ເຂດບາງນາ

ເຂດໃນບາງກອກ ປະເທດໄທ
ເຂດບາງນາ
ບາງກອກ
ແຜນທີ່ບາງກອກ ເນັ້ນເຂດບາງນາ
ສູ່ບູລະພາວິຖີ ຂອງດີສາຍໃຈໄທ ສູນປະຊຸມໃຫຍ່ໄບເທັກ ຮ້ານອາຫານໃຫຍ່ເລັກລົດເລີດ
ສີ່ວັດປະເສີດໄທພຸດ ຊຸມຊົນເຮັ່ງຮຸດພັດທະນາ ແຫຼ່ງວີລະຊົນກ້າທະຫານເຮືອ
ຂໍ້ມູນທົ່ວໄປ
ອັກສອນລາວ ເຂດບາງນາ
ອັກສອນໂລມັງ Khet Bang Na
ລະຫັດພູມິສາດ 1047
ລະຫັດໄປສະນີ 10260
ຂໍ້ມູນສະຖິຕິ
ພື້ນທີ່ 18.789 ຕລ.ກມ.
ປະຊາກອນ 92,023 [1] ຄົນ (ຄ.ສ. 2016)
ຄວາມໜາແໜ້ນ 4,897.70 ຄົນ/ຕລ.ກມ.
ສຳນັກງານເຂດ
ບ່ອນຕັ້ງ ເລກທີ່ 888 ຖະໜົນສັບພະວຸດ ແຂວງບາງນາເໜືອ ເຂດບາງນາ ບາງກອກ 10260
ພິກັດ 13°40′48.29″N 100°35′30.48″E / 13.6800806°N 100.5918000°E / 13.6800806; 100.5918000
ໝາຍເລກໂທລະສັບ 0 2173 5253-7
ໝາຍເລກໂທລະສານ 0 2173 5261
ເວັບໄຊຕ໌ ເວັບໄຊຕ໌ສຳນັກງານເຂດບາງນາ
ສາລານຸກົມປະເທດໄທ ສ່ວນໜຶ່ງຂອງສາລານຸກົມປະເທດໄທ

ເຂດບາງນາ ແມ່ນ 1 ໃນ 50 ເຂດການປົກຄອງຂອງບາງກອກ ຢູ່ໃນກຸ່ມເຂດບາງກອກໃຕ້ ສະພາບທົ່ວໄປເປັນເຂດຊຸມຊົນເມືອງໜາແໜ້ນປານກາງຜະສົມກັບຊຸມຊົນການກະເສດ

ບ່ອນຕັ້ງແລະອານາເຂດ ດັດແກ້

ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນ້ຳເຈົ້າພະຍາ (ຝັ່ງພະນະຄອນ) ມີອານາເຂດຕິດຕໍ່ກັບເຂດຕ່າງໆ ຮຽງຕາມເຂັມໂມງ ດັງນີ້

  • ທິດເໜືອ ຕິດຕໍ່ກັບເຂດພະຂະໂໜງແລະເຂດປະເວດ ມີຄອງບາງອໍ້ ຊອຍສຸຂຸມວິດ 101/1 (ວະຊິລະທຳສາທິດ) ຊອຍວະຊິລະທຳສາທິດ 32 (ຈຸລາ 4) ຊອຍອຸດົມສຸກ 29 (ພຸດທະວິຖີ 1) ຖະໜົນອຸດົມສຸກ ແລະຄອງເຄັດເປັນເສ້ນແບ່ງເຂດ
  • ທິດຕາເວັນອອກ ຕິດຕໍ່ກັບອຳເພີບາງພີ (ຈັງຫວັດສະໝຸດປາການ) ມີຄອງສາຫຼ່າຍ ຄອງບາງນາ ແລະແນວແບ່ງເຂດການປົກຄອງລະຫວ່າງບາງກອກກັບຈັງຫວັດສະໝຸດປາການເປັນເສ້ນແບ່ງເຂດ
  • ທິດໃຕ້ ຕິດຕໍ່ກັບອຳເພີເມືອງສະໝຸດປາການ (ຈັງຫວັດສະໝຸດປາການ) ມີແນວແບ່ງເຂດການປົກຄອງລະຫວ່າງບາງກອກກັບຈັງຫວັດສະໝຸດປາການ ແລະຊອຍສຸຂຸມວິດ 107 (ແບຣິ່ງ) ເປັນເສ້ນແບ່ງເຂດ
  • ທິດຕາເວັນຕົກ ຕິດຕໍ່ກັຍອຳເພີພະປະແດງ (ຈັງຫວັດສະໝຸດປາການ) ມີແນວກຶ່ງກາງແມ່ນ້ຳເຈົ້າພະຍາເປັນເສ້ນແບ່ງເຂດ

ປະຫວັດ ດັດແກ້

ທ້ອງທີ່ເຂດບາງນາໃນອະດີດມີຖານະແມ່ນ ຕຳບົນບາງນາ ແມ່ນເຂດການປົກຄອງຂອງອຳເພີພະຂະໂໜງ ຈັງຫວັດພະປະແດງ (ປ່ຽນຊື່ມາຈາກນະຄອນເຂື່ອນຂັນຕັ້ງແຕ່ປີຄ.ສ. 1914)[2] ຈົນກະທັ່ງໃນປີ ຄ.ສ. 1927 ທາງລາຊະການໄດ້ພິຈາລະນາໂອນຕຳບົນບາງນາໄປຂຶ້ນກັບອຳເພີສະໝຸດປາການ ຈັງຫວັດສະໝຸດປາການແທນ ເພື່ອຄວາມສະດວກໃນການປົກຄອງ[3] ແຕ່ໃນປີ ຄ.ສ. 1929 ກໍໂອນກັບມາເປັນເຂດການປົກຄອງຂອງອຳເພີພະຂະໂໜງ (ເຊິ່ງຍ້າຍຈາກຈັງຫວັດພະປະແດງມາຂຶ້ນກັບຈັງຫວັດພະນະຄອນຢູ່ກ່ອນແລ້ວ) ອີກຄັ້ງໜຶ່ງ ເນື່ອງຈາກຕັ້ງຢູ່ໄກ້ກັນຫຼາຍກວ່າແລະປະຊາຊົນໄປຕິດຕໍ່ທຸລະການໄດ້ສະດວກກວ່າ[4]

ຕໍ່ມາໃນທ້ອງທີ່ຕຳບົນບາງນາເລິ່ມສະພາບເປັນຊຸມຊົນ ຍ່ານການຄ້າ ອຸສາຫະກຳ ແລະບ່ອນພັກອາໄສໜາແໜ້ນຂຶ້ນ ໃນການຂະຫຍາຍເຂດເທດສະບານນະຄອນກຸງເທບຄັ້ງທີ 2 ເມື່ອ ຄ.ສ. 1955 ທາງລາຊະການຈຶງໂອນພື້ນທີ່ບາງສ່ວນຂອງຕຳບົນບາງນາເຂົ້າໄປໃນທ້ອງທີ່ດ້ວຍ[5]ສ່ວນພື້ນທີ່ທີ່ຢູ່ນອກເຂດເທດສະບານນັ້ນໄດ້ກາຍເປັນທ້ອງທີ່ໃນເຂດສຸຂາພິບານປະເວດເຊິ່ງຈັດຕັ້ງເມື່ອປີ ຄ.ສ. 1963[6]ຈົນກະທັ່ງມີການຂະຫຍາຍເຂດເທດສະບານນະຄອນກຸງເທບໄປອີກເປັນຄັ້ງທີ 3 ເມື່ອປີ ຄ.ສ. 1964 ຈຶງແຍກໄປຮວມຢູ່ໃນເຂດເທດສະບານທັງຕຳບົນ[7]

ໃນປີ ຄ.ສ. 1971 ຈັງຫວັດພະນະຄອນຖືກເຂົ້າຮວມກັບຈັງຫວັດທົນບຸລີ ປ່ຽນຖານະແມ່ນນະຄອນຫຼວງກຸງເທບທົນບຸລີ[8] ແລະໃນປີ ຄ.ສ. 1972 ຈຶງປ່ຽນແປງຖານະແມ່ນ ກຸງເທບມະຫານະຄອນ[9] ເຊິ່ງໄດ້ຍົກເລີກການປົກຄອງແບບສຸຂາພິບານແລະເທດສະບານ ຮວມທັງປ່ຽນຄຳເອິ້ນເຂດການປົກຄອງໃໝ່ຈາກອຳເພີແລະຕຳບົນເປັນເຂດແລະແຂວງ ຕາມລຳດັບ ຕຳບົນບາງນາຈຶງໄດ້ຮັບການປ່ຽນແປງຖານະແມ່ນ ແຂວງບາງນາ ຂຶ້ນກັບເຂດພະຂະໂໜງ

ພາຍຫຼັງໃນເຂດພະຂະໂໜງແລະເຂດອື່ນໆ ຂອງບາງກອກມີຄວາມຈະເລີນແລະມີປະຊາກອນໜາແໜ້ນຂຶ້ນ ຈຳເປັນຕ້ອງຈັດຂະໜາດພື້ນທີ່ແລະຈຳນວນປະຊາກອນໃນເຂດຕ່າງໆ ໃຫ້ມີຄວາມເໝາະສົມໄກ້ຄຽງກັນ ເພື່ອໃຫ້ການປົກຄອງແລະການອຳນວຍການແກ່ປະຊາຊົນເປັນໄປຢ່າງມີປະສິດທິພາບ ໃນວັນທີ່ 14 ຕຸລາ ຄ.ສ. 1997 ກະຊວງມະຫາດໄທຈຶງປະກາດປ່ຽນແປງພື້ນທີ່ເຂດພະຂະໂໜງ ໂດຍແຍກແຂວງບາງນາແລະບາງສ່ວນແຂວງບາງຈາກອອກມາຈັດຕັ້ງເປັນ ເຂດບາງນາ ແລະໃນວັນທີ 17 ພະຈິກ ປີດຽວກັນ ບາງກອກໄດ້ປະກາດຈັດຕັ້ງແຂວງບາງນາເຕັມພື້ນທີ່ເຂດບາງນາຢ່າງເປັນທາງການ ເພື່ອຄວາມຊັດເຈນແລະປະໂຫຍດໃນດ້ານການປົກຄອງ ການບໍລິຫານແລະການອຳນວຍຄວາມສະດວກແກ່ປະຊາຊົນທັງ 2 ສະບັບເລິ່ມມີຜົນບັງຄັບໃຊ້ໃນວັນດຽວກັນຄືວັນທີ 6 ມີນາ ຄ.ສ. 1998[10][11]

ການແບ່ງເຂດການປົກຄອງ ດັດແກ້

ເຂດບາງນາມີເຂດການປົກຄອງຍ່ອຍ 2 ແຂວງ (khwaeng) ຄື

ອັກສອນລາວ ອັກສອນໂລມັງ ພື້ນທີ່
(ຕລ.ກມ.)
ຈຳນວນປະຊາກອນ
(ພະຈິກ 2016)
ຈຳນວນບ້ານ
(ພະຈິກ 2016)
ຄວາມໜາແໜ້ນປະຊາກອນ
(ພະຈິກ 2016)
ບາງນາ Bang Na
18.789
92,097
61,893
4,901.64
ທັງໝົດ
18.789
92,097
61,893
4,901.64

ປະຊາກອນ ດັດແກ້

ສະຖິຕິປະຊາກອນຕາມທະບຽນລາຊະດອນ
ເຂດບາງນາ[12]
ປີ (ຄ.ສ.) ປະຊາກອນ ການເພີ່ມແລະການລົດ
1998 99,312 ແບ່ງເຂດ
1999 100,201 +889
2000 100,312 +111
2001 100,854 +542
2002 102,125 +1,271
2003 102,777 +652
2004 101,737 -1,040
2005 101,667 -70
2006 101,695 +28
2007 101,360 +335
2008 100,474 -886
2009 99,561 -913
2010 98,869 -692
2011 97,039 -1,830
2012 95,855 -1,184
2013 95,204 -651
2014 94,315 -889

ການຄົມມະນາຄົມ ດັດແກ້

ທາງສາຍຫຼັກໃນພື້ນທີ່ເຂດບາງນາ ໄດ້ແກ່

ສ່ວນທາງສາຍຮອງແລະທາງລັດ ໄດ້ແກ່

ລະບົບຂົນສົ່ງມວນຊົນ ດັດແກ້

ສະຖານທີ່ສຳຄັນ ດັດແກ້

ສະຖານສຶກສາ ດັດແກ້

ສະໂມສອນກີລາ ດັດແກ້

ບຸກຄົນສຳຄັນ ດັດແກ້

ນັກບານເຕະ ດັດແກ້

ແຫຼ່ງຂໍ້ມູນອື່ນ ດັດແກ້

ອ້າງອິງ ດັດແກ້

  1. สำนักบริหารการทะเบียน กรมการปกครอง กระทรวงมหาดไทย,กองปกครองและทะเบียน สำนักปลัดกรุงเทพมหานคร. สถิติประชากรและบ้าน - จำนวนประชากรแยกรายอายุ [ออนไลน์] เข้าถึงจาก: http://stat.dopa.go.th/stat/statnew/statTDD/. สืบค้น 11 มีนาคม 2560.
  2. สำนักงานเขตพระโขนง. "ประวัติสำนักงานเขตพระโขนง." [ออนไลน์].เข้าถึงได้จาก: http://203.155.220.239/subsite/index.php?strOrgID=001018&strSection=aboutus&intContentID=184[dead link] [ม.ป.ป.]. สืบค้น 31 มีนาคม 2555.
  3. "พระบรมราชโองการ ประกาศ เรื่อง แก้ไขเขตต์จังหวัดพระนคร ธนบุรี พระประแดง สมุทรปราการ และมีนบุรีในมณฑลกรุงเทพฯ กับธัญญะบุรีในมณฑลอยุธยา" (PDF). ราชกิจจานุเบกษา. 44: 153–158. 21 สิงหาคม 2470. {{cite journal}}: Check date values in: |date= (help)
  4. "ประกาศ เรื่อง แก้ไขเขตต์ท้องที่ในจังหวัดพระนครและพระประแดง" (PDF). ราชกิจจานุเบกษา. 46: 2–5. 7 เมษายน 2472. {{cite journal}}: Check date values in: |date= (help)
  5. "พระราชกฤษฎีกาเปลี่ยนแปลงเขตเทศบาลนครกรุงเทพฯ (ฉบับที่ ๒) พ.ศ. ๒๔๙๗" (PDF). ราชกิจจานุเบกษา. 71 (79): 1776–1780. 30 พฤศจิกายน 2497. {{cite journal}}: Check date values in: |date= (help)
  6. "ประกาศกระทรวงมหาดไทย เรื่อง จัดตั้งสุขาภิบาลประเวศ อำเภอพระโขนง จังหวัดพระนคร" (PDF). ราชกิจจานุเบกษา. 80 (121): 2742–2743. 24 ธันวาคม 2506. {{cite journal}}: Check date values in: |date= (help)
  7. "พระราชกฤษฎีกาเปลี่ยนแปลงเขตเทศบาลนครกรุงเทพ (ฉบับที่ ๓) พ.ศ. ๒๕๐๗" (PDF). ราชกิจจานุเบกษา. 81 (พิเศษ 124 ก): 28–32. 31 ธันวาคม 2507. {{cite journal}}: Check date values in: |date= (help)
  8. "ประกาศของคณะปฏิวัติ ฉบับที่ ๒๔" (PDF). ราชกิจจานุเบกษา. 88 (พิเศษ 144 ก): 816–824. 21 ธันวาคม 2514. Archived from the original (PDF) on 2011-04-25. Retrieved 2016-12-28. {{cite journal}}: Check date values in: |date= (help)
  9. "ประกาศของคณะปฏิวัติ ฉบับที่ ๓๓๕" (PDF). ราชกิจจานุเบกษา. 89 (พิเศษ 190 ก): 187–201. 13 ธันวาคม 2515. {{cite journal}}: Check date values in: |date= (help)
  10. "ประกาศกระทรวงมหาดไทย เรื่อง เปลี่ยนแปลงพื้นที่เขตพระโขนง และตั้งเขตบางนา กรุงเทพมหานคร" (PDF). ราชกิจจานุเบกษา. 114 (พิเศษ 108 ง): 35–39. 18 พฤศจิกายน 2540. {{cite journal}}: Check date values in: |date= (help)
  11. "ประกาศกรุงเทพมหานคร เรื่อง เปลี่ยนแปลงพื้นที่แขวงบางนา เขตบางนา" (PDF). ราชกิจจานุเบกษา. 114 (พิเศษ 121 ง): 26–28. 24 ธันวาคม 2540. {{cite journal}}: Check date values in: |date= (help)
  12. สำนักบริหารการทะเบียน. กรมการปกครอง. กระทรวงมหาดไทย. "จำนวนประชากรและบ้าน." [ออนไลน์]. เข้าถึงได้จาก: http://stat.dopa.go.th/xstat/popyear.html 2556. สืบค้น 3 เมษายน 2556.