ມິສຢູນີເວີຣສ

ມິສຢູນິເວີຣສ ຫຼື ນາງງາມຈັກກະວານ (ອັງກິດ: Miss Universe) ເປັນການປະກວດຄວາມງາມປະຈຳປີ ເລີ່ມຈັດຂຶ້ນເມື່ອປີ 1952 ປາຊີຟິກມິລສ໌ (Pacific Mills) ບໍລິສັດເສື້ອຜ້າຈາກລັດແຄລິຟໍເນຍຂອງສະຫະລັດອາເມຣິກາ ແລະ ຫຼັງຈາກນັ້ນໄດ້ບໍລິຫານງານໂດຍເຄເຊີຣ໌-ຣອດທ໌ (Kayser-Roth) ແລະ ຕາມດ້ວຍກັລຟ໌ ແອນ ວອສເທີນ ອິນດຣິດທຣີສ໌ (Gulf and Western Industries) ຈົນຮອດປີ 1996 ໂດນັລ ທຣັມ ເຊິ່ງຕໍ່ມາເປັນປະທານາທິບໍດີສະຫະລັດອາເມລິກາ ໄດ້ຊື້ກິດຈະການ ແລະ ບໍລິຫານງານໂດຍອົງການມິສຢູນິເວີຣສ (Miss Universe Organization) ໃນເດືອນກັນຍາປີ 2015 ໂດນັລ ທຣັມ ໄດ້ຂາຍກິດຈະການອົງການມິສຢູນິເວີຣສໃຫ້ເອນເດຟເວີ (Endeavour) ຜ່ານໄອເອັມຈີ ຈົນມາຮອດໃນວັນທີ 25 ຕຸລາ 2022 ເຈເຄເອັນ ໂກລບອລ ກຣຸ໊ບ ຂອງຈັກກຣະພົງ ຈັກກຣາຈຸທາທິບ ໄດ້ເຈົ້າຊື້ກິດຈະການອົງການມິສຢູນິເວີຣສຜ່ານເຈເຄເອັນ ເມຕາເວີຣສ ເຊິ່ງເປັນບໍລິສັດໃນເຄືອທີ່ຈັດຕັ້ງຕາມກົດໝາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເຈເຄເອັນກາຍເປັນຜູ້ຈັດການປະກວດມິສຢູນິເວີຣສລາຍປັດຈຸບັນ[1]

ມິສຢູນິເວີຣສ
ຄຳຂວັນBeautifully Confident
ກໍ່ຕັ້ງ28 ມິຖຸນາ 1952; 71 ປີກ່ອນ (1952-06-28)
ປະເພດການປະກວດຄວາມງາມ
ສຳນັກງານໃຫຍ່
ພາສາທາງການ
ອັງກິດ
ຈັກກຣະພົງ ຈັກກຣາຈຸທາທິບ
ພອລລາ ຊູກຣາດ
ເອມີ ເອເມີຣ໌ຣີຊ
ອົງກອນປົກຄອງ
ເຈເຄເອັນ ໂກລບອລ ກຣຸ໊ບ
ສັງກັດເຈເຄເອັນ ເມຕາເວີຣສ
ງົບປະມານ
US$100 ລ້ານ (ລາຍໄດ້ຕໍ່ປີ)
ເວັບໄຊMissUniverse.com

ຮູບແບບການແຂ່ງຂັນ ດັດແກ້

ໃນຍຸກທີ່ໄອເອັມຈີຖືລິຂະສິດ ການແຂ່ງຂັນຈະຄັດເລືອກສາວງາມຈາກປະເທດທີ່ສົ່ງເຈົ້າມາປະກວດ ໂດຍຜ່ານຮອບ Prelimnary ເຊິ່ງຄະແນນຈາກສ່ວນນີ້ຈະສົ່ງຜົນຕໍ່ດານເຂົ້າຮອບໃນມື້ປະກວດຈິງ ໂດຍຈະແຍກເປັນຄະແນນທີ່ມາຈາກ ການເດີນຊຸດລອຍນໍ້າ (Swimming Suit Competition), ການເດີນຊຸດຣາຕີ (Evening Gown Competition) ແລະ ການສຳພາດຕໍ່ໜ້າຄະນະກຳມະການ (Interview) ໂດຍເມື່ອຈົບຈາກຮອບນີ້ ໃນມື້ປະກວດຈິງ ຈະມີການປະກວດຜູ້ທີ່ໄດ້ຄະແນນສະສົມຈາກຮອບ Prelimnary ທີ່ສູງສຸດ 20 ອັນດັບເພື່ອເຂົ້າຮອບ 20 ຄົນສຸດທ້າຍ (Semifinalist) ຈາກນັ້ນຜູ້ເຂົ້າປະກວດທັງ 20 ຄົນຈະຕ້ອງສະປິກ 15 ວິນາທີ ເພື່ອຄັດເຂົ້າຮອບ 10 ຄົນຕໍ່ໄປ ໂດຍຮອບ 10 ຄົນສຸດທ້າຍ ຈະໃຊ້ການເດີນຊຸດລອຍນ້ຳ ແລະ ຊຸດຣາຕີຕັດສິນຜູ້ເຂົ້າຮອບ 5 ຄົນສຸດທ້າຍ ແລະ ຜູ້ເຂົ້າຮອບ 5 ຄໄນສຸດທ້າຍ ຈະຕ້ອງຕອບຄຳຖາມຈາກຄະນະກຳມະການ ລຽງຕາມລຳດັບປະກາດຊື່ໃນຮອບກ່ອນໜ້າ ໂດຍຄຳຖາມທີ່ແຕກຕ່າງກັນ ເພື່ອຄັດເຂົ້າຮອບ 3 ຄົນສຸດທ້າຍ ແລະ ທັງສາມຄົນຈະຕ້ອງຕອບຄຳຖາມດຽວກັນ ໂດຍຜູ້ທີ່ຖ້າຕອບຄຳຖາມ ຈະຕ້ອງໃສ່ຫູຟັງເພື່ອບໍ່ໃຫ້ໄດ້ຍິນສຽງຜູ້ເຂົ້າປະກວດຄົນອື່ນ ໂດຍຄະແນນໃນຮອບຕ່າງໆ ທີ່ຜ່ານມາເປັນຄະແນນຕັດສິນ ກ່ອນກຳມະການແຕ່ລະຄົນຈະພິຈາລະນາໂດຍຄວາມເໝາະສົມໃນຕຳແໜ່ງຕ່າງໆ ອີກຄັ້ງຈາກໄຟນອລ ໃນຊ່ວງສຸດທ້າຍນາງງາມຜູ້ຄອງມົງກຸດຈາກປີກ່ອນໜ້າຈະເດີນອຳລາຕຳແໜ່ງ ຕາມດ້ວຍດານປະກາດຮອງອັນດັບສອງ ແລະ ຜູ້ຄອງຕຳແໜ່ງມິສຢູນິເວີຣສ ຕາມລຳດັບ (ກ່ອນປີ 2011 ພິທິກອນຈະປະກາດຊື່ຮອງອັນດັບໜຶ່ງ ຕາມດ້ວຍຜູ້ຄອງມົງກຸດມິສຢູນິເວີຣສ)

ຜູ້ທີ່ໄດ້ຮັບຕຳແໜ່ງຫຼ້າສຸດ ດັດແກ້

ປີ ປະເທດ/ດິນແດນ ຜູ້ດຳລົງຕຳແໜ່ງ ສະຖານທີ່ຈັດການປະກວດ ຈຳນວນປະເທດທີ່ເຂົ້າປະກວດ
2023 ລໍຖ້າປະກາດ   ແອນຊານວາດໍ ລໍຖ້າປະກາດ
2022   ສະຫະລັດອາເມຣິກາ ອາຣ໌ ບອນນີ ເກບຣຽລ (R'Bonney Gabriel)   ນິວອໍລີນ, ສະຫະລັດອາເມຣິກາ 84
2021   ອິນເດຍ ຫາຣນາສ ສັນດຸ (Harnaaz Sandhu)   ອີລາດ, ອິດສະຣາແອນ 80
2020   ເມັກຊິກ ອັນເດຣອາ ເມຊາ (Andrea Meza)   ຟລໍຣິດາ, ສະຫະລັດອາເມຣິກາ 74
2019   ອາຟຣິກາໃຕ້ ໂຊຊີບີນີ ທຸນຊີ (Zozibini Tunzi)   ຊອກເຊຍ, ສະຫະລັດອາເມຣິກາ 90
2018   ຟິລິບປິນ ແຄທຣີໂອນາ ເກຣຍ໌ (Catriona Gray)   ບາງກອກ, ໄທ 94

ຮູບຂອງຜູ້ຊະນະ ດັດແກ້

ຮອງຊະນະເລີດ ດັດແກ້

ປີ ຮອງອັນດັບ 1 ຮອງອັນດັບ 2
2018 Tamaryn Green
  ແອຟຣິກາໃຕ້
Sthefany Gutiérrez
  ເວເນຊຸເອລາ
2017 Laura González
  ໂຄລັມເບຍ
Davina Bennett
  ເຈເມກາ
2016 Raquel Pélissier
  ເຮິຍຕິ
Andrea Tovar
  ໂຄລັມເບຍ
2015 Ariadna Gutiérrez
  ໂຄລັມເບຍ
Olivia Jordan
  ສະຫະລັດອາເມລິກາ

ລາງວັນພິເສດ ດັດແກ້

ຕົວແທນປະເທດລາວ ດັດແກ້

ເບິ່ງບົດຄວາມຫຼັກທີ່: ມິສຢູນີເວີຣສລາວ
ປີ ຜູ້ໄດ້ຮັບຕຳແໜ່ງ ແຂວງ ຕຳແໜ່ງໃນການປະກວດ ລາງວັນພິເສດ
  2023 ໄພມະນີ ລາດສະບັນເທົາ ຜົ້ງສາລີ
  2022 ປ່າເຢັ້ງຊາ ລໍ່ ນະຄອນຫຼວງວຽງຈັນ ເຂົ້າຮອບ 16 ຄົນສຸດທ້າຍ
  2021 ຕົ້ນຄຳ ພົນຈັນເຮືອງ ນະຄອນຫຼວງວຽງຈັນ ບໍ່ຜ່ານເຂົ້າຮອບ
  2020 ຄຣິສຕີນ້າ ລາຊະສິມມາ ນະຄອນຫຼວງວຽງຈັນ ບໍ່ຜ່ານເຂົ້າຮອບ
  2019 ວິຈິດຕາ ພອນວິໄລ ບໍລິຄໍາໄຊ ບໍ່ຜ່ານເຂົ້າຮອບ
  2018 ອອນອານົງ ຫອມສົມບັດ ນະຄອນຫຼວງວຽງຈັນ ບໍ່ຜ່ານເຂົ້າຮອບ ຊຸດປະຈຳຊາດດີເດັ່ນ
  2017 ສຸພາພອນ ສົມວິຈິດ ຈໍາປາສັກ ບໍ່ຜ່ານເຂົ້າຮອບ

ເພີ່ມເຕີມ ດັດແກ້

ອ້າງອີງ ດັດແກ້

ແຫຼ່ງຂໍ້ມູນອື່ນ ດັດແກ້

ແມ່ແບບ:ມິສຢູນີເວີຣສແມ່ແບບ:ຜູ້ທີ່ໄດ້ຮັບຕຳແໜ່ງມິສຢູນີເວີຣສ