ການສູນພັນຄັ້ງໃຫຍ່

ການສູນພັນຄັ້ງໃຫຍ່ (ອັງກິດ: mass extinction) ເປັນປະກົດການທາງທຳມະຊາດທີ່ເປັນຂໍ້ສັນນິຖານວ່າ ເປັນສາເຫດໃຫ້ສິ່ງທີ່ມີຊິວິດໃນໂລກຫຼາກຊະນິດຫຼາຍສາຍພັນຕ້ອງສູນພັນໄປໃນເວລາພ້ອມໆກັນ ຫຼື ໄລ່ເລ່ຍກັນ.

ພາບຈຳລອງດາວເຄາະນ້ອຍຕຳໂລກເມື່ອ 65 ລ້ານປີກ່ອນ

ເຫດການສູນພັນຄັ້ງໃຫຍ່ ບໍ່ໄດ້ເກີດຂຶ້ນແຕ່ພຽງຄັ້ງດຽວ ໃນຊ່ວງ ຍຸກຄຣີເຕຊຽດ (Cretaceous) ຊຶ່ງເປັນຍຸກທີ່ໄດໂນເສົາເປັນສິ່ງທີ່ມີຊີວິດອັນດັບເທິງສຸດຂອງຕ່ອງໂສ້ອາຫານຢ່າງທີ່ຄົນທົ່ວໄປເຂົ້າໃຈ ຫາກແຕ່ການສູນພັນຄັ້ງໃຫຍ່ເຄີຍເກີດຂຶ້ນມາແລ້ວຫຼາຍຄັ້ງ. ການປະເມີນໄລຍະເວລາການເກີດເຫດການ ເຮັດໂດຍການວິນິດໄສຈາກຊາກດຶກດຳບັນ (fossil) ຈາກທະເລເປັນສ່ວນໃຫຍ່ ເນື່ອງຈາກວ່າສາມາດຄົ້ນພົບໄດ້ງ່າຍກວ່າຊາກດຶກດຳບັນທີ່ຢູ່ເທິງບົກ.

ເຫດການການສູນພັນຄັ້ງໃຫຍ່ທີ່ເປັນທີ່ສົນໃຈ ແລະ ຄົນທົ່ວໄປຮູ້ຈັກກັນດີທີ່ສຸດກໍຄື ເຫດການການສູນພັນຄັ້ງໃຫຍ່ໃນຍຸກຄຣີເຕຊຽດ (Cretaceous) ເມື່ອປະມານ 65 ລ້ານປີກ່ອນ ຊຶ່ງເປັນສາເຫດທີ່ເຮັດໃຫ້ໄດໂນເສົາຂະໜາດໃຫຍ່ສູນພັນທັງໝົດ. ເມື່ອທຳການສຶກສາພົບວ່າ ຕັ້ງແຕ່ 550 ລ້ານປີກ່ອນເປັນຕົ້ນມາ ໄດ້ເກີດການສູນພັນຄັ້ງໃຫຍ່ຂຶ້ນທັງໝົດປະມານ 5 ຄັ້ງ ຊຶ່ງເຮັດໃຫ້ສິ່ງທີ່ມີຊີວິດສູນພັນໄປປະມານ 50% ຂອງທັງໝົດ. ເນື່ອງຈາກໄລຍະເວລາທີ່ເກີດຂຶ້ນນັ້ນດົນຫຼາຍ, ການສູນພັນຄັ້ງໃຫຍ່ກ່ອນໜ້າຍຸກຄຣີເຕຊຽດມັກພົບຄວາມລຳບາກໃນການສຶກສາລາຍລະອຽດ ເພາະຫຼັກຖານຊາກດຶກດຳບັນສຳລັບກວດສອບມີຫຼົງເຫຼືອໜ້ອຍຫຼາຍ.

ການສູນພັນຄັ້ງໃຫຍ່ 5 ຄັ້ງ

ດັດແກ້
ໄລຍະເວລາຍ້ອນຫຼັງໂດຍປະມານ ຈຳນວນສິ່ງທີ່ມີຊີວິດທີ່ສູນພັນໂດຍປະມານ ຂໍ້ສັນນິດຖານເຖິງສາເຫດ

429-439 ລ້ານປີ

ສາຍພັນຂອງສິ່ງທີ່ມີຊີວິດທີ່ອາໄສຢູ່ໃນນ້ຳສູນພັນໄປ 25%, ຄິດເປັນ 60% ຂອງສາຍພັນສິ່ງທີ່ມີຊີວິດທີ່ອາໄສຢູ່ໃນນ້ຳ

ນ້ຳທະເລຫຼຸດລະດັບລົງຈາກການກໍ່ໂຕເປັນກ້ອນນ້ຳແຂງຍັກ ແລະ ຕໍ່ມານ້ຳທະເລຈຶ່ງເພີ່ມລະດັບຂຶ້ນກະທັນຫັນຈາກການລະລາຍຂອງກ້ອນນ້ຳແຂງຂະໜາດຍັກ

364 ລ້ານປີ

ສາຍພັນຂອງສິ່ງທີ່ມີຊີວິດທີ່ອາໄສຢູ່ໃນນ້ຳສູນພັນໄປ 22%, ຄິດເປັນ 57% ຂອງສາຍພັນສິ່ງທີ່ມີຊີວິດທີ່ອາໄສຢູ່ໃນນ້ຳທັງໝົດ

ຍັງບໍ່ມີສົມມຸດຖານທີ່ມີນ້ຳໜັກພຽງພໍ

251 ລ້ານປີ

  • ສາຍພັນຂອງສິ່ງທີ່ມີຊີວິດສູນພັນໄປ 95% ຂອງຈຳນວນສາຍພັນທັງໝົດເທິງໂລກ
  • ສາຍພັນຂອງສິ່ງທີ່ມີຊີວິດຢູ່ໃນນ້ຳສູນພັນໄປ 53%, ຄິດເປັນ 83% ຂອງສາຍພັນສິ່ງທີ່ມີຊີວິດທີ່ອາໄສຢູ່ໃນນ້ຳທັງໝົດ
  • ສາຍພັນຂອງສິ່ງທີ່ມີຊີວິດເທິງບົກທັງພືດ ແລະ ສັດສູນພັນໄປ 70% ຂອງຈຳນວນສາຍພັນທັງໝົດທີ່ອາໄສຢູ່ເທິງບົກ
  • ສົມມຸດຖານທີ 1 ອຸກກາບາດຂະໜາດໃຫຍ່ ຫຼື ດາວເຄາະນ້ອຍພຸ່ງເຂົ້າຕຳໂລກ
  • ສົມມຸດຖານທີ 2 ພູໄຟໃຕ້ນ້ຳລະເບີດ ເຮັດໃຫ້ອົກຊີແຊນໃນນ້ຳຫຼຸດລົງ
  • ສົມມຸດຖານທີ 3 ອຸກກາບາດພຸ່ງເຂົ້າຕຳໂລກ ແລະ ໄປກະຕຸ້ນໃຫ້ເກີດພູໄຟລະເບີດຄັ້ງໃຫຍ່

199-214 ລ້ານປີ

  • ສາຍພັນຂອງສິ່ງທີ່ມີຊີວິດທີ່ອາໄສຢູ່ໃນນ້ຳສູນພັນໄປ 22%, ຄິດເປັນ 52% ຂອງສາຍພັນສິ່ງທີ່ມີຊີວິດທີ່ອາໄສຢູ່ໃນນ້ຳທັງໝົດ
  • ສາຍພັນຂອງສິ່ງທີ່ມີຊີວິດເທິງບົກບໍ່ຊາບຈຳນວນທີ່ສູນພັນທີ່ຊັດເຈນ

ພູໄຟໃຕ້ນ້ຳລະເບີດຄັ້ງໃຫຍ່ທີ່ບໍລິເວນຕອນກາງຂອງມະຫາສະໝຸດອັດລັງຕິກ ປົດປ່ອຍລາວາຈຳນວນມະຫາສານອອກມາ ແລະ ອາດເຮັດໃຫ້ເກີດພາວະໂລກຮ້ອນຂັ້ນວິກິດ ໂດຍພົບຫຼັກຖານການລະເບີດຈາກຫີນພູໄຟຈາກທາງຕາເວັນຕົກຂອງສະຫະລັດອາເມລິກາ, ທາງຕາເວັນອອກຂອງເບຣຊິນ ແລະ ທາງເໜືອຂອງອາຟຣິກາ ແລະ ແອດສະປາຍ

65 ລ້ານປີ

  • ສາຍພັນຂອງສິ່ງທີ່ມີຊີວິດທີ່ອາໄສຢູ່ໃນນ້ຳສູນພັນໄປ 16%, ຄິດເປັນ 47% ຂອງສາຍພັນສິ່ງທີ່ມີຊີວິດທີ່ອາໄສຢູ່ໃນນ້ຳທັງໝົດ
  • ສາຍພັນຂອງສິ່ງທີ່ມີຊີວິດທີ່ອາໄສຢູ່ເທິງບົກສູນພັນໄປ 18%, ຂອງສາຍພັນສິ່ງທີ່ມີຊີວິດທີ່ມີກະດູກສັນຫຼັງທີ່ອາໄສຢູ່ເທິງບົກ ຮວມໄປເຖິງໄດໂນເສົາຂະໜາດໃຫຍ່ທັງໝົດ

ດາວເຄາະນ້ອຍຂະໜາດຄວາມກວ້າງຫຼາຍໄມພຸ່ງເຂົ້າຕຳໂລກ ເຮັດໃຫ້ເກີດຫຼຸມອຸກກາບາດຊິກຊູລູບ (Chicxulub Crater) ທີ່ບໍລິເວນແຫຼມຢູຄາທັນ (Yucatan Peninsula) ແລະ ໃຕ້ອ່າວເມັກຊິໂກ

ອ້າງອີງ

ດັດແກ້

ເບິ່ງເພີ່ມ

ດັດແກ້

ໝວດໝູ່:ຊີວະວິທະຍາວິທະຍາການ ໝວດໝູ່:ຊີວະວິທະຍາ ໝວດໝູ່:ການສູນພັນ ໝວດໝູ່:ວິທະຍາສາດດາວເຄາະ