ຈັກກະວານ (ອັງກິດ: cosmos) ແມ່ນເອກະພົບໃນຮູບແບບຊັບຊ້ອນແລະເປັນລະບຽບ ກົງຂ້າມກັບຄວາມຫຍຸ້ງເຫຍີງ (chaos)[1]. ຄຳວ່າ ຈັກກະວານ (cosmos) (ກະເລັກບູຮານ: κόσμος) ແມ່ນຄຳທີ່ນັກປັດຊະຍາ ປີຕາໂກລັດ ໃຊ້ກ່າວເຖິງຄວາມເປັນລະບຽບຂອງເອກະພົບ ແຕ່ຄໍານີ້ບໍ່ໄດ້ຮັບການໃຊ້ໃນພາສາສະໄໝໃໝ່ເທົ້າເຖິງຄິດຕະສະຕະວັດທີ 19 ເມື່ອນັກພູມສາດ ອະເລັກຊັນເດີ ຟອນ ຮຸມໂບນ ນໍາຄໍານີ້ຈາກກະເລັກບູຮານມາໃຊ້ໃໝ່ ໃນຊຸດປຶ້ມຂອງລາວ Kosmos ເຊິ່ງສົ່ງຜົນຕໍ່ມູມມອງສະໄໝໃໝ່ອົງລວມ ເຊິ່ງຖືວ່າເອກະພົບແມ່ນສິ່ງດຽວທີ່ປະຕິສຳພັນກັນ[2][3].

ຈັກກະວານວິທະຍາ ດັດແກ້

 
ຈັກກະວານແບບສະໄໝກາງໃນປຶ້ມ Cosmographia ຂອງ Peter Apian (Antwerp, ຄ.ສ. 1539).

ຈັກກະວານວິທະຍາ ແມ່ນການສຶກສາກ່ຽວກັບຈັກກະວານໃນຄວາມໝາຍຕ່າງໆ ຕາມບໍລິບົດ ຈັກກະວານວິທະຍາທັງໝົດມີເປົ້າໝາຍດຽວກັນ ແມ່ນການພະຍາຍາມເຮັດຄວາມເຂົ້າໃຈ ລະບຽບອັນເປັນໄນໃນການເປັນຢູ່ທັງໝົດ. ສາສະໜາແລະຮະບບປັດຊະຍາສ່ວນໃຫຍ່ມີຈັກກະວານວິທະຍາໃນຮູບແບບນີ້.

ຈັກກະວານວິທະຍາ ແມ່ນສາຂາໜຶ່ງໃນອະພິປັດຊະຍາ ເຊິ່ງອະທິບາຍກ່ຽວກັບທໍາມະຊາດຂອງເອກະພົບ ທິດສະດີຫຼືຫຼັກເຊິ່ງກ່າວເຖິງລະບຽບຕາມທໍາມະຊາດຂອງເອກະພົບ[4]. ຄວາມໝາຍພື້ນຖານຂອງຈັກກະວານວິທະຍາ ແມ່ນວິທະຍາສາດຂອງຈຸດກໍາເນີດແລະການພັດທະນາຂອງເອກະພົບ. ໃນດາລາສາດສະໄໝໃໝ່ ທິດສະດີບິກແບງແມ່ນສົມມຸຕິຖານທີ່ມີຄົນສະໜັບສະໜູນຫຼາຍທີ່ສຸດ.

ເບິ່ງຄືວ່າ ຈາກສິ່ງນີ້ ລວມເຖິງຂໍ້ຄວາມໃນປຶ້ມຫົວທໍາອິດ (ຈາກ Philolaus) ຂອງຜົນງານກ່ຽວກັບການເລີ່ມຕົ້ນແລະການລຽນໂຕຂອງເອກະພົບ. ປຶ້ມຫົວທີສອງເໝືອນຈະເປັນການອະທິບາຍເຖິງທໍາມະຊາດຂອງເລກ ເຊິ່ງເປັນແກ່ນຂອງທຸກຢ່າງໃນປັດຊະຍາຂອງປີທາໂກລັດ (ໜ້າ 305).

ໃນຈັກກະວານວິທະຍາດ້ານກາຍະພາບ ຄໍາວ່າ ຈັກກະວານ ມັກຖືກໃຊ້ໃນທາງສະເພາະ ເພື່ອກ່າວເຖິງພາວະຕໍ່ເນື່ອງຂອງປະລິພູມ-ເວລາ ໃນ (ສົມມຸຕິຖານ) ພະຫຸພົບ ໂດຍຈັກກະວານ ຫຼື ເອກະພົບທີ່ສັງເກດໄດ້ ມັກຖືກຂຽນໂດຍໃຊ້ອັກສອນໂຕພິມໃຫຍ່ຂຶ້ນໜ້າ (Cosmos).

ເທວະວິທະຍາ ດັດແກ້

ໃນເທວະວິທະຍາ ຈັກກະວານຖືກສ້າງເທິງດາວຕ່າງໆ (ອາທິດ ຈັນ ດາວເຄາະ ແລະດາວອື່ນ). ໃນເທວະວິທະຍາສາສະໜາຄິດ ຄໍານີ້ຖືກໃຊ້ໃນຄວາມໝາຍດຽວກັບຄໍາວ່າ ອີອອນ (aion)[5] ເພື່ອກ່າວເຖິງ "ຊີວິດເຊິ່ງລຶ້ງໂລກ" ຫຼື "ໂລກໃບນີ້" ຫຼື "ຍຸກນີ້" ເຊິ່ງໃຊ້ກົງຂ້າມກັບ "ຊີວິດຫຼັງຄວາມຕາຍ" (afterlife) ຫຼື "ໂລກທີ່ພວມມາເຖິງ" (World to Come).


ອ້າງອີງ ດັດແກ້

  1. Definition in Merriam-Webster dictionary
  2. von Humboldt, Alexander (1860). Cosmos: a sketch of a physical description of the universe. Vol. 1. E. O. Otté (trans.). New York: Harper & Brothers. p. 69.
  3. Walls, L. D. (2009). "Introducing Humboldt's Cosmos". Minding Nature. August: 3–15.
  4. cosmology - Merriam-Webster.
  5. "Concerning Aion and Aionios". Saviour of All Fellowship. Retrieved 22 April 2014.