ພະພົມ
ພະພົມ (ສັນສະກິດ: ब्रह्मा ພຣຫມ; ອັງກິດ: Brahma) ເປັນເທບພະເຈົ້າສູງສຸດ (ຕີມູລະຕິ) ໃນຄະຕິຮິນດູ. ເປັນເທບພະເຈົ້າແຫ່ງການສ້າງແລະຄວາມເມດຕາ. ເປັນພະຜູ້ສ້າງໂລກແລະໃຫ້ກໍາເນີດສິ່ງຕ່າງໆ ໃນຈັກກະວານ ແລະໃຫ້ກໍາເນີດຄຳພີພະເວດ. ມີສີ່ພັກ ພະສໍສວມລູກປະຄໍາ ພະຫັດແຕ່ລະເບື້ອງຖືດອກບົວ, ຄຳພີ ແລະໝໍ້ນ້ຳ. ມີພາຫະນະເປັນຫົງຫຼືຫ່ານ. ພະຊາຍາແມ່ນພະສຸລັດວະດີ ເທພີແຫ່ງສິລະປະວິທະຍາການແລະຄວາມຮອບຮູ້.
ພະພົມ | ||||
ຈິດຕະກັມ ພະພົມ ສິນລະປະອິນເດຍ. | ||||
ເທບພະເຈົ້າ | ຕີມູລະຕິ | |||
ອາວຸດ | ລູກປະຄໍາ ດອກບົວ ຄຳພີ ໝໍ້ນ້ຳ | |||
ພະຊາຍາ | ພະສຸລັດວະດີ | |||
ເທບພາຫະນະ | ຫົງຫຼືຫ່ານ |
ໃນຄຳພີມັດສະຫຍາປຸລານະເລົ່າວ່າ ພະພົມເດີມມີຫ້າພັກ ຍ້ອນພະອົງໃຫ້ຜູ້ຍິງຊື່ ສະຕະຮູບ ເກີດຂຶ້ນມາ. ຄວາມງາມຂອງນາງເຮັດໃຫ້ພະອົງຫຼງໃຫຼ. ເມື່ອນາງໄປທາງໃດ ພະອົງກໍອວ່າຍພະພັກໄປທາງນັ້ນ. ແຕ່ຄັ້ງໜຶ່ງພະອົງດູຖືກພະສິວະ ຈຶ່ງຖືກພະສິວະພິໂລດໃສ່ ແລະໃຊ້ໄຟບັນໄລກັນຈາກພະເນດທີສາມກາງພະນະລາດ ເຜົາພະພັກທີ່ຢູ່ທາງເທິງສຽນຂອງພະພົມ ເທົ້າເຫຼືອພຽງສີ່ພັກ. ແຕ່ອີກຄວາມເຊື່ອໜຶ່ງເລົ່າວ່າ ຍ້ອນພັກທາງເທິງຂອງພະພົມແຈ້ງຫຼາຍ ຈຶ່ງເຮັດໃຫ້ສຸລະແລະອະສຸລະທັງຫຼາຍທົນບໍ່ໄດ້. ພະອົງຈຶ່ງຂໍຮ້ອງໃຫ້ພະສິວະຕັດພັກໃຫ້ [1].
ມີຄວາມເຊື່ອອີກວ່າພະພົມເປັນຜູ້ສ້າງຄົນໃນວັນນະຕ່າງໆ ຈາກອະໄວຍະວະແຕ່ລະສ່ວນ ໄດ້ແກ່ ພາມເກີດຈາກພະໂອດ, ກະສັດເກີດຈາກເອິກ, ແພດເກີດຈາກທ້ອງ ແລະສູດເກີດຈາກຕີນ[2].
ຕາມມະຕິຂອງພາມນາຈານແຕ່ບູຮານກ່າວເຖິງຕໍາລາພົມມະຊາດ ວ່າມາຈາກພົມ[3]. ຕໍາລາພຸດທະລັກສະນະທີ່ລຶສີແຕ່ງໄວ້ກໍມາຈາກພົມ. ເຫດທີ່ຮູ້ເຫັນເຖິງພຸດທະລັກສະນະໄດ້ ຍ້ອນພົມມີອາຍຸຍືນແລະຮູ້ເຫັນເລື່ອງຕ່າງໆ ຢູ່ຕະຫຼອດ. ເມື່ອພາມໜຸ່ມທ່ຽວຫາບ່ອນຮຽນແລະເຮັດຄວາມໂຄລົບໃນຜູ້ເຖົ້າຢູ່ ພະພົມເຫັນແກ່ຄວາມກູນາ. ພໍພະອົງຊາບເລື່ອງ ຈຶ່ງແປງເພດເປັນລຶສີແລ້ວບອກວິຊາ ທັງເລື່ອງມົນ ໄສຍະເວດ ຕໍາລາພະຍາກອນ ຕໍາລາເບິ່ງລັກສະນະຂອງໝໍດູຕ່າງໆ. ພາມຈຶ່ງຖືວ່າມາຈາກພົມ ແລະຖືກັນວ່າເປັນຂອງສັກສິດອັນຈົບງາມ. ແມ່ນວ່າຄຳພີປິງຄະດາບົດ ຕໍາລາໂຕລົກຈືໂຫລາສາດຈີນ ເຖິງຕະຫຼອດຄຳພີໂຫລາສາດຮຸ່ນຫຼັງໆ ກໍກ່າວວ່າໄດ້ມາແຕ່ລຶສີແລະເທວະບັນດານ. ອາຈານທີ່ຮຽນຮູ້ໄວ້ຕ່າງກໍກ່າວເຖິງສິ່ງມົງຄຸນນີ້ໃນທໍານອງດຽວກັນ.
ນິລຸດຕິສາດ
ດັດແກ້ຄໍາວ່າ "ພົມ" ໝາຍເຖິງ "ຄວາມຈະເລີນ, ຄວາມກວ້າງຂວາງ, ຄວາມຂະຫຍາຍໂຕ ຫຼືຄວາມເບີກບານ" ດັ່ງນັ້ນຕາມຄະຕິແລະວັດຕະປະຕິບັດຕ່າງໆ ທັງໃນສາສະໜາພາມ-ຮິນດູ ແລະພຸດຈຶ່ງມີຄໍາວ່າ ພົມ ປະກອບຄໍາສັບ ເຊັ່ນ "ພົມມະຈັນ", "ພົມມະບຸດ" ຫຼື "ພົມມະວິຫານ ໔" ເປັນຕົ້ນ[4].
ສາສະໜາພຸດ
ດັດແກ້ພະພົມເປັນເທວະດາຊັ້ນສູງກວ່າເທວະດາທົ່ວໄປໃນສະກາມາພະຈອນ ແຕ່ມີການວຽນຫວ້າຍຕາຍເກີດດ້ວຍອໍານາດກິເລດ (ໂລພະ ໂທສະ ໂມຫະ ແຕ່ໃນພົບຊາດກ່ອນຈຸຕິແລະປະຕິສົນທິເປັນພົມມີກຸສົນຫຼາຍ ມີຊານສະມາບັດເປັນອາລົມ ເມື່ອຕາຍຈຶ່ງເກີດຢູ່ສະຫວັນຊັ້ນນີ້). ຢູ່ໃນສະຫວັນທີ່ເອີ້ນວ່າຊັ້ນພົມ (ພົມມະພູມ). ແບ່ງອອກເປັນ ໒ ປະເພດ ແມ່ນ ພົມທີ່ມີຮູບ ເອີ້ນວ່າ "ຮູບປະພົມ" ມີ ໑໖ ຊັ້ນ ແລະພົມທີ່ບໍ່ມີຮູບ ເອີ້ນວ່າ "ອະຮູບປະພົມ" ມີທັງໝົດ ໔ ຊັ້ນ ໂດຍອະຮູບປະພົມຈະສູງກວ່າຮູບປະພົມ. ພະອົງບໍ່ມີເພດ ບໍ່ຕ້ອງກິນອາຫານ ເໝືອນສັດຕະວະໂລກໃນພູມອື່ນ ບໍ່ຕ້ອງຂັບຖ່າຍຍ້ອນເບີກບານອິ່ມເອີບໂດຍມີຊານສະມາບັດເປັນອາຫານ.
ອ້າງອີງ
ດັດແກ້- ↑ "พระพรหม". ไทยรัฐ. 30 March 2014. Retrieved 30 March 2014.
- ↑ "ประวัติพระพรหม". Archived from the original on 2012-02-14. Retrieved 2019-10-12.
- ↑ คัมภีร์ อสีติธาตุ คำอธิบายท้ายตำราภาคที่สี่ โหราศาสตร์ไทยมาตรฐานฉบับสมบูรณ์ ของ หลวงวิศาลดรุณกร (อ้น สาริกบุตร)
- ↑ พรหม จากสนุกดอตคอม