ເຂດດິນແດງ

ເຂດໃນບາງກອກ ປະເທດໄທ
ເຂດດິນແດງ
ບາງກອກ
ແຜນທີ່ບາງກອກ ເນັ້ນເຂດດິນແດງ
ແຫຼ່ງເຄຫະຊຸມຊົນ ຄົນກະຊວງແຮງງານ ສູນສຶກສາວິຊາທະຫານ ຕຶກຕະຫງ່ານ ກທມ. 2 ສະໜາມປະລອງໄທ-ຢີ່ປຸ່ນ ສະນັບສະໜຸນ
ການກີລາ ມີອຸໂມງທາງດ່ວນລົດໄຟຟ້າ
ຖິ່ນນີ້ໜາຄືດິນແດງ
ຂໍ້ມູນທົ່ວໄປ
ອັກສອນລາວ ເຂດດິນແດງ
ອັກສອນໂລມັງ Khet Din Daeng
ລະຫັດພູມິສາດ 1026
ລະຫັດໄປສະນີ 10400
ຂໍ້ມູນສະຖິຕິ
ພື້ນທີ່ 8.400 ຕລ.ກມ.
ປະຊາກອນ 123,966[1] ຄົນ (ຄ.ສ. 2016)
ຄວາມໜາແໜ້ນ 14,757.85 ຄົນ/ຕລ.ກມ.
ສຳນັກງານເຂດ
ບ່ອນຕັ້ງ ເລກທີ່ 99 ຖະໜົນມິດໄມຕີ ແຂວງດິນແດງ ເຂດດິນແດງ ບາງກອກ 10400
ພິກັດ 13°46′11″N 100°33′10″E / 13.76972°N 100.55278°E / 13.76972; 100.55278
ໝາຍເລກໂທລະສັບ 0 2245 1612, 0 2245 1613
ໝາຍເລກໂທລະສານ 0 2247 2414
ເວັບໄຊຕ໌ ເວັບໄຊຕ໌ສຳນັກງານເຂດດິນແດງ
ສາລານຸກົມປະເທດໄທ ສ່ວນໜຶ່ງຂອງສາລານຸກົມປະເທດໄທ

ເຂດດິນແດງ ແມ່ນ 1 ໃນ 50 ເຂດການປົກຄອງຂອງບາງກອກ ຢູ່ໃນກຸ່ມເຂດບາງກອກກາງ ສະພາບທົ່ວໄປເປັນແຫຼ່ງການຄ້າ ການບໍລິການ ແລະແຫຼ່ງທີ່ຢູ່ອາໄສໜາແໜ້ນຫຼາຍ

ບ່ອນຕັ້ງແລະອານາເຂດ ດັດແກ້

ເຂດດິນແດງຕັ້ງຢູ່ທາງຝັ່ງຕາເວັນອອກຂອງແມ່ນ້ຳເຈົ້າພະຍາຫຼືຝັ່ງພະນະຄອນ ມີອານາເຂດຕິດຕໍ່ຮຽງຕາມເຂັມໂມງດັງນີ້

ທີ່ມາຂອງຊື່ເຂດ ດັດແກ້

ພື້ນທີ່ສ່ວນໃຫຍ່ຂອງເຂດດິນແດງໃນອະດີດເປັນທົ່ງນາກວ້າງຂວາງເຊັ່ນດຽວກັບທ້ອງທີ່ຮອບນອກແຫ່ງໃນຈັງຫວັດພະນະຄອນ ຈົນກະທັ່ງໃນສະໄໝທີ່ຈອມພົນ ປ. ພິບູນສົງຄາມ ເປັນນາຍົກລັດຖະມົນຕີ ມີການຕັດຖະໜົນຕໍ່ຈາກປາຍຖະໜົນລາຊະວິຖີກົງຫົວມຸມທີ່ບັນຈົບກັບຖະໜົນລາຊະປາລົບ (ປັດຈຸບັນຄືບໍລິເວນຂົວພົມໂຍທີ[2] ໄກ້ທາງແຍກສາມຫຼ່ຽມດິນແດງ ເຂດລາຊະເທວີ) ເຂົ້າມາໃນພື້ນທີ່ ແລະສ້າງຕໍ່ໄປຈົນຮອດບໍລິເວນໂຮງຮຽນພ້ອມພັນວິທະຍາ (ຖະໜົນປະຊາສົງເຄາະ) ໃນປັດຈຸບັນ[3] ຕໍ່ມາຖະໜົນສາຍນີ້ໄດ້ກາຍເປັນເສັ້ນທາງຄົມມະນາຄົມຫຼັກໃນພື້ນທີ່ ແຕ່ເນື່ອງຈາກໃຊ້ດິນລູກຮັງເປັນວັດສະດຸໃນການກໍ່ສ້າງ ເມື່ອລົດໃຫຍ່ແລ່ນຜ່ານຈຶ່ງເຮັດໃຫ້ເກີດຝຸ່ນສີແດງກະຈາຍໄປທົ່ວ[3] ຫຼັງຄາບ້ານເຮືອນຖືກຝຸ່ນຈັບກາຍເປັນສີແດງ[2] ຜູ້ຄົນຈຶ່ງຮຽກຖະໜົນສາຍນີ້ວ່າ "ຖະໜົນດິນແດງ" ແລະຮຽກຢ່ານນັ້ນວ່າ "ດິນແດງ"[3] ພາຍຫຼັງເມື່ອທາງລາຊະການມີນະໂຍບາຍເພີ່ມເຂດການປົກຄອງໃໝ່ບາງກອກ ກໍໄດ້ນຳຊື່ນີ້ມາຕັ້ງເປັນຊື່ຂອງແຂວງແລະເຂດດ້ວຍ

ປະຫວັດ ດັດແກ້

ແຕ່ເດີມພື້ນທີ່ເຂດດິນແດງເປັນສ່ວນໜຶ່ງຂອງຕຳບົນສາມເສນໃນແລະຕຳບົນສາມເສນນອກ ອຳເພີບາງຊື່[4][5] ຈົນກະທັ່ງໃນປີ ຄ.ສ. 1938 (ລັດຊະໄໝພະບາດສົມເດັດພະເຈົ້າຢູ່ຫົວອານັນທະມະຫິດົນ) ທາງການໄດ້ປັບປຸງເຂດການປົກຄອງໃໝ່ເພື່ອໃຫ້ເໝາະສົມກັບສະພາບພື້ນທີ່ໂດຍໃຫ້ຍຸບຮວມອຳເພີທີ່ມີຈຳນວນປະຊາກອນແລະປະລິມານງານບໍ່ຫຼາຍເຂ້ານຳກັນ ເຮັດໃຫ້ອຳເພີບາງຊື່ຖືກຍຸບລົງ ຕຳບົນສາມເສນໃນຈຶ່ງຍ້າຍມາຂຶ້ນກັບອຳເພີດຸສິດ ສ່ວນຕຳບົນສາມເສນນອກຍ້າຍໄປຂຶ້ນກັບອຳເພີບາງກະປິ[6] ຕໍ່ມາໃນປີ ຄ.ສ. 1966 ທາງລາຊະການໄດ້ໂອນຕຳບົນສາມເສນໃນມາຂຶ້ນກັບອຳເພີພະຍາໄທທີ່ຕັ້ງຂຶ້ນໃໝ່[7] ສ່ວນພື້ນທີ່ທາງດ້ານຕາເວັນອອກຂອງແຂວງສາມເສນໃນເພິ່ງໄດ້ຮັບການຍົກຖານະແມ່ນ ແຂວງດິນແດງ ຂຶ້ນກັບເຂດພະຍາໄທ[3] ຫຼັງຈາກທີ່ມີການປ່ຽນຮູບແບບການປົກຄອງນະຄອນຫຼວງແມ່ນບາງກອກໄປແລ້ວ[8]

ຕໍ່ມາໃນປີ ຄ.ສ. 1978 ຈຶ່ງມີພະລາຊະກິດສະດີກາໂອນແຂວງດິນແດງໄປຂຶ້ນກັບເຂດຫ້ວຍຂວາງ ເພື່ອຈັດຂະໜາດພື້ນທີ່ແລະຈຳນວນປະຊາກອນຂອງແຕ່ລະເຂດໃຫ້ມີຄວາມເໝາະສົມໃນການປົກຄອງແລະການອຳນວຍຄວາມສະດວກແກ່ປະຊາຊົນ[9] ພາຍຫຼັງເຂດຫ້ວຍຂວາງມີຄວາມຈະເລີນແລະປະຊາກອນໜາແໜ້ນຂຶ້ນ ອີກທ້ອງທີ່ບາງແຫ່ງໂດຍສະເພາະແຂວງດິນແດງຍັງຢູ່ໄກຈາກສຳນັກງານເຂດຫຼາຍ ເຮັດໃຫ້ບໍ່ສະດວກຕໍ່ການບໍລິການປະຊາຊົນ ຄ.ສ. 1989 ບາງກອກຈຶ່ງໄດ້ຕັ້ງສຳນັກງານເຂດຫ້ວຍຂວາງ ສາຂາດິນແດງຂຶ່ນ[3] ເພື່ອດູແລພື້ນທີ່ແຂວງດິນແດງ

ແລະໃນວັນທີ່ 8 ຕຸລາ ຄ.ສ. 1993 ໄດ້ມີປະກາດກະຊວງມະຫາດໄທຮວມພື້ນທີ່ແຂວງດິນແດງ ບາງສ່ວນຂອງແຂວງຫ້ວຍຂວາງ ບາງສ່ວນຂອງແຂວງສາມເສນນອກ ເຂດຫ້ວຍຂວາງ ບາງສ່ວນຂອງແຂວງສາມເສນໃນ ເຂດພະຍາໄທ ແລະບາງສ່ວນຂອງແຂວງມັກກະສັນ ເຂດລາຊະເທວີ ມາຈັດຕັ້ງເປັນ ເຂດດິນແດງ ຂຶ້ນ ເພື່ອປະໂຍດໃນການປົກຄອງ ການບໍລິຫານລາຊະການ ແລະການໃຫ້ບໍລິການແກ່ປະຊາຊົນທີ່ເພີ່ມຈຳນວນຫຼາຍຂຶ້ນໃນທ້ອງທີ່ ແລະໃນວັນທີ້ 21 ຕຸລາ ປີດຽວກັນ ບາງກອກກໍໄດ້ປະກາດຕັ້ງແຂວງດິນແດງເຕັມພື້ນທີ່ເຂດດິນແດງ ໂດຍປະກາດທັງສອງ 2 ສະບັບເລິ່ມມີຜົນບັງຄັບໃຊ້ໃນວັນດຽວກັນຄື 14 ມັງກອນ ຄ.ສ. 1994[10][11]

ການແບ່ງເຂດການປົກຄອງ ດັດແກ້

ວັນທີ່ 26 ກໍລະກົດ ຄ.ສ. 2016 ບາງກອກໄດ້ປະກາດຈັດຕັ້ງແຂວງລັດຊະດາພິເສກແຍກຈາກພື້ນທີ່ແຂວງດິນແດງ ໂດຍມີຜົນບັງຄັບໃຊ້ໃນວັນດຽວກັນ ສົ່ງຜົນໃຫ້ເຂດດິນແດງໃນປັດຈຸບັນແບ່ງເຂດການປົກຄອງຍ່ອຍອອກເປັນ 2 ແຂວງ (khwaeng) ໄດ້ແກ່

ອັກສອນລາວ ອັກສອນໂລມັງ ພື້ນທີ່
(ຕລ.ກມ.)
ຈຳນວນປະຊາກອນ
(ພຶດສະພາ 2016)
ຈຳນວນບ້ານ
(ພຶດສະພາ 2016)
ຄວາມໜາແໜ້ນປະຊາກອນ
(ພຶດສະພາ 2016)
ດິນແດງ Din Daeng
123,404
58,143
14,690.95
ລັດຊະດາພິເສກ Ratchadaphisek
ທັງໝົດ
8.400
123,404
58,143
14,690.95

ປະຊາກອນ ດັດແກ້

ການຄົມມະນາຄົມ ດັດແກ້

ທາງສາຍຫຼັກໃນພື້ນທີ່ເຂດດິນແດງ ໄດ້ແກ່

ສ່ວນທາງສາຍຮອງ ໄດ້ແກ່

ທາງນ້ຳມີຄອງບາງຊື່ ຄອງນ້ຳແກ້ວ ຄອງສາມເສນ

ແລະຍັງມີລະບົບຂົນສົ່ງມວນຊົນຕາມແຜນແມ່ບົດ ໄດ້ແກ່

  • ລົດໄຟຟ້າມະຫານະຄອນ ສາຍສະເຫຼີມລັດຊະມົງຄົນ ຕາມແນວຖະໜົນລັດຊະດາພິເສກ (ສະຖານີພະຮາມ 9, ສະຖານີສູນວັດມະທຳແຫ່ງປະເທດໄທ, ສະຖານີສຸດທິສານ, ສະຖານີລັດຂະດາພິເສກ)
  • ລົດໄຟຟ້າມະຫານະຄອນ ສາຍສີສົ້ມ ຕາມແນວຖະໜົນວິພາວະດີຮັງສິດ, ຖະໜົນປະຊາສົງເຄາະ ແລະຕັດຂວາງຖະໜົນເທິງຖະໜົນລັດຊະດາພິເສກ (ສະຖານີດິນແດງ, ສະຖານີປະຊາສົງເຄາະ, ສະຖານີສູນວັດທະນະທຳແຫ່ງປະເທດໄທ (ຮ່ວມກັບສາຍສີນ້ຳເງິນ))
  • ລົດໄຟຟ້າສາຍສີຟ້າ ຕາມແນວຖະໜົນປະຊາສົງເຄາະ, ຖະໜົນມິດໄມຕີ, ຖະໜົນຈະຕຸລະທິດ (ສະຖານີປະຊາສົງເຄາະ (ເຊື່ອມຕໍ່ກັບສາຍສີສົ້ມ), ສະຖານີມິດໄມຕີ, ສະຖານີດິນແດງ)

ສະຖານທີ່ສຳຄັນ ດັດແກ້

ສະຖານທີ່ລາຊະການ ດັດແກ້

ໜ່ວຍງານປະເພດອື່ນ ດັດແກ້

ສາສະນະສະຖານ ດັດແກ້

ສະຖານສຶກສາ ດັດແກ້

ລະດັບອຸດົມສຶກສາ ດັດແກ້

ໂຮງຮຽນມັດທະຍົມສຶກສາສັງກັດສຳນັກງານຄະນະກຳມະການການສຶກສາຂັ້ນພື້ນຖານ ດັດແກ້

ການອາຊີວະສຶກສາ ດັດແກ້

ໂຮງຮຽນສັງກັດສຳນັກການສຶກສາບາງກອກ ດັດແກ້

ໂຮງຮຽນສັງກັດສຳນັກບໍລິຫານງານຄະນະກຳມະການສົ່ງເສີມການສຶກສາເອກະຊົນ ດັດແກ້

ອ້າງອິງ ດັດແກ້

  1. สำนักบริหารการทะเบียน กรมการปกครอง กระทรวงมหาดไทย,กองปกครองและทะเบียน สำนักปลัดกรุงเทพมหานคร. สถิติประชากรและบ้าน - จำนวนประชากรแยกรายอายุ [ออนไลน์] เข้าถึงได้จาก: http://stat.dopa.go.th/stat/statnew/statTDD/. สืบค้น 14 กุมภาพันธ์ 2560.
  2. 2.0 2.1 สำนักงานคณะกรรมการวัฒนธรรมแห่งชาติ. "ประวัติชุมชนชาวดินแดง ผู้เชี่ยวชาญคนที่ ๒." คำให้การผู้เชี่ยวชาญด้านวัฒนธรรมท้องถิ่น. [ออนไลน์]. เข้าถึงได้จาก: http://www.culture.go.th/pculture/bangkok2/1_3.html[dead link] 2542. สืบค้น 7 มีนาคม 2555.
  3. 3.0 3.1 3.2 3.3 3.4 สำนักงานเขตดินแดง. "ประวัติความเป็นมา." [ออนไลน์]. เข้าถึงได้จาก: http://203.155.220.239/subsite/index.php?strOrgID=001008&strSection=aboutus&intContentID=111[dead link] [ม.ป.ป.]. สืบค้น 7 มีนาคม 2555.
  4. กรมแผนที่ทหาร. กองบัญชาการทหารสูงสุด. แผนที่กรุงเทพฯ พ.ศ. 2431-2474 = Maps of Bangkok, A.D. 1888-1931. พิมพ์ครั้งที่ 3. กรุงเทพฯ: กรมแผนที่ทหาร, 2542.
  5. ปราณี กล่ำส้ม. ย่านเก่าในกรุงเทพฯ [เล่ม 2]. กรุงเทพฯ: เมืองโบราณ, 2549, หน้า 21.
  6. "ประกาศสำนักนายกรัฐมนตรี เรื่อง ยุบรวมอำเภอ และยุบอำเภอลงเป็นกิ่งอำเภอ" (PDF). ราชกิจจานุเบกษา. 22: 1840–1842. 29 สิงหาคม 2481. Archived from the original (PDF) on 2011-11-08. Retrieved 2017-12-21. {{cite journal}}: Check date values in: |date= (help)
  7. "พระราชกฤษฎีกาตั้งอำเภอพญาไท พ.ศ. ๒๕๐๙" (PDF). ราชกิจจานุเบกษา. 83 (พิเศษ 39 ก): 1–3. 1 พฤษภาคม 2509. Archived from the original (PDF) on 2009-03-27. Retrieved 2017-12-21. {{cite journal}}: Check date values in: |date= (help)
  8. ใน พระราชกฤษฎีกาแบ่งกรุงเทพมหานครออกเป็นเขต พ.ศ. ๒๕๑๖ ບໍ່ປາກົດຊື່ຕຳບົນດິນແດງຫຼືແຂວງດິນແດງໃນເຂດການປົກຄອງຂອງທັ້ງເຂດພະຍາໄທແລະເຂດຫ້ວຍຂວາງ
  9. "พระราชกฤษฎีกาเปลี่ยนแปลงพื้นที่เขตพญาไท เขตห้วยขวาง และเขตบางกะปิ กรุงเทพมหานคร พ.ศ. ๒๕๒๑" (PDF). ราชกิจจานุเบกษา. 95 (48 ก): 180–184. 2 พฤษภาคม 2521. Archived from the original (PDF) on 2012-06-07. Retrieved 2017-12-21. {{cite journal}}: Check date values in: |date= (help)
  10. "ประกาศกระทรวงมหาดไทย เรื่อง เปลี่ยนแปลงพื้นที่เขตพญาไท เขตราชเทวี เขตห้วยขวาง และตั้งเขตดินแดง กรุงเทพมหานคร" (PDF). ราชกิจจานุเบกษา. 110 (พิเศษ 184 ง): 3–6. 10 พฤศจิกายน 2536. Archived from the original (PDF) on 2012-06-07. Retrieved 2017-12-21. {{cite journal}}: Check date values in: |date= (help)
  11. "ประกาศกรุงเทพมหานคร เรื่อง ตั้งแขวงดินแดง เขตดินแดง" (PDF). ราชกิจจานุเบกษา. 110 (พิเศษ 184 ง): 11–12. 10 พฤศจิกายน 2536. {{cite journal}}: Check date values in: |date= (help)
  12. สำนักบริหารการทะเบียน. กรมการปกครอง. กระทรวงมหาดไทย. "จำนวนประชากรและบ้าน." [ออนไลน์]. เข้าถึงได้จาก: http://stat.dopa.go.th/xstat/popyear.html 2556. สืบค้น 3 เมษายน 2556.

ແຫຼ່ງຂໍ້ມູນອື່ນ ດັດແກ້