ພາສາໄທໃຫຍ່

(ປ່ຽນເສັ້ນທາງມາຈາກ ພາສາໄທເໜືອ)

ພາສາໄທເໜືອ (ໄທເໜືອ: ລິ່ກໄຕ໊, ອັງກິດ: Shan language, ໄທ: ภาษาไทใหญ่) ຫຼື ພາສາໄທໃຫຍ່ ແມ່ນພາສາໄຕພາສານຶ່ງ ອັນຈັດຢູ່ໃນຕະກູນພາສາໄທ-ກະໄດ.[1] ໃຊ້ເວົ້າໃນລັດໄທເໜືອຂອງພາກເໜືອຂອງ ມຽນມາ ໄທ ແລະທາງຕອນໃຕ້ຂອງຈີນ.

ໄທເໜືອ
lik tái
ປະເທດທີ່ມີການເວົ້າມຽນມາ, ໄທ, ແລະ ຈີນ
ພາກພື້ນລັດໄທເໜືອ
ຈຳນວນຜູ້ເວົ້າ3.3 ລ້ານ  (2001)[1]
ຕະກຸນພາສາ
ກະ-ໄຕ
ລະຫັດພາສາ
ISO 639-2shn
ISO 639-3shn
ບົດຄວາມນີ້ມີສັນຍະລັກສັດທະອັກສອນສາກົນ ຖ້າຫາກລະບົບຂອງທ່ານບໍ່ຮອງຮັບການສະແດງຜົນທີ່ຖືກຕ້ອງ ທ່ານອາດເຫັນໝາຍຖາມ, ກ່ອງ ຫຼື ສັນຍະລັກແບບອື່ນແທນທີ່ອັກຂະຫຼະຢູນິໂຄດ

ຄາດວ່າມີຜູ້ເວົ້າຮາວ 3 ລ້ານຄົນ.[1] ພາສາໄທເໜືອມີສຽງວັນນະຍຸດ 5 ສຽງ. ມີອັກສອນຂອງຕົນເອງ 2 ຊະນິດຄື ອັກສອນໄທເໜືອ ໃຊ້ໃນມຽນມາ ແລະອັກສອນໄທໃຕ້ໂຄ້ງ ໃຊ້ໃນຈີນ.

ແມ້ວ່າຈະມີຄຳກ່າວວ່າ "ຢ່າກິ໋ນຢ່າງມ່ານ ຢ່າຕ໋ານຢ່າງໄຕ" ເຊິ່ງປຽບທຽບກັບວິຖີຊີວິດທີ່ແຕກຕ່າງກັນຂອງຊາວພະມ້າ ທີ່ໃຫ້ຄວາມສຳຄັນກັບການກິນຢູ່ ກັບຊາວໄທເໜືອທີ່ໃຫ້ຄວາມສຳຄັນແກ່ການເຮັດບຸນ ເຖິງສະນັ້ນໄທເໜືອກໍ່ຮັບວັດທະນະທັມ ສາສະໜາ ຕະຫຼອດຈົນເຖິງຄຳໃນພາສາພະມ້າເຂົ້າມາຫຼາຍ .ຈົນຄຳໄທເໜືອຫຼາຍຖິ່ນແມ່ນກວາມໄຕໂລ້ໂລ້ ຄືໄທເໜືອເວົ້າຄຳພະມ້າປົນໄປໝົດ ເຊັ່ນທີ່ເມືອງສີປໍ້ ແລະເມືອງຢາງເປັນຕົ້ນ[2]

ສຳນຽງທ້ອງຖິ່ນ

ດັດແກ້

ພາສາໄທເໜືອມີສຳນຽງແຕກຕ່າງກັນໄປຕາມທ້ອງຖິ່ນ ຄື ສານເໜືອ ສານໃຕ້ ຊຽງທຸງ ແລະພົມແດນຕິດກັບເມືອງຈີນເອີ້ນວ່າ ໄທເໜືອ ໂດຍພາສາເມືອງໜອງ ຖືແມ່ນພາສາໄທຫຼວງ ສຳນຽງສານເໜືອ ແລະສານໃຕ້ຈະແຕກຕ່າງກັນໂດຍຄັກ. ສ່ວນທີ່ຊຽງທຸງຊົນສ່ວນຫຼາຍມີເຊື່ອສາຍໄທເຂີນ ໂດຍມີສ່ວນຕ່າງພາສາໄທເໜືອອື່ນໆ ຫຼາຍ ແລະມີສັບສະເພາະຄ່ອນຂ້າງຫຼາຍ ໂດຍຊຽງທຸງນຳເມືອງລາວຈະມີສຸພາສິດຄ້າຍຄຶງກັນຫຼາຍເລີຍທີດຽວ.

ໄວຍາກອນ

ດັດແກ້

ສັບພະນາມ

ດັດແກ້
ໄທເໜືອ ທຽບໜັງສືລາວ IPA ຄວາມໝາຍ ຈຳນວນ
ꨀဝ္း ເກົາ [kǎw] 'ກູ' ຄົນນຶ່ງ
ꨁꨣꨳ ຂ້າ [kʰaa] 'ຂ້ອຍ' ຄົນນຶ່ງ
ꨀဝ္းꨁꨣꨳ ເກົາຂ້າ [kǎw.kʰaa] 'ຂ້ອຍ' ຄົນນຶ່ງ
တူ ຕູ [tǔu] 'ກູ' ຄົນນຶ່ງ
ꨟꨣး ຮາ [háa] 'ພວກກູສອງຄົນ' ສອງຄົນ
ꨟဝ္း ເຮົາ [háw] 'ເຮົາ' 'ພວກເຮົາ' ຄົນນຶ່ງ ຫຼື ຫຼາຍຄົນ
ꨟဝ္းꨁꨣꨳ ເຮົາຂ້າ [háw.kʰaa] 'ຂ້ານ້ອຍ' 'ພວກຂ້ານ້ອຍ' 'ພວກເຮົາເຫຼົ່າຂ້ານ້ອຍ' ຄົນນຶ່ງ ຫຼື ຫຼາຍຄົນ
မ္ꨮး ໃມ [máɰ] 'ມຶງ' ຄົນນຶ່ງ
ꨅဝ္ꨳ ເຈົ້າ [tsaw] 'ເຈົ້າ' ຄົນນຶ່ງ
မ္ꨮးꨅဝ္ꨳ ໃມເຈົ້າ [máɰ.tsaw] 'ເຈົ້າ' ຄົນນຶ່ງ
ꨁိူဝ္ ເຂືອ [kʰə̌ə] 'ພວກມຶງສອງຄົນ' ສອງຄົນ
သူ ສູ [sʰǔu] 'ສູ' ຄົນນຶ່ງ ຫຼື ຫຼາຍຄົນ
သူꨅဝ္ꨳ ສູເຈົ້າ [sʰǔu.tsaw] 'ທ່ານ' 'ພວກເຈົ້າ' 'ພວກທ່ານ' ຄົນນຶ່ງ ຫຼື ຫຼາຍຄົນ
မꨓ္း ມັນ [mán] 'ມັນ' ຄົນນຶ່ງ
မꨓ္းꨅꨤꨯး ມັນຊາຍ (ມັນຈາຍ) [mán.tsáaj] 'ມັນ (ຊາຍ)' ຄົນນຶ່ງ
မꨓ္းꨓꨤင္း ມັນນາງ [mán.náaŋ] 'ມັນ (ຍິງ) ' ຄົນນຶ່ງ
မꨓ္းꨅဝ္ꨳ ມັນເຈົ້າ [mán.tsaw] 'ລາວ' 'ເພິ່ນ' ຄົນນຶ່ງ
ꨁꨣ ຂາ [kʰǎa] 'ພວກມັນສອງຄົນ' ສອງຄົນ
ꨁဝ္ ເຂົາ [kʰǎw] 'ລາວ' 'ເພິ່ນ' 'ພວກມັນ' 'ພວກເຂົາ' ຄົນນຶ່ງ ຫຼື ຫຼາຍຄົນ
ꨁဝ္ꨅဝ္ꨳ ເຂົາເຈົ້າ [kʰǎw.tsaw] 'ເຂົາເຈົ້າ' ຄົນນຶ່ງ ຫຼື ຫຼາຍຄົນ
ပိူꨓ္ꨳ ເພິ່ນ (ເປິ່ນ) [pən] 'ເພິ່ນ' 'ຄົນອື່ນ' ຫຼາຍຄົນ

ອ້າງອີງ

ດັດແກ້
  1. 1.0 1.1 1.2 http://www.ethnologue.com/show_language.asp?code=shn Cite error: Invalid <ref> tag; name "ethnologue" defined multiple times with different content
  2. บรรจบ พันธุเมธา. ไปสอบคำไทย. โครงการเผยแพร่วัฒนธรรมไทย กระทรวงศึกษาธิการ, 2522 (ພາສາໄທ)

ບັນນານຸກົມ

ດັດແກ້
  • The Major Languages of East and South-East Asia. Bernard Comrie (London, 1990).
  • A Guide to the World's Languages. Merritt Ruhlen (Stanford, 1991).
  • Shan for English Speakers. Irving I. Glick & Sao Tern Moeng (Dunwoody Press, Wheaton, 1991).
  • Shan - English Dictionary. Sao Tern Moeng (Dunwoody Press, Kensington, 1995).
  • An English and Shan Dictionary. H. W. Mix (American Baptist Mission Press, Rangoon, 1920; Revised edition by S.H.A.N., Chiang Mai, 2001).
  • Grammar of the Shan Language. J. N. Cushing (American Baptist Mission Press, Rangoon, 1887).

ອ່ານຕື່ມ

ດັດແກ້
  • Sai Kam Mong. The History and Development of the Shan Scripts. Chiang Mai, Thailand: Silkworm Books, 2004. ISBN 974-9575-50-4

ລິງຄ໌ພາຍນອກ

ດັດແກ້