ວັດພຣະສຣີຣັຕນະສາສດາຣາມ

ວັດໃນບາງກອກ ປະເທດໄທ


ວັດພຣະສຣີຣັຕນະສາສດາຣາມ (ໄທ: วัดพระศรีรัตนศาสดาราม) ຫຼື ທີ່ເອີ້ນກັນທົ່ວໄປວ່າ ວັດພຣະແກ້ວ ແມ່ນວັດທີ່ພຣະບາທສົມເດັຈພຣະພຸທທະຍອດຟ້າຈຸລາໂລກມະຫາຣາຊໃຫ້ສ້າງຂຶ້ນໃນຄ.ສ. 1782 ແມ່ນວັດໃນພຣະບໍຣົມມະຫາຣາຊວັງ ເຊັ່ນດຽວກັບວັດພຣະສຣີສັຣເພັຊຍ໌ (ໄທ: วัดพระศรีสรรเพชญ์) ເຊິ່ງແມ່ນວັດປະຈໍາພຣະຣາຊວັງຫຼວງໃນສມັຍອຍຸທຍາ ແລະ ມີພຣະຣາຊະປສົງຄ໌ໃຫ້ວັດພຣະແກ້ວເປັນທີ່ປະດິສະຖານພຣະແກ້ວມໍຣະກົຕ ທີ່ນຳມາສ້າງນະຄອຣວຽງຂິນ ແຕ່ແທ້ຈິງແລ້ວ ພົບພໍ້ຢູ່ວັດພຣະແກ້ວ ແຂວງຊຽງຣາຍ ແລະ ເປັນສະຖານທີ່ບຳເພັນພຣະຣາຊກຸສົລ ວັດພຣະສຣີຣັຕນສາສດາຣາມບໍ່ມີພຣະສົງຄ໌ຈຳພັຣສາຢູ່ ຍ້ອນມີແຕ່ພຸທທາວາສບໍ່ມີສັງຄາວາສ ວັດພຣະສຣີຣັຕນະສາສດາຣາມໄດ້ຮັບກາຣເບິ່ງແຍງ ແລະ ຟື້ນຟູມາຕລອດ ວັດພຣະສຣີຣັຕນະສາສດາຣາມເປັນທີ່ເຊີດຊູຂອງບ້ານເມືອງ ຕລອດຈົນເປັນແຫຼ່ງທ່ອງທ່ຽວຂອງປະເທສໄທຍ໌

ວັດພຣະສຣີຣັຕນະສາສດາຣາມ
ກຸ່ມພະອຸໂບສົດ ເມື່ອມອງຈາກບໍລິເວນທາງເຂົ້າ
ຂໍ້ມູນທົ່ວໄປ
ຊື່ວັດພະແກ້ວ
ທີ່ຕັ້ງຖະໜົນໜ້າພະລານ ແຂວງພຣະບໍລົມມະຫາລາຊະວັງ ເຂດພະນະຄອນ ບາງກອກ ປະເທດໄທ
ປະເພດພະອາຮາມຫຼວງຊັ້ນພິເສດ
ນິກາຍເຖຣະວາດ
ກໍ່ຕັ້ງ7 ມີນາ ຄ.ສ. 1784
ຜູ້ກໍ່ຕັ້ງພະບາດສົມເດັດພະພຸດທະຍອດຟ້າຈຸລາໂລກມະຫາລາດ
ພະປະທານພະແກ້ວມໍລະກົດ
ພະພຸດທະຮູບສຳຄັນພະພຸດທະຍອດຟ້າຈຸລາໂລກ ພະພຸດທະເລີດຫຼ້ານະພາໄລ ພະສັມພຸດທະພັນນີ ພະໄຊຫຼັງຊ້າງ ພະຄັນທາຣະຣາດ ພຣະນາກ
ພະຈຳພັນສາບໍ່ມີພຣະສົງຈຳພັນສາ
ພຣະອາຮາມປະຈຳ ພະບໍລົມມະຫາລາຊະວັງ
ເວລາທຳການທຸກມື້ 08.30-15.30 ໂມງ
ຈຸດສົນໃຈສັກກາລະພະແກ້ວມໍລະກົດ ຊົມຈິດຕະກຳເທິງຝາວັດ ທີ່ພະລະບຽງ
ກິດຈະກຳເທດສະໜາທຳວັນອາທິດແລະວັນພະ
ການຖ່າຍພາບບໍ່ຄວນໃຊ້ແຟລຊ ໃນການຖ່າຍຮູບຈິດຈະກຳເທິງຝາວັດ ແລະ ບໍ່ອະນຸຍາດໃຫ້ຖ່າຍຮູບ ພາຍໃນພຣະອຸໂບສົດເດັດຂາດ ຖ້າຝ່າຝືນມີໂທດປັບ ແລະ ຍຶດຟີລ໌ມ/ສື່ບັນທຶກ
ໝາຍເຫດ

ວັດພຣະສຣີຣັຕນະສາສດາຣາມໄດ້ຮັບກາຣບູຣນປະຕິສັງຂຣນ໌ມາໂດຍຕລອດ ກາຣປົວແປງຄັ້ງໃຫຍ່ທັງພຣະອາຮາມ ແມ່ນມີຂຶ້ນໃນຣາຊສມັຍພຣະບາທສົມເດັຈພຣະນັ່ງເກົ້າເຈົ້າຢູ່ຫົວ ແລະ ໃນຣາຊສມັຍພຣະບາທສົມເດັຈພຣະຈຸລຈອມເກົ້າເຈົ້າຢູ່ຫົວ ໂຜດເກົ້າໃຫ້ມີກາຣສເລີມສລອງກຣຸງຣັຕນໂກສິນທຣ໌ຄົບ 100 ປີ ໃນຄ.ສ. 1882 ຕໍ່ມາໃນຣາຊສມັຍພຣະບາທສົມເດັຈພຣະປົກເກົ້າເຈົ້າຢູ່ຫົວໂຜດເກົ້າໃຫ້ມີການບູຣນປະຕິສັງຂຣນ໌ທັງພຣະອາຮາມໃນໂອກາສທີ່ມີພຣະຣາຊພິທີສລອງພຣະນະຄອຣຄົບ 150 ປີ. ໃນຣັຊກາລທີ 9 ໂຜດເກົ້າໃຫ້ບູຣນປະຕິສັງຂຣນ໌ທັງພຣະອາຮາມອີກເທື່ອໃນ ຄ.ສ. 1982 ເມື່ອມີກາຣສົມໂພຊກຣຸງຣັຕນໂກສິນທຣ໌ 200 ປີ ໂດຍມີສົມເດັຈພຣະເທພຣັຕນ໌ຣາຊສຸດາ ສຍາມບໍຣົມມະຣາຊກຸມາຣີທຣົງເປັນອົງຄ໌ປະທານໃນກາຣປົວແປງ

ອາຄາຣຕ່າງໆ ໃນວັດພຣະສຣີຣັຕນສາສດາຣາມ ດັດແກ້

ເນື່ອງຈາກພາຍໃນວັດພຣະສຣີຣັຕນສາສດາຣາມມີອາຄາຣສຳຄັນ ແລະ ອາຄານປກອບເປັນຈຳນວນຫຼາຍ ຈຶ່ງແບ່ງກຸ່ມອາຄາຣອອກເປັນ 3 ກຸ່ມຕາມຕຳແໜ່ງ ແລະ ຄວາມສຳຄັນ ດັ່ງນີ້:

ກຸ່ມພຣະອຸໂບສົຖ ດັດແກ້

 
ວັດພຣະແກ້ວໃນບາງກອກ
 
ກຸ່ມພຣະອຸໂບສົຖ
 
ວັດພຣະແກ້ວ

ກຸ່ມພຣະອຸໂບສົຖ ເປັນກຸ່ມທີ່ມີຄວາມສໍາຄັນສູງສຸດ ມີພຣະອຸໂບສົຖ ເປັນອາຄາຣປທານເຊິ່ງປຣະດິສຖານ ພຣະພຸທທມຫາມນີຣັຕນປຕິມາກຣ ອ້ອມຮອບດ້ວຍສາລາຣາຍ ພຣະໂພທິທາຕຸພິມານ ຫໍຣາຊພົງສານຸສຣນ໌ ຫໍຣາຊກຣມານຸສຣນ໌ ຫໍຣະຄັງ และ ຫໍພຣະຄັນທາຣຣາສດຣ໌

ພຣະອຸໂບສົຖ ດັດແກ້

ພຣະອຸໂບສົຖຕັ້ງຢູ່ສ່ວນກາງຂອງວັດພຣະສຣີຣັຕນສາສດາຣາມ ມີກຳແພງແກ້ວອ້ອມຮອບ ມີຊຸ້ມປຣະດິສຖານເສມາຮວມ 8ຊຸ້ມ ພຣະບາທສົມເດັຈພຣະພຸທທຍອດຟ້າຈຸລາໂລກມຫາຣາຊໂຜດເກົ້າ ໃຫ້ສ້າງຂຶ້ນໃນພ.ສ 2326 ເພື່ອປຣະດິສຖານພຣະພູທທມຫາມນີຣັຕນປຕິມາກຣ (ແກ້ວມໍຣກົຕ) ທີ່ມາຈາກວຽງຈັນທນ໌ ຕັ້ງແຕ່ພ.ສ 2322 (ຕາມຫລັກຖານກ່າວວ່າ ພົບພຣະແກ້ວມໍຣກົຕ ຄັ້ງທໍາອິດທີ່ເຈດີຍ໌ ວັດພຣະແກ້ວ ອ.ເມືອງ ຈັງຫວັດຊຽງຣາຍ)

ໃນກາຣສ້າງພຣະອຸໂບສຖ໌ຫລັງນີ້ໃຊ້ເວລາ 3 ປີ ຈອ່ງສໍາເຣັຈຮຽບຮ້ອຍລົງໃນ ພ.ສ 2328 ຕໍ່ມາ ເມື່ອປມານໄດ້ເກີດເພີງໄໝ້ບຸສບົກທຣົງພຣະແກ້ວມໍຣກົຕເຊິ່ງໂຜດເກົ້າ ໃຫ້ແປງຂຶ້ນໃໝ່ໃຫ້ທັນສລອງວັດພຣະສຣີຣັຕນສາສດາຣາມໃນປາຍຣັຊກາລ

ຫລັກຖານກາຣກໍ່ສ້າງ ແລະ ຣາຍລະອຽດທາງສຖາປັຕຍກັມຂອງ້ຣະອຸໂບສຖ໌ໃນຣັຊກາລນີ້ບໍ່ຊັດເຈນຫຼາຍ ນອກຈາກບົ່ງໄວ້ວ່າ ຝາວັດຮອບນອກເປັນລາຍຮົດນໍ້າຟອກຄໍາເປັນຮູປກະໜົກເຄືອແຍ່ງທຣົງເຂົ້າບິນທ໌ດອກໃນເທິງພື້ນສີຊາດ ຝາວັດດ້ານໃນເໜືອປະຕູກດ້ານສກັດເປັນເຣື່ອງມາຣວິຊັຍ ແລະ ເຣື່ອງໄຕຣພູມິ

ສ່ວນຝາວັດດ້ານຍາວຂຽນພາຳເທພຊຸມນຸມຕາມແບບທີ່ສືບທອດມາຈາກສມັຍອຍຸທຍາ ຝາວັດລະຫວ່າງປ່ອງຢ້ຽມຂຽນພາພເຣື່ອງປຖົມສົມໂພທິ ຫລັງຄາມຸງດ້ວຍກະເບື້ອງເຄືອບເຊິ່ງປາກົຕວ່າມີກາຣແກ້ໄຂໃນຣັຊກາລທີ 3 ແລະ 4 ໃນພາຍຫລັງດັ່ງທີ່ເຫັນໄດ້ໃນປັຈຈຸບັນ

ພຣະທວາຣກາງເປັນພຣະທວາຣໃຍ່ສູງ 8 ສອກຄືບ ກວ້ງ 4ສອກຄືບ ບານປະຕູປດັບມຸກລາຍຊ່ອງມົນ ສ່ວນພຣະທວາຣຂ້າງເປັນທວາຣຮອງສູງ 7 ສອກ ກວ້າງ 3 ສອກ 1 ຄືບ 10 ນິ້ວ ບານປະຕູປດັບມຸກລາຍເຕັມ ເຊິ່ງບານພຣະທວາຣທັງ 2 ແຫ່ງນີ້ ສົມເດັຈฯ ເຈົ້າຟ້າກົມພຣະຍານຣິສຣານຸວັດຕິວົງສ໌ เจ้าฟ้ากรมพระยานริศรานุวัดติวงศ์ประทานความเห็นว่า "เป็นฝีมือที่น่าชมยิ่ง ตั้งใจทำแข่งกับบานที่ทำครั้งแผ่นดินพระเจ้าบรมโกศ ซึ่งอยู่ที่วิหารยอด"

ພາຍໃນພຣະອຸໂບສົຖໄດ້ຮັບກາຣຕົກແຕ່ງຢ່າງວິຈິຕງົດງາມຕັ້ງແຕ່ເພດານເຖິງພື້ນ ກາງຫ້ອງປຣະດິສຖານພຣະແກ້ວມໍຣກົຕໃນບຸສບົກຄໍາພ້ອມດ້ວພຣະພຸທທຮູປສໍາຄັນຫຼາຍອົງຄ໌

ຫໍຣາຊກຣມານຸສຣນ໌ ແລະ ຫໍພົງສານຸສຣນ໌ ດັດແກ້

ຫໍຣາຊກຣມານຸສຣນ໌ ແລະ ຫໍພົງສານຸສຣນ໌ ສ້າງໃນສມັຍຣັຊກາລທີ ໔ ຕັ້ງຢູ່ເທິງກຳແພງແກ້ວ ດ້ານຫລັງພຣະອຸໂບສົຖທາງທິສເໜືອ ພາຍໃນປຣະດິສຖານພຣະພຸທທຮູປປະຈໍາຣັຊກາລຕ່າງໆໃນສມັຍອຍຸທະຍາຫໍນຶ່ງ ແລະ ສມັຍຣັຕນໂກສິນທຣ໌ອີກຫໍນຶ່ງ ພາຍໃນຂຽນພາພພຣະຣາຊພົງສາວດາຣກຸງສຣີອຍຸທຍາ ເຊິ່ງເປັນສີມືຂອງຂຣົວອິນໂຂ່ງ ຈິຕກຣໄທຍ໌ທີ່ມີສີມືດີທີ່ສຸດໃນສມັຍນັ້ນ

ພຣະໂພທິທາຕພິມານ ດັດແກ້

ພຣະໂພທິທາຕພິມານ ເປັນບ່ອນປຣະດິສຖານພຣະປຣາງຄ໌ຂອງບູຮານ ເຊິ່ງທຣົງອັງເຊີນມາຈາກເມືອງເໜືອຂນະຜນວຊ ພາຍໃນພຣະປຣາງຄ໌ປຣະດິສຖານພຣະບໍຣົມສາຣີຣິກທາຕ ແລະ ບັຣຈຸພຣະສຣີມຫາໂພທິຈາກພຸທທຄຍາ

ແຜນຜັງ ດັດແກ້

ແຜນຜັງພາຍໃນວັດພະສີຣັດຕະນະສາດສະດາຣາມ
 
  1. ພະອຸໂບສົດ
  2. ຫໍພະຣາດຊະກໍຣະມານູສອນ
  3. ພະໂພທິທາດພິມານ
  4. ຫໍພະຣາດຊະພົງສານຸສອນ
  5. ສາລາຣາຍຮອບພະອຸໂບສົດ
  6. ເຈົ້າແມ່ກວນອິມ
  7. ພະຣືສີຊີວະກະໂກມາຣະພັດ
  8. ຖານໄພທີ
  9. ປາສາດພະເທບບິດອນ
  10. ພະມົນດົບ
  11. ພະສີຣັດຕະນະເຈດີ
  12. ພະສຸວັນນະເຈດີ
  13. ພະບຸດສະບົກອົງຕະເວັນຕົກຊຽງເໜື
  14. ພະບຸດສະບົກອົງຕະເວັນຕົກຊຽງໃຕ້
  15. ພະບຸດສະບົກອົງຕະວັນອອກຊຽງໃຕ້
  16. ພະບຸດສະບົກອົງຕະເວັນອອກຊຽງເໜື
  17. ພະເຈດີຊົງເຄື່ອງ
  18. ນະຄອນວັດຈຳລອງ
  19. ຮູບປັ້ນສັດຫິມມະພານ
  20. ປະຕູທິດໃຕ້
  21. ປະຕູທິດຕະເວັນຕົກ
  22. ວິຫານຍອດ
  23. ຫໍພະຄັນທາຣະຣາດ
  24. ພະມົນດົບຍອດປາງ
  1. ຫໍຣະຄັງ
  2. ຫໍພະນາກ
  3. ຫໍມົນທຽນທຳ
  4. ພະອັດສະດາມະຫາເຈດີ
  5. ພະຣະບຽງ
  6. ປະຕູເກົຍສະເດັດ (ໜ້າ)
  7. ປະຕູໜ້າວົວ
  8. ປະຕູສີຣັດຕະນະສາດສະດາຣາມ
  9. ປະຕູພະຣືສີ
  10. ປະຕູເກົຍສະເດັດ (ຫຼັງ)
  11. ປະຕູສະໜາມໄຊ
  12. ປະຕູວິຫານຍອດ
ຍັກທະວາຣະບານ
  1. ສຸຣິຍາພົບ
  2. ອິນທະຣະຊິດ
  3. ມັງກອນກັນ
  4. ວິຣຸນຫົກ
  5. ທົດສະຄີຣີທອນ
  6. ທົດສະຄີຣີວັນ
  7. ຈັກກະຫວັດ
  8. ອັດສະກັນມາຣາ
  9. ທົດສະກັນ
  10. ສະຫັດສະເດຊະ
  11. ໄມຍະຣາບ
  12. ວິຣຸນຈຳບັງ