ປະເທດມາເລເຊຍ

ປະເທດໃນອາຊີຕາເວັນອອກສຽງໃຕ້
(ປ່ຽນເສັ້ນທາງມາຈາກ Malaysia)

ມາເລເຊຍ (ມາເລ: Malaysia) ເປັນປະເທດຕັ້ງຢູ່ໃນພາກພື້ນອາຊີຕາເວັນອອກສຽງໃຕ້ ປະກອບດ້ວຍລັດ 13 ລັດ ແລະ ດິນແດນສະຫະພັນ 3 ດິນແດນ ແລະ ມີເນື້ອທີ່ລວມ 330,803 ຕາລາງກິໂລແມັດ (127,720 ຕາລາງໄມລ໌) ໂດຍມີທະເລຈີນໃຕ້ແບ່ງພື້ນທີ່ອອກເປັນ 2 ສ່ວນເຊິ່ງມີຂະໜາດໃກ້ຄຽງກັນ ເຊັ່ນ ມາເລເຊຍຕາເວັນຕົກ ແລະ ມາເລເຊຍຕາເວັນອອກ ມາເລເຊຍຕາເວັນຕົກມີຊາຍແດນທາງບົກ ແລະ ທາງທະເລຮ່ວມກັບໄທ ແລະ ມີຊາຍແດນທາງທະເລຮ່ວມກັບສິງກະໂປ, ຫວຽດນາມ ແລະ ອິນໂດເນເຊຍ ມາເລເຊຍຕາເວັນອອກມີຊາຍແດນທາງບົກ ແລະ ທາງທະເລຮ່ວມກັບບຣູໄນ ແລະ ອິນໂດເນເຊຍ ແລະ ມີຊາຍແດນທາງທະເລຮ່ວມກັບຟີລິບປິນ ແລະ ຫວຽດນາມ ເມືອງຫຼວງຂອງປະເທດແມ່ນກົວລາລຳເປີ ໃນຂະນະທີ່ປູຕາຈາຢາເປັນທີ່ຕັ້ງຂອງລັດຖະບານກາງ ໂດຍປະຊາກອນຈຳນວນຫຼາຍກວ່າ 30 ລ້ານຄົນ ມາເລເຊຍຈຶ່ງເປັນປະເທດທີ່ມີປະຊາກອນຫຼາຍທີ່ສຸດເປັນອັນດັບທີ 42 ຂອງໂລກ ຕັນຈຸງ ປິໄຢ (Tanjung Piai) ຈຸດໃຕ້ທີ່ສຸດຂອງແຜ່ນດິນໃຫຍ່ທະວີບເອີຣາຊີຢູ່ໃນມາເລເຊຍ ມາເລເຊຍເປັນປະເທດໃນເຂດຮ້ອນ ແລະ ເປັນໜຶ່ງໃນ 17 ປະເທດຂອງໂລກທີ່ມີຄວາມຫຼາກຫຼາຍທາງຊີວະພາບຢ່າງຍິ່ງ (megadiverse country) ໂດຍມີຊະນິດພັນສະເພາະທ້ອງຖິ່ນເປັນຈຳນວນຫຼາຍ

ມາເລເຊຍ

Malaysia (ມາເລ)
ທຸງຊາດມາເລເຊຍ
ທຸງຊາດ
ກາແຜ່ນດິນຂອງມາເລເຊຍ
ກາແຜ່ນດິນ
ຄຳຂວັນ"ຄວາມເປັນເອກະພາບຄືພະລັງ"
(ມາເລ: Bersekutu Bertambah Mutu)[1]
ທີ່ຕັ້ງຂອງ ປະເທດມາເລເຊຍ  (ຂຽວເຂັ້ມ)
ເມືອງຫຼວງ
ເມືອງໃຫຍ່ທີ່ສຸດກົວລາລຳເປີ
ພາສາລາຊະການ
ແລະ ພາສາປະຈຳຊາດ
ພາສາມາເລ
ພາສາທີ່ໄດ້ຮັບການຍອມຮັບອັງກິດ
ກຸ່ມຊົນເຜົ່າ
(2020)[2] [3]
ສາສະໜາ
(2010)[5]
ເດມະນິມຊາວມາເລເຊຍ
ການປົກຄອງສະຫະພັນ ລະບົບລັດຖະສະພາ ລາຊາທິປະໄຕໂດຍເລືອກຕັ້ງ
ສົມເດັດພຣະລາຊາທິບໍດີ ອັບດູລລາ ຊາຫ໌
ອັນວາ ອິບຣາຮິມ
ສະພານິຕິບັນຍັດລັດຖະສະພາ
ເດວັນ ເນີກາຣາ (ວຸດທິສະພາ)
ເດວັນ ຣັກຢາດ (ສະພາຜູ້ແທນລາຊະດອນ)
ເອກະລາດ 
31 ສິງຫາ 1957[6]
22 ກໍລະກົດ 1963
31 ສິງຫາ 1963[7]
16 ກັນຍາ 1963
ພື້ນທີ່
• ລວມ
330,803 ຕາລາງກິໂລແມັດ (127,724 ຕາລາງໄມລ໌) (ອັນດັບທີ 67)
0.3
ປະຊາກອນ
• 2022 ປະມານ
33,871,431[8] (ອັນດັບທີ 43)
• ສຳມະໂນປະຊາກອນ 2020
32,447,385[9]
98 ຕໍ່ຕາລາງກິໂລແມັດ (253.8 ຕໍ່ຕາລາງໄມລ໌) (ອັນດັບທີ 116)
GDP (ອຳນາດຊື້)2022 (ປະມານ)
• ລວມ
Increase 1.089 ພັນຕື້ໂດລາສະຫະລັດ[10] (ອັນດັບທີ 31)
Increase 32,901 ໂດລາສະຫະລັດ[10] (ອັນດັບທີ 54)
GDP (ລາຄາຕະຫຼາດ)2022 (ປະມານ)
• ລວມ
Increase 439.373 ຕື້ໂດລາສະຫະລັດ[10] (ອັນດັບທີ 34)
Increase 13,268 ໂດລາສະຫະລັດ[10] (ອັນດັບທີ 66)
ຈີນີ (2015)positive decrease 41[11]
ປານກາງ
HDI (2021)Decrease 0.803[12]
ສູງຫຼາຍ · ອັນດັບທີ 62
ສະກຸນເງິນຣິງກິດ (RM) (MYR)
ເຂດເວລາUTC+8 (ເວລາມາດຕະຖານມາເລເຊຍ)
ຮູບແບບວັນທີວວ-ດດ-ປປປປ
ໄຟບ້ານ240 ໂວລຕ໌, 50 ເຮີຣ໌ຊ
ຂັບລົດດ້ານຊ້າຍ
ລະຫັດໂທລະສັບ+60
ລະຫັດອິນເຕີເນັດ.my

ມາເລເຊຍມີຕົ້ນກຳເນີດມາຈາກອານາຈັກມາລາຢູຫຼາຍອານາຈັກທີ່ປາກົດໃນແຜນທີ່ ຕັ້ງແຕ່ພຸດທະສັກກະລາດທີ 24 ເປັນຕົ້ນມາ ອານາຈັກເຫຼົ່ານັ້ນກໍຄ່ອຍໆຂຶ້ນກົງຕໍ່ຈັກກະພັດບຣິເຕນ ໂດຍອານານິຄົມກຸ່ມທຳອິດຂອງບຣິເຕນມີຊື່ເອີ້ນລວມກັນວ່ານິຄົມຊ່ອງແຄບ ສ່ວນອານາຈັກມາລາຢູທີ່ເຫຼືອກາຍເປັນລັດໃນອາລັກຂາຂອງບຣິເຕນໃນເວລາຕໍ່ມາ ດິນແດນທັງໝົດໃນມາເລເຊຍຕາເວັນຕົກລວມຕົວກັນເປັນຄັ້ງທຳອິດໃນຖານະສະຫະພາບມາລາຢາໃນປີ 1946 ມາລາຢາຖືກປັບໂຄງສ້າງເປັນສະຫະພັນທະລັດມາລາຢາໃນປີ 1948 ແລະ ໄດ້ຮັບເອກະລາດເມຶ່ອວັນທີ 31 ສິງຫາ 1957 ມາລາຢາລວມກັບບໍນຽວເໜືອ, ຊາຣາວັກ ແລະ ສິງກະໂປເປັນມາເລເຊຍເມື່ອວັນທີ 16 ກັນຍາ 1963 ແຕ່ບໍ່ເຖິງສອງປີຖັດມາ ແມ່ນໃນປີ 1965 ສິງກະໂປກໍຖືກຂັບອອກຈາກສະຫະພັນ[13]

ມາເລເຊຍເປັນປະເທດທີ່ມີຫຼາຍຊົນເຜົ່າ ແລະ ຫຼາກຫຼາຍວັດທະນະທຳເຊິ່ງມີບົດບາດຢ່າງຫຼາຍໃນດ້ານການເມືອງ ປະມານເຄິ່ງໜຶ່ງຂອງປະຊາກອນທັງໝົດເຊື້ອສາຍມາລາຢູ ໂດຍມີຊົນກຸ່ມນ້ອຍກຸ່ມຄຳຄັນແມ່ນ: ຊາວມາເລເຊຍເຊື້ອສາຍຈີນ, ຊາວມາເລເຊຍເຊື້ອສາຍອິນເດຍ ແລະ ຊົນພື້ນເມືອງດັ້ງເດີມກຸ່ມຕ່າງໆ ລັດຖະທຳມະນູນປະກາດໃຫ້ສາສະໜາອິດສະລາມເປັນສາສະໜາປະຈຳຊາດ ແຕ່ກໍຍັງໃຫ້ເສລີພາບໃນການນັບຖືສາສະໜາສໍາລັບຄົນທີ່ບໍ່ແມ່ນຊາວມຸດສະລິມ ລະບົບລັດຖະບານມີຮູບແບບຄ້າຍຄືກັນກັບລະບົບລັດຖະສະພາເວດມິນສະເຕີ ລະບົບກົດໝາຍມີພື້ນຖານຢູ່ໃນລະບົບຄອມມອນລໍວ໌ ປະມຸກແຫ່ງລັດເປັນພະມະຫາກະສັດ ຫຼື ທີ່ຮຽກກັນວ່າຢັງດິເປີຕວນອາກົງ ຊົງໄດ້ຮັບເລືອກຈາກບັນດາເຈົ້າຜູ້ຄອງລັດໃນມາເລເຊຍຕາເວັນຕົກ 9 ລັດ ໂດຍຊົງດຳລົງຕໍາແໜ່ງແຕ່ລະໄລຍະ 5 ປີ ສ່ວນຫົວໜ້າລັດຖະບານແມ່ນນາຍົກລັດຖະມົນຕີ

ນັບຕັ້ງແຕ່ໄດ້ຮັບເອກະລາດ ມາເລເຊຍເປັນປະເທດທີ່ມີປະຫວັດທາງເສດຖະກິດທີ່ດີທີ່ສຸດປະເທດໜຶ່ງໃນອາຊີ ໂດຍມີຄ່າລວມຍອດຜະລິດຕະພັນພາຍໃນເຕີບໂຕຂຶ້ນສະເລ່ຍຮ້ອຍລະ 6.5 ຕໍ່ປີເປັນເວລາເກືອບ 50 ປີ[14] ລະບົບເສດຖະກິດແຕ່ເດີມໄດ້ຮັບການຂັບເຄື່ອນດ້ວຍຊັບພະຍາກອນທຳມະຊາດທີ່ມີຢູ່ ແຕ່ກໍກຳລັງຂະຫຍາຍຕົວໃນພາກວິທະຍາສາດ ການທ່ອງທ່ຽວ ການຄ້າ ແລະ ການທ່ອງທ່ຽວເຊີງສຸຂະພາບ ທຸກມື້ນີ້ ມາເລເຊຍເປັນປະເທດອຸດສາຫະກຳໃໝ່ທີ່ໃຊ້ລະບົບເສດຖະກິດແບບຕະຫຼາດເສລີ ເຊິ່ງມີຂະໜາດໃຫຍ່ທີ່ສຸດເປັນອັນດັບທີ 3 ໃນອາຊີຕາເວັນອອກສຽງໃຕ້ (ຮອງຈາກອິນໂດເນເຊຍ ແລະ ໄທ) ເປັນສາມາຊິກຈັດຕັ້ງສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ ການປະຊຸມສຸດຍອດອາຊີຕາເວັນອອກ ແລະ ອົງການການຮ່ວມມືອິດສະລາມ ແລະ ເປັນສະມາຊິກຂອງການຮ່ວມມືທາງດ້ານເສດຖະກິດແຫ່ງອາຊີ-ປາຊີຟິກ ເຄືອຈັກກະພົບແຫ່ງຊາດ ແລະ ຂະບວນການທີ່ບໍ່ສອດຄ່ອງ

ອ້າງອີງ

ດັດແກ້
  1. "Malaysian Flag and Coat of Arms". Malaysian Government. Archived from the original on 22 October 2013. Retrieved 9 September 2013.
  2. "Current Population Estimates Malaysia 2016–2017". Department of Statistics, Malaysia. Retrieved 14 July 2017.
  3. Department of Statistics Malaysia 2020.
  4. "The States, Religion and Law of the Federation" (PDF). Constitution of Malaysia. Judicial Appointments Commission. Archived from the original (PDF) on 14 June 2017. Retrieved 29 October 2017. Islam is the religion of the Federation; but other religions may be practised in peace and harmony in any part of the Federation.
  5. "Population Distribution and Basic Demographic Characteristic Report 2010 (Updated: 05/08/2011)". Department of Statistics, Malaysia. 29 July 2011. Retrieved 11 June 2018.
  6. Mackay, Derek (2005). Eastern Customs: The Customs Service in British Malaya and the Opium Trade. The Radcliffe Press. pp. 240–. ISBN 978-1-85043-844-1.
  7. "31 Ogos 1963, Hari kemerdekaan Sabah yang rasmi". AWANI. 14 May 2021. Retrieved 1 September 2021.
  8. {{{2}}} entry at The World Factbook
  9. "Population and Housing Census of Malaysia 2020". Department of Statistics, Malaysia. p. 48. Archived from the original on 28 February 2022. Retrieved 23 March 2022.
  10. 10.0 10.1 10.2 10.3 "World Economic Outlook Database, April 2022". IMF.org. International Monetary Fund. April 2022. Retrieved April 19, 2022.
  11. "Gini Index". World Bank. Retrieved 20 December 2018.
  12. "Human Development Report 2021/2022" (PDF) (in ອັງກິດ). United Nations Development Programme. 8 September 2022. Retrieved 8 September 2022.
  13. Baten, Jörg (2016). A History of the Global Economy. From 1500 to the Present. Cambridge University Press. p. 290. ISBN 9781107507180.
  14. "Malaysia". United States State Department. 14 July 2010. Retrieved 14 September 2010.