ໂຮງໝໍຈຸລາລົງກອນ

ໂຮງໝໍໂຮງຮຽນແພດສັງກັດສະພາກາຊາດໄທໃນເຂດປະທຸມວັນ ບາງກອກ ປະເທດໄທ

ໂຮງໝໍຈຸລາລົງກອນ ແມ່ນໂຮງໝໍສັງກັດສະພາກາຊາດໄທ ໃນເຂດປະທຸມວັນ ບາງກອກ ກໍ່ຕັ້ງຂຶ້ນໃນປີ ຄ.ສ. 1914 ຕາມພະລາຊະດຳລິພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວ[3] ເປັນທີຕັ້ງແລະທີດຳເນິນການຮຽນການສອນໃຫ້ກັບຄະນະແພດສາດ ຈຸລາລົງກອນມະຫາວິທະຍາໄລ ຖືເປັນໂຮງໝໍໂຮງຮຽນແພດແຫ່ງທີສອງຂອງປະເທດໄທ ຄະນາຈານສັງກັດຄະນະແພດສາດຈຸລາລົງກອນມະຫາວິທະຍາໄລ ຍັງປະຕິບັດໜ້າທີ່ເປັນແພດປະຈຳໂຮງໝໍຈຸລາລົງກອນນຳ[4] ແລະຍັງເປັນບ່ອນປະທັບຮັກສາອາການພະປະຊວນຂອງສົມເດັດພະນາງເຈົ້າສິຣິກິດ ພະບໍຣົມລາຊິນີນາດ

ໂຮງໝໍຈຸລາລົງກອນ

ປະເພດ ໂຮງໝໍໂຮງຮຽນແພດ
ທີ່ຕັ້ງ 1873 ແຂວງປະທຸມວັນ ເຂດປະທຸມວັນ ບາງກອກ ປະເທດໄທ ໄທ
ຂໍ້ມູນທົ່ວໄປ
ກໍ່ຕັ້ງ 30 ພຶດສະພາ ຄ.ສ. 1914 (102 ປີ)[1]
ສັງກັດ ສະພາກາຊາດໄທ
ຜູ້ອຳນວຍການ ສ.ນພ.ສຸດທິພົງ ວັດຊະລະສິນທຸ
ຈຳນວນຕຽງ 1,479[2]
ບຸກຄະລາກອນ 3,275 ຄົນ
ເວັບໄຊຕ໌ www.chulalongkornhospital.go.th

ປະຫວັດ ດັດແກ້

 
ພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວ
 
ອາຄານອຳນວຍການຫຼັງທຳອິດຂອງໂຮງໝໍຈຸລາລົງກອນ

ໂຮງໝໍຈຸລາລົງກອນ ສ້າງຂຶ້ນຕາມພະລາຊະດຳລິໃນພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວ ພະອົງມີພະລາຊະປະສົງທີ່ຈະຊົງບຳເພັນພະລາຊະກຸສົນພ້ອມດ້ວຍພະລາຊະພາດາແລະພະຄິນີ ເພື່ອສະໜອງພະມະຫາກະລຸນາທິຄຸນຂອງພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວ ສົມເດັດພະບໍລົມຊະນົກນາດຂອງພະອົງ[5] ນຳເມື່ອຄັ້ງພະພຸດທະເຈົ້າຫຼວງຊົງພະຊົນຢູ່ນັ້ນ ໄດ້ຊົງພະລາຊະດຳລິຈັດຕັ້ງສະພາກາຊາດໄທ ເຊິ່ງເອິ້ນໃນເວລານັ້ນວ່າ ສະພາອຸນາໂລມແດງ ຂຶ້ນໄວ້ ໂດຍຮັບການຮັກສາພະຍາບານຜູ້ເຈັບໄຂ້ໄດ້ປ່ວຍ ຕາມຄະຕິນານາຊາດທີ່ຈະເລີນແລ້ວ ແຕ່ການສະພາກາຊາດໄທຍັງບໍ່ແລ້ວເສັດສົມບູນ ຖ້າຈະບໍລິຈາກຊັບສ້າງໂຮງໝໍສະພາກາຊາດຂຶ້ນກໍຈະເປັນພະກຸສົນ ອັນປະກອບດ້ວຍຖາວອນປະໂຫຍດອະນຸໂລມ ຕາມພະລາຊະປະສົງແຫ່ງອົງສົມເດັດພະບໍລົມຊະນົກນາດ ແລະເປັນກຽດແກ່ລາຊະອານາຈັກໂດຍຊົງພະດຳລິເຫັນພ້ອງກັນບັນດາພະລາຊະໂອລົດ ພະລາຊະທິດາໃນພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວ ຈຶງຊົງບໍລິຈາກຊັບຮວມກັນເປັນຈຳນວນເງິນ 122,910 ບາດ.[6]

ອ້າງອີງ ດັດແກ້

  1. ราชกิจจานุเบกษา, การเปิดโรงพยาบาลจุฬาลงกรณ์, เล่มที่ 31, หน้า 560,วันที่ 18 มิถุนายน พ.ศ. 2457.
  2. ข้อมูลผู้ป่วยใน.โรงพยาบาลจุฬาลงกรณ์,2558
  3. ราชกิจจานุเบกษา. “พระราชดำรัสตอบในการเปิดโรงพยาบาลจุฬาลงกรณ์ .” เว็บไซต์ ราชกิจจานุเบกษา. 14 มิถุนายน 2457. http://www.ratchakitcha.soc.go.th/DATA/PDF/2457/D/567.PDF (29 พฤษภาคม 2559 ที่เข้าถึง).
  4. ราชกิจจานุเบกษา. “ พระราชกฤษฎีกาเลิกล้มคณะแพทยศาสตร์ โรงพยาบาลจุฬาลงกรณ์ ในมหาวิทยาลัยแพทยศาสตร์ พ.ศ. ๒๕๑๐.” เว็บไซต์ ราชกิจจานุเบกษา. 29 ธันวาคม 2510. http://www.ratchakitcha.soc.go.th/DATA/PDF/2510/A/127/14.PDF (29 พฤษภาคม 2559 ที่เข้าถึง).
  5. แจ้งความสภากาชาดสยาม เรื่องเปิดโรงพยาบาล ลงวันที่ 1 พฤษภาคม พ.ศ. 2457
  6. หนังสืออานันทฯ แพทยาลัย.เข้าถึงวันที่ 13 มีนาคม พ.ศ. 2559