ກະແລມ (ອັງກິດ: ice cream) ແມ່ນເຄື່ອງຫວານແຊ່ແຂງຊະນິດໜຶ່ງ ໄດ້ມາຈາກການລວມເອົາສ່ວນປະກອບຕ່າງໆເຂົ້າກັນ ແລ້ວເອົາໄປຜ່ານການຂ້າເຊື້ອ ແລ້ວເອົາໄປປັ່ນໃນບ່ອນທີ່ເຢັນຈັດ ເພື່ອເຕີມອາກາດເຂົ້າໄປພ້ອມກັບຫຼຸດອຸນຫະພູມ ໂດຍອາໄສເຄື່ອງປັ່ນກະແລມ.