ພໍ່ຂຸນບານເມືອງ

ກະສັດແຫ່ງສຸໂຂໄທ

ພໍ່ຂຸນບານເມືອງ (ໄທ:พ่อขุนบานเมือง) ແມ່ນພະລາຊະໂອລົດອົງໃຫຍ່ໃນພໍ່ຂຸນສີອິນທາທິດແລະພະນາງເສືອງແລະເປັນສົມເດັດພະເຊດຖາທິລາດ (ອ້າຍ)ໃນພໍ່ຂຸນຮາມຄຳແຫງມະຫາລາດ ສະເຫວີຍລາຊະສົມບັດໃນອານາຈັກສຸໂຂໄທຫຼັງຈາກພໍ່ຂຸນສີອິນທາທິດສະເດັດສະຫວັນຄົດ (1821) ແລະຄອງລາດຢູ່ຈົນຮອດ ພ.ສ. 1822 ພຽງເກືອບ 1 ປີ

ພໍ່ຂຸນບານເມືອງ

ພະບໍລົມນາມາພິໄທ ພະບານເມືອງ
ພະລາຊະອິສະລິຍະຍົດ ພະຣ່ວງເຈົ້າສຸໂຂໄທ
ລາຊະວົງ ພະຣ່ວງ
ຄອງລາດ ຄ.ສ. 1270 - 1279
ໄລຍະຄອງລາດ 9 ປີ
ລາຊະການກ່ອນໜ້າ ພໍ່ຂຸນສີອິນທາທິດ
ລາຊະການຕໍ່ໄປ ພໍ່ຂຸນຣາມຄຳແຫງມະຫາລາດ
ຂໍ້ມູນສ່ວນພະອົງ
ພະລາຊະສົມພົບ ປະມານ ຄ.ສ. 1237
ສະຫວັນຄົດ ຄ.ສ. 1279
ພະລາດຊະບຸດ ພະຍາງັ່ວນຳຖຸມ

ປະຫວັດສາດສະໄໝພໍ່ຂຸນບານເມືອງ ດັດແກ້

ປະຫວັດສາດສະໄໝພໍ່ຂຸນບານເມືອງນີ້ມີບໍ່ຄ່ອຍຫຼາຍ ເພາະບໍ່ຄ່ອຍມີຫຼັກຖານທີ່ຊັດເຈນ ມີກໍພຽງແຕ່ສະເຫວີຍລາຊະສົມບັດຕໍ່ຈາກພໍ່ຂຸນສີອິນທາທິດ ແລະເຮັດສົງຄາມຂະຫຍາຍອານາຈັກເທົ່ານັ້ນ

ພະລາຊະກໍລະນີຍະກິດທີ່ສຳຄັນ ດັດແກ້

ພໍ່ຂຸນບານເມືອງໄດ້ເຮັດສົງຄາມກັບເມືອງຕ່າງໆ ໃນຫຼາຍປະເທດເພື່ອຂະຫຍາຍອຳນາດແຫ່ງສຸໂຂໄທ ເຊິ່ງພະອົງມີພະປີຊາສາມາດໃນການເຮັດສຶກສົງຄາມຫຼາຍ ໂດຍມີສົມເດັດພະອະນຸຊາທິລາດ (ພໍ່ຂຸນຮາມຄຳແຫງມະຫາລາດ) ເປັນແມ່ທັບ ດັງປາກົດໃນສິລາຈາລຶກຫຼັກທີ່ 1 ວ່າ "ກູໄປ່ໄທ່ບ້ານໄທ່ເມືອງ ໄດ້ຊ້າງ ໄດ້ງວງ ໄດ້ປົ່ວ ໄດ້ນາງ ໄດ້ເງືອນ ໄດ້ທອງ ກູເອົາມາເວນແກ່ພໍ່ກູ ພໍ່ກູຕາຍເວນຍັງພີ່ກູ ກູພ່ຳບຳເລີແກ່ພີ່ກູ ດັງບຳເລີແກ່ພໍ່ກູ" ໝາຍຄວາມວ່າເມື່ອພະຮາມຄຳແຫງຍົກທັບໄປຕີເມືອງອື່ນຈົນໄດ້ໄຊຊະນະ ກໍນຳຊ້າງ ນຳຜູ້ຄົນ ຊັບສິນເງິນທອງ ມາຖະຫວາຍແດ່ພະລາຊະບິດາ ເມື່ອພະລາຊະບິດາສະຫວັນຄົດ ກໍເຮັດຢ່າງດຽວກັນກັບພໍ່ຂຸນບານເມືອງ

ເບິ່ງຕື່ມ ດັດແກ້

ອ້າງອີງ ດັດແກ້

  • สุโขทัย รุ่งอรุณแห่งความสุข, กรมวิชาการ, กระทรวงศึกษาธิการ, พ.ศ. 2539, หน้า 95-96