ເມືອງປາກເຊ ຫຼື ນະຄອນປາກເຊ ເປັນເມືອງເອກຂອງ ແຂວງຈໍາປາສັກ ຕັ້ງກວມເອົາປາກເຊໂດນທີ່ປ່ອງໃສ່ແມ່ນໍ້າຂອງ ມີເນື້ອທີ່ທັງໝົດປະມານ 180 ກມ2, ມີຄວາມຍາວແຕ່ທິດເໜືອຫາໃຕ້ປະມານ 15 ກມ ແລະ ທິດຕາເວັນອອກຫາຕາເວັນຕົກປະມານ 15 ກມ, ແລະ ມີປະຊາກອນທັງໝົດ 87,000 ຄົນ (ຂໍ້ມູນປີ 2022). ທິດເໜືອຕິດກັບເມືອງຊະນະສົມບູນ, ທິດຕາເວັນອອກຕິດກັບເມືອງບາຈຽງຈະເລີນສຸກ, ທິດໃຕ້ຕິດກັບເມືອງປະທຸມພອນ ແລະ ທິດຕາເວັນຕົກຕິດກັບແມ່ນໍ້າຂອງເຊິ່ງກົງກັນຂ້າມກັບເມືອງໂພນທອງ.

ເມືອງປາກເຊ

ປາກເຊ
ນະຄອນປາກເຊ
ພະລາຊະວັງເດີມຂອງລາຊະວົງລ້ານຊ້າງຈຳປາສັກ
ພະລາຊະວັງເດີມຂອງລາຊະວົງລ້ານຊ້າງຈຳປາສັກ
ເມືອງປາກເຊຕັ້ງຢູ່ໃນປະເທດລາວ
ເມືອງປາກເຊ
ເມືອງປາກເຊ
ທີ່ຕັ້ງຂອງນະຄອນປາກເຊໃນປະເທດລາວ
ພິກັດ: 15°07′N 105°47′E / 15.117°N 105.783°E / 15.117; 105.783
ປະເທດທຸງຊາດຂອງປະເທດລາວ ລາວ
ແຂວງຈຳປາສັກ
ເມືອງປາກເຊ
ປະຊາກອນ
 • ທັງໝົດ87,000 ຄົນ
 • ສາສະໜາພຸດ

ເມືອງປາກເຊ ໄດ້ຖືກສ້າງຕັ້ງຂຶ້ນໃນປີ ຄ.ສ 1909 ໂດຍຈັກກະພັດຝຣັ່ງ ແລະ ໄດ້ຖືກແຕ່ງຕັ້ງໃຫ້ເປັນເມືອງເອກຂອງແຂວງຈໍາປາສັກໃນປີຕໍ່ມາ ໂດຍປ່ຽນແທນເມືອງໂພນທອງ ແລະ ເມືອງຈໍາປາສັກ. ເມືອງປາກເຊ ປະກອບມີ 42 ບ້ານ, ເຊິ່ງໄດ້ແບ່ງອອກຄື: 1 ບ້ານດອນເຂາະ 2 ບ້ານ ແກ້ງຊັນ 3 ບ້ານ ດົງເກາະໂລງ 4 ບ້ານ ໂພນສີໃຄ 5 ບ້ານ ຫ້ວຍເລົາ 6 ບ້ານ ແກ້ງເກີງ 7 ບ້ານ ຄັນເກີງ 8 ບ້ານໂພນງາມ 9 ບ້ານ ກົກເດື່ອ 10 ບ້ານ ທ່າໄຮ 11 ບ້ານ ສະພານໄຊ 12 ບ້ານ ທ່າຫີນ 13 ບ້ານ ຫ້ວຍປູນ 14 ບ້ານ ຫຼັກເມືອງ 15 ບ້ານ ປາກເຊ 16 ບ້ານ ທົ່ງ 17 ບ້ານ ພະບາດ 18 ບ້ານ ທ່າຫຼວງ 19 ບ້ານ ໂພນໄຊ 20 ບ້ານ ຮ່ອງຂະຍອມ 21 ບ້ານ ສາງນ້ຳມັນ 22 ບ້ານ ໂພນສະອາດ 23 ບ້ານ ແກ 24 ບ້ານ ໂພຕາກ 25 ບ້ານແຮ່ 26 ບ້ານ ຊົ້ງ 27 ບ້ານ ນາຈຽງ 28 ບ້ານ ແກ້ວສຳພັນ 29 ບ້ານ ໂນດູ່ 30 ບ້ານ ໂພນສະຫວັນ 31 ບ້ານ ສະໜາມໄຊ 32 ບ້ານ ສວນສະຫວັນ 33 ບ້ານ ໂຊກອຳນວຍ 34 ບ້ານ ນາແຫກ 35 ບ້ານ ໂນນສະຫວ່າງ 36 ບ້ານ ຄອນໄຫຼ 37 ບ້ານ ກາງ 38 ບ້ານ ຫ້ວຍຍາງຄຳ 39 ບ້ານພັດທະນາ 40 ບ້ານ ຈັດສັນ 41ບ້ານ ພູມ່ວງ 42 ບ້ານ ໂພນກຸງ.

ສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈ ແລະ ໂດ່ງດັງຂອງເມືອງແມ່ນ ອາດີດພະລາຊະວັງຂອງ ສະເດັດບຸນອູ້ມ ນະ ຈໍາປາສັກ (ໂຮງແຮມຈໍາປາສັກພາເລດສ໌), ວັດພະບາດ, ວັດຫຼວງ, ບ້ານແກ້ວສໍາພັນ ແລະ ແຄມຂອງ. ພະລາດສະວັງສະເດັດບຸນອູ້ມ ເລີ່ມກໍ່ສ້າງໃນປີ ຄ.ສ 1963 ແລະ ສໍາເລັດໃນປີ ຄ.ສ 1965 ແລະ ເປັນພະລາຊາວັງທີ່ໃຫຍ່ທີ່ສຸດໃນປະຫວັດສາດຂອງ ປະເທດລາວທີ່ເຄີຍມີມາຈົນຮອດປະຈຸບັນ. ວັດພະບາດເປັນວັດເກົ່າແກ່ທີ່ສຸດຂອງ ເມືອງປາກເຊ ເຊິ່ງມີອາຍຸໄດ້ 110 ປີແລ້ວ ແລະ ມີຮ່ອງຮອຍປະພາດຂອງພະພຸດທະເຈົ້າ. ວັດຫຼວງເປັນວັດທີ່ເກົ່າແກ່ເປັນອັນດັບສອງ ແຕ່ວ່າມີສະຖາປັດຕະຍາກໍາອັນສວຍງາມ ແລະ ເປັນສະຖານທີ່ຕັ້ງຂອງວິທະຍາໄລສົງແຂວງຈໍາປາສັກ. ບ້ານແກ້ວສໍາພັນເປັນບ້ານທີ່ຕັ້ງຂອງ ຕະຫຼາດທີ່ເກົ່າແກ່ທີ່ສຸດຂອງເມືອງປາກເຊທີ່ຍັງຫຼົງເຫືອຢູ່ນັ້ນຄື ຕະຫຼາດແລງຫຼັກ 2(ຕະຫຼາດສະບາຍດີ ໃນປັດຈຸບັນ) ແລະ ເຄີຍເປັນທີ່ຕັ້ງຄ້າຍທະຫານຂອງຈັກກະພັດຝຣັ່ງໃນສະໄໝລາວເປັນເມືອງຂຶ້ນ ພ້ອມທັງມີທິວທັດທົ່ງນາທີ່ສວຍງາມ. ແຄມຂອງເມືອງປາກເຊເປັນສະຖານທີ່ຍອດນິຍົມທີ່ສຸດຂອງຄົນເມືອງປາກເຊ ແລະ ໃນຕອນແລງຂອງທຸກໆມື້ ຄົນປາກເຊຈະພາກັນຫຼັ່ງໄຫຼໄປຫຼິ້ນນັ່ງຕາກລົມ, ຍ່າງໂອ້ລົມ, ເປັນຈຸດນັດພົບອັນສໍາຄັນ, ຊົມທິວທັດຂອງຟາກຂອງເມືອງໂພນທອງ , ພູສະເຫຼົ້າ ແລະ ຊົມຕາເວັນຕົກລັບຂອບຟ້າປົນກັບສາຍນໍ້າຂອງອັນສວຍງາມ.

ກຸຫຼາບປາກເຊ

ປາກ​ເຊ​ດິນ​ແດນ​ທີ່​ຖືກ​ຂະໜານນາມ​ວ່າ ​ແດນ​ອູ່​ເຂົ້າ​ອູ່​ປາ​ຕອນ​ໃຕ້ສຸດ​ຂອງ​ລາວ​ເຮົາ. ປາກ​ເຊ​ເປັນ​ ເມືອງ​ເອກ​ ຂອງ​ແຂວງ​ຈຳປາ​ສັກ​ທີ່​ຕັ້ງຢູ່​ລຽບຕາມ​ແຄມ​ແມ່ນ້ຳຂອງ ​ແລະ ​ແມ່ນ້ຳ​ເຊ​ໂດນ​ທີ່​ໄຫຼມາ​ຈາກ​ຝາກ​ຝັ່ງ​ທາງ​ແຂວງ​ສາລະ​ວັນ ບ່ອນ​ທີ່​ແມ່ນ້ຳທັງ​ສອງ​ໄຫຼມາ​ບັນຈົບ​ກັນນັ້ນ​ເອີ້ນວ່າ ​ສົບ​ເຊ ​ແລະ ​ເປັນ​ບ່ອນ​ທີ່​ນັກ​ທ່ອງ​ທ່ຽວຈາກ​ພາຍ​ໃນ ​ແລະ ​ຕ່າງປະ​ເທດ​ໃຝ່ຝັນ​ຢາກ​ໄປ​ເຫັນ​ ເພາະວ່າ​ນ້ຳຢູ່​ສົບ​ເຊ​ ຈະ​ເປັນນ້ຳສອງ​ສີ​ທີ່​ສອງ​ແມ່ນ້ຳ​ໄຫຼມາ​ບັນຈົບ​ກັນ, ​ໂດຍ​ສະ​ເພາະ​ແມ່ນ​ຍາມ​ຕາ​ເວັນ​ໃກ້​ຊິ​ຕົກ​ດິນ​​ແມ່ນ​ມີ​ຄວາມ​ສວຍ​ງາມ​ທີ່​ສຸດ​ບວກ​ກັບ​ອາກາດ​ອັນ​ເຢັນ​ສະບາຍ​ເໝາະ​ແກ່​ການ​ນັ່ງ​ກິນລົມ​ຊົມ​ວິວ​ ແລະ​ ຖ່າຍ​ຮູບ​ເປັນ​ຢ່າງ​ຍິ່ງ. ​ເນື່ອງ​ຈາກ​ສະ​ໄໝກ່ອນ ສ.ປ.ປ.ລາວ​ຂອງ​ເຮົາ​ຕົກ​ຢູ່​ພາຍ​ໃຕ້​ອໍານາດ​ຂອງຈັກກະພັດຝຣັ່ງ​ ເຊັ່ນ​ດຽວກັບ​ປາກ​ເຊ​ທີ່​ເຄີຍ​ເປັນ​ເມ​ືອງຍຸດ​ທະ​ສາດ​ທີ່ສຳຄັນ ​ແລະ​ ເປັນ​ສູນ​ກາງ​ການ​ບັນຊາການ​​ໃນ​ເຂດ​ພາກ​ໃຕ້​ລາວຂອງຝຣັ່ງ​ໃນ​ສະ​ໄໝນັ້ນ ຈຶ່ງ​ເຮັດ​ໃຫ້​ປາກ​ເຊ​ປັດຈຸບັນ​ນີ້​ ຍັງ​ມີ​ອະຣິຍະ​ທຳ​​ແບບ​​ເອີ​ຣົບ​ຫຼົງ​ເຫຼືອຢູ່ ​ເປັນຕົ້ນ​ແມ່ນ​ຕຶກ​ອາຄານ​ເກົ່າ​ແກ່​ຕ່າງໆ ທີ່​ເວົ້າ​ໄດ້​ວ່າ​ເປັນ​ສະ​ເໜ່ໜຶ່ງ​ໃຫ້​ແກ່​ຜູ້​ມາ​ພົບ​ເຫັນ, ຍ້ອນ​ຄວາມ​ເປັນ​​ເອກະລັກ​ ແລະ ​ສວຍ​ງາມ​ແບບ​ຄຼາດຊິກ​ ຂອງ​ເມືອງ​ປາກ​ເຊ​ນີ້​ເອງ ຈິ່ງ​ຖືກ​ເລືອກ​ໃຫ້​ເປັນ​ສະຖານ​ທີ່​ຖ່າຍ​ທຳ​ສາກ ສຳຄັນໆ ​ໃນ​ຮູບ​ເງົາ​ເລື່ອງ ”ສະບາຍດີ​ຫຼວງພະ​ບາງ”, ”ສະບາຍດີ2 ບໍ່ມີຄຳຕອບຈາກປາກເຊ” ທີ່​ໂດ່​ງດັງ​​ທັງໃນລາວ ແລະ ຕ່າງປະເທດ, ນອກຈາກ​ຕຶກ​ອາຄານ​​ເກົ່າ​ແກ່​ທີ່​ສວຍ​ງາມ​ແລ້ວ​ປາກ​ເຊ​ຍັງ​ມີ​ສະ​ເໜ່ໜຶ່ງອີກ​ຄື​ອາຫານ​ການ​ກິນ​ທີ່​ຍັງ​ຄົງ​ຄວາມ​ເປ​ັນພາກ​ໃຕ້​ໄວ້​ໄດ້​ດີ​ທີ່​ສຸດ​ນັ້ນກໍ​ຄື ອາຫານ​ເມ​ນູທີ່​ກ່ຽວກັບປາ ຖ້າ​ທ່ານ​ຢາກກິນ​ສົ້ມ ຫຼື ກ້ອຍ​ປານ້ຳຂອງ​ແບບ​ເອກະລັກ​ພາກ​ໃຕ້​ແທ້ໆ ລອງ​ໄປ​ທ່ຽວປາກ​ເຊ​ແລ້ວ​ທ່ານ​ຈະ​ໄດ້​ສຳຜັດ​ກັບ​ລົດ​ຊາດ​ທີ່​ແທ້​ຈິງ​. ບັນຍາກາ​ດ​ໃນ​ຕອນ​ຄ່ຳ​ຄືນ​ຂອງ​ປາກ​ເຊ ​ກໍ​​ເຕັມ​ໄປ​ດ້ວຍ​ແສງ​ສີ​ທີ່​ມີ​ການ​ປະດັບ​ປະດາ​ທີ່​ສວຍ​ງາມ, ຖ້າ​ທ່ານ​ຜູ້​ອ່ານ​ຢາກ​ສຳຜັດ​ກັບ​ບັນຍາກາດ​ໃນ​ຍາມ​ຄ່ຳ​ຄືນ​ທີ່​ແຄມ​ຂອງ​ກໍໜ້າສົນ​ໃຈບໍ່​ແພ້​ກັນ​ເພາະວ່າ​ເປັນ​ບ່ອນ​ທີ່​ທຸກ​ຄົນ​ໄປ​ພັກຜ່ອນຢ່ອນ​ໃຈ, ນອກຈາກ​ນັ້ນອ້ອມ​ແອ້ມ​ເມືອງ​ປາກ​ເຊ​ຍັງ​ມີ​ສະຖານ​ທີ່​ທ່ອງ​ທ່ຽວທາງ​ດ້ານ​ທຳ​ມະ​ຊາດ​ຫຼາຍບ່ອນ​ທີ່ໜ້າສົນ​ໃຈ​ເປັນຕົ້ນ​ແມ່ນ​ນ້ຳຕົກຕາ​ດ​ເຊັ່ນ: ນ້ຳຕົກ​ຕາດ​ຜາ​ສ້ວມທີ່ຢູ່​ຫ່າງ​ຈາກ​ຕົວ​ເມືອງ​ປາກ​ເຊ​ປະມານ 40 ກມ​ ເທົ່າ​ນັ້ນນອກຈາກ​ນັ້ນຍັງ​ມີ​ຕາດ​ຟານ,ຕາດ​ເຍືອງ​ ແລະ​ ບ່ອນ​ອື່ນໆອີກ... ນອກຈາກ​ນັ້ນຖ້າ​ທ່ານ​ຕ້ອງການ​ເບິ່ງ​ຜ້າ​ໄໝ​ແດນ​ໃຕ້​ທ່ານ​ກໍ​ສາມາດ​ໄປ​ເບິ່ງ​ໄດ້​ທີ່​ບ້ານ​ສະ​ຜ່າ​ຍ​ເຊິ່ງ​ເປັນ​ບ່ອນ​ປູກ​ມອນ​ລ້ຽງມ້ອນ​ທີ່​ມີ​ຊື່ສຽງຂອງ​ເຂດ​ໃຕ້​ລາວ ທີ່ຢູ່​ຫ່າງ​ຈາກຕົວ​ເມືອງ​ປາກ​ເຊ​ປະມານ 10 ກວ່າ​ກິ​ໂລ​​ແມັດ​ເທົ່າ​ນັ້ນ. ຖ້າ​ຫາກ​ວ່າ​ທ່ານ​ຕ້ອງການ​ຢາກ​ຊື້​ເຄື່ອງ​ປະດັບ​ຫຼື​ເຄື່ອງ​ຫັດຖະກຳ​ກໍ​ສາມາດ​ເຂົ້າ​ໄປ​ຫາ​ເລືອກ​ຊື້​ໄດ້​ທີ່​ຕະຫຼາດດາວ​ເຮືອງ​,ສູນການຄ້າຈຳປາສັກ ເຊິ່ງ​ເປັນ​ບ່ອນ​ທີ່​ນັກ​ທ່ອງ​ທ່ຽວຕ່າງປະ​ເທດ​ນິຍົມ​ກັນ​ໄປ​ທີ່​ສຸດ​(​ໂດຍ​ສະ​ເພາະ​ແມ່ນ​ນັກ​ທ່ອງ​ທ່ຽວຈາກ​ໄທ) ເພາະວ່າ​ເຄື່ອງມີຫຼາກຫຼາຍປະ​ເພດ​ໃຫ້​ເລືອກ​ ແລະ ​ລາຄາຖືກ ​ບວກ​ກັບ​ນ້ຳ​ໃຈ​ຂອງ​ຊາວ​ເມືອງ​ປາກ​ເຊ​ທີ່​ຍິນ​ດີ​ຕ້ອນຮັບ​ແຂກ​ບ້ານ​ແຂກ​ບ້ານ​ເມືອງ​ ແລະ​ ເອື້້ອ​ເຟື້ອ​ເພື່ອ​ແຜ່ ຈົນ​ໄດ້​ສາຍ​າວ່າ ”​ໄທ​ໃຕ້​ພີ່ນ້ອງ​ຫຼາຍ” ກຸຫຼາບປາກ​ເຊ​ ຄື​ຊື່ເພງ​ທີ່ຮ້ອງ​ເພື່ອ​ສັນລະ​ເສີນ ​ແລະ​ ຍ້ອງຍໍ​ຄວາມ​ງົດ​ງາມ​ຂອງ​ດິນ​ແດນ​ແຫ່ງ​ນີ້ ກໍຄືນຳ​ໃຈ​ຂອງສາ​ວ​ເມືອງ​ປາກ​ເຊ​ທີ່ຈະ​ບໍ່ມີ​ວັນ​ເຫືອດ​ແຫ້ງ​ໂດຍ​ການ​ໃຊ້​ດອກ​ກຸຫຼາບ​ເພື່ອ​​ປຽບທຽບ.

ອ້າງອີງ ດັດແກ້

ແຫຼ່ງຂໍ້ມູນອື່ນ ດັດແກ້

 
Commons:Category
Commons ມີພາບກ່ຽວກັບ:
ເມືອງປາກເຊ