ປະເທດອັງກິດ
ປະເທດອັງກິດ (England, ຄຳເຄົ້າ: ປະເທດອັງກລິສ[2]) ຕັ້ງຢູ່ໃນເອີລົບເໜືອ. ໃຊ້ພາສາອັງກິດເປັນພາສາທາງການ. ມີລອນດອນເປັນນະຄອນຫຼວງ. ແມ່ນສ່ວນໜຶ່ງຂອງສະຫະລາຊະອານາຈັກ[3][4][5]. ມີພົມແດນທາງບົກຕິດກັບເອກົດທາງເໜືອ, ການທາງຕາເວັນຕົກ, ທະເລອຽກລັງທາງຕາເວັນຕົກສຽງເໜືອ, ທະເລເກນຕິກທາງຕາເວັນຕົກສຽງໃຕ້, ແລະທະເລເໜືອທາງຕາເວັນອອກ. ນອກຈາກນີ້ຍັງຕິດກັບຊ່ອງແຄບອັງກິດເຊິ່ງຂັ້ນລະຫວ່າງອັງກິດກັບເອີລົບແຜ່ນດິນໃຫຍ່. ພື້ນທີ່ປະເທດສ່ວນໃຫຍ່ຕັ້ງຢູ່ທາງຕອນກາງແລະໃຕ້ຂອງເກາະບະເລີຕາຍໃຫຍ່ໃນມະຫາສະໝຸດອັດລັງຕິກເໜືອ. ປະເທດຍັງລວມເຖິງເກາະອື່ນເຊິ່ງນ້ອຍກວ່າອີກປະມານ 100 ເກາະ ເຊັ່ນ ໝູ່ເກາະຊິນລີແລະເກາະໄວ.
ອັງກິດ
| |
---|---|
ທຸງຊາດ | |
ຄຳຂວັນ: God and my right | |
ເພງຊາດ: ໃຊ້ "ກັອດເຊຟເດິຄວີນ" (God Save the Queen) ຕາມສະຫະລາຊາອານາຈັກໂດຍພຶດຕິໄນ ແຕ່ບໍ່ມີເພງຊາດໃນທາງນິຕິໄນ | |
ທີ່ຕັ້ງຂອງປະເທດອັງກິດ (ຂຽວເຂັ້ມ) – ໃນທະວີບເອີຣົບ (ຂຽວອ່ອນແລະເທົາເຂັ້ມ) – ໃນສະຫະລາຊາອານາຈັກ (ຂຽວອ່ອນ) | |
ເມືອງຫຼວງ ແລະ ເມືອງໃຫຍ່ທີ່ສຸດ | ລອນດອນ |
ພາສາລັດຖະການ | ບໍ່ໄດ້ກຳໜົດ ພາສາອັງກິດ (ໂດຍພຶດຕິໄນ) |
ສະຖາປະນາ | |
• ແມ່ນສ່ວນໜຶ່ງຂອງສະຫະລາຊາອານາຈັກ | ຄ.ສ. 1707 |
ພື້ນທີ່ | |
• ລວມ | 130,395 ຕາລາງກິໂລແມັດ (50,346 ຕາລາງໄມລ໌) (-) |
ປະຊາກອນ | |
• 2008 ປະມານ | 51,446,000[1] |
• ສຳມະໂນປະຊາກອນ 2001 | 49,138,831 |
395 ຕໍ່ຕາລາງກິໂລແມັດ (1,023.0 ຕໍ່ຕາລາງໄມລ໌) | |
ເຂດເວລາ | UTC+0 |
ລະຫັດໂທລະສັບ | 44 |
ລະຫັດອິນເຕີເນັດ | .uk |
ພູມປະເທດສ່ວນຫຼາຍປະກອບດ້ວຍພູຕ່ຳໆ ແລະບ່ອນພຽງ ໂດຍສະເພາະແມ່ນທາງຕອນກາງແລະໃຕ້. ຢ່າງໃດກໍດີ ທາງເໜືອແລະຕາເວັນຕົກສຽງໃຕ້ແມ່ນບ່ອນສູງ. ມີວິນເຊສະເຕີເປັນນະຄອນຫຼວງເກົ່າຈົນເທົ້າປ່ຽນມາເປັນລອນດອນໃນ ຄ.ສ. 1066. ລອນດອນໃນປັດຈຸບັນແມ່ນເຂດມະຫານະຄອນໃຫຍ່ທີ່ສຸດໃນສະຫະລາຊະອານາຈັກ ແລະ ແມ່ນເມືອງທີ່ມີພື້ນທີ່ທີ່ໃຫຍ່ທີ່ສຸດໃນສະຫະພາບເອີລົບເມື່ອວັດແທກດ້ວຍເກນສ່ວນສາກົນ. ປະຊາກອນປະເທດມີຢູ່ປະມານ 51 ລ້ານຄົນ ເຊິ່ງຄິດເປັນ 84% ຂອງປະຊາກອນສະຫະລາຊະອານາຈັກ ໂດຍສ່ວນໃຫຍ່ອາໄສຢູ່ໃນລອນດອນ. ພາກຕາເວັນອອກສຽງໃຕ້ແລະເຂດເມືອງໄດ້ຂະຫຍາຍໂຕໄປເຖິງພາກມິດແລນ, ພາກຕາເວັນຕົກສຽງເໜືອ ແລະ ຢອກເຊີ ເຊິ່ງໄດ້ຮັບການພັດທະນາເປັນພື້ນທີ່ອຸດສາຫະກຳສໍາຄັນລະຫວ່າງຄະລິດສັດຕະວັດທີ 19.
ຫຼັງຈາກ ຄ.ສ. 1284 ລາຊະອານາຈັກອັງກິດໄດ້ລວມກັບປະເທດການເປັນລັດອະທິປະໄຕຈົນເທົ້າວັນທີ 1 ພຶດສະພາ ຄ.ສ. 1707 ເມື່ອພະລາຊະບັນຍັດໃຫ້ລວມກັບລາຊະອານາຈັກເອກົດເປັນລັດໃໝ່ ແລະສະຖາປະນາລັດໃໝ່ນີ້ເປັນລາຊະອານາຈັກບະເລີຕາຍໃຫຍ່[6][7]. ລັດໃໝ່ນີ້ ໄດ້ລວມກັບລາຊະອານາຈັກອຽກລັງເປັນລັດໃໝ່ໃນປີ ຄ.ສ. 1801 ໂດຍຜ່ານພະລາຊະບັນຍັດສະຫະພາບອີກສະບັບໜຶ່ງ. ລັດໃໝ່ນີ້ມີຊື່ວ່າ ສະຫະລາຊະອານາຈັກບະເລີຕາຍໃຫຍ່ແລະອຽກລັງ. ພໍເຖິງປີ ຄ.ສ. 1922 ລັດອິດສະຫຼະອຽກລັງໄດ້ຮັບການສະຖາປະນາເປັນລັດແຍກ. ແຕ່ Royal and Parliamentary Titles Act 1927 ໄດ້ລວມອຽກລັງເໜືອເຂົ້າກັບສະຫະລາຊະອານາຈັກອີກເທື່ອ ເປັນສະຫະລາຊະອານາຈັກບະເລີຕາຍໃຫຍ່ແລະອຽກລັງເໜືອ ເຊິ່ງແມ່ນສະຫະລາຊະອານາຈັກໃນປັດຈຸບັນ.
ອ້າງອີງ
ດັດແກ້- ↑ Office for National Statistics. "Population estimates for UK, England and Wales, Scotland and Northern Ireland – current datasets". statistics.gov.uk. Retrieved 2009-06-05.
- ↑ ສົມຈິດ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.
- ↑ Office for National Statistics. "The Countries of the UK". statistics.gov.uk. Archived from the original on 2008-12-20. Retrieved 2009-02-01.
- ↑ "Countries within a country". number-10.gov.uk. Archived from the original on 2008-02-09. Retrieved 2009-02-01.
{{cite web}}
: Unknown parameter|unused_data=
ignored (help) - ↑ "Changes in the list of subdivision names and code elements (Page 11)" (PDF). International Organization for Standardization. Retrieved 2009-02-01.
- ↑ William E. Burns, A Brief History of Great Britain, p. xxi
- ↑ Acts of Union 1707 parliament.uk, accessed 27 January 2011