ວະຊິຣາວຸດວິທະຍາໄລ

ໂຮງຮຽນຊາຍລ້ວນໃນບາງກອກ ປະເທດໄທ
(ປ່ຽນເສັ້ນທາງມາຈາກ ໂຮງຮຽນມະຫາດເລັກຫຼວງ)

ໂຮງຮຽນວະຊິລາວຸດວິທະຍາໄລ ແມ່ນໂຮງຮຽນປະຈຳຊາຍ(ໂຮງຮຽນຊາຍລ້ວນ) ສະຖາປະນາຂຶ້ນໂດຍພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວໂດຍພະອົງພະລາຊະທານຊັບສ່ວນພະອົງເພື່ອສ້າງໂຮງຮຽນແກ່ກຸນລະບຸດຊາວໄທແທນການສ້າງພະອາລາມເຊິ່ງມີຢູ່ຫຼາຍແລ້ວນັ້ນ ຕໍ່ມາ ໃນລາຊະສະໄໝພະບາດສົມເດັດພະປົກເກົ້າຢູ່ຫົວ ພະອົງໄດ້ມີພະບໍລົມລາຊະໂອງການໃຫ້ຮວມໂຮງຮຽນມະຫາດເລັກຫຼວງ ກຸງເທບ ແລະໂຮງຮຽນລາຊະວິທະຍາໄລເຂົ້ານຳກັນໂດຍໃຫ້ນັກຮຽນຍ້າຍມາຮຽນຮວມກັນທີ່ໂຮງຮຽນມະຫາດເລັກຫຼວງກຸງເທບ ພ້ອມທັງໄດ້ພະລາຊະທານນາມໂຮງຮຽນຂຶ້ນໃໝ່ວ່າ "ວະຊິລາວຸດວິທະຍາໄລ" ເພື່ອເປັນພະບໍລົມລາຊານຸສອນຂອງພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວ ພະຜູ້ພະລາຊະທານກຳເໜີດໂຮງຮຽນສືບຕໍ່ໄປ

ໂຮງຮຽນວະຊິລາວຸດວິທະຍາໄລ
Assembly Hall
197 ຖະໜົນລາຊະວິຖີ ແຂວງດຸສິດ ເຂດດຸສິດ ບາງກອກ 10300
ຂໍ້ມູນ
ຊື່ອັງກິດ Vajiravudh College
ປະເພດ ໂຮງຮຽນເອກະຊົນ
ຂຶ້ນກັບ ສຳນັກງານຄະນະກຳມະການສົ່ງເສີມການສຶກສາເອກະຊົນ
ສະຖາປະນາ 29 ທັນວາ ຄ.ສ. 1910
ຜູ້ກໍ່ຕັ້ງ ພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວ
ລະຫັດ 1110100022 (ໃໝ່)
81100205 (ເກົ່າ)
ເພງ ເພງມະຫາວະຊິລາວຸດລາຊະສະດຸດີ
ສັນຍາລັກ
ເວັບໄຊຕ໌

ວະຊິລາວຸດວິທະຍາໄລມີຕຶກບ່ອນພັກນັກຮຽນ ເອິ້ນວ່າ "ຄະນະ" ເປັນສະເໝືອນບ້ານນັກຮຽນ ແບ່ງອອກເປັນ 2 ຝັ່ງ ຄະນະເດັກໂຕ ສຳລັບນັກຮຽນຊັ້ນມັດທະຍົມ ແບ່ງອອກເປັນ 6 ຄະນະ ຄື ຄະນະຜູ້ບັງຄັບການ ຄະນະດຸສິດ ຄະນະຈິດລະດາ ຄະນະພະຍາໄທ ຄະນະຈົງຮັກພັກດີ ຄະນະສັກສີມົງຄົນ ສ່ວນຄະນະເດັກນ້ອຍສຳລັບນັກຮຽນຊັ້ນປະຖົມ ແບ່ງອອກເປັນ 3 ຄະນະ ຄື ຄະນະສະໜາມຈັນ ຄະນະນັນທະອຸທະຍານ ແລະ ຄະນະສະຮານຮົມ ນອກຈາກນີ້ ຍັງມີການຈັດການແຂ່ງຂັນຮັກບີ້ປະເພນີກັບມາເລ ຄອລເລຈ(Malay College Kuala Kangsar) ຈາກປະເທດມາເລເຊຍ ເປັນປະຈຳທຸກໆ ປີ

ປັດຈຸບັນ ດຳເນິນການສອນໃນລະດັບຊັ້ນປະຖົມສຶກສາປີທີ 4 ເຖິງ ມັດຖະຍົມສຶກສາປີທີ 6 ຕັ້ງຢູ່ທີ່ ຖະໜົນລາຊະວິຖີ ແຂວງດຸສິດ ເຂດດຸສິດ ບາງກອກ

ປະຫວັດ ດັດແກ້

ພະບາດສົມເດັດພະຮາມາທິບະດີ ສີສິນທະລະມະຫາວະຊິລາວຸດ ພະມຸງກຸດເກົ້າເຈົ້າຢູ່ຫົວ ຊົງພະກະລຸນາໂປດເກົ້າ ພະລາຊະທານກຳເໜີດໂຮງຮຽນມະຫາດເລັກຫຼວງຂຶ້ນເມື່ອວັນພະຫັດທີ 29 ທັນວາ ຄ.ສ. 1910 ເພື່ອໂຮງຮຽນແຫ່ງນີ້ເປັນສະຖາບັນທີ່ໃຫ້ການສຶກສາຢ່າງແທ້ຈິງແລະເປັນສະເໝືອນພະອາລາມຫຼວງປະຈຳລາຊະການ ເຊິ່ງບໍ່ໄດ້ໂປດໃຫ້ສ້າງຂຶ້ນ ເພາະມີພະລາຊະດຳລິວ່າ ໃນລາຊະໄໝຂອງພະອົງພະອາລາມຫຼວງຕ່າງໆ ມີຢູ່ຫຼາຍແລ້ວ ຫາກຈະຊົງພະກະລຸນາໂປດເກົ້າໃຫ້ສະຖາປະນາພະອາລາມຫຼວງຂຶ້ນອີກກໍເປັນພະລາຊະພາລະໃນການປະຕິສັງຂອນອີກໂດຍບໍ່ຄວນປະກອບກັບໃນລາຊະສະໄໝຂອງພະອົງນັ້ນການສຶກສາໄດ້ປ່ຽນແປງໄປ ບໍ່ໄດ້ຢູ່ກັບວັດຄືແຕ່ກ່ອນ ນັກຮຽນຕ້ອງການຄູບາອາຈານທີ່ເປັນຄະລືຫັດ ເພື່ອເຮັດການອົບລົມສັ່ງສອນ[1]ດັງນັ້ນ ຈຶງຊົງພະກະລຸນາໂປດເກົ້າໃຫ້ສະຖາປະນາໂຮງຮຽນຂຶ້ນຕາມແບບໂຮງຮຽນລັດຖະບານຂອງປະເທດອັງກິດ ແລະພະລາຊະທານໂຮງຮຽນແຫ່ງນີ້ວ່າ "ໂຮງຮຽນມະຫາດເລັກຫຼວງ"[2]

ໃນການສະຖາປະນາໂຮງຮຽນມະຫາດເລັກຫຼວງພະອົງຊົງພະກະລຸນາໂປດເກົ້າພະລາຊະທານພະລາຊະຊັບສ່ວນພະອົງຈັດສ້າງອາຄານຮຽນຊົ່ວຄາວເປັນເຮືອນໄມ້ ຫຼັງຄາມຸງຈາກຂຶ້ນກ່ອນໃນທີ່ດິນສ່ວນພະອົງທີ່ສວນກະຈັງຮິມຄອງເປມປະຊາກອນ ຕຳບົນສວນດຸສິດ ແລ້ວໂປດໃຫ້ຍ້າຍນັກຮຽນມະຫາດເລັກຫຼວງເຊິ່ງເປີດການສອນເປັນການຊົ່ວຄາວຈາກໂຮງຮຽນລາຊະກຸມານ (ເກົ່າ) ໄກ້ຫໍພິທີພາມໃນພະບໍລົມມະຫາລາຊະວັງ ມາດຳເນິນການສອນໃນສະຖານທີ່ເຊິ່ງພະລາຊະທານໃຫ້ໃໝ່ນີ້ເມື່ອວັນທີ່ 1 ມິຖຸນາ ຄ.ສ. 1911 ຕໍ່ມາໃນ ຄ.ສ. 1915 ຊົງພະກະລຸນາໂປດເກົ້າພະລາຊະທານພະລາຊະຊັບສ່ວນພະອົງໃຫ້ກົມສິລະປາກອນມາດຳເນິນການກໍ່ສ້າງອາຄານຖາວອນຂອງໂຮງຮຽນມະຫາດເລັກຫຼວງ ເຊິ່ງປະກອບດ້ວຍຫໍປະຊຸມແລະອາຄານບ່ອນພັກຂອງນັກຮຽນທີ່ມຸມໂຮງຮຽນອີກ 4 ຫຼັງ[3] ແລະໄດ້ຊົງພະມະຫາກະລຸນາສະເດັດພະລາຊະດຳເນິນມາຊົງວາງສິລາພະເລີກສ້າງອາຄານໂຮງຮຽນເມື່ອວັນທີ່ 20 ທັນວາ ຄ.ສ. 1915[1] ຄັ້ງເມື່ອ ຄ.ສ. 1916 ຊົງພະກະລຸນາໂປດເກົ້າໃຫ້ໂອນໂຮງຮຽນລາຊະວິທະຍາໄລຈາກກະຊວງຍຸດຕິທຳມາໄວ້ໃນພະບໍລົມລາຊູປະຖັມ ແລະຊົງພະກະລຸນາໂປດເກົ້າໃຫ້ສະຖາປະນາໂຮງຮຽນມະຫາດເລັກຫຼວງຂຶ້ນທີ່ຈັງຫວັດຊຽງໃໝ່ອີກແຫ່ງໜຶ່ງໃນຄ.ສ. 1916

ການດຳເນິນການສຶກສາໃນໂຮງຮຽນໃນພະບໍລົມລາຊູປະຖຳໃຫ້ກວ້າງຂວາງຍິ່ງຂຶ້ນຕາມພະລາຊະປະນິທານຂອງພະບາດສົມເດັດພະມົງກຸດເກົ້າເຈົ້າຢູ່ຫົວ ຈຳຕ້ອງຍຸດຕິລົງ ເນື່ອງຈາກພະອົງໄດ້ສະເດັດສະຫວັນຄົດ ເມື່ອວັນທີ່ 25 ພະຈິກ ຄ.ສ. 1925 ໃນລັດຊະສະໄໝຕໍ່ມາ ປະເທດສະຫຍາມຕ້ອງປະສົບສະພາວະຝືດເຄືອງທາງເສດຖະກິດຢ່າງຮຸນແຮງ ຈຶງເຮັດໃຫ້ພະບາດສົມເດັດພະປົກເກົ້າເຈົ້າຢູ່ຫົວຈຳຕ້ອງຊົງລົດລາຍຈ່າຍສ່ວນພະອົງລົງ ທັ້ງນີ້ເພື່ອໃຫ້ການເງິນໃນປະເທດເຂົ້າສູ່ສົມດຸນ ດັງນັ້ນໃນ ຄ.ສ. 1926 ໄດ້ມີພະບໍລົມລາຊະໂອງການໃຫ້ຮວມໂຮງຮຽນມະຫາດເລັກຫຼວງກຸງເທບ ແລະໂຮງຮຽນລາຊະວິທະຍາໄລເຂົ້ານຳກັນ ໂດຍໃຫ້ຍ້າຍນັກຮຽນມາຮຽນຮວມກັນທີ່ໂຮງຮຽນມະຫາດເລັກຫຼວງກຸງເທບ ແລະໄດ້ພະລາຊະທານນາມໂຮງຮຽນໃຫ້ໃໝ່ວ່າ “ວະຊິລາວຸດວິທະຍາໄລ” ເພື່ອເປັນພະບໍລົມລາຊານຸສອນຂອງພະບາດສົມເດັດພະມົງກຸດເກົ້າເຈົ້າຢູ່ຫົວ ພະຜູ້ພະລາຊະທານກຳເໜີດໂຮງຮຽນສືບຕໍ່ໄປ[4]

ອ້າງອີງ ດັດແກ້

  1. 1.0 1.1 ราชกิจาจานุเบกษา, การก่อพระฤกษ์โรงเรียนมหาดเล็กหลวง , เล่ม ๓๒, ตอน ง, ๒๐ ธันวาคม พ.ศ. ๒๔๕๘, หน้า ๒๒๖๔
  2. ราชกิจจานุเบกษา, แจ้งความโรงเรียนมหาดเล็กหลวง ในพระบรมราชูปถัมภ์ส่วนพระองค์ พระบาทสมเด็จพระปรเมนทรมหาวชิราวุธ พระมงกุฎเกล้าเจ้าอยู่หัว เรื่อง ย้ายโรงเรียนมหาดเล็กข้าหลวงเดิม, เล่ม ๒๘, ตอน ๐ง, ๒ เมษายน พ.ศ. ๒๔๕๔, หน้า ๑๕
  3. ราชกิจจานุเบกษา, ประกาศกระแสพระบรมราชโองการ ซึ่งบรรจุไว้ในศิลาพระฤกษ์โรงเรียนมหาดเล็กหลวง, เล่ม ๓๒, ตอน ง, ๒๖ ธันวาคม พ.ศ. ๒๔๕๘, หน้า ๒๒๖๖
  4. ราชกิจจานุเบกษา, ประกาศ วางรูปการและพระราชทานนามโรงเรียนมหาดเล็กหลวง, เล่ม ๔๓, ตอน ๐ก, ๑๘ เมษายน พ.ศ. ๒๔๖๙, หน้า ๙๕