ປະທານລັດຖະສະພາໄທ
ປະທານລັດຖະສະພາແຫ່ງລາຊະອານາຈັກໄທ (ໄທ: ประธานรัฐสภาแห่งราชอาณาจักรไทย) ແມ່ນຕຳແໜ່ງສູງສຸດຂອງຝ່າຍນິຕິບັນຍັດໄທ ມີອຳນາດໜ້າທີ່ຕາມລັດຖະທຳມະນູນຫຼື່ຕາມທີ່ກົດໝາຍອື່ນກຳໜົດໄວ້ ແມ່ນຜູ້ດຳເນີນກິດຈະການຂອງລັດຖະສະພາໃນກໍລະນີປະຊຸມຮ່ວມກັນໃຫ້ເປັນໄປຕາມຂໍ້ບັງຄັບຂອງການປະຊຸມລັດຖະສະພາ ແລະຍັງເປັນຜູ້ບັງຄັບບັນຊາຂ້າລາຊະການຝ່າຍລັດຖະສະພາ
ປະທານລັດຖະສະພາແຫ່ງລາຊະອານາຈັກໄທ
ประธานรัฐสภาแห่งราชอาณาจักรไทย | |
---|---|
ເຄື່ອງໝາຍປະຈຳຕຳແໜ່ງ | |
ທຸງປະຈຳຕຳແໜ່ງ | |
ການຮຽກຂານ | ທ່ານປະທານທີ່ເຄົາລົບ (ໃນກອງປະຊຸມ) ທ່ານປະທານລັດຖະສະພາ (ບໍ່ແມ່ນທາງການ) ພະນະທ່ານ (ທາງການ) |
ສະມາຊິກຂອງ | ລັດຖະສະພາ ສະພາຜູ້ແທນລາຊະດອນ |
ທີ່ທຳການ | ສັບປາຍະສະພາສະຖານ |
ຜູ້ສະເໜີຊື່ | ສະພາຜູ້ແທນລາຊະດອນ |
ຜູ້ແຕ່ງຕັ້ງ | ພະມະຫາກະສັດໄທ |
ວາລະ | 4 ປີ |
ກາສານແຕ່ງຕັ້ງ | ພະລາຊະບັນຍັດທຳມະນູນການປົກຄອງແຜ່ນດິນສະຫຍາມຊົ່ວຄາວ ພຸດທະສັກກະລາດ 2475 |
ຜູ້ປະເດີມຕຳແໜ່ງ | ເຈົ້າພະຍາທຳມະສັກມົນຕີ |
ສ້າງຕັ້ງ | 28 ມິຖຸນາ ຄ.ສ. 1932 |
ຮອງ | ຮອງປະທານລັດຖະສະພາ |
ເວັບໄຊຕ໌ | web.parliament.go.th |
ຜູ້ທີ່ດຳລົງຕຳແໜ່ງປະທານລັດຖະສະພາຈະເປັນໄປຕາມທີ່ລັດຖະທຳມະນູນກຳໜົດ ເຊິ່ງລັດຖະທຳມະນູນສະບັບປັດຈຸບັນກຳໜົດໃຫ້ປະທານສະພາຜູ້ແທນລາຊະດອນເປັນປະທານລັດຖະສະພາໂດຍຕຳແໜ່ງ
ປະຫວັດ
ດັດແກ້ຕຳແໜ່ງປະທານລັດຖະສະພາເກີດຂຶ້ນຄັ້ງທຳອິດພາຍຫຼັງການປະຕິວັດສະຫຍາມ ຄ.ສ. 1932 ພ້ອມກັບຕຳແໜ່ງນາຍົກລັດຖະມົນຕີ ແຕ່ລັດຖະທຳມະນູນ 2 ສະບັບທຳອິດ ຄື ພະລາຊະບັນຍັດທຳມະນູນການປົກຄອງແຜ່ນດິນສະຫຍາມຊົ່ວຄາວ ພຸດທະສັກກະລາດ 2475 ແລະລັດຖະທຳມະນູນແຫ່ງລາຊະອານາຈັກສະຫຍາມ ໄດ້ກຳໜົດໃຫ້ລັດຖະສະພາມີແຄ່ສະພາຜູ້ແທນລາຊະດອນພຽງສະພາດຽວ[1][2] ຈຶງຖືວ່າ ປະທານສະພາຜູ້ແທນລາຊະດອນ ເປັນປະທານລັດຖະສະພາ.[3]
ຕໍ່ມາໄດ້ມີການປະກາດໃຊ້ລັດຖະທຳມະນູນແຫ່ງລາຊະອານາຈັກໄທ ພຸດທະສັກກະລາດ 2489 ໄດ້ກຳໜົດໃຫ້ລັດຖະສະພາປະກອບໄປດ້ວຍພຶດທິສະພາ ແລະສະພາຜູ້ແທນລາຊະດອນ ເຊິ່ງໃນມາດຕາ 63 ກຳໜົດໄວ້ວ່າ ໃຫ້ ປະທານພຶດທິສະພາ ແມ່ນປະທານຂອງກອງປະຊຸມຮ່ວມກັນຂອງລັດຖະສະພາ ແລະໃຫ້ປະທານສະພາຜູ້ແທນລາຊະດອນ ແມ່ນຮອງປະທານລັດຖະສະພາ[4] ເຊິ່ງລັດຖະທຳມະນູນອີກ 2 ສະບັບຕໍ່ມາຄື ລັດຖະທຳມະນູນແຫ່ງລາຊະອານາຈັກໄທ (ສະບັບຊົ່ວຄາວ) ພຸດທະສັກກະລາດ 2490 ແລະລັດຖະທຳມະນູນແຫ່ງລາຊະອານາຈັກໄທ ພຸດທະສັກກະລາດ 2492 ກະໄດ້ກຳໜົດໃຫ້ ປະທານວຸທິສະພາ ແມ່ນປະທານລັດຖະສະພາເຊັ່ນກັນ.[5][6]
ວັນທີ 29 ພະຈິກ ຄ.ສ. 1951 ທ່ານ ຈອມພົນ ແປກ ພິບູນສົງຄາມ ນາຍົກລັດຖະມົນຕີໃນຕອນນັ້ນໄດ້ທຳການລັດຖະປະຫານໂຕເອງ ແລະໄດ້ນຳລັດຖະທຳມະນູນແຫ່ງລາຊະອານາຈັດສະຫຍາມມາປັບປຸງແກ້ໄຂເພີ່ມເຕີມ ເຊິ່ງໃນລັດຖະທຳມະນູນສະບັບນີ້ລັດຖະສະພາມີພຽງສະພາຜູ້ແທນລາຊະດອນເທົ່ານັ້ນ ຈຶ່ງທຳໃຫ້ ປະທານສະພາຜູ້ແທນລາຊະດອນ ແມ່ນປະທານລັດຖະສະພາ.[7]
ວັນທີ 16 ກັນຍາ ຄ.ສ. 1957 ທ່ານ ຈອມພົນ ສະຣິດ ທະນະຣັດ ໄດ້ຍຶດອຳນາດຈາກລັດຖະບານຂອງທ່ານ ຈອມພົມ ແປກ ພິບູນສົງຄາມແລ້ວນັ້ນ ຍັງຄົງມີການໃຊ້ລັດຖະທຳມະນູນແຫ່ງລາຊະອານາຈັກໄທ ພຸດທະສັກກະລາດ 2475 ແກ້ໄຊເພີ່ມເຕີມ ພຸດທະສັກກະລາດ 2495 ຕໍ່ໄປ ແຕ່ຕໍ່ມາທ່ານ ຈອມພົນ ສະຣິດ ທະນະຣັດໄດ້ເຮັດການລັດຖະປະຫານອີກຄັ້ງແລະໄດ້ມີການປະກາດໃຊ້ທຳມະນູນການປົກຄອງລາຊະອານາຈັກ ພຸດທະສັກກະລາດ 2502 ແທນ ເຊິ່ງກຳໜົດໃຫ້ ປະທານສະພາຮ່າງລັດຖະທຳມະນູນ ແມ່ນປະທານລັດຖະສະພາ.[8]
ໃນວັນທີ 20 ມິຖຸນາ ຄ.ສ. 1968 ໄດ້ມີການປະກາດໃຊ້ລັດຖະທຳມະນູນແຫ່ງລາຊະອານາຈັດໄທ ພຸດທະສັກກະລາດ 2511 ເຊິ່ງໄດ້ກຳໜົດໃຫ້ ປະທານວຸທິສະພາ ແມ່ນປະທານລັດຖະສະພາ[9] ຕໍ່ມາວັນທີ 17 ພະຈິກ ຄ.ສ. 1971 ທ່ານ ຈອມພົນ ຖະໜອມ ກິດຕິຂະຈອນໄດ້ເຮັດການລັດຖະປະຫານໂຕເອງ ມີການຍົກເລີກລັດຖະທຳມະນູນ ແລະປະກາດໃຊ້ທຳມະນູນການປົກຄອງລາຊະອານາຈັດ ພຸດທະສັກກະລາດ 2515 ໄກ້ກຳໜົດໃຫ້ ປະທານສະພານິຕິບັນຍັດແຫ່ງຊາດ ແມ່ນປະທານລັດຖະສະພາ[10] ຫຼັງຈາກເຫດການ 14 ຕຸລາ ເຊິ່ງເຮັດໃຫ້ທ່ານ ຈອມພົນ ຖະໜອມ ກິດຕິຂະຈອນ ໝົດອຳນາດລົງ ແລະມີການປະກາດໃຊ້ລັດຖະທຳມະນູນແຫ່ງລາຊະອານາຈັກໄທ ພຸດທະສັກກະລາດ 2517 ໄດ້ກຳໜົດໄວ້ວ່າ ປະທານສະພາຜູ້ແທນລາຊະດອນ ແມ່ນປພທານລັດຖະສະພາ[11] ເຊິ່ງຖືວ່າແມ່ນລັດຖະທຳມະນູນສະບັບທຳອິດທີ່ຝ່າຍນິຕິບັນຍັດອັນປະກອບດ້ວຍວຸທິສະພາແລະສະພາຜູ້ແທນລາຊະດອນໃຫ້ປະທານສະພາຜູ້ແທນລາຊະດອນເປັນປະທານລັດຖະສະພາ.
ພາຍຫຼັງຈາກເກີດເຫດການ 6 ຕຸລາ ທຳໃຫ້ທ່ານ ພົນເຮືອເອກ ສະຫງັດ ຊະລໍຢູ່ເຮັດການລັກຖະປະຫານ ມີການຍົກເລີກລັດຖະທຳມະນູນ ແລະປະກາດໃຊ້ລັດຖະທຳມະນູນແຫ່ງລາຊະອານາຈັກໄທ ພຸດທະສັກກະລາດ 2519 ກຳໜົດໃຫ້ ປະທານສະພາປະຕິຮູບການປົກຄອງແຜ່ນດິນ ແມ່ນປະທານລັດຖະສະພາ[12] ຕໍ່ມາທ່ານ ພົນເຮືອເອກ ສະຫງັດ ຊະລໍຢູ່ໄດ້ເຮັດການລັດຖະປະຫານອີກຄັ້ງ ພ້ອມຍົກເລີກລັດຖະທຳມະນູນ ແລະປະກາດໃຊ້ທຳມະນູນການປົກຄອງລາຊະອານາຈັກ ພຸດທະສັກກະລາດ 2520 ກຳໜົດໃຫ້ ປະທານສະພານິຕິບັນຍັດແຫ່ງຊາດ ແມ່ນປະທານລັດຖະສະພາ[13] ໃນວັນທີ 22 ທັນວາ ຄ.ສ. 1978 ໄດ້ມີການປະກາດໃຊ້ລັດຖະທຳມະນູນແຫ່ງລາຊະອານາຈັກໄທ ພຸດທະສັກກະລາດ 2521 ເຊິ່ງກຳໜົດໃຫ້ ປະທານວຸທິສະພາ ແມ່ນປະທານລັດຖະສະພາ.[14]
ຄະນະຮັກສາຄວາມສະຫງົບຮຽບຮ້ອຍແຫ່ງຊາດໄດ້ເຮັດການລັດຖະປະຫານ ຍົກເລີກລັດຖະທຳມະນູນ ແລະປະກາດໃຊ້ທຳມະນູນການປົກຄອງລາຊະອານາຈັກ ພຸດທະສັກກະລາດ 2534 ເຊິ່ງກຳໜົດໃຫ້ ປະທານສະພານິຕິບັນຍັດແຫ່ງຊາດ ແມ່ນປະທານລັດຖະສະພາ[15] ຕໍ່ມາໄດ້ມີການປະກາດໃຊ້ລັດຖະທຳມະນູນແຫ່ງລາຊະອານາຈັດໄທ ພຸດທະສັກກະລາດ 2534 ກຳໜົດໃຫ້ ປະທານວຸທິສະພາ ແມ່ນປະທານລັດຖະສະພາ[16] ພາຍຫຼັງຈາກເກີດເຫດການພຶດສະພາທະມິນ ໄດ້ມີການແກ້ໄຂລັດຖະທຳມະນູນໂດຍແກ້ໃຫ້ ປະທານສະພາຜູ້ແທນລາຊະດອນ ແມ່ນປະທານລັດຖະສະພາ[17] ເຊິ່ງລັດຖະທຳມະນູນຖາວອນສະບັບຕໍ່ມາຄືລັດຖະທຳມະນູນແຫ່ງລາຊະອານາຈັກໄທ ພຸດທະສັກກະລາດ 2540 ລັດຖະທຳມະນູນແຫ່ງລາຊະອານາຈັກໄທ ພຸດທະສັກກະລາດ 2550 ແລະລັດຖະທຳມະນູນແຫ່ງລາຊະອານາຈັກໄທ ພຸດທະສັກກະລາດ 2560 ກະໄດ້ກຳໜົດໃຫ້ ປະທານສະພາຜູ້ແທນລາຊະດອນ ແມ່ນປະທານລັດຖະສະພາເຊັ່ນກັນ.[18][19][20]
ໃນຊ່ວງກ່ອນການປະກາດໃຊ້ລັດຖະທຳມະນູນ 2550 ແລະ 2560 ໄດ້ເກີດການລັດຖະປະຫານຂຶ້ນທັ້ງ 2 ຄັ້ງ ເຊິ່ງໄດ້ປະກາດໃຊ້ລັດຖະທຳມະນູນຊົ່ວຄາວທັ້ງ 2 ສະບັບ ໃຫ້ສະພານິຕິບັນຍັດແຫ່ງຊາດທຳໜ້າທີ່ສະພາຜູ້ແທນລາຊະດອນ ວຸທິສະພາ ແລະລັດຖະສະພາ ຈຶງທຳໃຫ້ ປະທານສະພານິຕິບັນຍັດແຫ່ງຊາດ ແມ່ນປະທານລັດຖະສະພາ.[21][22]
ອຳນາດໜ້າທີ່
ດັດແກ້ຕາມຂໍ້ບັງຄັບການປະຊຸມລັດຖະສະພາ ພ.ສ. 2563 (ຄ.ສ. 2020) ຂໍ້ທີ 5 ລະບຸວ່າປະທານລັດຖະສະພາມີໜ້າທີ່ແລະອຳນາດ ດັງຕໍ່ໄປນີ້
- ແມ່ນປະທານຂອງກອງປະຊຸມລັດຖະສະພາ ແລະຕ້ອງວາງໂຕເປັນກາງໃນການປະຕິບັດໜ້າທີ່
- ກຳໜົດການປະຊຸມລັດຖະສະພາ
- ຄວບຄຸມແລະດຳເນີນກິດຈະການຂອງລັດຖະສະພາ
- ຮັກສາຄວາມສະຫງົບຮຽບຮ້ອຍໃນກອງປະຊຸມລັດຖະສະພາຕະຫຼອດເຖີງບໍລິເວນຂອງລັດຖະສະພາ
- ແມ່ນຜູ້ແທນລັດຖະສະພາໃນກິດຈະການພາຍນອກ
- ແຕ່ງຕັ້ງກຳມະການເພື່ອດຳເນີນກິດຈະການໃດໆຕາມ (7)
- ໜ້າທີ່ແລະອຳນາດອື່ນຕາມທີ່ມີກົດໝາຍບັນຍັດໄວ້ຫຼືຕາມທີ່ກຳໜົດໄວ້ໃນຂໍ້ບັງຄັບນີ້
ລາຍຊື່ປະທານລັດຖະສະພາ
ດັດແກ້ລຳດັບ (ສະໄໝ) |
ຮູບ | ຊື່ (ເກີດ–ເສຍຊີວິດ) |
ດຳລົງຕຳແໜ່ງ | ໂດຍຕຳແໜ່ງ | ພັກ | ເຈົ້າຊີວິດ (ລາຊະສະໄໝ) | |||
---|---|---|---|---|---|---|---|---|---|
ເລີ່ມຕົ້ນ | ສິ້ນສຸດ | ໄລຍະເວລາ | |||||||
1 (1) |
ມະຫາອຳໝາດເອກ
|
28 ມິຖຸນາ ຄ.ສ. 1932 |
1 ກັນຍາ ຄ.ສ. 1932 |
65 ມື້ | ປະທານສະພາຜູ້ແທນລາຊະດອນ | ອິດສະຫຼະ | ພະບາດສົມເດັດພະປົກເກົ້າເຈົ້າຢູ່ຫົວ (1925–1935) | ||
2 | ມະຫາອຳໝາດເອກ
|
2 ກັນຍາ ຄ.ສ. 1932 |
10 ທັນວາ ຄ.ສ. 1933 |
1 ປີ 99 ມື້ | ປະທານສະພາຜູ້ແທນລາຊະດອນ | ອິດສະຫຼະ | |||
1 (2) |
ມະຫາອຳໝາດເອກ
|
15 ທັນວາ ຄ.ສ. 1933 |
26 ກຸມພາ ຄ.ສ. 1934 |
73 ມື້ | ປະທານສະພາຜູ້ແທນລາຊະດອນ | ອິດສະຫຼະ | |||
3 (1) |
ພົນເຮືອຕີ
|
26 ກຸມພາ ຄ.ສ. 1934 |
22 ກັນຍາ ຄ.ສ. 1934 |
208 ມື້ | ປະທານສະພາຜູ້ແທນລາຊະດອນ | ລາຊະດອນ | |||
4 | ມະຫາອຳໝາດເອກ
|
22 ກັນຍາ ຄ.ສ. 1934 |
31 ກໍລະກົດ ຄ.ສ. 1936 |
1 ປີ 313 ມື້ | ປະທານສະພາຜູ້ແທນລາຊະດອນ | ອິດສະຫຼະ | |||
ພະບາດສົມເດັດພະປໍຣະເມນທະຣະມະຫາອານັນທະມະຫິດົນ ພະອັດຖະມະຣາມາທິບໍດິນ (1935–1946) | |||||||||
5 (1–8) |
ມະຫາອຳໝາດຕີ
|
3 ສິງຫາ ຄ.ສ. 1936 |
10 ທັນວາ ຄ.ສ. 1937 |
6 ປີ 325 ມື້ | ປະທານສະພາຜູ້ແທນລາຊະດອນ | ອິດສະຫຼະ | |||
10 ທັນວາ ຄ.ສ. 1937 |
24 ມິຖຸນາ ຄ.ສ. 1938 | ||||||||
28 ມິຖຸນາ ຄ.ສ. 1938 |
10 ທັນວາ ຄ.ສ. 1938 | ||||||||
12 ທັນວາ ຄ.ສ. 1938 |
24 ມິຖຸນາ ຄ.ສ. 1939 | ||||||||
28 ມິຖຸນາ ຄ.ສ. 1939 |
24 ມິຖຸນາ ຄ.ສ. 1940 | ||||||||
1 ກໍລະກົດ ຄ.ສ. 1940 |
24 ມິຖຸນາ ຄ.ສ. 1941 | ||||||||
1 ກໍລະກົດ ຄ.ສ. 1941 |
24 ມິຖຸນາ ຄ.ສ. 1952 | ||||||||
30 ມິຖຸນາ ຄ.ສ. 1942 |
24 ມິຖຸນາ ຄ.ສ. 1943 | ||||||||
3 (2) |
ພົນເຮືອຕີ
|
6 ກໍລະກົດ ຄ.ສ. 1943 |
24 ມິຖຸນາ ຄ.ສ. 1944 |
354 ມື້ | ປະທານສະພາຜູ້ແທນລາຊະດອນ | ລາຊະດອນ | |||
5 (9–10) |
ມະຫາອຳໝາດຕີ
|
2 ກໍລະກົດ ຄ.ສ. 1944 |
26 ມິຖຸນາ ຄ.ສ. 1945 |
1 ປີ 105 ມື້ | ປະທານສະພາຜູ້ແທນລາຊະດອນ | ອິດສະຫຼະ | |||
29 ມິຖຸນາ ຄ.ສ. 1945 |
15 ຕຸລາ ຄ.ສ. 1945 | ||||||||
ຕຳແໜ່ງວ່າງ | |||||||||
6 | ພັນຕີ
|
4 ມິຖຸນາ ຄ.ສ. 1946 |
24 ສິງຫາ ຄ.ສ. 1946 |
81 ມື້ | ປະທານພຶດທິສະພາ | ເສລີໄທ | |||
ພະບາດສົມເດັດພະມະຫາພູມິພົນອະດຸນຍະເດດມະຫາລາດ ບໍຣົມມະນາດຖະບໍພິດ (1946–2016) | |||||||||
3 (3–4) |
ພົນເຮືອຕີ
|
31 ສິງຫາ ຄ.ສ. 1946 |
8 ພະຈິກ ຄ.ສ. 1947 |
5 ປີ 90 ມື້ | ປະທານວຸທິສະພາ | ກະສິກອນ | |||
26 ພະຈິກ ຄ.ສ. 1947 |
29 ພະຈິກ ຄ.ສ. 1951 | ||||||||
7 (1–9) |
ພົນເອກ
|
1 ທັນວາ ຄ.ສ. 1951 |
17 ມີນາ ຄ.ສ. 1952 |
5 ປີ 289 ມື້ | ປະທານສະພາຜູ້ແທນລາຊະດອນ | ອິດສະຫຼະ | |||
22 ມີນາ ຄ.ສ. 1952 |
23 ມິຖຸນາ ຄ.ສ. 1952 | ||||||||
28 ມິຖຸນາ ຄ.ສ. 1952 |
23 ມິຖຸນາ ຄ.ສ. 1953 | ||||||||
2 ກໍລະກົດ ຄ.ສ. 1953 |
23 ມິຖຸນາ ຄ.ສ. 1954 | ||||||||
29 ມິຖຸນາ ຄ.ສ. 1954 |
23 ມິຖຸນາ ຄ.ສ. 1955 | ||||||||
2 ກໍລະກົດ ຄ.ສ. 1955 |
23 ມິຖຸນາ ຄ.ສ. 1956 | ||||||||
25 ມິຖຸນາ ຄ.ສ. 1956 |
25 ກຸມພາ ຄ.ສ. 1957 | ||||||||
16 ມີນາ ຄ.ສ. 1957 |
23 ມິຖຸນາ ຄ.ສ. 1957 | ||||||||
28 ມິຖຸນາ ຄ.ສ. 1957 |
16 ກັນຍາ ຄ.ສ. 1957 | ||||||||
8 (1) |
ພົນເອກ
|
20 ກັນຍາ ຄ.ສ. 1957 |
14 ທັນວາ ຄ.ສ. 1957 |
85 ມື້ | ປະທານສະພາຜູ້ແທນລາຊະດອນ | ອິດສະຫຼະ | |||
7 (10–11) |
ພົນເອກ
|
27 ທັນວາ ຄ.ສ. 1957 |
23 ມິຖຸນາ ຄ.ສ. 1958 |
297 ມື້ | ປະທານສະພາຜູ້ແທນລາຊະດອນ | ອິດສະຫຼະ | |||
25 ມິຖຸນາ ຄ.ສ. 1958 |
20 ຕຸລາ ຄ.ສ. 1958 | ||||||||
ຕຳແໜ່ງວ່າງ | |||||||||
8 (2) |
ພົນເອກ
|
6 ກຸມພາ ຄ.ສ. 1959 |
2 ພຶດສະພາ ຄ.ສ. 1968 |
8 ປີ 245 ມື້ | ປະທານສະພາຮ່າງລັດຖະທຳມະນູນ | ອິດສະຫຼະ | |||
9 | ຮອງອຳໝາດໂທ
|
8 ພຶດສະພາ ຄ.ສ. 1968 |
20 ມິຖຸນາ ຄ.ສ. 1968 |
43 ມື້ | ປະທານສະພາຮ່າງລັດຖະທຳມະນູນ | ອິດສະຫຼະ | |||
10 (1–2) |
ພັນເອກ
|
22 ກໍລະກົດ ຄ.ສ. 1968 |
6 ກໍລະກົດ ຄ.ສ. 1971 |
3 ປີ 118 ມື້ | ປະທານວຸມິສະພາ | ອິດສະຫຼະ | |||
7 ກໍລະກົດ ຄ.ສ. 1971 |
17 ພະຈິກ ຄ.ສ. 1971 | ||||||||
ຕຳແໜ່ງວ່າງ | |||||||||
11 | ພົນຕີ
|
18 ທັນວາ ຄ.ສ. 1972 |
11 ທັນວາ ຄ.ສ. 1973 |
358 ມື້ | ປະທານສະພານິຕິບັນຍັດແຫ່ງຊາດ | ອິດສະຫຼະ | |||
12 | ພົນຕີ
|
29 ທັນວາ ຄ.ສ. 1973 |
7 ຕຸລາ ຄ.ສ. 1974 |
282 ມື້ | ປະທານສະພານິຕິບັນຍັດແຫ່ງຊາດ | ອິດສະຫຼະ | |||
13 | ສາດສະດາຈານ
|
17 ຕຸລາ ຄ.ສ. 1974 |
25 ມັງກອນ ຄ.ສ. 1975 |
100 ມື້ | ປະທານສະພານິຕິບັນຍັດແຫ່ງຊາດ | ອິດສະຫຼະ | |||
14 | ປະສິດ ການຈະນະວັດ ประสิทธิ์ กาญจนวัฒน์ (1915–1999) |
7 ກຸມພາ ຄ.ສ. 1975 |
12 ມັງກອນ ຄ.ສ. 1976 |
339 ມື້ | ປະທານສະພາຜູ້ແທນລາຊະດອນ | ສັງຄົມຊາດນິຍົມ | |||
ຕຳແໜ່ງວ່າງ | |||||||||
15 (1) |
ອຸໄທ ພິມໃຈຊົນ อุทัย พิมพ์ใจชน (ເກີດ 1938) |
19 ເມສາ ຄ.ສ. 1976 |
6 ຕຸລາ ຄ.ສ. 1976 |
170 ມື້ | ປະທານສະພາຜູ້ແທນລາຊະດອນ | ປະຊາທິປັດ | |||
16 | ພົນເອກ
|
22 ຕຸລາ ຄ.ສ. 1976 |
20 ພະຈິກ ຄ.ສ. 1976 |
29 ມື້ | ປະທານສະພາປະຕິຮູບການປົກຄອງແຜ່ນດິນ | ອິດສະຫຼະ | |||
17 (1–3) |
ພົນອາກາດເອກ
|
28 ພະຈິກ ຄ.ສ. 1976 |
20 ຕຸລາ ຄ.ສ. 1977 |
6 ປີ 111 ມື້ | ປະທານສະພາປະຕິຮູບການປົກຄອງແຜ່ນດິນ | ອິດສະຫຼະ | |||
25 ພະຈິກ ຄ.ສ. 1977 |
22 ເມສາ ຄ.ສ. 1979 |
ປະທານສະພານິຕິບັນຍັດແຫ່ງຊາດ | |||||||
9 ພຶດສະພາ ຄ.ສ. 1979 |
19 ມີນາ ຄ.ສ. 1983 |
ປະທານວຸທິສະພາ | |||||||
18 | ຮ້ອຍໂທ
|
26 ເມສາ ຄ.ສ. 1983 |
19 ມີນາ ຄ.ສ. 1984 |
328 ມື້ | ປະທານວຸທິສະພາ | ອິດສະຫຼະ | |||
– | ອຸໄທ ພິມໃຈຊົນ อุทัย พิมพ์ใจชน (ເກີດ 1938)
|
19 ມີນາ ຄ.ສ. 1984 |
30 ເມສາ ຄ.ສ. 1984 |
42 ມື້ | ປະທານສະພາຜູ້ແທນລາຊະດອນ | ກ້າວໜ້າ | |||
19 (1–3) |
ສາດສະດາຈານ
|
30 ເມສາ ຄ.ສ. 1984 |
30 ເມສາ ຄ.ສ. 1985 |
4 ປີ 357 ມື້ | ປະທານວຸທິສະພາ | ອິດສະຫຼະ | |||
1 ພຶດສະພາ ຄ.ສ. 1985 |
23 ເມສາ ຄ.ສ. 1987 | ||||||||
24 ເມສາ ຄ.ສ. 1987 |
22 ເມສາ ຄ.ສ. 1989 | ||||||||
– | ປັນຈະ ເກສອນທອງ ปัญจะ เกสรทอง (1931–2015)
|
22 ເມສາ ຄ.ສ. 1989 |
4 ພຶດສະພາ ຄ.ສ. 1989 |
12 ມື້ | ປະທານສະພາຜູ້ແທນລາຊະດອນ | ຊາດໄທ | |||
20 | ຮ້ອຍຕຳຫຼວດຕີ
|
4 ພຶດສະພາ ຄ.ສ. 1989 |
23 ກຸມພາ ຄ.ສ. 1991 |
1 ປີ 295 ມື້ | ປະທານວຸທິສະພາ | ອິດສະຫຼະ | |||
ຕຳແໜ່ງວ່າງ | |||||||||
19 (4–5) |
ສາດສະດາຈານ
|
2 ເມສາ ຄ.ສ. 1991 |
21 ມີນາ ຄ.ສ. 1992 |
1 ປີ 54 ມື້ | ປະທານສະພານິຕິບັນຍັດແຫ່ງຊາດ | ອິດສະຫຼະ | |||
3 ເມສາ ຄ.ສ. 1992 |
26 ພຶດສະພາ ຄ.ສ. 1992 |
ປະທານວຸທິສະພາ | |||||||
21 (1) |
ມີໄຊ ຣິຊຸພັນ มีชัย ฤชุพันธุ์ (ເກີດ 1938) |
28 ມິຖຸນາ ຄ.ສ. 1992 |
22 ກັນຍາ ຄ.ສ. 1992 |
86 ມື້ | ປະທານວຸທິສະພາ | ອິດສະຫຼະ | |||
22 | ມາຣຸດ ບຸນນາກ มารุต บุนนาค (1924–2022) |
22 ກັນຍາ ຄ.ສ. 1992 |
19 ພຶດສະພາ ຄ.ສ. 1995 |
2 ປີ 239 ມື້ | ປະທານສະພາຜູ້ແທນລາຊະດອນ | ປະຊາທິປັດ | |||
– | ມີໄຊ ຣິຊຸພັນ มีชัย ฤชุพันธุ์ (ເກີດ 1938)
|
19 ພຶດສະພາ ຄ.ສ. 1995 |
11 ກໍລະກົດ ຄ.ສ. 1995 |
53 ມື້ | ປະທານວຸທິສະພາ | ອິດສະຫຼະ | |||
23 | ພົນຕີ
|
11 ກໍລະກົດ ຄ.ສ. 1995 |
27 ກັນຍາ ຄ.ສ. 1996 |
1 ປີ 78 ມື້ | ປະທານສະພາຜູ້ແທນລາຊະດອນ | ຊາດໄທ | |||
– | ມີໄຊ ຣິຊຸພັນ มีชัย ฤชุพันธุ์ (ເກີດ 1938)
|
27 ກັນຍາ ຄ.ສ. 1996 |
24 ພະຈິກ ຄ.ສ. 1996 |
58 ມື້ | ປະທານວຸທິສະພາ | ອິດສະຫຼະ | |||
24 (1) |
ວັນມູຫະມັດນໍ ມະທາ วันมูหะมัดนอร์ มะทา (ເກີດ 1944) |
24 ພະຈິກ ຄ.ສ. 1996 |
27 ມິຖຸນາ ຄ.ສ. 2000 |
3 ປີ 216 ມື້ | ປະທານສະພາຜູ້ແທນລາຊະດອນ | ຄວາມຫວັງໃໝ່ | |||
25 | ພິໄຊ ຣັດຕະກຸນ พิชัย รัตตกุล (1926–2022) |
30 ມິຖຸນາ ຄ.ສ. 2000 |
9 ພະຈິກ ຄ.ສ. 2000 |
132 ມື້ | ປະທານສະພາຜູ້ແທນລາຊະດອນ | ປະຊາທິປັດ | |||
– | ສະໜິດ ວໍຣະປັນຍາ สนิท วรปัญญา (ເກີດ 1939)
|
9 ພະຈິກ ຄ.ສ. 2000 |
6 ກຸມພາ ຄ.ສ. 2001 |
89 ມື້ | ປະທານວຸທິສະພາ | ອິດສະຫຼະ | |||
15 (2) |
ອຸໄທ ພິມໃຈຊົນ อุทัย พิมพ์ใจชน (ເກີດ 1938) |
6 ກຸມພາ ຄ.ສ. 2001 |
5 ມັງກອນ ຄ.ສ. 2005 |
3 ປີ 334 ມື້ | ປະທານສະພາຜູ້ແທນລາຊະດອນ | ໄທຮັກໄທ | |||
– | ສຸຊົນ ຊາລີເຄືອ สุชน ชาลีเครือ (ເກີດ 1952)
|
5 ມັງກອນ ຄ.ສ. 2005 |
8 ມີນາ ຄ.ສ. 2005 |
62 ມື້ | ປະທານວຸທິສະພາ | ອິດສະຫຼະ | |||
26 | ຮອງສາດສະດາຈານ
|
8 ມີນາ ຄ.ສ. 2005 |
24 ກຸມພາ ຄ.ສ. 2006 |
353 ມື້ | ປະທານສະພາຜູ້ແທນລາຊະດອນ | ໄທຮັກໄທ | |||
– | ສຸຊົນ ຊາລີເຄືອ สุชน ชาลีเครือ (ເກີດ 1952)
|
24 ກຸມພາ ຄ.ສ. 2006 |
21 ມີນາ ຄ.ສ. 2006 |
207 ມື້ | ປະທານວຸທິສະພາ | ອິດສະຫຼະ | |||
22 ມີນາ ຄ.ສ. 2006 |
19 ກັນຍາ ຄ.ສ. 2006 |
ຮັກສາການປະທານວຸທິສະພາ | |||||||
21 (2) |
ມີໄຊ ຣິຊຸພັນ มีชัย ฤชุพันธุ์ (ເກີດ 1938) |
25 ຕຸລາ ຄ.ສ. 2006 |
24 ມັງກອນ ຄ.ສ. 2008 |
1 ປີ 95 ມື້ | ປະທານສະພານິຕິບັນຍັດແຫ່ງຊາດ | ອິດສະຫຼະ | |||
27 | ຍົງຍຸດ ຕິຍະໄພຣັດ ยงยุทธ ติยะไพรัช (ເກີດ 1961) |
24 ມັງກອນ ຄ.ສ. 2008 |
30 ເມສາ ຄ.ສ. 2008 |
97 ມື້ | ປະທານສະພາຜູ້ແທນລາຊະດອນ | ພະລັງປະຊາຊົນ | |||
– | ສາດສະດາຈານພິເສດ
|
20 ເມສາ ຄ.ສ. 2008 |
15 ພຶດສະພາ ຄ.ສ. 2008 |
15 ມື້ | ປະທານວຸທິສະພາ | ອິດສະຫຼະ | |||
28 | ໄຊ ຊິດຊອບ ชัย ชิดชอบ (1928–2020) |
15 ພຶດສະພາ ຄ.ສ. 2008 |
10 ພຶດສະພາ ຄ.ສ. 2011 |
2 ປີ 360 ມື້ | ປະທານສະພາຜູ້ແທນລາຊະດອນ | ພູມໃຈໄທ | |||
– | ພົນເອກ
|
10 ພຶດສະພາ ຄ.ສ. 2011 |
2 ສິງຫາ ຄ.ສ. 2011 |
101 ມື້ | ປະທານວຸທິສະພາ | ອິດສະຫຼະ | |||
29 | ສົມສັກ ກຽດສຸຣະນົນ สมศักดิ์ เกียรติสุรนนท์ (ເກີດ 1954) |
2 ສິງຫາ ຄ.ສ. 2011 |
9 ທັນວາ ຄ.ສ. 2013 |
2 ປີ 129 ມື້ | ປະທານສະພາຜູ້ແທນລາຊະດອນ | ເພື່ອໄທ | |||
– | ນິຄົມ ໄວຣັດຊະພານິດ นิคม ไวยรัชพานิช (ເກີດ 1947)
|
9 ທັນວາ ຄ.ສ. 2013 |
20 ມີນາ ຄ.ສ. 2014 |
101 ມື້ | ປະທານວຸທິສະພາ | ອິດສະຫຼະ | |||
– | ສຸຣະໄຊ ລ້ຽງບຸນເລີດໄຊ สุรชัย เลี้ยงบุญเลิศชัย (ເກີດ 1953)
|
20 ມີນາ ຄ.ສ. 2014 |
24 ພຶດສະພາ ຄ.ສ. 2014 |
65 ມື້ | ຮັກສາການປະທານວຸທິສະພາ | ອິດສະຫຼະ | |||
ຕຳແໜ່ງວ່າງ | |||||||||
30 | ສາດສະດາຈານພິເສດ
|
17 ສິງຫາ ຄ.ສ. 2014 |
21 ພຶດສະພາ ຄ.ສ. 2019 |
4 ປີ 277 ມື້ | ປະທານສະພານິຕິບັນຍັດແຫ່ງຊາດ | ອິດສະຫຼະ | |||
ພະບາດສົມເດັດພະວະຊິຣະເກົ້າເຈົ້າຢູ່ຫົວ (ເລີ່ມ 2016) | |||||||||
31 | ຊວນ ຫຼີກໄພ ชวน หลีกภัย (ເກີດ 1938) |
28 ພຶດສະພາ ຄ.ສ. 2019 |
20 ມີນາ ຄ.ສ. 2023 |
3 ປີ 296 ມື້ | ປະທານສະພາຜູ້ແທນລາຊະດອນ | ປະຊາທິປັດ | |||
– | ສາດສະດາຈານພິເສດ
|
20 ມີນາ ຄ.ສ. 2023 |
5 ກໍລະກົດ ຄ.ສ. 2023 |
107 ມື້ | ປະທານວຸທິສະພາ | ອິດສະຫຼະ | |||
24 (2) |
ວັນມູຫະມັດນໍ ມະທາ วันมูหะมัดนอร์ มะทา (ເກີດ 1944) |
5 ກໍລະກົດ ຄ.ສ. 2023 |
ປັດຈຸບັນ | 1 ປີ+ | ປະທານສະພາຜູ້ແທນລາຊະດອນ | ປະຊາຊາດ |
ອ້າງອີງ
ດັດແກ້- ↑ พระราชบัญญัติธรรมนูญการปกครองแผ่นดินสยามชั่วคราว พุทธศักราช 2475, ราชกิจจานุเบกษา, สืบค้นวันที่ 25 มิถุนายน 2562
- ↑ รัฐธรรมนูญแห่งราชอาณาจักรสยาม พุทธศักราช 2475, ราชกิจจานุเบกษา, สืบค้นวันที่ 25 มิถุนายน 2562
- ↑ ทำเนียบประธานรัฐสภา, รัฐสภาไทย, สืบค้นวันที่ 25 มิถุนายน 2562
- ↑ รัฐธรรมนูญแห่งราชอาณาจักรไทย พุทธศักราช 2489, ราชกิจจานุเบกษา, สืบค้นวันที่ 25 มิถุนายน 2562
- ↑ รัฐธรรมนูญแห่งราชอาณาจักรไทย (ฉบับชั่วคราว) พุทธศักราช 2490 Archived 2011-05-28 at the Wayback Machine, รัฐสภาไทย, สืบค้นวันที่ 25 มิถุนายน 2562
- ↑ รัฐธรรมนูญแห่งราชอาณาจักรไทย พุทธศักราช 2492, ราชกิจจานุเบกษา, สืบค้นวันที่ 25 มิถุนายน 2562
- ↑ รัฐธรรมนูญแห่งราชอาณาจักรไทย พุทธศักราช 2475 แก้ไขเพิ่มเติม พุทธศักราช 2495, ราชกิจจานุเบกษา, สืบค้นวันที่ 25 มิถุนายน 2562
- ↑ ธรรมนูญการปกครองราชอาณาจักร พุทธศักราช 2502, ราชกิจจานุเบกษา, สืบค้นวันที่ 25 มิถุนายน 2562
- ↑ รัฐธรรมนูญแห่งราชอาณาจักรไทย พุทธศักราช 2511 Archived 2011-05-28 at the Wayback Machine, รัฐสภาไทย, สืบค้นวันที่ 25 มิถุนายน 2562
- ↑ ธรรมนูญการปกครองราชอาณาจักร พุทธศักราช 2515, ราชกิจจานุเบกษา, สืบค้นวันที่ 25 มิถุนายน 2562
- ↑ รัฐธรรมนูญแห่งราชอาณาจักรไทย พุทธศักราช 2517, รัฐสภาไทย, สืบค้นวันที่ 25 มิถุนายน 2562
- ↑ รัฐธรรมนูญแห่งราชอาณาจักรไทย พุทธศักราช 2519 Archived 2020-10-28 at the Wayback Machine, รัฐสภาไทย, สืบค้นวันที่ 25 มิถุนายน 2562
- ↑ ธรรมนูญการปกครองราชอาณาจักร พุทธศักราช 2520 Archived 2020-10-28 at the Wayback Machine, รัฐสภาไทย, สืบค้นวันที่ 25 มิถุนายน 2562
- ↑ รัฐธรรมนูญแห่งราชอาณาจักรไทย พุทธศักราช 2521, รัฐสภาไทย, สืบค้นวันที่ 25 มิถุนายน 2562
- ↑ ธรรมนูญการปกครองราชอาณาจักร พุทธศักราช 2534, ราชกิจจานุเบกษา, สืบค้นวันที่ 25 มิถุนายน 2562
- ↑ รัฐธรรมนูญแห่งราชอาณาจักรไทย พุทธศักราช 2534, ราชกิจจานุเบกษา, สืบค้นวันที่ 25 มิถุนายน 2562
- ↑ รัฐธรรมนูญแห่งราชอาณาจักรไทย พุทธศักราช 2534 แก้ไขเพิ่มเติม (ฉบับที่ 1) พุทธศักราช 2535, ราชกิจจานุเบกษา, สืบค้นวันที่ 25 มิถุนายน 2562
- ↑ รัฐธรรมนูญแห่งราชอาณาจักรไทย พุทธศักราช 2540, ราชกิจจานุเบกษา, สืบค้นวันที่ 25 มิถุนายน 2562
- ↑ รัฐธรรมนูญแห่งราชอาณาจักรไทย พุทธศักราช 2550 Archived 2007-09-27 at the Wayback Machine, ราชกิจจานุเบกษา, สืบค้นวันที่ 25 มิถุนายน 2562
- ↑ Cite error: Invalid
<ref>
tag; no text was provided for refs namedรัฐธรรมนูญ
- ↑ รัฐธรรมนูญแห่งราชอาณาจักรไทย (ฉบับชั่วคราว) พุทธศักราช 2549 Archived 2006-10-05 at the Wayback Machine, ราชกิจจานุเบกษา, สืบค้นวันที่ 25 มิถุนายน 2562
- ↑ รัฐธรรมนูญแห่งราชอาณาจักรไทย (ฉบับชั่วคราว) พุทธศักราช 2557 Archived 2014-08-01 at the Wayback Machine, ราชกิจจานุเบกษา, สืบค้นวันที่ 25 มิถุนายน 2562