ພາສາໄທໃຫຍ່
ພາສາໄທເໜືອ (ໄທເໜືອ: ລິ່ກໄຕ໊, ອັງກິດ: Shan language, ໄທ: ภาษาไทใหญ่) ຫຼື ພາສາໄທໃຫຍ່ ແມ່ນພາສາໄຕພາສານຶ່ງ ອັນຈັດຢູ່ໃນຕະກູນພາສາໄທ-ກະໄດ.[1] ໃຊ້ເວົ້າໃນລັດໄທເໜືອຂອງພາກເໜືອຂອງ ມຽນມາ ໄທ ແລະທາງຕອນໃຕ້ຂອງຈີນ.
ໄທເໜືອ ![]() | ||
---|---|---|
ເວົ້າໃນ: | ມຽນມາ, ໄທ, ແລະ ຈີນ | |
ພູມິພາກ: | ລັດໄທເໜືອ | |
ຈຳນວນຜູ້ເວົ້າ: | 3.3 ລ້ານ | |
ຕະກູນພາສາ: | ໄທ-ກະໄດ ໄຕ ຕາເວັນຕົກສຽງໃຕ້ (ໄທ) ຕາເວັນຕົກສຽງເໜືອ ໄທເໜືອ | |
ລະຫັດພາສາ | ||
ISO 639-1: | ບໍ່ມີ | |
ISO 639-2: | shn | |
ISO 639-3: | shn | |
ໝາຍເຫດ: ບົດຄວາມນີ້ມີສັນຍາລັກໂຕອັກສອນສາກົນປາກົດຢູ່ ທ່ານອາດຈະຕ້ອງການໄທປ໌ເຟຊທີ່ຮອງຮັບຢູນິໂຄ້ດເພື່ອການສະແດງຜົນທີ່ສົມບູນ | ||
![]() |
ຄາດວ່າມີຜູ້ເວົ້າຮາວ 3 ລ້ານຄົນ.[1] ພາສາໄທເໜືອມີສຽງວັນນະຍຸດ 5 ສຽງ. ມີອັກສອນຂອງຕົນເອງ 2 ຊະນິດຄື ອັກສອນໄທເໜືອ ໃຊ້ໃນມຽນມາ ແລະອັກສອນໄທໃຕ້ໂຄ້ງ ໃຊ້ໃນຈີນ.
ແມ້ວ່າຈະມີຄຳກ່າວວ່າ "ຢ່າກິ໋ນຢ່າງມ່ານ ຢ່າຕ໋ານຢ່າງໄຕ" ເຊິ່ງປຽບທຽບກັບວິຖີຊີວິດທີ່ແຕກຕ່າງກັນຂອງຊາວພະມ້າ ທີ່ໃຫ້ຄວາມສຳຄັນກັບການກິນຢູ່ ກັບຊາວໄທເໜືອທີ່ໃຫ້ຄວາມສຳຄັນແກ່ການເຮັດບຸນ ເຖິງສະນັ້ນໄທເໜືອກໍ່ຮັບວັດທະນະທັມ ສາສະໜາ ຕະຫຼອດຈົນເຖິງຄຳໃນພາສາພະມ້າເຂົ້າມາຫຼາຍ .ຈົນຄຳໄທເໜືອຫຼາຍຖິ່ນແມ່ນກວາມໄຕໂລ້ໂລ້ ຄືໄທເໜືອເວົ້າຄຳພະມ້າປົນໄປໝົດ ເຊັ່ນທີ່ເມືອງສີປໍ້ ແລະເມືອງຢາງເປັນຕົ້ນ[2]
ສຳນຽງທ້ອງຖິ່ນແກ້ໄຂ
ພາສາໄທເໜືອມີສຳນຽງແຕກຕ່າງກັນໄປຕາມທ້ອງຖິ່ນ ຄື ສານເໜືອ ສານໃຕ້ ຊຽງທຸງ ແລະພົມແດນຕິດກັບເມືອງຈີນເອີ້ນວ່າ ໄທເໜືອ ໂດຍພາສາເມືອງໜອງ ຖືແມ່ນພາສາໄທຫຼວງ ສຳນຽງສານເໜືອ ແລະສານໃຕ້ຈະແຕກຕ່າງກັນໂດຍຄັກ. ສ່ວນທີ່ຊຽງທຸງຊົນສ່ວນຫຼາຍມີເຊື່ອສາຍໄທເຂີນ ໂດຍມີສ່ວນຕ່າງພາສາໄທເໜືອອື່ນໆ ຫຼາຍ ແລະມີສັບສະເພາະຄ່ອນຂ້າງຫຼາຍ ໂດຍຊຽງທຸງນຳເມືອງລາວຈະມີສຸພາສິດຄ້າຍຄຶງກັນຫຼາຍເລີຍທີດຽວ.
ໄວຍາກອນແກ້ໄຂ
ສັບພະນາມແກ້ໄຂ
ໄທເໜືອ | ທຽບໜັງສືລາວ | IPA | ຄວາມໝາຍ | ຈຳນວນ | |
---|---|---|---|---|---|
ꨀဝ္း | ເກົາ | [kǎw] | 'ກູ' | ຄົນນຶ່ງ | |
ꨁꨣꨳ | ຂ້າ | [kʰaa] | 'ຂ້ອຍ' | ຄົນນຶ່ງ | |
ꨀဝ္းꨁꨣꨳ | ເກົາຂ້າ | [kǎw.kʰaa] | 'ຂ້ອຍ' | ຄົນນຶ່ງ | |
တူ | ຕູ | [tǔu] | 'ກູ' | ຄົນນຶ່ງ | |
ꨟꨣး | ຮາ | [háa] | 'ພວກກູສອງຄົນ' | ສອງຄົນ | |
ꨟဝ္း | ເຮົາ | [háw] | 'ເຮົາ' 'ພວກເຮົາ' | ຄົນນຶ່ງ ຫຼື ຫຼາຍຄົນ | |
ꨟဝ္းꨁꨣꨳ | ເຮົາຂ້າ | [háw.kʰaa] | 'ຂ້ານ້ອຍ' 'ພວກຂ້ານ້ອຍ' 'ພວກເຮົາເຫຼົ່າຂ້ານ້ອຍ' | ຄົນນຶ່ງ ຫຼື ຫຼາຍຄົນ | |
မ္ꨮး | ໃມ | [máɰ] | 'ມຶງ' | ຄົນນຶ່ງ | |
ꨅဝ္ꨳ | ເຈົ້າ | [tsaw] | 'ເຈົ້າ' | ຄົນນຶ່ງ | |
မ္ꨮးꨅဝ္ꨳ | ໃມເຈົ້າ | [máɰ.tsaw] | 'ເຈົ້າ' | ຄົນນຶ່ງ | |
ꨁိူဝ္ | ເຂືອ | [kʰə̌ə] | 'ພວກມຶງສອງຄົນ' | ສອງຄົນ | |
သူ | ສູ | [sʰǔu] | 'ສູ' | ຄົນນຶ່ງ ຫຼື ຫຼາຍຄົນ | |
သူꨅဝ္ꨳ | ສູເຈົ້າ | [sʰǔu.tsaw] | 'ທ່ານ' 'ພວກເຈົ້າ' 'ພວກທ່ານ' | ຄົນນຶ່ງ ຫຼື ຫຼາຍຄົນ | |
မꨓ္း | ມັນ | [mán] | 'ມັນ' | ຄົນນຶ່ງ | |
မꨓ္းꨅꨤꨯး | ມັນຊາຍ (ມັນຈາຍ) | [mán.tsáaj] | 'ມັນ (ຊາຍ)' | ຄົນນຶ່ງ | |
မꨓ္းꨓꨤင္း | ມັນນາງ | [mán.náaŋ] | 'ມັນ (ຍິງ) ' | ຄົນນຶ່ງ | |
မꨓ္းꨅဝ္ꨳ | ມັນເຈົ້າ | [mán.tsaw] | 'ລາວ' 'ເພິ່ນ' | ຄົນນຶ່ງ | |
ꨁꨣ | ຂາ | [kʰǎa] | 'ພວກມັນສອງຄົນ' | ສອງຄົນ | |
ꨁဝ္ | ເຂົາ | [kʰǎw] | 'ລາວ' 'ເພິ່ນ' 'ພວກມັນ' 'ພວກເຂົາ' | ຄົນນຶ່ງ ຫຼື ຫຼາຍຄົນ | |
ꨁဝ္ꨅဝ္ꨳ | ເຂົາເຈົ້າ | [kʰǎw.tsaw] | 'ເຂົາເຈົ້າ' | ຄົນນຶ່ງ ຫຼື ຫຼາຍຄົນ | |
ပိူꨓ္ꨳ | ເພິ່ນ (ເປິ່ນ) | [pən] | 'ເພິ່ນ' 'ຄົນອື່ນ' | ຫຼາຍຄົນ |
ອ້າງອີງແກ້ໄຂ
- ↑ 1.0 1.1 Shan | Ethnologue
- ↑ บรรจบ พันธุเมธา. ไปสอบคำไทย. โครงการเผยแพร่วัฒนธรรมไทย กระทรวงศึกษาธิการ, 2522 (ພາສາໄທ)
ບັນນານຸກົມແກ້ໄຂ
- The Major Languages of East and South-East Asia. Bernard Comrie (London, 1990).
- A Guide to the World's Languages. Merritt Ruhlen (Stanford, 1991).
- Shan for English Speakers. Irving I. Glick & Sao Tern Moeng (Dunwoody Press, Wheaton, 1991).
- Shan - English Dictionary. Sao Tern Moeng (Dunwoody Press, Kensington, 1995).
- An English and Shan Dictionary. H. W. Mix (American Baptist Mission Press, Rangoon, 1920; Revised edition by S.H.A.N., Chiang Mai, 2001).
- Grammar of the Shan Language. J. N. Cushing (American Baptist Mission Press, Rangoon, 1887).
ອ່ານຕື່ມແກ້ໄຂ
- Sai Kam Mong. The History and Development of the Shan Scripts. Chiang Mai, Thailand: Silkworm Books, 2004. ISBN 974-9575-50-4