ໝາກອຶ (ອັງກິດ: Kabocha squash; ຍີ່ປຸ່ນ: カボチャ, 南瓜; Kabocha) ແມ່ນພືດຊະນິດນຶ່ງ ໃຊ້ເຮັດໄດ້ທັງອາຫານຄາວ ຂອງຫຼານ ແລະແມ່ນອາຫານກິນຫຼິ້ນໄດ້ນຳ. ປົກກະຕິໝາກອຶເມື່ອແກ່ຈັດຈະມີສີເຫຼືອງອົມສົ້ມ ໝາກອຶແມ່ນພືດມີເຖົາ ປູກໄດ້ທົ່ວໄປທັງໃນຂົງເຂດຮ້ອນແລະເຂດໜາວ. ໃນທາງພຶກສາສາດ ໝາກອຶຈັດຢູ່ໃນສະກຸນ Cucurbita ວົງ Cucurbitaceae ແມ່ນພືດທີ່ມີຖິ່ນກຳເໜີດໃນທະວີບອາເມລິກາ ແລະແພ່ກະຈາຍໄປທົ່ວໂລກ.

ຄວາມເປັນມາ ດັດແກ້

ໂດຍທົ່ວໄປເຊື່ອວ່າຕະກຸນແຕງມີຈຸດກຳເໜີດໃນອາເມລິກາກາງ[1]ແລ້ວແພ່ກະຈາຍໄປທົ່ວໂລກພາຍຫຼັງ[2]ໝາກອຶເຂົ້າສູ່ຍີ່ປຸ່ນໂດຍພໍ່ຄ້າຊາວປອກຕຸຍການເມື່ອປີ ຄ.ສ. 1540 ໂດຍນຳມາຈາກກຳປູເຈຍ. ຊື່ພາສາປອກຕຸຍການຂອງໝາກອຶແມ່ນ Cambodia abóbora (カンボジャ・アボボラ) ແລະຫຍໍ້ລົງໃນພາສາຍີ່ປຸ່ນເຫຼືອພຽງ kabocha ບາງບ່ອນໃນຍີ່ປຸ່ນຫຍໍ້ເປັນ "bobora".

ຮູບຮ່າງໜ້າຕາ ດັດແກ້

ໝາກອຶແມ່ນໄມ້ເຖົາເລືອໄປຕາມດິນ ມີມືສຳລັບຍຶດເກາະ ລຳຕົ້ນອວບນ້ຳ ໃບດ່ຽວຮູບຫ້າຫຼ່ຽມ ມີຂົນທັງສອງດ້ານ. ດອກສີເຫຼືອງຮູບກະດິ່ງ. ໜ່ວຍໝາກອຶມີນຳກັນຫຼາຍລັກສະນະ ບາງເທຶ່ອແມ່ນໜ່ວຍເກືອບກົມກໍມີ ແຕ່ໂດຍທົ່ວໄປແມ່ນຮູບຊົງກົມແປ້ນ ຜິວຂຸຂະເລັກນ້ອຍ. ເມື່ອຍັງດິບເນື້ອຄ່ອນຂ້າງແຂງ. ໝາກອຶແບ່ງເປັນຕະກູນຫຼັກສອງຕະກູນແມ່ນ ຕະກູນໝາກອຶອາເມລິກາ (pumpkin) ຂະໜາດລູກໃຫຍ່ ເນື້ອອ່ອນ ກັບຕະກູນໂປຕີລົງ (potiron) ໄດ້ແກ່ໝາກອຶລາວແລະໝາກອຶຍີ່ປຸ່ນ. [3] ໝາກອຶຍີ່ປຸ່ນ ຫຼຶກະໂບະຊະ (Kabocha) ຢູ່ໃນຕະກູນໂປຕີລົງ (potiron ຫຼື squash) ເຊັ່ນດຽວກັບໝາກອຶລາວ ລູກເປັນຊົງກົມຂະໜາດນ້ອຍ ເນື້ອແໜ້ນ ລົດຊາດຫວານມັນ.

 
ເທມປຸລະໝາກອຶ

ໝາກອຶນຳມາແຕ່ງກິນໄດ້ຫຼາຍຢ່າງ ແມ່ນ ພາຍໝາກອຶ ຕົ້ມໝາກອຶ ເທມປຸຣະ ແກງ ກິນກັບແຈ່ວ ນ້ຳໝາກອຶຄັ້ນສົດ ມີລິດລົດນ້ຳຕານໃນເລືອດ. ແກ່ນໝາກອຶມີສານກູກກູບີຕີນ ຊ່ອຍຂັບພະຍາດໂຕຕືດ ໃຊ້ເປັນອາຫານກິນຫຼິ້ນ. ນ້ຳມັນຈາກແກ່ນໝາກອຶນິຍົມໃຊ້ແຕ່ງກິນໃນເອີລົບຕາເວັນອອກແລະຕາເວັນອອກກາງ. ຍອດໝາກອຶໃຊ້ກິນເປັນຝັກ. ຮາກໝາກອືນຳມາຕົ້ມດື່ມຊ່ອຍຖອນພິດຈາກແມງກັດຕ່ອຍ. ໝາກອຶມີກາກໃຍສູງ ອຸດົມດ້ວຍວິຕາມິນອາແລະສານຕໍ່ຕ້ານການປະສົມກັບອອກຊິຈັງກັບເກືອແຮ່ ແລະມີ “ກົດປະໂລປີໂອນິກ” ກົດນີ້ເຮັດໃຫ້ແຊວມະເຮັງໃຫ້ອ່ອນແອລົງ [4] ໃນເນື້ອໝາກອຶມີກາໂລແຕນແລະແປ້ງ ໃຊ້ແຕ່ງສີເຂົ້າໜົມເຊັ່ນ ເຂົ້າໜົມໝາກອຶ ໂດຍນຳເນື້ອໜຶ້ງສຸກມາບີ້ກັບແປ້ງຫຼືຖົ່ວກວນ [5]

ຄຸນຄ່າແລະການໃຊ້ ດັດແກ້

ໝາກອຶຖືເປັນພືດໃນຕະກູນໝາກມະລະ ຊະນິດໄມ້ເຖົາຂະໜາດໃຫຍ່ ຜິວລູກເມື່ອຍັງອ່ອນມີສີຂຽວ. ເມື່ອແກ່ຈະແລ້ວຈະມີສີຂຽວສະຫຼັບເຫຼືອງ. ຜິວໝາກອຶບໍ່ຮາບຂຸຂະເປືອກມີລັກສະນະແຂງເນື້ອໃນສີເຫຼືອງ ມີເສັ້ນໃຍຢູ່ພາຍໃນເປັນສີເຫຼືອງນິ້ມພ້ອມກັບເມັດສີຂາວແບນໆ ຕິດຢູ່. ປະໂຫຍດຂອງໝາກອຶນັ້ນມີຫຼາຍຫຼວງ ສາມາດນຳມາໃຊ້ກິນບຳລຸງຮ່າງກາຍແລະຮັກສາໂລກໄດ້ດີ.

ອ້າງອີງ ດັດແກ້

  1. Archaeobiology: Squash Seeds Yield New View of Early American FarmingThe Initial Domestication of Cucurbita pepo in the Americas 10,000 Years Ago
  2. Eastern North America as an independent center of plant domestication
  3. ຟັກທອງທຳອະໄຣກໍອະຣ່ອຍ.ກທມ. ອມຣິນທຣ໌. 2554. ໜ້າ 9-10 ເປລືອກແຂັງ ເນື້ອແນ່ນ
  4. http://www.thairath.co.th/news.php?section=technology&content=52513
  5. ວັນດີ ກຶສະນະພັນ. ສະໝຸນໄພສາລະພັດປະໂຫຍດ. ກທມ. ຄະນະເພສັດສາດ ມະຫາວິທະຍາໄລມະຫິດົນ. 2538

ແຫຼ່ງຂໍ້ມູນອື່ນ ດັດແກ້