ປະເທດໂກລົມບີ
ໂກລົມບີ (ແອສະປາໂຍນ: Colombia) ຫຼືຊື່ທາງການ ສາທາລະນະລັດໂກລົມບີ (ແອສະປາໂຍນ: República de Colombia) ແມ່ນປະເທດໃນພາກຕາເວັນຕົກສຽງເໜືອຂອງທະວີບອາເມລິກາໃຕ້. ມີອານາເຂດທາງທິດຕາເວັນອອກຕິດຕໍ່ກັບເວເນຊູເອລາແລະບະເຣຊິນ ທາງທິດໃຕ້ຕິດຕໍ່ກັບເອກົວເຕີແລະເປຣູ ທາງທິດເໜືອຈົດທະເລກາຣາອິບ ສ່ວນທາງທິດຕາເວັນຕົກຕິດຕໍ່ກັບປານາມາແລະມະຫາສະໝຸດປາຊີຟິກ.