ປະເທດຊອກຊີ

(ປ່ຽນເສັ້ນທາງມາຈາກ ຊອກຊີ)

ພິກັດພູມສາດ: 42°00′N 43°30′E / 42.000°N 43.500°E / 42.000; 43.500

ຊອກຊີ ຫຼື ຈໍເຈຍ (ອັງກິດ: Georgia; ຊອກຊີ: საქართველო, ອັກສອນໂຣມັນ:  Sakartvelo, ອອກສຽງ: [sɑkʰɑrtʰvɛlɔ] (ກ່ຽວກັບສຽງນີ້ ຟັງສຽງ)) ເປັນປະເທດທີ່ຕັ້ງຢູ່ໃນພາກພື້ນໂກກາຊີ ເຊິ່ງເປັນຈຸດຕັດລະຫວ່າງເອີຣົບຕາເວັນອອກ ແລະ ອາຊີຕາເວັນຕົກ ຊອກຊີມີຊາຍແດນທາງທິດຕາເວັນຕົກຕິດກັບທະເລດຳ ທາງທິດເໜືອ ແລະ ທິດຕາເວັນອອກຕິດກັບລັດເຊຍ ທາງທິດຕາເວັນຕົກສຽງໃຕ້ຕິດກັບຕວັກກີ ທາງທິດໃຕ້ຕິດກັບອາກເມນີ ແລະ ທິດຕາເວັນອອກສຽງໃຕ້ຕິດກັບອາແຊກໄບຊານ. ຊອກຊີຄອບຄຸມພື້ນທີ່ກວ່າ 69,700 ຕາລາງກິໂລແມັດ (26,900 ຕາລາງໄມລ໌) ແລະ ມີປະຊາກອນປະມານ 3.7 ລ້ານຄົນ (ບໍ່ນັບລວມດິນແດນຊອກຊີທີ່ລັດເຊຍຍຶດຄອງ)[11] ຊອກຊີເປັນປະເທດປະຊາທິປະໄຕແບບມີຜູ້ແທນ ເຊິ່ງປົກຄອງໃນຮູບແບບສາທາລະນະລັດລັດດ່ຽວໃນລະບອບລັດຖະສະພາ[13][14] ໂດຍມີຕີບິລິຊີເປັນເມືອງຫຼວງ ແລະ ຍັງເປັນທີ່ຕັ້ງຂອງປະຊາກອນຊອກຊີປະມານໜຶ່ງໃນສາມຂອງປະຊາກອນທັງໝົດ.

ຊອກຊີ

საქართველო  (ຊອກຊີ)
ທຸງຊາດຊອກຊີ
ທຸງຊາດ
ເຄື່ອງໝາຍຊາດຂອງຊອກຊີ
ເຄື່ອງໝາຍຊາດ
ຄຳຂວັນ
ძალა ერთობაშია
Dzala ertobashia
("ພະລັງຢູ່ໃນເອກະພາບ")
ເພງຊາດ
თავისუფლება
Tavisupleba
("ອິດສະຫຼະພາບ")
ພື້ນທີ່ພາຍໃຕ້ການຄວບຄຸມຢູ່ໃສສີຂຽວເຂັ້ມ ພື້ນທີ່ອ້າງສິດແຕ່ບໍ່ໄດ້ຄວບຄຸມຢູ່ໃນສີຂຽວອ່ອນ
ພື້ນທີ່ພາຍໃຕ້ການຄວບຄຸມຢູ່ໃສສີຂຽວເຂັ້ມ ພື້ນທີ່ອ້າງສິດແຕ່ບໍ່ໄດ້ຄວບຄຸມຢູ່ໃນສີຂຽວອ່ອນ
ເມືອງຫຼວງ
ແລະ ເມືອງໃຫຍ່ທີ່ສຸດ
ຕີບິລິຊີ
41°43′N 44°47′E / 41.717°N 44.783°E / 41.717; 44.783
ພາສາລັດຖະການຊອກຊີ (ທົ່ວປະເທດ)
ອັບຄາຊີ (ອັບຄາຊີ)[1][2]
ກຸ່ມຊົນເຜົ່າ
(ຄ.ສ 2014[a])
86.8% ຊາວຊອກຊີ
6.2% ຊາວອາແຊກໄບຊານ
4.5% ຊາວອາກເມນີ
0.7% ຊາວລັດເຊຍ
2.1% ອື່ນໆ
ສາສະໜາ
(2014)
88.1% ຄຣິດ
—83.4% ອໍໂທດອກຊອກຊີ
—5.7% ນິກາຍອື່ນໆ
10.7% ອິດສະລາມ
1.2% ອື່ນໆ / ບໍ່ມີ[3]
ການປົກຄອງລັດດ່ຽວ ລະບົບລັດຖະສະພາ ສາທາລະນະລັດລັດຖະທຳມະນູນ
ຊາລໍເມ ຊູຣາບິສະວິລີ
ອີຣາກລີ ຄາຣີບາຊະວິລີ
Kakha Kuchava
ສະພານິຕິບັນຍັດລັດຖະສະພາ
ວັນກໍ່ຕັ້ງ
• Colchis ແລະ Iberia
ປະມານ 13 ປີກ່ອນຄຣິດສັກກະລາດ – ຄ.ສ 580
ຄ.ສ 786–1008
ຄ.ສ 1008
ຄ.ສ 1463–1810

12 ກັນຍາ ຄ.ສ 1801

26 ພຶດສະພາ ຄ.ສ 1918
25 ກຸມພາ ຄ.ສ 1921
• ເປັນເອກະລາດຈາກສະຫະພາບໂຊວຽດ
ປະກາດ
ຂັ້ນສຸດທ້າຍ


9 ເມສາ ຄ.ສ 1991
25 ທັນວາ ຄ.ສ 1991
24 ສິງຫາ ຄ.ສ 1995
ພື້ນທີ່
• ລວມ
69,700 ຕາລາງກິໂລແມັດ (26,900 ຕາລາງໄມລ໌) (ອັນດັບທີ 119)
ປະຊາກອນ
• ຄ.ສ 2021 ປະມານ
3,728,573 [a][4]
4,012,104 [b] (ອັນດັບທີ 128)
• ສຳມະໂນປະຊາກອນ ຄ.ສ 2014
3,713,804 [a][5]
57.6 ຕໍ່ຕາລາງກິໂລແມັດ (149.2 ຕໍ່ຕາລາງໄມລ໌) (ອັນດັບທີ 137)
GDP (ອຳນາດຊື້)ຄ.ສ 2019 (ປະມານ)
• ລວມ
46.05 ຕື້ໂດລາສະຫະລັດ[a][6] (ອັນດັບທີ 112)
12,409 ໂດລາສະຫະລັດ[a][6] (ອັນດັບທີ 101)
GDP (ລາຄາຕະຫຼາດ)ຄ.ສ 2019 (ປະມານ)
• ລວມ
17.83 ຕື້ໂດລາສະຫະລັດ[6] (ອັນດັບທີ 118)
4,285 ໂດລາສະຫະລັດ[a][7] (ອັນດັບທີ 107)
ຈີນີ (ຄ.ສ 2019)positive decrease 35.9[8]
ປານກາງ
HDI (ຄ.ສ 2019)Increase 0.812[9]
ສູງຫຼາຍ · ອັນດັບທີ 61
ສະກຸນເງິນລາຣີ (₾) (GEL)
ເຂດເວລາUTC+4 (ເວລາຊອກຊີ GET)
ຮູບແບບວັນທີວວ/ດດ/ປປປປ
ຂັບລົດດ້ານຂວາ
ລະຫັດໂທລະສັບ+995
ລະຫັດ ISO 3166GE
ລະຫັດອິນເຕີເນັດ.ge, .გე
ເວັບໄຊ
www.gov.ge

ຊອກຊີເປັນປະເທດໜຶ່ງທີ່ຜະລິດວາຍທີ່ເກົ່າແກ່ທີ່ສຸດຂອງໂລກ ປະເພນີທ້ອງຖິ່ນ ແລະ ເອກະລັກປະຈຳຊາດມີຄວາມກ່ຽວຂ້ອງກັບວາຍ [15] ແລະ ໄດ້ຮັບການຂຶ້ນທະບຽນເປັນມໍລະດົກໂລກທາງວັດທະນະທຳທີ່ຈັບຕ້ອງບໍ່ໄດ້ຈາກອຸຍແນສໂກ [16] ໃນຊ່ວງຍຸກຄລາດສິກອານາຈັກອິດສະຫຼະຫຼາຍແຫ່ງໄດ້ສ້າງຕັ້ງຂຶ້ນໃນຊອກຊີ ເຊັ່ນ: Colchis ແລະ Iberia ຊາວຊອກຊີຍອມຮັບສາສະໜາຄຣິດຢ່າງເປັນທາງການໃນຕົ້ນສະຕະວັດທີ 4 ຄຣິດຕະຈັກອໍໂທດອກຂອງຊອກຊີມີສ່ວນລວມໃນການລວມກັນທາງຈິດວິນຍານ ແລະ ການເມືອງໃນຊ່ວງຍຸກທຳອິດໃນຍຸກກາງລາຊະອານາຈັກຊອກຊີໄດ້ກຳເນີດຂຶ້ນ ແລະ ມາເຖິງຍຸກທີ່ຮຸ່ງເຮືອງສະໄໝຂອງກະສັດເດວິດເຊິ່ງເປັນຜູ້ສ້າງ ແລະ ລາຊິນີທາມາຣໃນສະຕະວັດທີ 12 ແລະ ຕົ້ນສະຕະວັດທີ 13 ຫຼັງຈາກນັ້ນອຳນາດຂອງອານາຈັກຄ່ອຍໆຫຼຸດລົງ ແລະ ແຕກສະຫຼາຍໄປໃນທີ່ສຸດ ບັນດາແຄວ້ນນ້ອຍໄດ້ຕົກໄປຢູ່ໃຕ້ອຳນາດຂອງອານາຈັກມອງໂກ, ອານາຈັກອອດໂຕມັນ ແລະ ອານາຈັກເປີເຊຍ ຕາມລຳດັບ ໃນປີ 1783 ອານາຈັກຊອກຊີໄດ້ເຂົ້າຮ່ວມເປັນພິນທະມິດກັບຈັກກະວັດລັດເຊຍ ແລະ ລວມດິນແດນຂອງຊອກຊີເຂົ້າດ້ວຍກັນໃນສະຕະວັດທີ 19.

ຫຼັງຈາກການປະຕິວັດປີ 1917 ຊອກຊີໄດ້ກາຍເປັນປະເທດສາທາລະນະລັດເອກະລາດ ພາຍໃຕ້ການຄຸ້ມຄອງຂອງເຢຍລະມັນ ຫຼັງຈາກເຢຍລະມັນໄດ້ແພ້ສົງຄາມໂລກຄົ້ງທີ 1 ຊອກຊີຖືກບອນເຊວິກລັດເຊຍຮຸກຮານສົ່ງຜົນໃຫ້ປະເທດລວມຕົວເປັນສະຫະພາບໂຊວຽດໃນປີ 1922 ໃນຊ່ວງສົງຄາມໂລກຄັ້ງທີ 2 ຊາວຊອກຊີ 700,000 ຄົນຕໍ່ສູ້ກັບກອງທັບແດງກັບເຢຍລະມັນໃນທົດສະວັດ 1980 ການເອີ້ນຮ້ອງເອກະລາດໄດ້ຂະຫຍາຍໄປສູ່ການແຍກຕົວຂອງຊອກຊີອອກຈາກສະຫະພາບໂຊວຽດໃນເດືອນເມສາ ປີ 1991 ໃນຊ່ວງທົດສະວັດຕໍ່ມາພາຍຫຼັງແຍກຕົວອອກຈາກໂຊວຽດ ຊອກຊີໄດ້ເກີດວິກິດທາງເສດຖະກິດ, ສົງຄາມກາງເມືອງ ແລະ ສົງຄາມແບ່ງແຍກດິນແດນຂອງອັບຮາເຊຍ ແລະ ເຊົ້າອອດຊີເຊຍ ແລະ ຫຼັງຈາກນັ້ນໄດ້ເກີດການປະຕິວັດກຸຫຼາບປາສະຈາກເລືອດໃນປີ 2003 ຊອກຊີໄດ້ດຳເນີນນະໂຍບາຍທີ່ສະໜັບສະໜູນການເຊື່ອມສຳພັນກັບຕາເວັນຕົກເປັນຜົນໃຫ້ມີການປະຕິຮູບປະຊາທິປະໄຕ ແລະ ເສດຖະກິດທີ່ມີເປົ້າໝາຍມຸ່ງໄປລວມກຸ່ມກັບນາໂຕ້ ແລະ ເອີຣົບ ການວາງແນວທາງທີ່ມຸ່ງໄປຫາຕາເວັນຕົກເຮັດໃຫ້ຄວາມສຳພັນກັບລັດເຊຍຕົກຕ່ຳລົງຈົນເຮັດໃຫ້ເກີດສົງຄວາມໄລຍະສັ້ນຂຶ້ນເມື່ອບໍ່ຈັກປີທີ່ຜ່ານມາ.

ປະຫວັດຊື່ປະເທດ

ດັດແກ້
 
"Gorgania" i.e. Georgia on Fra Mauro map

ເມື່ອເວົ້າເຖິງຊື່ຄັ້ງທຳອິດທີ່ສະກົດວ່າ “ຈໍເຈຍ” ເປັນພາສາອິຕາລີໃນຄຳວ່າ mappa mundi ຂອງ Pietro Vesconte ປີ ຄ.ສ 1320 [17] ໃນຊ່ວງທຳອິດຂອງການປາກົດຕົວໃນໂລກລາຕິນບໍ່ໄດ້ຂຽນທັບສັບແບບດຽວກັນສະເໝີໄປ ແລະ ພະຍັນຊະນະຕົວທຳອິດສະກົດດ້ວຍ J ເປັນ "Jorgia". "ຈໍເຈຍ" ອາດຈະມາຈາກການກຳນົດພາສາເປີເຊຍຂອງຊາວຊອກຊີ - gurğān ໃນສະຕະວັດ 11 ແລະ 12 ດ້ວຍການດັດແປງຜ່ານ Syriac gurz-ān / gurz-iyān ແລະ ພາສາອາຣັບ ĵurĵan / ĵurzan ທິດສະດີຕາມຕຳນານໄດ້ຮັບຈາກການເດີນທາງຂອງ Jacques de Vitry ຜູ້ທີ່ອະທິບາຍທີ່ມາຂອງຊື່ຕາມຄວາມນິຍົມຂອງ St. George ໃນກຸ່ມຊາວຊອກຊີ [18] ໃນຂະນະ Jean Chardin ທີ່ເປັນນັກເດີນທາງຄິດວ່າ "ຈໍເຈຍ" ມາຈາກພາສາເກຣັກ γεωργός ("tiller of the land "). ໃນຂະນະທີ່ອາຈານ Alexander Mikaberidze ໄດ້ເສີມຄຳອະທິບາຍຂອງຈໍເຈຍ/ຈໍຈຽນ ວ່າໃນສະຕະວັດນີ້ຖືກປະຕິເສດຈາກກຸ່ມນັກວິຊາການທີ່ຊີ້ເປົ້າໄປທີ່ຄຳມາພາສາເປີເຊຍ gurğ/gurğān, ເປັນຮາກເຫງົ້າຂອງຄຳວ່າ gurğ/gurğān ທີ່ຖືກນຳໄປໃຊ້ໃນພາສາອື່ນໆອີກຫຼາຍພາສາລວມທັງພາສາສະລາບ ແລະ ພາສາເອີຣົບຕາເວັນຕົກ ຄຳນີ້ອາດຖືກກຳນົດຂຶ້ນໂດຍໃຊ້ຄຳເອີ້ນຂານຂອງອີຣານບູຮານໃນບໍລິເວນໃກ້ກັບທະເລສາບກາສະປຽນ ເຊີ່ງເອີ້ນກັນວ່າ ກໍແກນ

ຊື່ພື້ນເມືອງຄື Sakartvelo (საქართველო; "land of Kartvelians") ເຊີ່ງໄດ້ມາຈາກພາດພື້ນຊອກຊີພາກກາງຂອງ Kartli ທີ່ໄດ້ບັນທຶກໄວ້ໃນສະຕະວັດທີ 9 ແລະ ໃນການໃຊ້ງານເພີ່ມຕື່ມໝາຍເຖິງ ລາຊະອານາຈັກຊອກຊີໃນຍຸກກາງທັງໝົດໃນສະຕະວັດທີ 13 ການກຳນົດຕົວເອງຂອງຊາວຊອກຊີໃຊ້ຄື Kartvelebi (ქართველები ແມ່ນ "Kartvelians")

ພົງສາວະດານຊອກຊີໃນຍຸກກາງໄດ້ບອກເຖິງບັນພະບຸລຸດໃນຕຳນານ Kartvelians, Kartlos ເຊີ່ງເປັນເຫຼນຂອງ Japheth ຢ່າງໃດກໍ່ຕາມນັກວິຊາການຍອມຮັບວ່າ Karts ເຊີ່ງເປັນຊົນເຜົ່າ proto-Georgian ທີ່ກາຍເປັນກຸ່ມທີ່ມີອຳນາດເໜືອກວ່າໃນສະໄໝບູຮານ ຊື່ Sakartvelo (საქართველო) ປະກອບດ້ວຍສອງສ່ວນຄື kartvel-i (ქართველ-ი) ລະບຸຜູ້ທີ່ຢູ່ອາໄສໃນບໍລະເວນພາກກາງຂອງຊອກຊີຕາເວັນອອກຂອງ Kartli ຫຼື Iberia ຕາມທີ່ຮູ້ຈັກກັນໃນແຫຼ່ງທີ່ມາຂອງອານາຈັກໂຣມັນຕາເວັນອອກບູຮານ [19] ຊາວເກຣັກ (Strabo, Herodotus, Plutarch, Homer ແລະ ອື່ນໆ ) ແລະຊາວໂຣມັນ (Titus Livius, Tacitus ແລະ ອື່ນໆ) ເອີ້ນຊາວຊອກຊີທາງຕາເວັນຕົກວ່າ Colchians ແລະອຊາວຊອກຊີຕາເວັນອອກວ່າ Iberia

ປັດຈຸບັນຊື່ຢ່າງເປັນທາງການຂອງປະເທດຄື ຊອກຊີ ຕາມທີ່ລະບຸໄວ້ໃນລັດຖະທຳມະນູນຂອງປະເທດຄື "ຊອກຊີ" ຕາມທີ່ລະບຸໄວ້ໃນລັດຖະທຳມະນູນຂອງຊອກຊີເຊິ່ງອ່ານວ່າ "ຊອກຊີ"

ປະຫວັດສາດ

ດັດແກ້
 
ອານາຈັກ Colchis ແລະ Iberia

ປະເທດຊອກຊີ (ຊອກຊີ: საქართველო sakartvelo) ລວມເປັນອານາຈັກດຽວພາຍໃຕ້ລາຊະວົງ Bagrationi ມີກະສັດ Bagrat ທີ 3 ໃນຊ່ວງສະຕະວັດທີ 11 ເຊິ່ງເກີດຂຶ້ນຈາກບັນພະບຸລຸດບູຮານ Colchis ແລະ Iberia ລາຊະອານາຈັກຊອກຊີຮຸ່ງເຮືອງໃນຊ່ວງສະຕະວັດທີ 10 - 12 ພາຍໃຕ້ກະສັດ David IV ແລະ ພະລາຊິນີ Tamar ແລະ ອຳນາດໄດ້ຫຼຸດລົງຈາກການຮຸກຮານຂອງຊາວມອງໂກໃນປີ 1243 ຫຼັງຈາກການລວມຕົວກັນໄດ້ບໍ່ດົນພາຍໃຕ້ກະສັດ George V ໃນປີ ຄ.ສ 1490 ຊອກຊີໄດ້ຖືກແບ່ງແຍກເປັນອານາຈັກນ້ອຍໆ ຫຼາຍອານາຈັກ ເຊີ່ງຕະຫຼອດຍຸກສະໄໝໃໝ່ພະຍາຍາມທີ່ຈະຮັກສາເອກະລາດຂອງຕົວເອງຕະຫຼອດມາຈາກກະຖືກປົກຄອງຈາກອານາຈັກອອດໂຕມັນ ແລະ ເປີເຊຍ (Safavid, Afsharid ແລະ Qajar) ຈົນມາຮອດຊອກຊີຖືກລວມກັບຈັກກະວັດລັດເຊຍໃນສະຕະວັດທີ 19 ຫຼັງຈາກນັ້ນໄດ້ມີການສະເໜີເພື່ອຂໍແຍກຕົວເປັນອິດສະຫຼະໃນຊື່ ສາທາລະນະລັດ ປະຊາທິປະໄຕ ຊອກຊີ ໃນປີ 1918 - 1921 ຊອກຊີໄດ້ຖືກລວມເປັນສ່ວນໜຶ່ງຂອງສະຫະພັນສາທາລະນະລັດ ສັງຄົມນິຍົມ ທຣານຄໍເຄຊຽນ ໃນປີ 1922 - 1936 ຈາກນັ້ນໄດ້ສ້າງຕັ້ງເປັນ ສາທາລະນະລັດ ສັງຄົມນິຍົມ ຊອກຊີ ຈົນເຖິງສະຫະພາບໂຊວຽດລົ້ມສະຫຼາຍ.

ສາທາລະນະລັດ ຊອກຊີໄດ້ປະກາດອິດສະຫຼະພາບໃນປີ 1991 ມີປະທານປະເທດຄົນທຳອິດຄື ທ່ານ Zviad Gamsakhurdia ເຊີ່ງໄດ້ມີການປຸກກະແສຊາດນິຍົມຂອງຊອກຊີ ແລະ ສາບານວ່າຢືນຢັດໝັ້ນຄົງອຳນາດເໜືອອັບຮາເຊຍ ແລະ ອອດເຊເຊຍໃຕ້ ສ່ວນ Gamsakhurdia ໄດ້ຖືກປົດໃນການປະຕິວັດລັດຖະປະການໃນປີດຽວກັນ ແລະ ປະເທດໄດ້ຕົກຢູ່ໃນສົງຄາມກາງເມືອງຈົນເຖີງປີ 1995 ອັບຮາເຊຍ ແລະ ອອດເຊເຊຍໃຕ້ໄດ້ຮັບການສະໜັບສະໜູນຈາກລັດເຊຍເຊີ່ງສົ່ງຜົນໃຫ້ໄດ້ຮັບເອກະລາດໂດຍພຶດຕິໄນ ການປະຕິວັດກຸຫຼາບປາສະຈາກເລືອດບັງຄັບໃຫ້ Eduard Shevardnadze ລາອອກໃນປີ 2003 ລັດຖະບານໃໝ່ພາຍໃຕ້ Mikheil Saakashvili ໄດ້ມີນະໂຍບາຍປ້ອງກັນການແຍກຕົວອອກເປັນສາມສາທາລະນະລັດໃນວິກິດ Adjara ປີ 2004 ແຕ່ຄວາມຂັດແຍ້ງຂອງອັບຮາເຊຍ ແລະ ອອດເຊເຊຍໃຕ້ ໄດ້ເຮັດໃຫ້ເກີດສົງຄາມລັດເຊຍ - ຊອກຊີ ປີ 2008 ແລະ ຄວາມຕຶງຄຽດຍັງຄົງດຳເນີນມາເຖີງປັດຈຸບັນ

ຍຸກກ່ອນປະຫວັດສາດ

ດັດແກ້

ອ້າງອີງ

ດັດແກ້
  1. "Article 8", Constitution of Georgia. In Abkhazian AR, also Abkhazian.
  2. "Constitution of Georgia" (PDF). Parliament of Georgia. Archived from the original (PDF) on 10 December 2017.
  3. "საქართველოს მოსახლეობის საყოველთაო აღწერის საბოლოო შედეგები" (PDF). National Statistics Office of Georgia. 28 April 2016. Archived from the original (PDF) on 10 October 2017. Retrieved 29 April 2016.
  4. "Demographic Portal". Archived from the original on 2020-08-03. Retrieved 2020-02-09.
  5. "2014 General Population Census Main Results General Information — National Statistics Office of Georgia" (PDF). Archived from the original (PDF) on 8 August 2016. Retrieved 2 May 2016.
  6. 6.0 6.1 6.2 "World Economic Outlook Database, October 2019". IMF.org. International Monetary Fund. Retrieved 14 January 2020.
  7. "World Economic Outlook Database October 2019".
  8. "GINI index (World Bank estimate) - Georgia". data.worldbank.org. World Bank. Archived from the original on 20 July 2018. Retrieved 22 March 2020.
  9. "Human Development Report 2020" (PDF) (in ອັງກິດ). United Nations Development Programme. December 15, 2020. Retrieved December 15, 2020.
  10. Cite error: Invalid <ref> tag; no text was provided for refs named geostat.ge
  11. "Population and Demography". National Statistics Office of Georgia, Geostat. Retrieved 29 December 2021.
  12. "Constitution of Georgia" (in ອັງກິດ). The Legislative Herald of Georgia. 2020-06-29. Archived from the original on 2023-10-27. Retrieved 2022-03-25.
  13. Constitution of Georgia, Article 1.1, 7.2, 45, 52 and 54[12]
  14. "Consolidating Parliamentary Democracy in Georgia" (in ອັງກິດ). UNDP Georgia. Archived from the original on 2021-06-19. Retrieved 2022-03-25.
  15. Miquel Hudin & Daria Kholodolina (2017), Georgia: A guide to the cradle of wine, Vinologue, p. 300, ISBN 978-1941598054
  16. Ancient Georgian traditional Qvevri wine-making method : [1]
  17. Countries South of the Caucasus in Medieval Maps: Armenia, Georgia and Azerbaijan. pp. 188—189 : [2]
  18. "The Pilgrims' derivation of the name Georgia". Georgica, Autumn, 1937, nos. 4 & 5, 208–209 : [3]
  19. Constantine VII : [4]

ແຫຼ່ງຂໍ້ມູນອື່ນ

ດັດແກ້