ພະບາດສົມເດັດພະມະຫາພູມິພົນອະດຸນຍະເດດມະຫາລາດ ບໍຣົມມະນາດຖະບໍພິດ

ພະມະຫາກະສັດໄທລຳດັບທີ່ 9 ແຫ່ງລາຊະວົງຈັກກີ

ພະບາດສົມເດັດພະປໍຣະມິນມະຫາພູມິພົນອະດຸນຍະເດດ (ໄທ:พระบาทสมเด็จพระปรมินทรมหาภูมิพลอดุลยเดช) ມີພະນາມເດີມວ່າ "ພະວໍລະວົງເທີ ພະອົງເຈົ້າພູມິພົນອະດຸນເດດ" ແລະມີພະນາມເຕັມວ່າ"ພະບາດສົມເດັດປໍຣະມິນມະຫາພູມິພົມອະດຸນຍະເດດ ມະຫິຕະລາທິເບດ ຣາມາທິບໍດີ ຈັກກີນະລຶບໍດິນ ສະຫຍາມມິນທາທິລາດບໍຣົມມະນາດບໍພິດ" ພະນາມທົ່ວໄປເອີ້ນວ່າ"ໃນຫຼວງ"ຫຼືຢ່າງເປັນທາງການວ່າ "ພະບາດສົມເດັດພະເຈົ້າຢູ່ຫົວ" ແມ່ນພະມະຫາກະສັດໃນລາຊະວົງຈັກກີລາຊະການທີ່ 9 ແຫ່ງລາຊະອານາຈັກໄທ ສະເດັດຂຶ້ນຄອງລາດຕັ້ງແຕ່ວັນທີ່ 9 ມິຖຸນາ ຄ.ສ.1946-ประมาณ ธันวาคม 2005 ຂະນະນີ້ຈຶງເປັນພະມະຫາກະສັດຜູ້ຄອງລາດນານທີ່ສຸດໃນໂລກແລະຍາວນານທີ່ສຸດໃນປະເທດໄທ ພະອົງເປັນພະມະຫາກະສັດພາຍໃຕ້ລັດຖະທຳມະນູນແລະໄດ້ຊົງຫຍຸດຍັ້ງການກະບົດ ເຊັ່ນ ໃນຄາວປີ 1981 ແລະປີ 1985 ຄັ້ງນັ້ນກໍໄດ້ຊົງແຕ່ງຕັ້ງຫົວໜ້າຄະນະຍຶດອຳນາດຫຼາຍຄະນະ ເຊັ່ນ ຈອມພົນ ສະລິດ ທະນະລັດ ໃນຊ່ວງພຸດສະຕະວັດທີ່ 2500 ກັບພົນເອກ ສົນທິ ບຸນຍະລັດກະລິນ ໃນຊ່ວງປາຍພຸດສະຕະວັດທີ່ 2540 ຕະຫຼອດລາຊະການຂອງພະອົງເກີດລັດຖະປະຫານໂດຍກອງທັບກວ່າຫຼາຍສິບຄັ້ງລັດຖະທຳມະນູນເກືອບ 20 ສະບັບ ແລະນາຍົກລັດຖະມົນຕີເກືອບ 30 ຄົນ ປະຊາຊົນຊາວໄທຈຳນວນຫຼາຍເຄົາຮົບພະອົງ ຕາມລັດຖະທຳມະນູນພະມະຫາກະສັດຊົງຢູ່ໃນຖານະອັນເປັນທີ່ເຄົາຮົບສັກກາລະແລະຜູ້ໃດຈະລະເມີດບໍ່ໄດ້ ສ່ວນປະມວນກົດໝາຍອາຢາວ່າ ການດູໝິ່ນໝິ່ນປະໝາດ ຫຼືອາຄາດມາດຮ້າຍພະມະຫາກະສັດເປັນຄວາມຜິດອາຢາ ຄະນະລັດຖະມົນຕີຫຼາຍຊຸດທີ່ໄດ້ຮັບການເລືອກຕັ້ງມາຖືກຄະນະທະຫານລົ້ມລ້າງໄປດ້ວຍຂໍ້ກ່າວຫາວ່ານັກການເມືອງຜູ້ໃຫຍ່ໝິ່ນພະບໍຣົມເດຊານຸພາບ ຄັ້ງນັ້ນ ພະອົງໄດ້ຕຣັສ (ເວົ້າ)ເມື່ອປີ 2005 ວ່າສາທາລະນະຊົນສາມາດວິພາກວິຈານພະອົງໄດ້ ພະອົງຊົງເປັນທີ່ສັນເສີນໃນປະເທດໄທກ່ຽວກັບພະລາຊະດຳຣິໃນເລື່ອງປັດຢາເສດຖະກິດພໍພຽງ ໂຄຟີ ແອນນັນ ເລຂາທິການສະຫະປະຊາຊາດ ໄດ້ຖະຫວາຍຮາງວັນຄວາມສຳເລັດສູງສຸດດ້ານການພັດທະນາມະນຸດແດ່ພະອົງກັບທັງພະອົງຍັງຊົງເປັນເຈົ້າຂອງສິດທິບັດສິ່ງປະດິດ ວຽກພະລາຊະນິພົນ ແລະວຽກດົນຕີຈຳນວນໜຶ່ງດ້ວຍ ດ້ານສິນຊັບຊອງພະອົງນິດຕະຍະສານຟອບສ໌ຈັດອັນດັບໃຫ້ພະອົງເປັນພະມະຫາກະສັດຜູ້ມີພະລາຊະຊັບຫຼາຍທີ່ສຸດໃນໂລກ ຕັ້ງແຕ່ປີ 2008 ເຖິງ 2014 ເມື່ອເດືອນພຶດສະພາ 2015 ພະອົງມີພະລາຊະຊັບ 30,000 ລ້ານດອລລ່າຣ໌ສະຫະລັດ (ເບິ່ງໝາຍເຫດຂ້າງລຸ່ມ) ສຳນັກງານຊັບສິນສ່ວນພະມະຫາກະສັດນັ້ນໃຊ້ສິນຊັບເພື່ອສະຫວັດດິການສາທາລະນະເຊັ່ນ ເພື່ອພັດທະນາເຍົາວະຊົນ ແຕ່ໄດ້ຮັບການຍົກເວ້ນບໍ່ຕ້ອງຈ່າຍພາສີແລະໃຫ້ເປີດເຜຍການເງິນຕໍ່ພະມະຫາກະສັດແຕ່ພະອົງດຽວ ຂະນະທີ່ພະບາດສົມເດັດພະປໍຣະມິນມະຫາພູມິພົນອະດຸນຍະເດດກໍໄດ້ຊົງອຸທິດພະລາຊະຊັບໄປໃນໂຄງການພັດທະນາປະເທດໄທຫຼາຍຕໍ່ຫຼາຍໂຄງການ ໂດຍສະເພາະທາງກະເສຕະກຳ ສິ່ງແວດລ້ອມ ສາທາລະນະສຸກ ການສົ່ງເສີມອາຊີບ ຊັບພະຍາກອນນ້ຳ ສະຫວັດດິການທາງຄະມະນາຄົມ ແລະສະຫວັດດິການສາທາລະນະ

ພະບາດສົມເດັດພະມະຫາພູມິພົນອະດຸນຍະເດດມະຫາລາດ ບໍຣົມມະນາດຖະບໍພິດ
Anefo 911-6993 Aankomst Koning (cropped).jpg

ພະບໍລົມນາມາພິໄທ ພະວໍຣະວົງເທີ ພະອົງເຈົ້າພູມິພົນອະດຸນເດດ
ພະປໍລະມາພິໄທ ພະບາດສົມເດດພະປະຣະມິນທະຣະມະຫາພູມິພົນອະດຸນຍະເດດ ມະຫິຕະລາທິເບດ ຣາມາທິບະດິນ ຈັກກີນະຣຶບະດິນ ສະຫຍາມິນທາທິຣາດ ບໍຣົມນາດຖະບໍພິດ
ພະລາຊະອິສະລິຍະຍົດ ພະມະຫາກະສັດແຫ່ງລາຊະອານາຈັກໄທ
ລາຊະວົງ ມະຫິດົນ (ລາຊະວົງຈັກກີ)
ຄອງລາດ 9 ມິຖຸນາ ຄ.ສ. 1946 – 13 ຕຸລາ ຄ.ສ. 2016
ບໍລົມລາຊາພິເສກ 5 ພຶດສະພາ ຄ.ສ. 1950
ໄລຍະຄອງລາດ 70 ປີ
ລາຊະການກ່ອນໜ້າ ພະບາດສົມເດັດພະປໍຣະເມນທະຣະມະຫາອານັນທະມະຫິດົນ ພະອັດຖະມະຣາມາທິບໍດິນ
ລາຊະການຕໍ່ໄປ ພະບາດສົມເດັດພະວະຊິຣະເກົ້າເຈົ້າຢູ່ຫົວ
ຂໍ້ມູນສ່ວນພະອົງ
ພະລາຊະສົມພົບ 5 ທັນວາ ຄ.ສ. 1927
ສະຫວັນຄົດ 13 ຕຸລາ ຄ.ສ. 2016 (88 ພັນສາ)
ພະລາດຊະບິດາ ສົມເດັດພະມະຫິຕະລາທິເບດ ອະດຸນຍະເດດວິກົມ ພະບໍຣົມລາຊະຊະນົກ
ພະລາດຊະມານດາ ສົມເດັດພະສີນະຄະຣິນທາບໍລົມລາຊະຊົນນະນີ
ພະບໍລົມລາຊິນີ ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມລາຊິນີນາດ ພະບໍຣົມລາຊະຊົນນະນີພັນປີຫຼວງ
ພະລາດຊະບຸດ ທູນກະໝ່ອມຍິງອຸບົນຣັດຣາດຊະກັນຍາ ສິຣິວັດທະນາພັນນະວະດີ
ພະບາດສົມເດັດພະວະຊິຣະເກົ້າເຈົ້າຢູ່ຫົວ
ສົມເດັດພະກະນິດຖາທິລາດເຈົ້າ ກົມສົມເດັດພະເທບພະຣັດລາດສຸດາ ສະຫຍາມບໍຣົມລາຊະກຸມາຣີ
ສົມເດັດເຈົ້າຟ້າຯ ກົມພະສີສະຫວາງຄະວັດ ວໍລະຂັດຕິຍະລາຊະນາຣີ​
Portrait painting of King Bhumibol Adulyadej.jpg

ພະລາຊະປະຫວັດແກ້ໄຂ

ພະລາຊະສົມພົບແກ້ໄຂ

 
(ດ້ານໜ້າຈາກຂວາມາຊ້າຍ) ພະບາດສົມເດັດພະປໍຣະມິນມະຫາພູມິພົນອະດຸນຍະເດດ; ສົມເດັດພະສີສະວະຣິນທິຣາບໍຣົມລາຊະເທວີ ແລະພະບາດສົມເດັດພະປໍຣະເມນມະຫາອານັນທະມະຫິດົນ ກົມພະຍາໄຊນາດນະເຣນທອນ

ພະບາດສົມເດັດພະປໍຣະມິນມະຫາພູມິພົນອະດຸນຍະເດດ ສະເດັດພະລາຊະສົມພົບໃນລາຊະກຸນມະຫິດົນອັນເປັນສາຍໜຶ່ງໃນລາຊະວົງຈັກກີ ນະ ໂຮງພະຍາບານເມົາອໍເບີນ ເມືອງເຄມບິດ ລັດແມສຊາຊູເຊຕສ໌ ສະຫະລັດອາເມລິກາ ເມື່ອວັນຈັນ ເດືອນອ້າຍ ຂຶ້ນ 12 ຄ່ຳ ປິເຖາະ ນົບພະສົກຈຸລະສັກກະຫຼາດ 1289 ກົງກັບວັນທີ່ 5 ທັນວາ ຄ.ສ.1927 ເຊິ່ງເຫດທີ່ພະລາຊະສົມພົບໃນສະຫະລັດອາເມລິກາ ເນື່ອງພະບໍຣົມລາຊະນົກແລະພະລາຊະຊົນນະນີກຳລັງຊົງສຶກສາວິຊາການຢູ່ທີ່ນັ່ນ

ພະບາດສົມເດັດພະປໍຣະມິນມະຫາພູມິພົນອະດຸນຍະເດດແມ່ນພະໂອລົດພະອົງທີ່ສາມໃນສົມເດັດເຈົ້າຟ້າມະຫິດົນອະດຸນເດດ ກົມມະຫຼວງສົງຂານະຄະຣິນ (ສົມເດັດພະມະຫິຕະລາທິເບດອະດຸນຍະເດດວິກົມ ພະບໍຣົມລາຊະນົກ ໃນການຕໍ່ມາ) ແລະໝ່ອມສັງວານ ມະຫິດົນ ນະ ອະຍຸດທະຢາ (ສະກຸນເດີມ ຕະລະພັກ,ສົມເດັດພະສີນະຄະຣິນທາບໍຣົມລາຊະຊົນນະນີ ໃນການຕໍ່ມາ) ມີພະນາມເມື່ອຮຽກປະສູດອັນໃນປະກົດໃນສູຕິບັດວ່າ "ເບບີ ສົງຂາ (ອັງກິດ: Baby Songkla) ຕໍ່ມາຄື ພະວໍລະວົງເທີ ພະອົງເຈົ້າພູມິພົນອະດຸນຍະເດດ ເມື່ອໄດ້ຮັບພະລາຊະທານນາມ ມີພະເຊດຖະພະຄິນີ (ເອື້ອຍ)ແລະສົມເດັດພະບໍຣົມເຊດຖາທິລາດ (ອ້າຍ) 2 ພະອົງ ຄື ສົມເດັດພະເຈົ້າພີ່ນາງເທີ ເຈົ້າຟ້າກັນລະຢານິວັດທະນາແລະພະບາດສົມເດັດພະປໍຣະເມນມະຫາອານັນທະມະຫິດົນ ພະອັດມະຣາມາທິບໍດິນ ເຊິ່ງສົມເດັດພະສີນະຄະຣິນທາບໍຣົມລາຊະຊົນນະນີຊົງອອກພະນາມເອິ້ນພະອົງແມ່ນການລຳລອງວ່າ "ເລັກ"

ພະນາມພູມິພົນອະດຸນຍະເດດນັ້ນພະບໍຣົມລາຊະຊົນນີໄດ້ຮັບພະລາຊະທານທາງໂທລະເລກຈາກພະບາດສົມເດັດພະປົກເກົ້າເຈົ້າຢູ່ຫົວ ເມື່ອວັນທີ່ 14 ທັນວາ ຄ.ສ.1927 ໂດຍຊົງກຳກັບຕົວສະກົດເປັນອັກສອນໂຮມັນວ່າ "Bhumibala Aduladeja" ເຮັດໃຫ້ສົມເດັດພະສີນະຄະຣິນບໍຣົມລາຊະຊົນນະນີຊົງເຂົ້າພະໄທວ່າໄດ້ຮັບພະລາຊະທານນາມພະໂອລົດວ່າ "ພູມິບານ" ໃນໄລຍະແຮກພະນາມຂອງພະອົງສະກົດເປັນພາສາໄທວ່າ "ພູມິພົນອະດຸນເດດ" ຕໍ່ມາພະບາດສົມເດັດພະເຈົ້າຢູ່ຫົວພູມິພົນອະດຸນຍະເດດຊົງຂຽນເອງວ່າ "ພູມິພົນອະດຸນຍະເດດ" ໂດຍຊົງຂຽນທັງສອງແບບສະຫຼັບກັນໄປ ຈົນມາຊົງນິຍົມໃຊ້ແບບຫຼັງເຊິ່ງມີຕົວ "ຍ" ສະກົດຕາບປັດຈຸບັນ ພະນາມຂອງພະອົງມີຄວາມໝາຍວ່າ

  • ພູມິພົນ-ພູມ ໝາຍຄວາມວ່າ "ແຜ່ນດິນ" ແລະ ພົນ ໝາຍຄວາມວ່າ "ພະລັງ" ຮວມກັນແລ້ວໝາຍເຖິງ "ພະລັງແຫ່ງແຜ່ນດິນ"
  • ອະດຸນຍະເດດ-ອະດຸນຍະ ໝາຍຄວາມວ່າ "ບໍ່ອາດທຽບໄດ້" ແລະ ເດດ ໝາຍຄວາມວ່າ "ອຳນາດ" ຮວມກັນແລ້ວໝາຍເຖິງ "ອຳນາດທີ່ບໍ່ອາດທຽບໄດ້"

ເມື່ອ ຄ.ສ.1928 ໄດ້ສະເດັດກັບສູ່ປະເທດໄທພ້ອມພະບໍຣົມລາຊະນົກ ເຊິ່ງຊົງສຳເລັດການສຶກສາປະລິນຢາແພດສາດບັນດິດກຽດນິຍົມຈາກມະຫາວິທະຢາໄລຮາເວີດ ສະຫະລັດອາເມລິກາ ພ້ອມດ້ວຍສົມເດັດພະບໍຣົມລາຊະຊົນນະນີ ສົມເດັດພະເຈົ້າພີ່ນາງເທີແລະສົມເດັດພະເຊດຖາທິລາດ ໂດຍປະທັບ ນະ ວັງສະປະທຸມ ຕໍ່ມາວັນທີ່ 24 ກັນຢາ ຄ.ສ.1928 ສົມເດັດພະບໍຣົມລາຊະນົກສະຫວັນຄົດ ຂະນະທີພະບາດສົມເດັດພະເຈົ້າຢູ່ຫົວມີພະຊົນມາຍຸບໍ່ເຖິງສອງພັນສາ

ການສຶກສາແກ້ໄຂ

ຄ.ສ. 1932 ເມື່ອຈະເລີນພະຊົນມາຍຸໄດ້ 4 ພັນສາ ສະເດັດເຂົ້າສຶກສາທີ່ໂຮງຮຽນມາແຕເດອີວິທະຍາໄລຈົນຮອດເດືອນພຶດສະພາ ຄ.ສ. 1933 ຈຶງສະເດັດພະລາຊະດຳເນິນໄປປະທັບ ນະ ເມືອງໂລຊານ ປະເທດສະວິດເຊີແລນພ້ອມດ້ວຍພະບໍລົມລາຊະຊົນນະນີພະເຊດຖະພະຄິນີແລະສົມເດັດພະບໍລົມເຊດຖາທິລາດເພື່ອການສຶກສາແລະພະພະລານາໄມຂອງສົມເດັດພະບໍລົມເຊດຖາທິລາດ ຈາກນັ້ນ ຊົງເຂົ້າສຶກສາຕໍ່ຊັ້ນປະຖົມສຶກສາ ນະ ໂຮງຮຽນເມຍມອງຕ໌ ເມືອງໂລຊານ ໃນເດືອນກັນຍາ ຄ.ສ. 1934 ຊົງສຶກສາພາສາຝະລັ່ງ ພາສາເຢຍລະມັນແລະພາສາອັງກິດ ແລ້ວຊົງເຂົ້າຊັ້ນມັດຖະຍົມສຶກສາ ນະ ເອກອລນູແວລເດີລາຊຸອິສລໍມັອງຕ໌ (École Nouvelle de la Suisse Romande) ເມືອງຊາຍີ-ຊູ-ໂລຊານ (Chailly-sur-Lausanne)

ເມື່ອພະວໍລະວົງເທີ ພະອົງເຈົ້າອານັນທະມະຫິດົນສົມເດັດພະບໍລົມເຊດຖາທິລາດ ສະເດັດຂຶ້ນຄອງລາຊະສົມບັດເປັນພະມະຫາກະສັດລາຊະການທີ່ 8 ແຫ່ງລາຊະວົງຈັກກີ ພະອົງກໍໄດ້ຮັບສະຖາປະນາຖານັນດອນສັກເປັນ "ສົມເດັດພະເຈົ້ານ້ອງຍາເທີ ເຈົ້າຟ້າພູມິພົນອະດຸນເດດ" ເມື່ອວັນທີ່ 10 ກໍລະກົດ ຄ.ສ. 1935[1]

ເດືອນພະຈິກ ພ.ສ. 2481 ພະອົງໄດ້ໂດຍສະເດັດ ສົມເດັດພະເຈົ້າຢູ່ຫົວອານັນທະມະຫິດົນສະເດັດນິວັດປະເທດໄທເປັນເວລາ 2 ເດືອນ ໂດຍປະທັບທີ່ພະຕຳໜັກຈິດລະດາລະໂຫຖານ ພະລາຊະວັງດຸສິດ ຈາກນັ້ນສະເດັດໄປສຶກສາຕໍ່ທີ່ສະວິດເຊີແລນຈົນຮອດ ພ.ສ. 2488 ຊົງຮັບປະກາດສະນີຍະບັດທາງອັກສອນສາດຈາກໂຮງຮຽນຊີມນາຊກາຊິກກັອງຕໍນາລເດີໂລຊານ (Gymnase Classique Cantonal de Lausanne) ແລ້ວຊົງເຂົ້າສຶກສາຕໍ່ ນະ ມະຫາວິທະຍາໄລໂລຊານ ຜະແໜກວິທະຍາສາດ ໂດຍສະເດັດນິວັດປະເທດໄທເປັນຄັ້ງທີສອງ ປະທັບ ນະ ພະທີ່ນັ່ງບໍລົມພິມານ ໃນພະບໍລົມມະຫາລາຊະວັງ

ພະນາມແກ້ໄຂ

  • ພະວໍຣະວົງເທີ ພະອົງເຈົ້າພູມິພົນອະດຸນເດດ
    พระวรวงศ์เธอ พระองค์เจ้าภูมิพลอดุลเดช (5 ທັນວາ ຄ.ສ. 1927 — 9 ກໍລະກົ ຄ.ສ. 1935)
  • ສົມເດັດພະເຈົ້ານ້ອງຍາເທີ ເຈົ້າຟ້າພູມິພົນອະດຸນຍະເດດ
    สมเด็จพระเจ้าน้องยาเธอ เจ้าฟ้าภูมิพลอดุลยเดช (9 ກໍລະກົດ ຄ.ສ. 1935 — 9 ມິຖຸນາ ຄ.ສ. 1946)
  • ສົມເດັດພະເຈົ້າຢູ່ຫົວພູມິພົນອະດຸນຍະເດດ
    สมเด็จพระเจ้าอยู่หัวภูมิพลอดุลยเดช (9 ມິຖຸນາ ຄ.ສ. 1946 — 5 ພຶດສະພາ ຄ.ສ. 1950)
  • ພະບາດສົມເດັດພະປໍຣະມິນທະຣະມະຫາພູມິພົນອະດຸນຍະເດດ ມະຫິຕະລາທິເບດຣາມາທິບໍດີ ຈັກກີນະຣຶບໍດິນ ສະຫຍາມິນທາທິລາດ ບໍຣົມມະນາດບໍພິດ
    พระบาทสมเด็จพระปรมินทรมหาภูมิพลอดุลยเดช มหิตลาธิเบศรามาธิบดี จักรีนฤบดินทร สยามมินทราธิราช บรมนาถบพิตร (5 ພຶດສະພາ ຄ.ສ. 1950 — 13 ຕຸລາ ຄ.​ສ. 2016)

ຫຼັງສະຫວັນຄົດແກ້ໄຂ

  • ພະບາດສົມເດັດພະບໍຣົມຊະນະກາທິເບດ ມະຫາພູມິພົນອະດຸນຍະເດດມະຫາລາດ ບໍຣົມມະນາດຖະບໍພິດ
    พระบาทสมเด็จพระบรมชนกาธิเบศร มหาภูมิพลอดุลยเดชมหาราช บรมนาถบพิตร (5 ພຶດສະພາ ຄ.ສ. 2019)

ອ້າງອີງແກ້ໄຂ

  1. ราชกิจจานุเบกษา, ประกาศเฉลิมพระเกียรติยศพระราชปิตุจฉา พระเชษฐภคินี และพระอนุชา, เล่ม ๕๒, ตอน ๐ง, ๑๔ กรกฎาคม พ.ศ. ๒๔๗๘, หน้า ๑๑๗๘

ບັນນານຸກົມແກ້ໄຂ

1.ธนากิต, พระราชประวัติ 9 รัชกาลและพระบรมราชินี, สุวีริยาสาส์น, 2542, หน้า 383-427.

2.วิเชียร เกษประทุม, ราชาศัพท์และพระราชประวัติ พระบาทสมเด็จพระเจ้าอยู่หัวภูมิพลอดุลยเดชฯ พร้อมพระราชวงศ์ โดยสังเขป, กรุงเทพฯ : สำนักพิมพ์พัฒนาศึกษา, 2546, หน้า 147-157.

3.พระเจ้าอยู่หัว, กรมวิชาการ กระทรวงศึกษาธิการ, 2530.

พระราชพิธีฉัตรมงคล พ.ศ.2548