແມ່ແບບ:ລາຍການອ້າງອິງ

ແຫຼ່ງຂໍ້ມູນອື່ນ ດັດແກ້

 
Commons:Category
Commons ມີພາບກ່ຽວກັບ:
ສະຖານີສີລົມ

ພິກັດພູມສາດ: 13°43′45″N 100°32′15″E / 13.729289°N 100.537558°E / 13.729289; 100.537558


ສະຖານີໄກ້ຄຽງ ດັດແກ້

ສະຖານີກ່ອນໜ້າ ຂະບວນລົດໄຟ ສະຖານີຕໍ່ໄປ
ສະຖານີສາມຢ່ານ
ມຸ່ງໜ້າ ສະຖານີທ່າພະ
(ຜ່ານບາງຊື່)

   ສາຍສະເຫຼິມລັດຊະມົງຄົນ    ສະຖານີລຸມພິນີ
ມຸ່ງໜ້າ ສະຖານີຫຼັກສອງ
ສະຖານີລາດຊະດຳລິ
ມຸ່ງໜ້າ ສະຖານີສະໜາມກີລາແຫ່ງຊາດ
   ສາຍສີລົມ 
(ບາງກອກ)
ເຊື່ອມຕໍ່ທີ່ ສະຖານີສາລາແດງ
  ສະຖານີຊ່ອງນົນຊີ
ມຸ່ງໜ້າ ສະຖານີບາງຫວ້າ

ແມ່ແບບ:ລົດໄຟຟ້າ/ສີລົມ

  1. จุดเริ่มต้นของคนเดินทาง: ดำดินเดินทาง. คอลัมน์นายรอบรู้ นิตยสารสารคดี เดือนตุลาคม 2548