ປານຣະວັດ ກິດຕິກອນຈະເຣີນ

ນັກຮ້ອງຊາວໄທ
(ປ່ຽນເສັ້ນທາງມາຈາກ ອະພິເຊດ ກິດຕິກອນຈະເລີນ)

ປານຣະວັດ (ຊື່ເດີມ: ອະພິເຊດ) ກິດຕິກອນຈະເລີນ (ໄທ: ปาณรวัฐ กิตติกรเจริญ หรือ อภิเชษฐ์ กิตติกรเจริญ) ມີຊື່ຫຼີ້ນວ່າ ບິ໊ກ ນັກຮ້ອງ ນັກສະແດງຊາວໄທ ສະມາຊິກວົງດົນຕີ ດີທູບີ ເກີດວັນທີ່ 2 ທັນວາ ຄ.ສ. 1982 ແລະເສຍຊີວິດວັນທີ່ 9 ທັນວາ ຄ.ສ. 2007 ຂະນະອາຍຸ 25 ປີ

ປານຣະວັດ ກິດຕິກອນຈະເຣີນ
Occupationsນັກຮ້ອງ, ນັກສະແດງ

ປະຫວັດ ດັດແກ້

"ປານຣະວັດ ກິດຕິກອນຈະເລີນ" ມີຊື່ເດີມວ່າ "ອະພິເຊດ ກິດຕິກອນຈະເລີນ" ຫຼື "ບິ໊ກ" ເກີດເມື່ອວັນພະຫັດທີ່ 2 ທັນວາ ຄ.ສ. 1982 ເວລາ 9.30 ນ. ແມ່ນລູກຊາຍຄົນດຽວຂອງນາຍອຸດົມແລະນາງຍຸພາ ກິດຕິກອນຈະເລີນ

ເຂົ້າວົງການດ້ວຍການປະກວດຮ້ອງໃນໂຄງການ Panasonic Star Challange ໂດຍໃຊ້ເພງ "ງົມເຂັມໃນທະເລ" ຂອງ ໂດມ ປະກອນ ລັມ ໃນການປະກວດ ແລະມີຜົນງານຖ່າຍແບບກັບຖ່າຍໂຄສະນາຕາມລຳດັບກ່ອນຈະມາເປັນໜຶ່ງສະມາຊິກວົງດີທູບີ ບິ໊ກມີສາມາດໃນການຄວງພອງໄຟແລະກະໂດດລອດຫ່ວງໄຟ ເຊິ່ງລາວເຄີຍສະແດງໃນລາຍການ ສະມາຄົມຊົມດາວ ກັບ ຕີ10 ຕາມລຳດັບ

ມີສາຍາທີ່ໄດ້ຮັບຈາກແຟນຄລັບວ່າ ຊິນຈັງ ເນື່ອງຈາກມີຄິ້ວທີ່ໜາເຂັ້ມ ຄືໂຕກາຕູນຊິນຈັງ ແລະສາຍາ ເຈມສ໌ນ້ອຍ ເນື່ອງຈາກມີໜ້າຕາທີ່ລະມ້າຍຄ້າຍກັນກັບ ເຈມສ໌ ເຮືອງສັກ

ຂະນະທີ່ດີທູບີກຳລັງໂດ່ງດັງ ບິ໊ກປະສົບອຸບັດຕິເຫດຂັບລົດຍົນສ່ວນຕົວຕົກຄູນ້ຳ ວັນອັງຄານ ທີ່ 22 ກໍລະກົດ ຄ.ສ. 2003 ເຊິ່ງລາວມີອາການນ້ຳຄຳທ່ວມປວດແຕ່ການຮັກສາເປັນໄປໄດ້ດ້ວຍດີເມື່ອລາວຮູ້ສຶກໂຕສາມາດທັກທາຍແຟນເພງໄດ້ອີກຄັ້ງ ກ່ອນກາຍເປັນຝັນຮ້າຍເມື່ອບິ໊ກໂຄມ່າກ່ອນແພດກວດພົບເຊື້ອຮາ Scedosporium ໃນສະໝອງໃນ ວັນພຸດ ທີ່ 6 ສິງຫາ ຄ.ສ. 2003 ເຊິ່ງມີໂອກາດຮອດຊີວິດພຽງ 0.01% ເທົ່ານັ້ນ ແລະໄດ້ປ່ຽນຊື່ເປັນ ປານຣະວັດ ເຊິ່ງເປັນຊື່ຂໍພະລາຊະທານຈາກສົມເດັດພະຍານນະສັງວອນ ສົມເດັດພະສັງຄະລາດ ມີຄວາມໝາຍວ່າ"ຜູ້ມີຊີວິດຢູ່ຕາມຄຳຂໍ" ເພື່ອເປັນສິລິມົງຄົນ

ພາຍຫຼັງການຮັກສາດ້ວຍວັກຊີນສະເພາະໂຮກແລະໄດ້ຮັບກຳລັງໃຈຢ່າງຫຼາຍ ບິ໊ກຮອດຊີວິດແລະອອກຈາກຫ້ອງໄອຊີຍູໃນເວລາຕໍ່ມາ ແຕ່ກາຍເປັນເຈົ້າຊາຍນິດທາເຊິ່ງສ້າງຄວາມເສົ້າໂສກແກ່ແຟນເພງຢ່າງແສນສາຫັດ

ບິ໊ກໄດ້ເສຍຊີວິດລົງເມື່ອ ວັນອາທິດ ທີ່ 9 ທັນວາ ຄ.ສ. 2007 ເວລາ 9.30ນ. ດ້ວຍອາການຕິດເຊື້ອໃນກະແສເລືອດທາງປອດທີ່ໂຮງໝໍສິລິລາດ ຫຼັງເປັນເຈົ້າຊາຍນິດທາຈາກອຸບັດຕິເຫດທາງລົດຍົນເຖິງ 4 ປີ[1]

ການສຶກສາ ດັດແກ້

ມະຫາວິທະຍາໄລ : ປີ 2 ຄະນະນິເທດສາດ ມະຫາວິທະຍາໄລກຸງເທບ ພາກວິຊາວິທະຍຸໂທລະທັດ ສາຂາຮູບເງົາ

ຜົນງານທີ່ຜ່ານມາ ດັດແກ້

ອາລະບ້ຳເພງ ດັດແກ້

  • D2B[2]
  • D2B Summer
  • D2B Type II[3]

ຄອນເສີດ ດັດແກ້

  • D2B SUMMER LIVE IN CONCERT[4]
  • D2B GOODTIME THANKS CONCERT FOR FRIENDS[5]
  • D2B THE MIRACLE CONCERT[6]

ຮູບເງົາ ດັດແກ້

ລະຄອນ ດັດແກ້

ໂຄສະນາ ດັດແກ້

ການເສຍຊີວິດຂອງບິ໊ກ ດັດແກ້

ເວລາ 01:00 ນ. ຂອງຄືນວັນທີ່ 22 ກໍລະກົດ ຄ.ສ. 2003 ລາວໄດ້ຂັບລົດຍົນບີເອັມດັບເບິ້ນຍູລຸ້ນ 318 ໝາຍເລັກທະບຽນ ວພ 4973 ກຸງເທບມະຫານະຄອນ ຂອງລາວແລະມີເພື່ອນໂດຍສານໄປດ້ວຍໜຶ່ງຄົນ ເພື່ອກັບບ້ານຫຼັງຈາກສະແດງຄອນເສີດເສັດ[7] ແຕ່ກັບປະສົບອຸບັດຕິເຫດລົດພິກຄວ່ຳຕົກລົງໄປໃນຄູ່ນ້ຳຖະໜົນສີນະຄະລິນ ຈັງຫວັດສະໝຸດປາການ ຕຳລວດ ສພ.ອ.ເມືອງສະໝຸດປາການ ຈຶງນຳທັ້ງຄູ່ສົ່ງໂຮງໝໍ

ໂດຍທາງຕົ້ນສັງກັດ ຄື ບໍລິສັດ ອາຣ໌ເອສ ຈຳກັດ (ມະຫາຊົນ) ໄດ້ຈັດຄອນເສີດພິເສດໃນຊື່ "ດີທູບີ ເດອະ ເນເວີຣ໌-ເອັນດິ້ງ ຄອນເສີດ : ທຣິບູຕ ທູ ບິ໊ກ ດີທູບີ" ຂຶ້ນໃນວັນທີ່ 6 ມີນາ ຄ.ສ. 2004 ທີ່ຫໍປະຊຸມໃຫຍ່ ມະຫາວິທະຍາໄລທຳມະສາດ ທ່າພະຈັນ ເພື່ອເປັນການລະລຶກເຖິງບຶ໊ກ ແລະຖືເປັນການຍຸດຕິວົງດີທູບີ ໂດຍລາຍໄດ້ຈາກການຈັດຄອນເສີດເມື່ອຫັກຄ່າໃຊ້ຈ່າຍແລ້ວ ໄດ້ມອບໃຫ້ຄອບຄົວຂອງບິ໊ກ ເພື່ອເປັນຄ່າໃຊ້ຈ່າຍໃນການຮັກສາອີກດ້ວຍ[8]

ສ່ວນອາການຂອງລາວເບື້ອງຕົ້ນຍັງເປັນໄປໄດ້ດ້ວຍດີ ຍັງມີຄວາມຮູ້ສຶກຕົວດີ ແຕ່ບໍ່ດົນ ກໍຕ້ອງນອນໂດຍບໍ່ຮູ້ສະຕິ ເພາະສະໝອງຖືກເຊື້ອໂຮກທີ່ມາຈາກນ້ຳເນ່າໃນຄູຖືກທຳລາຍ ແຟນເພງທີ່ຊາບຂ່າວເຊິ່ງສ່ວນໃຫຍ່ເປັນເດັກໄວລຸ້ນຍິງ ຕ່າງພາກັນໄປຍາມແລະຮ້ອງໄຫ້ເປັນກຸ່ມຈຳນວນຫຼາຍກຸ່ມໜຶ່ງ ການຮັກສາ ຄະນະແພດໄດ້ພະຍາຍາມຊ່ວຍຊີວິດລາວດ້ວຍການໃຫ້ຍາແລະຜ່າຕັດຢູ່ຫຼາຍຄັ້ງ ລວມເຖິງຍາຕົວໃໝ່ທີ່ເພິ່ງມີການຜະລິດອອກມາ ແຕ່ກໍເຮັດໄດ້ພຽງຊ່ວຍບໍ່ໃຫ້ເສຍຊີວິດເທົ່ານັ້ນ ແຕ່ສະໝອງກໍຍັງບໍ່ຮັບຮູ້ໃດໆ ທັ້ງສິ້ນ ໄດ້ຍ້າຍທີ່ຮັກສາໄປຫຼາຍແຫ່ງ ແລະຕ້ອງນອນຮັກສາຕົວຢູ່ດົນເຖິງ 4 ປີ ໂດຍມີ ນາຍແພດ ມະນູນ ລີຊະເຫວງວົງ ເປັນແພດເຈົ້າຂອງໄຂ້ ເຊິ່ງຄະນະແພດຜູ້ຮັກສາໄດ້ເປີດຖະແຫຼງຂ່າວ ຖະແຫຼງຄວາມຄືບໜ້າຂອງອາການເປັນລະຍະໆ ຈົນກະທັ່ງເວລາ 09:00 ນ. ຂອງວັນທີ່ 9 ທັນວາ ຄ.ສ. 2007 ລາວກໍໄດ້ເສຍຊີວິດລົງທີ່ໂຮງໝໍສິລິລາດ ດ້ວຍອາການຕິດເຊື້ອໃນກະແສເລືອດ ລວມອາຍຸໄດ້ 25 ປີ ກັບ 1 ສັບດາ

ພິທີສົບຂອງລາວ ໄດ້ຈັດຂຶ້ນທີ່ ສາລາ 3 ວັດໜາມແດງ (ເຊິ່ງເປັນສາລາທີ່ໃຊ້ທຳບຸນວັນເກີດລາວ ຕະຫຼອດ 4 ປີ ທີ່ເປັນເຈົ້າຊາຍນິດທາ) ໂດຍມີການສວດອະພິທຳສົບ 7 ມື້ ກ່ອນຈະມີພິທີບັນຈຸສົບ (ເຊິ່ງຄອບຄົວກິດຕິກອນຈະເລີນ ໄດ້ຮັບພະມະຫາກະລຸນາທິຄຸນຈາກພະບາດສົມເດັດພະປໍລະມິນມະຫາພູມິພົນອະດຸນຍະເດດ ສົມເດັດພະນາງເຈົ້າສິຣິກິດ ພະບໍລົມລາຊິນີນາດ ພະລາຊະທານພວງມາລາໜ້າສົບ ສົມເດັດພະບໍລົມໂອລະສາທິລາດ ສະຫຍາມມະກຸດລາຊະກຸມານ ພະລາຊະທານພວງມາລາ ແລະຊົງເປັນເຈົ້າພາບສວດອະພິທັມສົບ 7 ມື້ ພະເຈົ້າຫຼານເທີ ພະອົງເຈົ້າສີລັດ ພະວໍລະຊາຍາ ພະເຈົ້າຫຼານເທີ ພະອົງເຈົ້າພັດຊະລະກິຕິຍາພາ ແລະ ພະເຈົ້າຫຼານເທີ ພະອົງເຈົ້າສິລິວັນວະລີນາລີລັດ ປະທານພວງມາລາໜ້າສົບ) ແລະຕະຫຼອດລະຍະເວລາ 100 ມື້ທີ່ໄດ້ມີການບັນຈຸສົບຂອງລາວ ຈະມີການສວດພະອະພິທັມທຸກວັນພຣະໃຫຍ່ ໂດຍຈະມີແຟນຄລັບ ແລະຜູ້ທີ່ມີຄວາມຜູກພັນກັບລາວໄປຮ່ວມງານສະເໝີ ວັນືຳບຸນຄົບຮອບ 50 ແລະ 100 ມື້ກໍມີການຖະຫວາຍພັດຕາຫານ ແລະທຳບຸນຮ່ວມກັນ ເຊິ່ງຈະມີຄົນມາຮ່ວມງານຫຼາຍກວ່າປົກກະຕິ ວັນທີ່ 19 ມີນາ ຄ.ສ. 2007 ເຊິ່ງເປັນວັນສວດອະພິທັມຄັ້ງສຸດທ້າຍ ສົມເດັດພະເຈົ້າຢູ່ຫົວມະຫາວະຊິລາລົງກອນ ບະດິນທະລະເທບພະຍະວະຮາງກູນ ຊົງຮັບໄວ້ໃນພະລາຊານຸເຄາະ

ແລະຄອບຄົວກິດຕິກອນຈະເລີນກໍໄດ້ຮັບພະມະຫາກະລຸນາສູງສຸດ ເມື່ອໄດ້ຮັບພະລາຊະທານເພີງສົບຈາກສົມເດັດພະເຈົ້າຢູ່ຫົວມະຫາວະຊິລາລົງກອນ ບະດິນທະລະເທບພະຍະວະຮາງກູນ ຂະນະຍັງຊົງເປັນສົມເດັດພະບໍລົມໂອລະສາທິລາດ ສະຫຍາມມະກຸດລາຊະກຸມານ ລວມທັ້ງພະເຈົ້າຫຼານເທີ ພະອົງເຈົ້າສິລິວັນວະລີນາລີລັດ ສະເດັດແທນພະອົງມາພະລາຊະທານເພີງສົບ ໃນວັນທີ່ 20 ມີນາ ຄ.ສ. 2007 ໂດຍຕະຫຼອດວັນມີຜູ້ຄົນເປັນຈຳນວນຫຼາຍມາຮ່ວມໄວ້ອາລັຍບິ໊ກເປັນຄັ້ງສຸດທ້າຍ ມີຫຼາຍຄົນທີ່ຢູ່ທີ່ວັດໜາມແດງຈົນກະທັ່ງໄດ້ຮັບຄຳຍືນຍັນຈາກເຈົ້າໜ້າທີ່ທາງວັດໜາມແດງວ່າສົບໄດ້ເຜົາໝົດແລ້ວ ຈຶງແຍກຍ້າຍກັນກັບບ້ານ ແລະໃນວັນທີ່ 21 ມີນາ ຄ.ສ. 2007 ຄອບຄົວແລະຄົນໄກ້ຊິດ ໄດ້ນຳອັດຖິຂອງບິ໊ກ ໄປລອຍອັງຄານທີ່ຈັງຫວັດປະຈວບຄີລີຂັນ

ແມ້ທຸກວັນນີ້ລາວຈະເສຍຊີວິດໄປແລ້ວ ແຕ່ແຟນຄລັບແລະຄົນໄກ້ຊິດ ກໍຍັງແວະໄປຍາມຄອບຄົວກິດຕິກອນຈະເລິນ[9] ໂດຍມີງານທຳບຸນຄົບຮອບວັນຄ້າຍວັນເສຍຊີວິດໃນວັນທີ່ 9 ທັນວາ ຂອງທຸກໆ ປີ ໂດຍມີແດນ ວໍລະເວດ ແລະ ບີມ ກະວີ ມາຮ່ວມງານທຳບຸນນີ້ດ້ວຍ ເລິ່ມຂຶ້ນໃນປີ ຄ.ສ. 2007

ອ້າງອິງ ດັດແກ້

  1. แฟน ๆ ร่ำไห้สุดอาลัย "บิ๊ก ดีทูบี"...จากชั่วนิรันดร์
  2. อัลบั้ม D2B
  3. อัลบั้ม D2B Type II
  4. ดีทูบี ซัมเมอร์ ไลฟ์ อิน คอนเสิร์ต กับสามหนุ่ม บิ๊ก แดน บีม
  5. กรี๊ดกันสนั่นอีกครั้ง กับคอนเสิร์ต ดีทูบี ขอบคุณแฟนเพลง
  6. ความประทับใจเปี่ยมล้นเวที ดีทูบี เดอะ มิราเคิล คอนเสิร์ต
  7. "เปิดใจ นพ.มนูญ ลีเชวงวงศ์ "บิ๊ก ดีทูบี" เคสสตัดดี้ วงการแพทย์ทั่วโลกตื่นตัว". Archived from the original on 2011-04-05. Retrieved 2018-07-13.
  8. "โจ๋น้ำตาทะลักอำลาวงดีทูบี แบ่งรายได้! ค่ารักษา "บิ๊ก"". Archived from the original on 2006-06-17. Retrieved 2018-07-13.
  9. บิ๊ก ดีทูบี สิ้นลม

ແຫຼ່ງຂໍ້ມູນອື່ນ ດັດແກ້