ຈັກກະວັດແອສະປາຍ
ຈັກກະວັດແອສະປາຍ (ແອສະປາໂຍນ: Imperio Español, ອັງກິດ: Spanish Empire) ແມ່ນນຶ່ງໃນຈັກກະວັດທີ່ໃຫຍ່ທີ່ສຸດໃນປະຫວັດສາດໂລກ ແລະແມ່ນນຶ່ງໃນຈັກກະວັດໂລກ (global empire)[໑][໒] ຈັກກະວັດທຳອິດ ທີ່ມີດິນແດນແລະອານານິຄົມໃນທະວີບເອີລົບ, ອາເມລິກາ, ອາຊີ ແລະ ໂອເຊອານີ ມາຕັ້ງແຕ່ຄິດຕະສັດຕະວັດທີ 15. ສ່ວນອານານິຄົມໃນອາຟະລິກແມ່ນດິນແດນທີ່ໄດ້ມາໃນຕອນປາຍຂອງຄິດຕະສັດຕະວັດທີ 20.[໓][໔] ແອສະປາຍກໍ່ໂຕຂຶ້ນເປັນສະຫະອານາຈັກໃນປີ ຄ.ສ. 1492 ລຸນຫຼັງ “ການພິຊິດດິນແດນຄືນ” ໃນແຫຼມອີເບຣີ. ໃນປີດຽວກັນຄະຣິດສະຕົບ ໂກລົມກໍເອົາກອງເຮືອສຳຫຼວດກອງທຳອິດຂອງແອສະປາຍໃນການເດີນທາງຂ້າມມະຫາສະໝຸດອັດລັງຕິກ ທີ່ເປັນການເລີ່ມຕົ້ນຂອງການສະແຫວງຫາຫົວເມືອງໃນອາເມລິກາຂອງເອີລົບ. ຊີກໂລກຕາເວັນຕົກຈຶ່ງເປັນຈຸດໝາຍທາງອຳນາດໃໝ່ຂອງຈັກກະວັດແອສະປາຍ.
Map
ແກ້ໄຂ
ອ້າງອີງແກ້ໄຂ
- ↑ A Concise History of Spain, 1/11/2018.
- ↑ Powell, Philip Wayne ([1991?]). Árbol de odio: la leyenda negra y sus consecuencias en las relaciones entre Estados Unidos y el mundo hispánico. Ediciones Iris de Paz. ແມ່ແບບ:ISBN. OCLC 55157841
- ↑ Gibson, Charles, Spain in America. New York: Harper and Row 1966, p. 91.
- ↑ Lockhart, James and Stuart B. Schwartz, Early Latin America, New York: Cambridge University Press 1983, p. 19.