ວິກິພີເດຍ
ວິກິພີເດຍ (ເຄົ້າ: ວິກິພີເດັຽ; ອັງກິດ: Wikipedia /ˌwɪkɪˈpiːdiə/ ( ຟັງສຽງ) WIK-ih-PEE-dee-ə ຫຼື /ˌwɪki-/ (
ຟັງສຽງ) WIK-ee-PEE-dee-ə) ແມ່ນສາລານຸກົມອອນລາຍນ໌ເນື້ອຫາເສລີທີ່ຂຽນ ແລະ ດູແລໂດຍກຸ່ມຊຸນຊົນອາສາສະໝັກທີ່ຮູ້ຈັກກັນໃນນາມ ຊາວວິກິພີເດຍ ຫຼື ວິກິພີດຽນ ຜ່ານຄວາມຮ່ວມມືແບບເປີດ ແລະ ມີເດຍວິກິ ຊອບແວວິກິ. ວິກິພີເດຍເປັນແຫຼ່ງງານອ້າງອີງທີ່ໃຫຍ່ທີ່ສຸດ ແລະ ມີຜູ້ເຂົ້າອ່ານຫຼາຍທີ່ສຸດໃນປະຫວັດສາດ[3][4] ແລະ ໄດ້ຮັບການຈັດອັບດັບເປັນເວັບໄຊຕ໌ທີ່ມີຜູ້ເຂົ້າເບິ່ງຫຼາຍທີ່ສຸດໃນອັບດັບສິບແຮກຢ່າງຕໍ່ເນື່ອງ; ອີງຕາມຂໍ້ມູນເມື່ອເດືອນສິງຫາປີ2024, ເຊມຣັຊໄດ້ຈັດໃຫ້ວິກິພີເດຍຢູ່ໃນອັບດັບທີ4[5] ແລະ ຊິມິລາຣ໌ເວັບໃນອັບດັບທີ7.[6] ວິກິພີເດຍນັ້ນຖືກສ້າງຕັ້ງໂດຍ ຈິມມີ ເວລສ໌ ແລະ ແລຣີ ແຊນເຈີຣ໌ ໃນວັນທີ15 ເດືອນມັງກອນປີ2001, ແລະ ໄດ້ຮັບການຈັດຕັ້ງຂຶ້ນເປັນໂຄງການຕັ້ງແຕ່ປີ2003ໂດຍ ມູນນິທິວິກິມີເດຍ ເຊິ່ງເປັນອົງກອນບໍ່ສະແຫວງຫາຜົນກຳໄລສັນຊາດອາເມຣິກາທີ່ໄດ້ທືນສ່ວນຫຼາຍຈາກການບໍລິຈາກຈາກຜູ້ອ່ານ.[7]
![]() ![]() ໂລໂກ້ຂອງວິກິພີເດຍ, ໜ່ວຍໂລກທີ່ປະກອບຂຶ້ນໂດຍຕົວຕໍ່ທີ່ມີຕົວອັກສອນຈາກພາສາຕ່າງໆ | |
ປະເພດ | ສາລານຸກົມອອນລາຍນ໌ |
---|---|
ພາສາທີ່ໃຊ້ໄດ້ | 342 ພາສາ |
ສຳນັກງານໃຫຍ່ | ຊານ ຟານຊິດສະໂກ, ຄາລິຟໍເນຍ, ສະຫະລັດ |
ປະເທດຕົ້ນທາງ | ສະຫະລັດ |
ເຈົ້າຂອງ | ມູນນິທິວິກິມີເດຍ (ຕັ້ງແຕ່2003) |
ສ້າງໂດຍ | |
ຍູອາຣ໌ແອລ | wikipedia |
ການຄ້າ | ບໍ່ມີ |
ລົງທະບຽນ | ບໍ່ຈຳເປັນ[lower-alpha 1] |
ຜູ້ໃຊ້ | >Expression error: Unexpected < operator. ຜູ້ດັດແກ້ທີ່ຍັງມີການເຄື່ອນໄຫວ[lower-alpha 2] >Expression error: Unexpected < operator. ຜູ້ໃຊ້ທີ່ລົງທະບຽນ |
ເປີດໂຕ | 15 ມັງກອນ 2001 |
ສະຖານະປັດຈຸບັນ | ເປີດໃຫ້ບໍລິການ |
ລິຂະສິດເນື້ອຫາ | CC Attribution / Share-Alike 4.0 ຂໍ້ຄວາມສ່ວນຫຼາຍມີການອະນຸຍາດສິດສອງພາຍໃຕ້ GFDL; ສື່ຕ່າງໆພາຍໃນເວັບແມ່ນມີລີຂະສິດຂອງມັນເອງຕ່າງຫາກ. |
ຂຽນດ້ວຍ | LAMP ແພລັດຟອມ[2] |
ໝາຍເລກ OCLC | 52075003 |
ໃນຊ່ວງທຳອິດ, ວິກິພີເດຍມີພຽງແຕ່ພາສາອັງກິດເທົ່ານັ້ນ, ແຕ່ມາຮອດຕອນນີ້ ວິກິພີເດຍໄດ້ມີການແປໄປເປັນຫຼາຍພາສາ ເຊິ່ງໃນປັດຈຸບັນມີຫຼາຍກວ່າ300ພາສາ. ໂດຍວິກິພີເດຍພາສາອັງກິດເປັນສະບັບທີ່ມີບົດຄວາມຫຼາຍທີ່ສຸດດ້ວຍບົດຄວາມຫຼາຍກວ່າ 6.9ລ້ານບົດ, ແລະ ຫາກລວມກັນທຸກພາສາກໍຈະມີຫຼາຍເຖິງ 64ລ້ານບົດຄວາມ, ແລະ ມີການເຂົ້າເບິ່ງຈາກອຸປະກອນຕ່າງໆຫຼາຍກວ່າ 1.5ຕື້ເຄື່ອງ ແລະ ມີການດັດແກ້13ລ້ານກວ່າເທື່ອຕໍ່ເດືອນໜຶ່ງ(ໂດຍປົກກະຕິ ມີການດັດແກ້ປະມານ5ເທື່ອຕໍ່ວິ) ຕະຫຼອດຮອດເດືອນເມສາປີ2024ທີ່ຜ່ານມາ.[W 1] ໃນເດືອນພະຈິກປີ2024, ປະລິມານການເຂົ້າເບິ່ງຂອງວິກິພີເດຍ 25%ແມ່ນມາຈາກສະຫະລັດ, ຮອງລົງມາແມ່ນຍີ່ປຸ່ນທີ່6.2%, ສະຫະລາຊະອານາຈັກທີ່5.6%, ຣັສເຊຍທີ່5%, ເຢຍຣະມັນທີ່4.8%, ແລະ ປະເທດອື່ນໆອີກຄິດເປັນ53.3%.[8]
ວິກິພີເດຍ ໄດ້ຮັບຄຳຍ້ອງຍໍສຳລັບການທີ່ມັນໄດ້ກາຍເປັນອົງປະກອບໃນການຊ່ວຍເຜີຍແຜ່ຄວາມຮູ້ ແລະ ການຍົກລະດັບຂອງເນື້ອຫາສາລະເສລີ, ໂຄງສ້າງ ແລະ ວັດທະນະທຳທີ່ມີຄວາມເປັນເອກະລັກຂອງຕົນເອງ. ໂດຍບັນດາຜູ້ອາສາສະໝັກດັດແກ້ໄດ້ມີການປະກອບສ່ວນເຂົ້າໃນການຂຽນບົດຄວາມຢ່າງຫຼວງຫຼາຍໃນຫົວຂໍ່ດ້ານຕ່າງໆ, ແຕ່ຕົວເວັບນັ້ນກໍຖືກວິພາກວິຈານຢ່າງຫຼວງຫຼາຍເຖິງຄວາມລຳອຽງ ແລະ ການມີອະຄະຕິເຊັ່ນ: ອະຄະຕິທາງເພດຕໍ່ຜູ້ຍິງ ແລະ ຄວາມລຳອຽງຕໍ່ປະເທດໂລກໃຕ້ ຫຼື ປະເທດດ້ອຍພັດທະນາ ຫຼື ກໍຄືການຂຽນບົດຄວາມໂດຍຜ່ານພຽງແຕ່ມຸມມອງຂອງຊາວຕາເວັນຕົກເທົ່ານັ້ນ[9][10] ລວມໄປເຖິງຄວາມໜ້າເຊື່ອຖືຂອງຂໍ້ມູນໂດຍສະເພາະໃນຊຸມປີ2000, ເຊິ່ງໄດ້ຮັບການປັບປຸງພັດທະນາມາເລື້ອຍໆ ແລະ ເລີ່ມໄດ້ຮັບການຍົກຍ້ອງໃນຊ່ວງປາຍປີ2010ເປັນຕົ້ນມາ[11][12][13] ເຊິ່ງໄດ້ກາຍເປັນເວັບໄຊທ໌ໄວ້ກວດສອບຄວາມຖືກຕ້ອງຂອງຂໍ້ເທັດຈິງຕ່າງໆທີ່ສຳຄັນ.[14][15] ບົດຄວາມກ່ຽວກັບເລື່ອງລາວສົດໃໝ່ ຫຼື ຂ່າວດ່ວນຕ່າງໆມັກໄດ້ຮັບການເຂົ້າເບິ່ງໃນຖານະຂອງແຫຼ່ງຂໍ້ມູນທີ່ມີການອັບເດດຢູ່ເນື່ອງໆກ່ຽວກັບເລື່ອງ ຫຼື ເຫດການນັ້ນໆ.[16][17] ວິກິພີເດຍຍັງຖືກກີດກັນ ຫຼື ເຊັນເຊີຣ໌ເນື້ອຫາບາງສ່ວນ ຫຼື ແບນໂຕເວັບໂດຍລັດຖະບານບາງປະເທດນຳດ້ວຍ.[18][19]
ສ່ວນທີ່ເຫຼືອກຳລັງລໍຖ້າການເພີ່ມຂໍ້ມູນເຕີມ ທ່ານສາມາດຊ່ວຍເພີ່ມຂໍ້ມູນສ່ວນນີ້ໄດ້ |
ໝາຍເຫດ
ດັດແກ້- ↑ ຈຳເປັນສຳລັບການກະທຳບາງຢ່າງເຊັ່ນ: ການແກ້ໄຂໜ້າທີ່ໄດ້ຮັບປ້ອງກັນ, ການລ້າງໜ້າໃນວິກິພີເດຍພາສາອັງກິດ ແລະ ການອັບໂຫຼດໄຟລ໌.
- ↑ ຜູ້ໃຊ້ຈະຕ້ອງດັດແກ້ຢ່າງໜ້ອຍໜຶ່ງເທື່ອຕໍ່ເດືອນ ຈຶ່ງຈະຖືນັບວ່າກຳລັງໃຊ້ງານຢູ່
ແຫຼ່ງອ້າງອີງ
ດັດແກ້- ↑ Cite error: Invalid
<ref>
tag; no text was provided for refs namedautogenerated1
- ↑ "Developer hub". MediaWiki (ພາສາອັງກິດ). ຄົ້ນຫາເມື່ອ September 9, 2024.
- ↑ "Wikipedia is 20, and its reputation has never been higher", January 9, 2021
- ↑ Anderson, Chris (May 8, 2006). "Jimmy Wales – The 2006 Time 100". Time. ບັນທຶກຈາກແຫຼ່ງດັ້ງເດີມເມື່ອ October 12, 2022. ຄົ້ນຫາເມື່ອ November 11, 2017.
- ↑ "Most Visited Websites in Worldwide 2024". Semrush. August 2024. ຄົ້ນຫາເມື່ອ September 14, 2024.
- ↑ "Most viewed website". Similarweb. ຄົ້ນຫາເມື່ອ September 14, 2024.
- ↑ Seitz-Gruwell, Lisa (October 23, 2023). "7 reasons you should donate to Wikipedia" (ພາສາອັງກິດ (ອາເມລິກັນ)). Wikimedia Foundation. ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ December 27, 2023. ຄົ້ນຫາເມື່ອ December 27, 2023.
- ↑ "wikipedia.org". similarweb.com. ຄົ້ນຫາເມື່ອ November 14, 2024.
- ↑ Noor, Poppy (July 29, 2018). "Wikipedia biases". The Guardian. ຄົ້ນຫາເມື່ອ May 31, 2024.
- ↑ Hern, Alex (September 15, 2015). "Wikipedia's view of the world is written by the west". The Guardian. ຄົ້ນຫາເມື່ອ May 31, 2024.
- ↑ "Wikipedia is 20, and its reputation has never been higher", January 9, 2021
- ↑ "Happy Birthday, Wikipedia", January 9, 2021
- ↑ "Wikipedia Is the Last Best Place on the Internet", February 17, 2020
- ↑ Hughes, Taylor; Smith, Jeff; Leavitt, Alex (April 3, 2018). "Helping People Better Assess the Stories They See in News Feed with the Context Button". Meta. ບັນທຶກຈາກແຫຼ່ງດັ້ງເດີມເມື່ອ January 11, 2023. ຄົ້ນຫາເມື່ອ January 23, 2023.
- ↑ Cohen, Noam. "Conspiracy videos? Fake news? Enter Wikipedia, the 'good cop' of the Internet", April 7, 2018
- ↑ Kelly, Samantha Murphy (May 20, 2022). "Meet the Wikipedia editor who published the Buffalo shooting entry minutes after it started". CNN. ບັນທຶກຈາກແຫຼ່ງດັ້ງເດີມເມື່ອ October 12, 2022. ຄົ້ນຫາເມື່ອ May 24, 2022.
- ↑ McNamee, Kai. "Fastest 'was' in the West: Inside Wikipedia's race to cover the queen's death", NPR, September 15, 2022
- ↑ Treisman, Rachel. "Russia threatens to fine Wikipedia if it doesn't remove some details about the war", NPR, April 1, 2022
- ↑ Skipper, Ben. "China's government has blocked Wikipedia in its entirety again", International Business Times UK, December 7, 2015
ຂໍ້ມູນປະຖົມພູມ ແລະ ແຫຼ່ງທີ່ມາທີ່ເຊື່ອມໂຍງກັບວິກິພີເດຍ
ດັດແກ້- ↑ "Wikistats – Statistics For Wikimedia Projects". Wikimedia Foundation. ບັນທຶກຈາກແຫຼ່ງດັ້ງເດີມເມື່ອ July 11, 2020. ຄົ້ນຫາເມື່ອ August 8, 2023.