ພາສາແອັດສະປາຍ

ພາສາແອັດສະປາຍ (ແອັດສະປາຍ: español) ແມ່ນພາສາໂຣມັງພາສາໜຶ່ງ ອັນມີຕົ້ນກຳເນີດແຕ່ປະເທດແອັດສະປາຍ. ມີຜູ້ເວົ້າປະມານ 387 ລ້ານຄົນເປັນພາສາແມ່ ອັນເຮັດໃຫ້ເປັນພາສາທີ່ເວົ້າຫຼາຍທີ່ສຸດອັນດັບທີ 2 ຂອງໂລກ ຕາມຫຼັງພາສາຈີນກາງ. ປະເທດເມັກຊິກມີຜູ້ເວົ້າພາສາແອັດສະປາຍຫຼາຍທີ່ສຸດ. ພາສາແອັດສະປາຍແມ່ນໜຶ່ງໃນພາສາທາງກາງທັງ 6 ຂອງສະຫະປະຊາຊາດ ແລະ ມີການໃຊ້ເປັນພາສາທາງການໃນສະຫະພາບເອີຣົບ ແລະ ໃນຕະຫຼາດກາງຕອນໃຕ້.

ພາສາແອັດສະປາຍແມ່ນພາສາໜຶ່ງເຊິ່ງຈັດຢູ່ໃນກຸ່ມພາສາອີເບໂລ-ໂຣມັງ ເຊິ່ງມີການວິວັດທະນາການມາຈາກພາສາຖິ່ນຕ່າງໆ ຂອງພາສາລາແຕງສາມັນໃນແຄວ້ນອີເບລີ ຫຼັງການຫຼົ້ມສະຫຼາຍຂອງອານາຈັກໂຣມັງຕາເວັນຕົກໃນສະຕະວັດທີ 5. ພາສາແອັດສະປາຍມີການບັນທຶກຂຽນເທື່ອທຳອິດໃນແຄວ້ນອີເບລີເໜືອກາງໃນສະຕະວັດທີ 9 ແລະມີການຂະຫຍາຍໂຕທີລະໜ້ອຍໄປພ້ອມກັບການຂະຫຍາຍໂຕຂອງອານາຈັກກາສະຕີ ຈົນໄປຮອດພາກກາງ ແລະ ພາກໃຕ້ຂອງແຄວ້ນອີເບລີ. ທຳອິດຄຳສັບພາສາແອັດສະປາຍໄດ້ຮັບອິດທິພົນຈາກພາສາບາດ ແລະ ພາສາອີເບໂລ-ໂຣມັງອື່ນໆ ແລະພາຍຫຼັງພາສາແອັດສະປາຍໄດ້ຮັບຄຳສັບຈາກພາສາອາຣັບ ລະຫວ່າງທີ່ຊາວມຸດສະລິມຄອງຄາບສະໝຸດອີເບລີ. ພາສາແອັດສະປາຍຍັງໄດ້ຮັບຄຳສັບເຊິ່ງບໍ່ໄດ້ມາຈາກກຸ່ມພາສາອີເບລີອີກນຳ ເຊັ່ນພາສາອົກຊີຕັງ, ພາສາຝຣັ່ງ, ພາສາອິຕາລີ, ພາສາຊາກ ແລະ ເລີ່ມມີຄຳຈາກພາສາອັງກິດໃນຍຸກປັດຈຸບັນອີກນຳ. ພາສາແອັດສະປາຍໄດ້ມີການໃຊ້ແຜ່ໄປຮອດຫົວເມືອງຂອງອານາຈັກແອັດສະປາຍໃນສະຕະວັດທີ 16 ທີ່ເປັນທີ່ຮູ້ຈັກກັນດີແມ່ນໃນພື້ນທີ່ໃນທະວີບອາເມຣິກາ ແລະ ບ່ອນອື່ນໆ ໃນທະວີບອາຟຣິກາ, ທະວີບໂອເຊອານີ ແລະ ຟີລິບປິນ.