ຈຸລາລົງກອນມະຫາວິທະຍາໄລ

ມະຫາວິທະຍາໄລໃນບາງກອກ ປະເທດໄທ

ຈຸລາລົງກອນມະຫາວິທະຍາໄລ (ໄທ: จุฬาลงกรณ์มหาวิทยาลัย) ເປັນມະຫາວິທະຍາໄລແຫ່ງທຳອິດຂອງປະເທດໄທ[4] ຕັ້ງຢູ່ທີ່ເຂດປະທຸມວັນ ກຸງເທບມະຫານະຄອນ ຖືກຳເນີດຈາກ"ໂຮງຮຽນສຳຫລັບເຝິກຫັດຂ້າລາດຊະນານຝ່າຍພົນລະເຮືອນ" ທີ່ພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວ ໂປດເກົ້າຯ ໃຫ້ກໍ່ຕັ້ງຂຶ້ນພາຍໃນພະບລົມມະຫາລາຊະວັງ ເມື່ອປີພ.ສ. ໒໔໔໒ ພ້ອມທັງພະລາດຊະທານພະບຣົມລາຊາອະນຸຍາດໃຫ້ອັນເຊີນ"ພະກ້ຽວ"ມາເປັນເຄື່ອງຫມາຍປະຈຳໂຮງຮຽນ ຈຸລາລົງກອນມະຫາວິທະຍາໄລຖືກຈັດເປັນມະຫາວິທະຍາໄລອັນດັບທີ່ ໑ ຂອງປະເທດໄທຈາກຫລາຍສຳນັກ[5][6][7][8][9]

ຈຸລາລົງກອນມະຫາວິທະຍາໄລ
Chulalongkorn University
ຄະຕິພົດ
  • ຄວາມຮູ້ຄູ່ຄຸນນະທຳ (ທາງການ)
  • ກຽດຕິພູມຈຸລາ ຄືກຽດແຫ່ງການຮັບໃຊ້ປະຊາຊົນ[1] (ບໍ່ເປັນທາງການ)
ສະຖາປະນາ26 ມີນາ ພ.ສ. 2460
ນາຍົກສະພາສ.ກິດຕິຄຸນ ຄຸນຍິງ ດຣ.ສຸຊາດາ ກີລະນັນ
ຈຳນວນນັກຮຽນ38,456 ຄົນ[2]
ຈຳນວນ ປ.ຕີ25,637 ຄົນ
ຈຳນວນ ປ.ໂທ12,439 ຄົນ
ຈຳນວນ ປ.ເອກ2,644 ຄົນ
ຜູ້ສະຖາປະນາພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວ
ສີປະຈຳສະຖາບັນ███ ສີຊົມພູ[3]
ເຄືອຂ່າຍAPRU, AUN, ASAIHL

ການດຳເນີນງານຂອງໂຮງຮຽນມີການພັດທະນາຢ່າງຕໍ່ເນື່ອງເປັນລຳດັບ ຈົນເມື່ອວັນທີ່ ໒໖ ມີນາ ພ.ສ. ໒໔໕໙ ພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວໄດ້ສະຖາປະນາຂຶ້ນເປັນມະຫາວິທະຍາໄລ ແລະພະລາດຊະທານນາມວ່າ "ຈຸລາລົງກອນມະຫາວິທະຍາໄລ" ເພື່ອເປັນພະບຣົມລາຊານຸສາວະລີສະເຫລີມພະກຽດແຫ່ງພະບາດສົມເດັດພະຈຸລຈອມເກົ້າເຈົ້າຢູ່ຫົວ ສົມເດັດພະບຣົມຊົນກະນາດຂອງພະອົງ ນັບຕັ້ງແຕ່ ພ.ສ. ໒໔໖໐ ຮອດປະຈຸບັນ ຈຸລາລົງກອນມະຫາວິທະຍາໄລມີຜູ້ບັນຊາການ ແລະອະທິບໍດີດຳລົງຕຳແຫນ່ງມາແລ້ວ ໑໕ ຄົນ ອະທິການບໍດີຄົນປະຈຸບັນຄື ສາດສະດາຈານ ນາຍແພດ ພິຣົມ ກະມົນຣັດຕະນະກຸນ

ປະຈຸບັນ ຈຸລາລົງກອນມະຫາວິທະຍາໄລ ເປີດການຮຽນການສອນໃນ ໑໘ ຄະນະ ໑ ສຳນັກວິຊາ ບັນດິດວິທະຍາໄລ ວິທະຍາໄລ ແລະສະຖາບັນຕ່າງ ໆ ຮວມທັງຫມົດ ໔໙໒ ສາຂາວິຊາ ຫລັກສູດນານາຊາດ ແລະພາສາອັງກິດ ຮວມທັງຫມົດ ໘໘ ສາຂາວິຊາ[10] ນອກຈາກນີ້ ຍັງໄດ້ຈັດຕັ້ງສະຖາບັນວິໄຈຂຶ້ນພາຍໃນມະຫາວິທະຍາໄລອີກຫລາຍແຫ່ງເພື່ອດຳເນີນການວິໄຈໃນສາດຕ່າງ ໆ ອີກນຳ

ໃນອະດີດ ຜູ້ທີ່ຈົບການສຶກສາຈາກຈຸລາລົງກອນມະຫາວິທະຍາໄລ ໄດ້ຮັບພະມະຫາກະລຸນາທິຄຸນ ໃຫ້ເຂົ້າຮັບ ພະລາດຊະທານປະລິນຍາບັດຈາກພະຫັດພະບາດສົມເດັດພະປໍຣະມິນມະຫາພູມິພົນອະດຸນຍະເດດ ແຕ່ໃນປະຈຸບັນພະບາດສົມເດັດພະເຈົ້າຢູ່ຫົວ ຊົງພະກະລຸນາໂປດເກົ້າໂປດກະຫມ່ອມໃຫ້ ສົມເດັດພະເທບພະຣັດລາດສຸດາຯ ສະຫຍາມບໍຣົມລາດຊະກຸມາຣີ ສະເດັດພະລາດຊະດຳເນີນມາປະຕິບັດພະລາດຊະກໍລະນີຍະກິດແທນພະອົງໃນການພະລາດຊະທານປະລິນຍາບັດແກ່ບັນດິດ ມະຫາບັນດິດ ແລະດຸດສະດີບັນດິດ ແຫ່ງຈຸລາລົງກອນມະຫາວິທະຍາໄລ ນັບເປັນກຽດຕິຍົດ ແລະຄວາມພູມໃຈຂອງຊາວຈຸລາຯ ຢ່າງສູງສຸດ.

ການສຶກສາ ດັດແກ້

 
ຫໍປະຊຸມໃຫຍ່ຂອງຈຸລາລົງກອນມະຫາວິທະຍາໄລ

ຈຸລາລົງກອນມະຫາວິທະຍາໄລ ປະກອບ ດ້ວຍ ໒0​ ຄະນະ, ວິທະຍາໄລ ແລະ ສະຖາບັນ:

  • ຄະນະສະຫະເວດສາດ
  • ຄະນະສະຖາປັດຕະຍາກຳສາດ
  • ຄະນະສິລະປະກຳສາດ
  • ຄະນະພານິດສາດ ແລະ ການບັນຊີ
  • ຄະນະນິເທດສາດ
  • ຄະນະທັນຕະແພດສາດ
  • ຄະນະເສດຖະສາດ
  • ຄະນະສຶກສາສາດ (ຄຣຸສາດ)
  • ຄະນະວິສະວະກຳສາດ
  • ຄະນະອັກສອນສາດ
  • ຄະນະນິຕິສາດ
  • ຄະນະແພດສາດ
  • ຄະນະພະຍາບານສາດ
  • ຄະນະເພສັດສາດ (ວິທະຍາສາດການຢາ)
  • ຄະນະລັດຖະສາດ
  • ຄະນະຈິດຕະວິທະຍາ
  • ຄະນະວິທະຍາສາດ
  • ຄະນະສັດຕະວະແພດສາດ
  • ວິທະຍາໄລບັນດິດ

ນອກຈາກນີ້ ຍັງມີ ວິທະຍາໄລການສາທາລະນະສຸກ, ວິທະຍາໄລປີໂຕຣລຽມແລະປີໂຕຣເຄມີ, ວິທະຍາໄລປະຊາກອນສາດ ແລະອື່ນໆ.

ອັນດັບມະຫາວິທະຍາໄລ ດັດແກ້

ອັນດັບ
ອັນດັບ ໃນ ປະເທດໄທ
QS Asian (2016) [5]
QS World (2016) [6]
QS GER (2017) [11]
CWUR (2016)
RUR (2017)
CWTS (2016)
THE World (2016) [12]
SIR (2016) [13]
Nature Index (2016) [14]
U.S. News (2016) [15]
UI Green Metric (2015) [16]
ອັນດັບ ໃນ ໂລກ
QS Asian (2016) ໔໕[5]
QS World (2016) ໒໕໒[6]
QS GER (2017) ໑໕໑-໒໐໐[11]
CWUR (2016) ໓໒໐[7]
RUR (2017) ໓໙໘[8]
CWTS (2016) ໔໓໒[9]
THE World (2016) ໖໐໑ -໘໐໐[12]
SIR (2016) ໔໗໕[13]
U.S. News (2016) ໕໗໙[15]
UI Green Metric (2015) ໓໐[16]
  • ຈຸລາລົງກອນມະຫາວິທະຍາໄລ ຖືກຈັດເປັນມະຫາວິທະຍາໄລອັນດັບທີ່ ໑ ຂອງປະເທດໄທ ອັນດັບທີ່ ໔໕ ຂອງ ອາຊີ ໂດຍ QS Asian University Rankings ໒໐໑໖[5]
  • ຈຸລາລົງກອນມະຫາວິທະຍາໄລ ຖືກຈັດເປັນມະຫາວິທະຍາໄລອັນດັບທີ່ ໑ ຂອງປະເທດໄທ ອັນດັບທີ່ ໒໕໒ ຂອງ ໂລກ ໂດຍ QS World University Rankings ໒໐໑໖/໑໗[6]
  • ຈຸລາລົງກອນມະຫາວິທະຍາໄລ ຖືກຈັດເປັນມະຫາວິທະຍາໄລອັນດັບທີ່ ໑ ຂອງປະເທດໄທ ອັນດັບທີ່ ໓໒໐ ຂອງ ໂລກ ໂດຍ Center for World University Ranking ຫຼື CWUR.[7]
  • ຈຸລາລົງກອນມະຫາວິທະຍາໄລ ຖືກຈັດເປັນມະຫາວິທະຍາໄລອັນດັບທີ່ ໑ ຂອງປະເທດໄທ ອັນດັບທີ່ ໓໙໘ ຂອງ ໂລກ ໂດຍ Round University Ranking[8]
  • ຈຸລາລົງກອນມະຫາວິທະຍາໄລ ຖືກຈັດເປັນມະຫາວິທະຍາໄລອັນດັບທີ່ ໑ ຂອງປະເທດໄທ ອັນດັບທີ່ ໔໓໒ ຂອງ ໂລກ ໂດຍ CWTS Leiden Ranking ໒໐໑໖ [9]
  • ຈຸລາລົງກອນມະຫາວິທະຍາໄລ ຖືກຈັດເປັນມະຫາວິທະຍາໄລອັນດັບທີ່ ໖໐໑-໘໐໐ ຂອງ ໂລກ ໂດຍ THE World University Rankings ໒໐໑໖[12]
  • ຈຸລາລົງກອນມະຫາວິທະຍາໄລ ຖືກຈັດເປັນມະຫາວິທະຍາໄລອັນດັບທີ່ ໔໗໕ ຂອງ ໂລກ ໂດຍ SCImago institutions Ranking[13]
  • ຈຸລາລົງກອນມະຫາວິທະຍາໄລ ຖືກຈັດເປັນມະຫາວິທະຍາໄລອັນດັບທີ່ ໕໗໙ ຂອງ ໂລກ ໂດຍ U.S. News[15]
  • ຈຸລາລົງກອນມະຫາວິທະຍາໄລ ຖືກຈັດເປັນມະຫາວິທະຍາໄລອັນດັບທີ່ ໑ ຂອງປະເທດໄທ ໂດຍ Nature Index ໒໐໑໖[14]
  • ຈຸລາລົງກອນມະຫາວິທະຍາໄລ ຖືກຈັດເປັນມະຫາວິທະຍາໄລອັນດັບທີ່ ໑ ຂອງປະເທດໄທ ອັນດັບທີ່ ໓໐ ຂອງ ໂລກ ໂດຍ UI Green Metric (໒໐໑໕) [16]
  • ຈຸລາລົງກອນມະຫາວິທະຍາໄລ ຖືກຈັດເປັນມະຫາວິທະຍາໄລອັນດັບທີ່ ໑ ຂອງປະເທດໄທ ອັນດັບທີ່ ໓໐ ຂອງ ໂລກ ໂດຍ QS Graduate Employability Rankings 2017[11]

ເບິ່ງຕື່ມ ດັດແກ້

ອ້າງອີງ ດັດແກ້

  1. "เว็บไซต์เดิมของจุฬาฯ หัวข้อ:ชาวจุฬา". Archived from the original on 2014-05-18. Retrieved 2016-03-24.
  2. จำนวนนิสิตจุฬาลงกรณ์มหาวิทยาลัย ภาคการศึกษาต้น ปีการศึกษา 2558. สถิติจำนวนนิสิตทั้งหมด Archived 2016-03-05 at the Wayback Machine. ข้อมูลล่าสุดวันที่ 28 ธันวาคม พ.ศ. 2558
  3. CU at Glance , เข้าถึงวันที่ 15 กุมภาพันธ์ พ.ศ. 2559
  4. "ປະຫວັດຈຸລາລົງກອນມະຫາວິທະຍາໄລ". Archived from the original on 2005-07-03. Retrieved 2005-07-03.
  5. 5.0 5.1 5.2 5.3 http://www.topuniversities.com/university-rankings/asian-university-rankings/2016#sorting=rank+region=+country=131+faculty=+stars=false+search=
  6. 6.0 6.1 6.2 6.3 http://www.topuniversities.com/university-rankings/world-university-rankings/2016
  7. 7.0 7.1 7.2 http://cwur.org/2016/thailand.php
  8. 8.0 8.1 8.2 http://roundranking.com/ranking.html
  9. 9.0 9.1 9.2 http://www.leidenranking.com/ranking/2016/list
  10. http://www.inter.chula.ac.th/
  11. 11.0 11.1 11.2 http://www.topuniversities.com/university-rankings/employability-rankings/2017
  12. 12.0 12.1 12.2 https://www.timeshighereducation.com/world-university-rankings/2016/world-ranking#!/page/0/length/25/country/846/sort_by/rank_label/sort_order/asc/cols/rank_only
  13. 13.0 13.1 13.2 http://www.scimagoir.com/rankings.php?sector=Higher%2520educ.&country=THA
  14. 14.0 14.1 http://www.natureindex.com/annual-tables/2016/institution/all/all/countries-Thailand
  15. 15.0 15.1 15.2 http://www.usnews.com/education/best-global-universities/rankings
  16. 16.0 16.1 16.2 greenmetric.ui.ac.id/overall-ranking-2015/