ສະພາກາຊາດໄທ ກໍ່ຕັ້ງຂຶ້ນເມື່ອວັນທີ່ 26 ເມສາ ຣ.ສ.112 (ຄ.ສ.1893) ເດີມຮຽກ "ສະພາອຸນາໂລມແດງແຫ່ງຊາດສະຫຍາມ" ເລີ່ມກໍ່ຕັ້ງໂດຍທ່ານຜູ້ຍິງປ່ຽນ ພາດສະກອນວົງ ເຊິ່ງມີສົມເດັດພະສີພັດຊະຣິນທາບໍຣົມລາຊິນີນາດ ພະບໍຣົມລາຊະຊົນນະນີພັນປີຫຼວງຊົງເປັນສະພານາຍິກາພະອົງທຳອິດ ສັນນິບາດສະພາກາຊາດມີມັດຕິຮັບສະພາກາຊາດສະຫຍາມເປັນສະມາຊິກເມື່ອວັນທີ່ 8 ເມສາ ຄ.ສ. 1921

ໂລໂກ້ສະພາກາຊາດໄທ

ປະຫວັດ ດັດແກ້

ຄ.ສ. 1893 ເກີດກໍລະນີພິພາດ ລະຫວ່າງ ປະເທດສະຫຍາມ ກັບ ປະເທດຝະລັ່ງ ເລື່ອງດິນແດນຝັ່ງຊ້າຍຂອງແມ່ນ້ຳຂອງ ເຊິ່ງສົ່ງຜົນໃຫ້ທະຫານບາດເຈັບລົ້ມຕາຍເປັນຈຳນວນຫຼາຍ ແຕ່ບໍ່ມີອົງການກຸສົນຫຼັກທີ່ ເຮັດໜ້າທີ່ຊ່ອຍເຫຼືອພະຍາບານແລະບັນເທົາທຸກ ດັງນັ້ນ ທ່ານຜູ້ຍິງປ່ຽນ ພາດສະກອນວົງ ຈຶງໄດ້ຊັກຊວນສະຕີອາສາສະມັກຂຶ້ນແລະໄດ້ກາບບັງຄົມທູນ ສົມເດັດພະນາງເຈົ້າສະຫວ່າງວັດທະນາ ພະບໍຣົມລາຊະເທວີ ເພື່ອຂໍພະລາຊະທານພະບໍຣົມລາຊານຸຍາດຕັ້ງ "ສະພາອຸນາໂລມແດງແຫ່ງຊາດສະຫຍາມ"

ເມື່ອຄວາມຊາບຝ່າລະອອງທຸລີພະບາດພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວ ມີພະລາຊະກະແສວ່າ ເປັນຄວາມຄິດອັນດີຕາມແບບຢ່າງປະເທດທີ່ຈະເລີນແລ້ວ ຈຶງຊົງພະກະລຸນາໂປດເກົ້າຯ "ສະພາອຸນາໂລມແດງ" ຂຶ້ນເມື່ອວັນທີ່ 26 ເມສາ ຄ.ສ.1893 ເຊິ່ງຖືເປັນ "ວັນສະຖາປະນາສະພາກາຊາດໄທ" ນອກຈາກນີ້ຍັງຊົງພະກະລຸນາໂປດເກົ້າຯໃຫ້ສົມເດັດສະຫວ່າງວັດທະນາ ພະບໍລົມລາຊະເທວີ ຊົງເປັນ "ສະພາຊົນນະນີ" ສົມເດັດພະນາງເຈົ້າເສົາວະພາຜ່ອງສີ ພະວໍລະລາຊະເທວີ ຊົງເປັນ "ສະພານາຍິກາ" ແລະທ່ານຜູ້ຍິງປ່ຽນ ພາດສະກອນວົງ ເປັນເລຂານຸກາລິນີສະພາອຸນາໂລມແດງ

  • ຄ.ສ. 1920 ສະພາກາຊາດໄທໄດ້ຮັບການຮັບຮອງຈາກ "ສ່ວນການຮັບຮອງລະຫວ່າງປະເທດ ຄະນະກຳມະການກາຊາດລະຫວ່າງປະເທດ"
  • ຄ.ສ. 1921 ສະພາກາຊາດໄທເຂົ້າເປັນສະມາຊິກຂອງ "ສະຫະພັນສະພາກາຊາດແລະສະພາສ້ຽວວົງເດືອນແດງລະຫວ່າງປະເທດ"

ສະພາອຸນາໂລມແດງ ດັດແກ້

ທານມະຍູປະຖຳພົກ ດັດແກ້

ຜູ້ບຳລຸງການຢ່າງສູງສຸດ ດັດແກ້

ຜູ້ບຳລຸງການ ດັດແກ້

ສະພາຊົນນະນີ ດັດແກ້

ກຳມະກາລິນີສະພາ ດັດແກ້

ສະພານາຍິກາ ດັດແກ້

ອຸປະນາຍິກາ ດັດແກ້

ສະພາອຸນາໂລມແດງ ດັດແກ້