ພະບາດສົມເດັດພະນັ່ງເກົ້າເຈົ້າຢູ່ຫົວ
ພະບາດສົມເດັດພະປໍຣະທິວໍຣະເສດມະຫາເຈດສະດາບໍດິນ ພະນັ່ງເກົ້າເຈົ້າຢູ່ຫົວ (ໄທ: พระบาทสมเด็จพระปรมาธิวรเสรฐมหาเจษฎาบดินทร์ พระนั่งเกล้าเจ้าอยู่หัว, ພຣະບາທສມເດັຈພຣະປຣມາທິວຣເສຣຖມຫາເຈສດາບດິນທຣ໌ ພຣະນັ່ງເກລ້າເຈ້າອຍູ່ຫັວ; 31 ມີນາ ຄ.ສ. 1788 – 2 ເມສາ ຄ.ສ. 1851) ແມ່ນພະມະຫາກະສັດໄທລາຊະການທີ 3 ແຫ່ງລາຊະວົງຈັກກີ ແລະແມ່ນພະມະຫາກະສັດລາຊະການທີ 47 ຕາມປະຫວັດສາດໄທ ຄອງລາດຕັ້ງແຕ່ວັນທີ 21 ກໍລະກົດ ຄ.ສ. 1824 ຫາ 2 ເມສາ ຄ.ສ. 1851
ພະບາດສົມເດັດພະນັ່ງເກົ້າເຈົ້າຢູ່ຫົວ | |
---|---|
| |
ພະບໍລົມນາມາພິໄທ | ໝ່ອມເຈົ້າທັບ |
ພະປໍລະມາພິໄທ | ພະບາດສົມເດົດພະບໍຣົມຣາຊາທິຣາດຣາມາທິບໍດີ ສີສິນທະຣະບໍຣົມມະຫາຈັກກະພັດດິຣາຊາທິບໍດິນ ທໍຣະນິນທາທິຣາດ ຣັດຕະນາກາດພາສກອນຣະວົງ ອົງປໍຣະມາທິເບດ ຕີພູວະເນດວໍຣະນາຍົກ ດິລົກຣັດຕະນະຣາດຊາດອາຊາວະໄສ ສະໝຸໄທດະໂຣມົນ ສາກົນຈັກກະວາລາທິເບນ ສຸຣິເຍນທາທິບໍດິນ ຫະຣິຫະຣິນທາທາທິບໍດີ ສີສຸວິບູນ ຄຸນອະຖະພິດ ຣິດທິຣາເມສວນ ທັນມິກະຣາຊາທິຣາດ ເດໂຊໄຊ ພົມເທພາດິເທບນະຣຶບໍດິນ ພູມິນທະຣະປໍຣະມາທິເບດ ໂລກະເຊດວິສຸດ ມົງກຸດປະເທດຄະຕາ ມະຫາພຸດທາງກູນ ບໍຣົມບໍພິດ ພະພຸດທະເຈົ້າຢູ່ຫົວ |
ພະລາຊະອິສະລິຍະຍົດ | ພະເຈົ້າກຸງສີອະຍຸດທະຍາ |
ລາຊະວົງ | ຈັກກີ |
ຄອງລາດ | 21 ກໍລະກົດ ຄ.ສ. 1824 – 2 ເມສາ ຄ.ສ. 1851 |
ບໍລົມລາຊາພິເສກ | 1 ສິງຫາ ຄ.ສ. 1824 |
ໄລຍະຄອງລາດ | 26 ປີ |
ລາຊະການກ່ອນໜ້າ | ພະບາດສົມເດັດພະພຸດທະເລີດຫຼ້ານະພາໄລ |
ລາຊະການຕໍ່ໄປ | ພະບາດສົມເດັດພະຈອມເກົ້າເຈົ້າຢູ່ຫົວ |
ວັດປະຈຳລາຊະການ | ວັດຣາຊະໂອຣະສາຣາມຣາຊະວໍຣະມະຫາວິຫານ |
ພະບໍລົມມະອັດຖິ | ຫໍພະທາດມົນທຽນ ໃນພະບໍລົມມະຫາລາຊະວັງ |
ຂໍ້ມູນສ່ວນພະອົງ | |
ພະລາຊະສົມພົບ | 31 ມີນາ ຄ.ສ. 1788 |
ບ່ອນທີ່ພະລາຊະສົມພົບ | ນະ ພະລາຊະວັງເດີມ ເມືອງທົນບຸລີ ອານາຈັກຣັດຕະນະໂກສິນ |
ສະຫວັນຄົດ | 2 ເມສາ ຄ.ສ. 1851 (63 ພັນສາ) |
ບ່ອນທີ່ສິ້ນພະຊົນ | ນະ ພະລາຊະວັງຫຼວງ ບາງກອກ ອານາຈັກຣັດຕະນະໂກສິນ |
ພະລາດຊະບິດາ | ພະບາດສົມເດັດພະພຸດທະເລີດຫຼ້ານະພາໄລ |
ພະລາດຊະມານດາ | ສົມເດັດພະສີສຸລາໄລ |
ພະສະໜົມ | 58 ທ່ານ |
ພະລາດຊະບຸດ | 51 ພະອົງ |
ພະລາຊະປະຫວັດ
ດັດແກ້ພະບາດສົມເດັດພະນັ່ງເກົ້າເຈົ້າຢູ່ຫົວ ມີພະນາມເດີມວ່າ ໝ່ອມເນົ້າທັບ ແມ່ນພະລາຊະໂອລົດພະອົງທີ 2 ໃນສົມເດັດພະເຈ້າລູກຍາເທີ ເຈົ້າຟ້າກົມຫຼວງອິສະຣະສຸນທອນ (ພະບາດສົມເດັດພະພຸດທະເລີດຫຼ້ານະພາໄລ) ແລະພະອົງທີ 1 ໃນເຈົ້າຈອມມານດາຣຽມ (ສົມເດັດພະສີສຸລາໄລ) ສະເດັດພະລາຊະສົມພົບເມື່ອວັນຈັນທີ 31 ມີນາ ຄ.ສ. 1788 ນະ ພະລາຊະວັງເດີມ ມີພະຂະນິດຖາແລະພະອະນຸຊາຮ່ວມພະມານດາ ດັງນີ້
- ໝ່ອມເຈົ້າທັບ
- ໝ່ອມເຈົ້າປ້ອມ (ພະເຈົ້າບໍລົມວົງເທີ ພະອົງເຈົ້າປ້ອມ)
- ໝ່ອມເຈົ້າດຳ (ພະເຈົ້າບໍລົມວົງເທີ ພະອົງເຈົ້າດຳ)
ຕໍ່ມາພະບໍລົມຊະນົກນາດໄດ້ຮັບອຸປະລາຊາພິເສກຂຶ້ນເປັນກົມພະລາຊະວົງບໍວອນສະຖານມຸງຄຸນໃນປີ ຄ.ສ. 1807 ພະອົງຈຶງໄດ້ຮັບສະຖາປະນາເປັນ ພະເຈົ້າຫຼານເທີ ພະອົງເຈົ້າທັບ
ເມື່ອສົມເດົດພະບໍລົມລາຊະຊະນົກຂຶ້ນຄອງລາດເປັນລາຊະການທີ 2 ໃນ ຄ.ສ. 1809 ຈຶງໄດ້ເລື່ອນຖານະເປັນ ພະເຈົ້າລູກຍາເທີ ພະອົງເຈົ້າທັບ ຈົນປີ ຄ.ສ. 1813 ໄດ້ຮັບພະກະລຸນາໂປດເກົ້າຯ ໃຫ້ຊົງກົມເປັນ ພະເຈົ້າລູກຍາເທີ ກົມໝື່ນເຈດສະດາບໍດິນ
ເມື່ອຄັ້ງທີ່ຊົງກົກັບລາຊະການກົມທ່າ ໄດ້ຊົງແຕ່ງສຳເພົາບັນທຸກສິນຄ້າອອກໄປຂາຍໃນຕ່າງປະເທດມີລາຍໄດ້ເພີ່ມຂຶ້ນໃນທ້ອງພະຄັງເປັນອັນມາກ ພະລາຊະບິດາຊົງຮຽກພະອົງວ່າ "ເຈົ້າສົວ" ເມື່ອລາຊະການທີ 2 ສະຫວັນຄົດ ບໍ່ໄດ້ຮັບສັ່ງມອບລາຊະສົມບັດແກ່ຜູ້ໃດ ຂຸນນາງແລະພະລາຊະວົງຕ່າງມີຄວາມເຫັນວ່າພະອົງ ຂະໜະນັ້ນມີພະຊົນມາຍຸ 37 ພັນສາ ຊົງຮອບຮູ້ກິດຈະການບ້ານເມືອງດີ ຊົງປາດເປື່ອງໃນທາງກົດໝາຍ ການຄ້າ ແລະການປົກຄອງ ຈຶງພ້ອມໃຈກັນອັນເຊີນຂຶ້ນຄອງລາດເປັນລາຊະການທີ 3
ຄ.ສ. 1850 ພະບາດສົມເດັດພະນັ່ງເກົ້າເຈົ້າຢູ່ຫົວ ຊົງປະຊວນດ້ວຍພະໂຮກມະເລັງພະອັດຖິ ພະອາການຊຸດໜັກລົງຕາມລຳດັບ ຈົນກະທັ່ງສະເດັດສະຫວັນຄົດເມື່ອວັນທີ 2 ເມສາ ຄ.ສ. 1851 ຫຼັງວັນສະເຫຼີມພະຊົນພັນສາພຽງ 2 ວັນ ສິລິພະຊົນພັນສາ 64 ພັນສາ ຄອງລາຊະສົມບັດ 27 ປີ ໄດ້ອັນເຊີນພະບໍລົມສົບໄປປະດິດສະຖານ ນະ ພະທີ່ນັ່ງດຸສິດມະຫາປາສາດ ຕໍ່ມາໄດ້ຈັດພະລາຊະພິທີຖະຫວານພະເພີງພະບໍລົມສົບເມື່ອ ຄ.ສ. 1853 ນະ ພະເມລຸມາດ ທ້ອງສະໜາມຫຼວງ ຫຼັງຈາກນັ້ນໄດ້ອັນເຊີນພະບໍລົມອັດຖິໄປປະດິດສະຖານ ນະ ຫໍພະທາດມົນທຽນ ແລະອັນເຊີນພະບໍລົມລາຊະສະລີລາງຄານໄປປະດິດສະຖານ ນະ ສິມ ວັດຣາຊະໂອຣະສາຣາມຣາຊະວໍຣະວິຫານ