ປະເທດຈໍເຈຍ
ປະເທດຈໍເຈຍ (ຈໍເຈຍ: საქართველო, romanized: sakartvelo; IPA: [sɑkʰɑrtʰvɛlɔ]) ເປັນປະເທດໃນພູມິພາກຄໍເຄຊັດກົງຈຸດຕັດລະຫວ່າງເອີລົບຕາເວັນອອກແລະອາຊີຕາເວັນຕົກ ມີຂົງເຂດຕິດກັບທະເລດຳທາງທິດຕາເວັນຕົກສຽງເໜືອ ທິດຕາເວັນອອກຕິດກັບລັດເຊຍ ທິດໃຕ້ຕິດກັບຕຸລະກີແລະອາເມເນຍ ແລະທິດຕາເວັນອອກຕິດກັບອາເຊີໄບຈານ ເມືອງຫຼວງແລະເມືອງໃຫຍ່ທີ່ສຸດຄຶ ທະບິລິຊີ ຈໍເຈຍມີພື້ຮທີ່ທັງໝົດ 69,700 ຕາລາງກິໂລແມັດ (26,911 ຕາລາງໄມລ໌) ມີປະຊາກອນປະມານ 3.718 ລ້ານຄົນ ຈໍເຈຍເປັນປະເທດສາທາລະນະລັດບບລັດຖະສະພາ ໄດ້ຮັບການເລືອກຕັ້ງຜ່ານລະບອບປະຊາທິປະໄຕແບບຕົວແທນ
ສາທາລະນະລັດຈໍເຈຍ საქართველო
| |
---|---|
![]() | |
ເມືອງຫຼວງ ແລະ ເມືອງໃຫຍ່ທີ່ສຸດ | ທະບີລິຊີ |
ພາສາລັດຖະການ | ພາສາຈໍເຈຍ ອັບຮາຊຽນ [1] |
ການປົກຄອງ | ລັດດ່ຽວ ລະບົບລັດຖະສະພາ ສາທາລະນະລັດລັດຖະທຳມະນູນ |
ຊາໂລມ ຊູລາບິດວິລີ | |
ອາຊິວ ຕາລັກວັດເຊ່ | |
ອິລາຄຼີ ກາລີບັດວິລີ | |
ສະຖາປະນາຂຶ້ນ | |
• ໂຄນຊິດ ແລະສາທະລະນະລັດໄອບີເຣຍ | 1300 ກ່ອນປະຫວັດສາດ - ຄ.ສ. 580 |
ຄ.ສ. 786 - 1008 | |
9 ເມສາ 1991 | |
ປະຊາກອນ | |
• ຄ.ສ. 2020 ປະມານ | 3,718,858 (ບໍ່ລວມອັບຮາເຊຍແລະເຊົ້າອອສຊີເຊຍ) (129) |
• ສຳມະໂນປະຊາກອນ ຄ.ສ. 2014 | 3,714,804 |
GDP (ອຳນາດຊື້) | ຄ.ສ. 2019 (ປະມານ) |
• ລວມ | 46.05 ຕື້ໂດລາສະຫະລັດ (112) |
• ຕໍ່ຫົວ | 12,409 ໂດລາສະຫະລັດ (101) |
ຈີນີ (2018) | 36.4 ປານກາງ |
HDI (2020) | 0.812 ສູງຫຼາຍ · 61 |
ສະກຸນເງິນ | ລາຣີ (₾) (GEL) |
ເຂດເວລາ | UTC+4 (Georgia Time GET) |
ລະຫັດໂທລະສັບ | 995 |
ລະຫັດອິນເຕີເນັດ | .ge .გე |
ຈໍເຈຍເປັນປະເທດໜິ່ງທີ່ຜະລິດໄວນ໌ທີ່ເກົ່າແກ່ທີ່ສຸດຂອງໂລກ ປະເພນີທ້ອງຖິ່ນແລະເອກະລັກປະຈຳຊາດມີຄວາມກ່ຽວຂ້ອງກັບໄວນ໌ [2] ແລະໄດ້ຮັບການຂຶ້ນທະເບີຍນເປັນມໍລະດົກໂລກທາງວັດຖະນະທຳທີ່ຈັບຕ້ອງບໍ່ໄດ້ຈາກ UNESCO [3] ໃນຊ່ວງຍຸກຄຼາດສິກອານາຈັກອິດສະລະຫຼາຍແຫ່ງໄດ້ສ້າງຕັ້ງຂຶ້ນໃນຈໍເຈຍ ເຊັ່ນ Colchis ແລະ Iberia ຊາວຈໍເຈຍຍອມຮັບສາດສະນາຄິດຢ່າງເປັນທາງການໃນຕົ້ນສັດຕະວັດທີ່ 4 ຄິດຕະຈັກອໍໂທດອກຂອງຈໍເຈຍມີສ່ວນຮວມໃນການລວມກັນທາງຈິດວິນຍານແລະການເມືອງໃນຊ່ວງນຸກທຳອິດໃນຍຸກກາງລາດຊະອານາຈັກຈໍເຈີຍໄດ້ກຳເນີດຂຶ້ນ ແລະມາເຖີງຍຸກທີ່ຮຸ່ງເຮືອງສະໄໝຂອງກະສັດເດວິດເຊີ່ງເປັນຜູ້ສ້າງແລະລາຊິນີທາມາຣ໌ໃນສັດຕະວັດທີ່ 12 ແລະຕົ້ນສັດຕະວັດທີ່ 13 ຫຼັງຈາກນັ້ນອຳນາດຂອງອານາຈັກຄ່ອຍ ໆ ຫຼູດລົງ ແລະແຕກສະຫຼາຍໄປໃນທີ່ສຸດ ບັນດາແຄ້ວນເລັກແຄ້ວນນ້ອຍໄດ້ຕົກໄປຢູ່ໃຕ້ອຳນາດຂອງອານາຈັກມອງໂກ ອານາຈັກອອດໂຕມັນ ແລະອານາຈັກເປີເຊຍ ຕາມລຳດັບ ໃນປີ 1783 ອານາຈັກຈໍເຈຍໄດ້ເຂົ້າຮ່ວມເປັນພິນທະມິດກັບຈັກກະຫວັດລັດເຊຍແລະລວມດິນແດນຂອງຈໍເຈຍເຂົ້າດ້ວຍກັນໃນສັດຕະວັດທີ່ 19
ຫຼັງຈາກການປະຕິວັດປີ 1917 ຈໍເຈຍໄດ້ກາຍເປັນປະເທດສາທາລະນະລັດເອກະລາດ ພາຍໃຕ້ການຄຸ້ມຄອງຂອງເຢຍລະມັນ ຫຼັງຈາກເຢຍລະມັນໄດ້ແພ້ສົງຄາມໂລກຄົ້ງທີ່ 1 ຈໍເຈຍຖືກບອນເຊວິກລັດເຊຍຮຸກຮານສົ່ງຜົນໃຫ້ປະເທດລວມຕົວເປັນສະຫະພາຍໂຊວຽດໃນປີ 1922 ໃນຊ່ວງສົງຄາມໂລກຄັ້ງທີ່ 2 ຊາວຈໍເຈຍ 700,000 ຄົນຕໍ່ສູ້ກັບກອງທັບແດງກັບເຢຍລະມັນໃນທົດສະວັດ 1980 ການເອີ້ນຮ້ອງເອກະລາດໄດ້ຂະຫຍາຍໄປສູ່ການແຍກຕົວຂອງຈໍເຈຍອອກຈາກສະຫະພາບໂຊວຽດໃນເດືອນເມສາ ປີ 1991 ໃນຊ່ວງທົດສະວັດຕ່ອມາພາຍຫຼັງແຍກຕົວອອກຈາກໂຊວຽດ ຈໍເຈຍໄດ້ເກີດວິກິດທາງເສດຖະກິດ ສົງຄາມກາງເມືອງ ແລະສົງຄາມແບ່ງແຍກດິນແດນຂອງອັບຮາເຊຍແລະເຊົ້າອອດຊີເຊຍ ແລະຫຼັງຈາກນັ້ນໄດ້ເກີດການປະຕິວັດກຸຫຼາບປາດສະຈາກເລືອດໃນປີ 2003 ຈໍເຈຍໄດ້ດຳເນີນນະໂຍບາຍທີ່ສະໜັບສະໜຸນການເຊື່ອມສັມພັນກັບຕາເວັນຕົກເປັນຜົນໃຫ້ມີການປະຕິລູບປະຊາທິປະໄຕແລະເສດຖະກິດທີ່ມີເປົ້າໝາຍມຸ່ງໄປລວມກຸ່ມກັບນາໂຕ້ແລະເອີລົບ ການວາງແນວທາງທີ່ມຸ່ງໄປຫາຕາເວັນຕົກເຮັດໃຫ້ຄວາມສັມພິນກັບລັດເຊຍຕົກຕ່ຳລົງຈົນເຮັດໃຫ້ເກີດສົງຄວາມໄລຍະສັ້ນຂຶ້ນເມື່ອບໍ່ກີ່ປີທີ່ຜ່ານມາ
ປະຫວັດຊື່ປະເທດແກ້ໄຂ
ເມື່ອເວົ້າເຖີງຊື່ຄັ້ງທຳອິດທີ່ສະກົດວ່າ “ຈໍເຈຍ” ເປັນພາສາອິຕາລີ່ໃນຄຳວ່າ mappa mundi ຂອງ Pietro Vesconte ປີ ຄ.ສ. 1320 [4] ໃນຊ່ວງທຳອິດຂອງການປາກົດຕົວໃນໂລກລະຕິນບໍ່ໄດ້ຂຽນທັບສັບແບບດຽວກັນສະເໝີໄປ ແລະພະຍັນຊະນະຕົວທຳອິດສະກົດດ້ວຍ J ເປັນ "Jorgia". "ຈໍເຈຍ" ອາດຈະມາຈາກການກຳໜົດພາສາເປີເຊຍຂອງຊາວຈໍເຈຍ - gurğān ໃນສັດຕະວັດທີ່ 11 ແລະ 12 ດ້ວຍການດັດແປງຜ່ານ Syriac gurz-ān / gurz-iyān ແລະພາສາອາຫຼັບ ĵurĵan / ĵurzan ທິດສະດີຕາມຕຳນານໄດ້ຮັບຈາກການເດີນທາງຂອງ Jacques de Vitry ຜູ້ທີ່ອະທະບາຍທີ່ມາຂອງຊື່ຕາມຄວາມນິຍົມຂອງ St. George ໃນກລຸ່ມຊາວຈໍເຈຍ [5] ໃນຂະນະ Jean Chardin ທີ່ເປັນນັກເດີນທາງຄິດວ່າ "ຈໍເຈຍ" ມາຈາກພາສາເກຣັກ γεωργός ("tiller of the land "). ໃນຂະນະທີ່ສາດຕາຈານ Alexander Mikaberidze ໄດ້ເສີມຄຳອະທິບາຍຂອງຈໍເຈຍ/ຈໍຈຽນ ວ່າໃນສັດຕະວັດນີ້ຖືກປະຕິເສດຈາກກຸ່ມນັກວິຊາການທີ່ຊີ້ເປົ້າໄປທີ່ຄຳມາພາສາເປີເຊຍ gurğ/gurğān, ເປັນຮາກເຫງົ້າຂອງຄຳວ່າ gurğ/gurğān ທີ່ຖືກນຳໄປໃຊ້ໃນພາສາອື່ນ ໆ ອີກຫຼາຍພາສາລວມທັງພາສາສະລາບແລະພາສາເອີລົບຕາເວັນຕົກ ຄຳນີ້ອາດຖືກກຳໜົດຂຶ້ນໂດຍໃຊ້ຄຳເອີ້ນຂານຂອງອິຫຼ່ານບູຮານໃນບໍລິເວນໃກ້ກັບທະເລສາບແຄດປ້ຽນ ເຊີ່ງເອີ້ນກັນວ່າ ກໍແກນ
ຊື່ພື້ນເມືອງຄື Sakartvelo (საქართველო; "land of Kartvelians") ເຊີ່ງໄດ້ມາຈາກພຸມິພາກຈໍເຈຍຕອນກາງຂອງ Kartli ທີ່ໄດ້ບັນທຶກໄວ້ໃນສັດຕະວັດທີ່ 9 ແລະໃນການໃຊ້ງານເພີ່ມຕື່ມໝາຍເຸຖີງ ລາດຊະອານາຈັກຈໍເຈຍໃນຍຸກກາງທັງໝົດໃນສັດຕະວັດທີ່ 13 ການກຳໜັດຕົວເອງຂອງຊາວຈໍເຈຍໃຊ້ຄື Kartvelebi (ქართველებიคือ "Kartvelians")
ພົງສາວະດານຈໍເຈຍໃນຍຸກກາງໄດ້ບອກເຖີງບັນພະບຸລຸດໃນຕຳນານ Kartvelians, Kartlos ເຊີ່ງເປັນເຫຼນຂອງ Japheth ຢ່າງໃດກໍ່ຕາມນັກວິຊາການຍອມຮັບວ່າ Karts ເຊີ່ງເປັນຊົນເຜົ່າ proto-Georgian ທີ່ກາຍເປັນກຸ່ມທີ່ມີອຳນາດເໜືກວ່າໃນສະໄໝບູຮານ ຊື່ Sakartvelo (საქართველო) ປະກອບດ້ວຍສອງສ່ວນຄື kartvel-i (ქართველ-ი) ລະບຸຜູ້ທີ່ຢູ່ອາໄສໃນບໍລະເວນຕອນກາງຂອງຈໍເຈຍຕາເວັນອອກຂອງ Kartli ຫຼື Iberia ຕາມທີ່ຮູ້ຈັກິນໃນແຫຼ່ງທີ່ມາຂອງອານາຈັກໂລມັນຕາເວັນອອກບູຮານ [6] ຊາວເກຣັກ (Strabo, Herodotus, Plutarch, Homer ແລະອື່ນໆ ) ແລະຊາວໂລມັນ (Titus Livius, Tacitus ແລະອື່ນໆ) ເອີ້ນຊາວຈໍເຈຍທາງຕາເວັນຕົກວ່າ Colchians ແລະຊາວຈໍເຈຍຕາເວັນອອກວ່າ Iberia
ປັດຈຸບັນຊື່ຢ່າງເປັນທາງການຂອງປະເທດຄື ຈໍເຈຍ ຕາມທີ່ລະບຸໄວ້ໃນລັດຖະທຳມະນູນຂອງປະເທດຄຶ "ຈໍເຈຍ" ຕາມທີ່ລະບຸໄວ້ໃນລັດຖະທຳມະນູນຂອງຈໍເຈຍເຊີ່ງອ່ານວ່າ "ສາທາລະນະລັດຈໍເຈຍ"
ປະຫວັດສາດແກ້ໄຂ
ປະເທດຈໍເຈຍ (ຈໍເຈຍ: საქართველო sakartvelo) ລວມເປັນອານາຈັກດຽວພາຍໃຕ້ລາດຊະວົງ Bagrationi ມີກະສັດ Bagrat ທີ່ 3 ໃນຊ່ວງສັດຕະວັດທີ່ 11 ເຊີ່ງເກີດຂຶ້ນຈາກບັນພະບຸລຸດບູຮານ Colchis ແລະ Iberia ລາດຊະອານາຈັກຈໍເຈຍຮຸ່ງເຮືອງໃນຊ່ວງສັດຕະວັດທີ່ 10 - 12 ພາຍໃຕ້ກະສັດ David IV ແລະ ພະລາຊິນີ Tamar ແລະອຳນາດໄດ້ຫຼຸດລົງຈາກການຮຸກຮານຂອງຊາວມອງໂກໃນປີ 1243 ຫຼັງຈາກການລວມຕົວກັນໄດ້ບໍ່ດົນພາຍໃຕ້ກະສັດ George V ໃນປີ ຄ.ສ. 1490 ຈໍເຈຍໄດ້ຖືກແບ່ງແຍກເປັນອານາຈັກນ້ອຍໆ ຫຼາຍອານາຈັກ ເຊີ່ງຕະຫຼອດຍຸກສະໄໝໃໝ່ພະຍາຍາມທີ່ຈະຮັກສາເອກະລາດຂອງຕົວເອງຕະຫຼອດມາຈາກກະຖືກປັກຄອງຈາກອານາຈັກອອດໂຕມັນແລະເປີເຊຍ (Safavid, Afsharid ແລະ Qajar) ຈົນກະທັ້ງຈໍເຈຍຖືກລວມກັບຈັກກະຫວັດລັດເຊຍໃນສັດຕະວັດທີ່ 19 ຫຼັງຈາກນັ້ນໄດ້ມີການສະເໜີເພື່ອຂໍແຍກຕົວເປັນອິດສະລະໃນຊື່ ສາທາລະນະລັດປະຊາທິປະໄຕຈໍເຈຍ ໃນປີ 1918 - 1921 ຈໍເຈຍໄດ້ຖືກລວມເປັນສ່ວນໜຶ່ງຂອງສະຫະພັນສາທາລະນະລັດສັງຄົມນິຍົມທຣານຄໍເຄຊ່ຽນ ໃນປີ 1922 - 1936 ຈາກນັ້ນໄດ້ສ້າງຕັ້ງເປັນ ສາທາລະນະລັດສັງຄົມນິຍົມຈໍເຈຍ ຈົນເຖີງສະຫະພາບໂຊວຽດລົ້ມສະລາຍ
ສາທາລະນະລັດຈໍເຈຍໄດ້ປະກາດອິດສະລະພາບໃນປີ 1991 ມີປະທານປະເທດຄົນທຳອິດຄື ທ່ານ Zviad Gamsakhurdia ເຊີ່ງໄດ້ມີການປຸກກະແສຊາດນິຍົມຂອງຈໍເຈຍແລະສາບານວ່າຢືນຢັດໝັ່ນຄົງອຳນາດເໜືອອັບຮາເຊຍ ແລະເຊົ້າ ອອດເຊເຊຍ ສ່ວນ Gamsakhurdia ໄດ້ຖືກປົດໃນການປະຕິວັດລັດຖະປະການໃນປີດຽວກັນ ແລະປະເທດໄດ້ຕົກຢູ່ໃນສົງຄາມກາງເມືອງຈົນເຖີງປີ 1995 ອັບຮາເຊຍ ແລະເຊົ້າ ອອດເຊເຊຍໄດ້ຮັບການສະໜັບສະໜຸນຈາກລັດເຊຍເຊີ່ງສົ່ງຜົນໃຫ້ໄດ້ຮັບເອກະລາດໂດຍພຶດຕິໄນ ການປະຕິວັດກຸຫຼາບປາດສະຈາກເລືອດບັງຄັບໃຫ້ Eduard Shevardnadze ລາອອກໃນປີ 2003 ລັດຖະບານໃໝ່ພາຍໃຕ້ Mikheil Saakashvili ໄດ້ມີນະໂບາຍປ້ອງກັຍການແຍກຕົວອອກເປັນສາມສາທາລະນະລັດໃນວິກິດ Adjara ປີ 2004 ແຕ່ຄວາມຂັດແຍ້ງຂອງອັບຮາເຊຍ ແລະເຊົ້າ ອອດເຊເຊຍ ໄດ້ເຮັດໃຫ້ເກີດສົງຄາມລັດເຊຍ - ຈໍເຈຍ ປີ 2008 ແລະຄວາມຕຶງຄຽດຍັງຄົງດຳເນີນມາເຖີງປັດຈຸບັນ
ຍຸກກ່ອນປະຫວັດສາດແກ້ໄຂ
ອ້າງອິງແກ້ໄຂ
- ↑ Constitution of Georgia : [1]. ສືບຄົ້ນ 12 ກຸມພາ 2021.
- ↑ Miquel Hudin & Daria Kholodolina (2017), Georgia: A guide to the cradle of wine, Vinologue, p. 300, ISBN 978-1941598054
- ↑ Ancient Georgian traditional Qvevri wine-making method : [2]
- ↑ Countries South of the Caucasus in Medieval Maps: Armenia, Georgia and Azerbaijan. pp. 188—189 : [3]
- ↑ "The Pilgrims' derivation of the name Georgia". Georgica, Autumn, 1937, nos. 4 & 5, 208–209 : [4]
- ↑ Constantine VII : [5]