ພາສາເກົາຫຼີ (한국어,조선말), ແມ່ນ ພາສາທາງການ ຢູ່ ປະເທດເກົາຫຼີເໜືອ ແລະ ເກົາຫຼີໃຕ້. ນອກຈາກນີ້ ມັນຍັງແມ່ນ ໜຶ່ງໃນສອງພາສາທາງການ ຂອງ ເຂດປົກຄອງຕົນເອງເກົາຫຼີຢານບຽນ ຢູ່ ປະເທດຈີນ. ຈຳນວນຄົນໃຊ້ ພາສາເກົາຫຼີ ມີປະມານ 78 ລ້ານ ຄົນ. ພາສາເກົາຫຼີເມື່ອກ່ອນຂຽນ ໂດຍ ຮັນຈາ (ໜັງສືຮັນ), ຢືມຈາກ ໜັງສືຈີນ ແຕ່ອ່ານອອກເປັນສຽງພາສາເກົາຫຼີ. ເຈົ້າເຊຈອງ ສ້າງລະບົບຂຽນປະຈຸບັນ ເຊິ່ງເອີ້ນວ່າ ຮັນກຸຣຸ ໃນ ສັດຕະວັດທີ ໑໕.