ອິນດູຈີນ

(ປ່ຽນເສັ້ນທາງມາຈາກ ຄາບສະໝຸດອິນດູຈີນ)

ອິນດູຈີນ (ອັງກິດ: Indochina) ຫຼື ແຫຼມອິນດູຈີນ (ອັງກິດ: Indochinese Peninsula) ແມ່ນແຫຼມທີ່ເດ່ອອກຈາກແຜ່ນດິນໃຫຍ່ຂອງອາຊີ ແລະແມ່ນສ່ວນນຶ່ງຂອງອາຊີອາຄະເນ. ທີ່ມາຂອງຊື່ ກໍແມ່ນຍ້ອນແຫຼມນີ້ຕັ້ງຢູ່ທາງໃຕ້ຂອງຈີນ ແລະທາງຕາເວັນອອກຂອງອິນເດຍ. ຄຳວ່າ "Indochina" ມາຈາກ Indochine ໃນພາສາຝະລັ່ງ ແລະຖືກໃຊ້ໃນລະຫວ່າງຍຸກລ່າຫົວເມືອງ.

ແຫຼມອິນດູຈີນ ເມື່ອປີ ຄ.ສ. 1886.
ອິນດູຈີນ: ສີຂຽວເຂັ້ມ: ນັບໂຮມສະເໝີ, ສີຂຽວອ່ອນ: ນັບໂຮມເປັນສ່ວນໃຫຍ່, ສີແດງ: ນັບໂຮມເປັນບາງຄັ້ງ ພາກພື້ນອິນດູຈີນ (ຊີວະວິທະຍາ) : ສີຂຽວເຂັ້ມແລະອ່ອນ.

ຕາມປະຫວັດສາດ ປະເທດໃນອິນດູຈີນສ່ວນໃຫຍ່ໄດ້ຮັບອິດທິພົນທາງວັດທະນະທຳຈາກອິນເດຍແລະຈີນ ເຊິ່ງແຕ່ລະປະເທດໄດ້ຮັບວັດທະນະທຳຈາກສອງຊາດນີ້ ເຂົ້າມາໃນລະດັບທີ່ຕ່າງກັນ ເຊັ່ນ ລາວແລະໄທນັ້ນແມ່ນໄດ້ຮັບວັດທະນະທຳອິນເດຍເປັນສ່ວນໃຫຍ່ ແຕ່ຫວຽດນາມໄດ້ຮັບວັດທະນະທຳຈາກຈີນເປັນສ່ວນໃຫຍ່. ຕໍ່ມາໃນຍຸກລ່າຫົວເມືອງຂອງຊາດຕາເວັນຕົກ ປະເທດສ່ວນໃຫຍ່ໃນອິນດູຈີນໄດ້ຮັບວັດທະນະທຳຕາເວັນຕົກເຂົ້າເຊັ່ນກັນ.

ພູມສາດ ດັດແກ້

ຕາມນິຍາມຢ່າງເຄັ່ງຄັດ ອິນດູຈີນໝາຍເຖິງອະດີດອານານິຄົມຝະລັ່ງ ຫຼື "ອິນດູຈີນຝຣັ່ງ" ປະກອບດ້ວຍ:

  ລາວ

  ກຳປູເຈຍ

  ຫວຽດນາມ

ແຕ່ປັດຈຸບັນ ອິນດູຈີນໝາຍເຖິງແຜ່ນດິນໃຫຍ່ຂອງອາຊີຕາເວັນອອກສຽງໃຕ້ ນັບລວມ

  ພະມ້າ

  ໄທ

  ແຫຼມມະລາຍູ

  ສິງກະໂປ

ສາສະໜາທີ່ສ່ວນໃຫຍ່ນັບຖືແມ່ນພຸດ ນິກາຍເຖລະວາດ (ຫຼື ຫິນນະຍານ) ສ່ວນນິກາຍມະຫາຍານ ມີຄົນນັບຖືໃນຫວຽດນາມແລະສິງກະໂປ.