ສຸພາພອນ ສົມວິຈິດ

ສຸພາພອນ ສົມວິຈິດ (ຊື່ຫຼິ້ນ : ນຸ້ຍ) ເປັນນັກສະແດງ, ນາງແບບ ແລະ ນາງງາມລາວ ເຊິ່ງນຸ້ຍຊະນະການປະກວດ ມິສຢູນີເວີຣສລາວ 2017 ແລະ ເປັນ ມິສຢູນີເວີຣສລາວ ຄົນທຳອິດອີກດ້ວຍ. ໃນເດືອນພະຈິກປີ ຄ.ສ. 2017 ນຸ້ຍກໍໄດ້ເປັນຕົວແທນປະເທດລາວຄົນທຳອິດທີ່ໄດ້ເຂົ້າຮ່ວມປະກວດ ມິສຢູນີເວີຣສ.

ສຸພາພອນ ສົມວິຈິດ
ນຸ້ຍ ໃນງານເປີດໂຕຮູບເງົາສຽງສຸດທ້າຍ
ເກີດສຸພາພອນ ສົມວິຈິດ
7 ຕຸລາ ຄ.ສ.1997 (22 ປີ)
ປະເທດລາວ ຈຳປາສັກ ປະເທດລາວ
ສັນຊາດລາວ
ຊື່ອື່ນນຸ້ຍ
ອາຊີບນາງງາມ, ນັກສະແດງ, ນາງແບບ
ປີປະຕິບັດວຽກຄ.ສ. 2016 - ປະຈຸບັນ
ສ່ວນສູງ1,75m
ລາງວັນນາງສາວນະຄອນຫຼວງວຽງຈັນ 2016
(ຮອງອັນດັບ 1)
ມິສຢູນີເວີຣສລາວ 2017
(ຊະນະເລີດ)
(Miss Elegance)
(Miss Best Personality)
ມິສຢູນີເວີຣສ 2017
(ບໍ່ໄດ້ເຂົ້າຮອບ)

ປະຫວັດ ດັດແກ້

ສຸພາພອນ ເກີດເມື່ອວັນທີ 7 ຕຸລາ ປີ ຄ.ສ. 1997 ທີ່ ເມືອງປາກເຊ, ແຂວງຈໍາປາສັກ. ປັດຈຸບັນ ກຳລັງສຶກສາ ຄະນະ ບໍລິຫານທຸລະກິດ ຢູ່ທີ່ ມະຫາວິທະຍາໄລແຫ່ງຊາດລາວ.

ການປະກວດ ດັດແກ້

ໃນປີ ຄ.ສ. 2016 ສຸພາພອນ ໄດ້ເຂົ້າຮ່ວມການປະກວດ ມິສວຽນທຽນ 2016 ຫຼື ນາງສາວນະຄອນຫລວງວຽງຈັນ ປະຈຳປີ 2016 ເຊິ່ງໄດ້ຕຳແໜ່ງ ຮອງຊະນະເລີດອັນດັບໜຶ່ງ. ຕໍ່ມາໃນປີ ຄ.ສ. 2017 ນຸ້ຍກໍເຂົ້າຮ່ວມການປະກວດ ມິສຢູນີເວີຣສລາວ 2017 ເຊິ່ງໄດ້ຮັບຕຳແໜ່ງຊະນະເລີດ ແລະ ໄດ້ເປັນຕົວແທນເຂົ້າຮ່ວມການປະກວດ ມິສຢູນີເວີຣສ 2017 ໃນເດືອນ ພະຈິກ ປີດຽວກັນ.

ຜົນງານ ດັດແກ້

ຮູບເງົາ ດັດແກ້

ປິ ຊື່ ບົດບາດ
2018 ສຽງສຸດທ້າຍ ຟ້າ
2019 ຮັກມະຍ່ອມມະແຍ່ມ ແມວ

ແຫຼ່ງຂໍ້ມູນອື່ນ ດັດແກ້

ກ່ອນໜ້າ ສຸພາພອນ ສົມວິຈິດ ຖັດໄປ
ປະກວດຄັ້ງທໍາອິດ   ມິສຢູນີເວີຣສລາວ
(2017)
  ອອນອານົງ ຫອມສົມບັດ
(ໄດ້ຮັບການແຕ່ງຕັ້ງ)

ແມ່ແບບ:ຈົບກ່ອງລາຍຊື່ຜູ້ໄດ້ຮັບຕຳແໜ່ງ