ພາສາອັງກິດເກົ່າ

ພາສາອັງກິດເກົ່າ (Ænglisc, Anglisc, Englisc; ອັງກິດ: Old English ຫຍໍ້ວ່າ OE ຫຼື ພາສາແອງໂກລ-ແຊັກຊັນ (ອັງກິດ: Anglo-Saxon) ແມ່ນພາສາອັງກິດຍຸກທຳອິດທີ່ເວົ້າກັນໃນບໍລິເວນທີ່ປັດຈຸບັນຄືແຄວ້ນອິງແລນ ອັງກິດແລະສະກັອດແລນຕອນໃຕ້ໃນລະຫວ່າງກາງຄິດສະຕະວັດທີ່ 5 ເຖິງກາງຄິດສະຕະວັດທີ່ 12 ນັບເປັນພາສາເຈີແມນິກຕາເວັນຕົກ ດ້ວຍເຫດນີ້ຈຶງຄວາມຄ້າຍຄຶງກັບພາສາຟິຊຽນເກົ່າ (Old Frisian) ແລະ ພາສາແຊັກຊັນເກົ່າ (Old Saxon) ນອກຈາກນີ້ຍັງຄວາມສັມພັນກັບພາສານອສເກົ່າ(Old Norse) ແລະເຊື່ອມໂຍງໄປເຖິງພາສາອຽກລັງປັດຈຸບັນ (modern Icelandic) ນຳ

ພາສາອັງກິດເກົ່າ
Ænglisc, Anglisc, Englisc
ພາກພື້ນອັງກິດ ແລະສະກັອດແລນຕອນໃຕ້
ສູນຫາຍພັດທະນາກາຍເປັນ Middle English ໃນຊ່ວງ ຄິດສະຕະວັດທີ່ 12
ຕະກຸນພາສາ
ລະຫັດພາສາ
ISO 639-2ang
ISO 639-3ang

ພາສາອັງກິດເກົ່ານັ້ນມີການປ່ຽນແປງຢູ່ຕະຫຼອດເວລາແລະມີການໃຊ້ງານຢູ່ຕະຫຼອດໄລຍະເວລາປະມານ 700 ປີ ນັບຕັ້ງແຕ່ຊົນແອງໂກລ-ແຊັກຊອນອົບພະຍົບມາຍັງເກາະບິແຕນ ສ້າງອິງແລນຂຶ້ນໃນຄິດສະຕະວັດທີ່ 5 ຈົນໄລຍະເວລາຫຼັງພວກນໍມັນບຸກຮຸກເຂົ້າໄປເມື່ອ ຄ.ສ. 1066 ຫຼັງຈາກພາສາອັງກິດກໍເຄື່ອນເຂົ້າສູ່ການປ່ຽນແປງຄັ້ງໃຫຍ່ທີ່ສຳຄັນ ໃນຍຸກທຳອິດນີ້ ພາສາອັງກິດເກົ່າໄດ້ຜະສົມກົມກືນເຂົ້າກັບພາສາອື່ນໆ ທີ່ມີການຕິດຕໍ່ນຳ ເຊັ່ນ ພາສາເຄລຕິກ (Celtic) ແລະພາສາຖິ່ນສອງພາສາຂອງພາສານອສເກົ່າ ຈາກການບຸກຮຸກຂອງພວກໄວກິງ ເຊິ່ງເຂົ້າມາຄອບຄອງແລະປົກຄອງອານາເຂດເດນລໍ ໃນອິງແລນຕອນເໜືອແລະຕາເວັນອອກ

ແຫຼ່ງຂໍ້ມູນອື່ນ ດັດແກ້