ໂກຣແອນລັງ ຫຼື ກຣີນແລນ (ອັງກິດ: Greenland) ຫຼື ກະລາລິດ ນູນາດ[6] (ໂກຣແອນລັງ: Kalaallit Nunaat; ດານມາກ: Grønland, ອອກສຽງ: [ˈkʁɶnˌlænˀ]) ເປັນດິນແດນທາງພາກເໜືອສຸດຂອງໂລກ ຕັ້ງຢູ່ໃນມະຫາສະໝຸດອາກຕິກ ແລະ ເປັນເກາະທີ່ໃຫຍ່ທີ່ສຸດໃນໂລກ ມີພື້ນທີ່ປະມານ 2,175,900 ຕາລາງກິໂລແມັດ ມີຖານະເປັນດິນແດນປົກຄອງຕົນເອງຂອງປະເທດດານມາກ ຕັ້ງແຕ່ປີ ຄ.ສ 1956

ໂກຣແອນລັງ

Kalaallit Nunaat (ໂກຣແອນລັງ)
Grønland (ດານມາກ)
ທຸງຊາດໂກຣແອນລັງ
ທຸງຊາດ
ກາແຜ່ນດິນຂອງໂກຣແອນລັງ
ກາແຜ່ນດິນ
ເພງຊາດ"ນູນາປຸດ ອູຕັອກກາຊູວັບງໍຣາວິດ"
"Nunarput, utoqqarsuanngoravit" (Greenlandic)
"ທ່ານແມ່ນຜືນດິນເກົ່າແກ່ຂອງພວກເຮົາ"

ເພງຊາວກະລາລິດ:
"ນູນາ ອາຊິລາຊຸກ"
"Nuna asiilasooq" (Greenlandic)
"ດິນແດນແຫ່ງຄວາມຍິ່ງໃຫຍ່"
[lower-alpha 1]
ທີ່ຕັ້ງຂອງໂກຣແອນລັງ
ທີ່ຕັ້ງຂອງໂກຣແອນລັງ
ເມືອງຫຼວງ
ແລະ ເມືອງໃຫຍ່ທີ່ສຸດ
ນູກ
ພາສາລັດຖະການພາສາໂກຣແອນລັງ[lower-alpha 2]
ກຸ່ມຊົນເຜົ່າ
(2020[5])
ສະຖານະຊົນເຜົ່າ:[4]

ບໍ່ແມ່ນຊົນພື້ນເມືອງ:

ສາສະໜາ
ຄຣິດ (ຄຣິດຕະຈັກແຫ່ງໂກຣແອນລັງ)
ການປົກຄອງລັດຖະບານພາຍໃຕ້ລາຊາທິປະໄຕພາຍໃຕ້ລັດຖະທຳມະນູນ ແລະ ລະບົບລັດຖະສະພາຕາມຫຼັກການກະຈາຍອຳນາດ
ສົມເດັດ ພະລາຊາທິບໍດີ ເຟຣເດີຣິກທີ 10
Múte Bourup Egede
ສະພານິຕິບັນຍັດລັດຖະສະພາໂກຣແອນລັງ
ເອກະລາດປົກຄອງຕົນເອງຈາກດານມາກ
• ຈາກດານມາກ
25 ພຶດສະພາ ຄ.ສ 2009
ພື້ນທີ່
• ລວມ
2,166,086 ຕາລາງກິໂລແມັດ (836,330 ຕາລາງໄມລ໌)
83.1
ປະຊາກອນ
• 1 ມັງກອນ 2019 ປະມານ
55,992 (207)
0.025 ຕໍ່ຕາລາງກິໂລແມັດ (0.1 ຕໍ່ຕາລາງໄມລ໌) (230)
GDP (ອຳນາດຊື້)2544 (ປະມານ)
• ລວມ
1.1 ຕື້ໂດລາສະຫະລັດ (192)
20,000 ໂດລາສະຫະລັດ (52)
HDI (2013)0.803
ສູງຫຼາຍ
ສະກຸນເງິນໂຄຣນ ດານມາກ (DKK)
ເຂດເວລາUTC0 to -4
ລະຫັດໂທລະສັບ299
ລະຫັດອິນເຕີເນັດ.gl
ປີ ຄ.ສ 2000: ເນື້ອທີ່ 410,449 ຕາລາງກິໂລແມັດ (158,433 ຕາລາງໄມລ໌) ບໍ່ມີນ້ຳກ້ອນປົກຄຸມ ສ່ວນເນື້ອທີ່ 1,755,637 ຕາລາງກິໂລແມັດ (677,676 ຕາລາງໄມລ໌) ຖືກປົກຄຸມດ້ວຍນ້ຳກ້ອນ

ປະຫວັດສາດ ດັດແກ້

ໃນສະໄໝສະຕະວັດທີ 10-11 ໄດ້ມີພວກໄວກິງຈາກສະກັງດິນາວີອົບພະຍົບຖິ່ນອາໄສ ຈົນກາຍເປັນເມືອງຂຶ້ນຂອງດານມາກ ຕໍ່ມາໂກຣແອນລັງໄດ້ຮັບສິດທິປົກຄອງຕົນເອງຈາກດານມາກເມື່ອປີ 1979 ໂດຍມີອຳນາດປົກຄອງຕົນເອງໃນທຸກໆດ້ານຍົກເວັ້ນດ້ານການຕ່າງປະເທດ ແລະ ການທະຫານເຊັ່ນດຽວກັບໝູ່ເກາະຟາໂຣ.

ການເມືອງ ດັດແກ້

ປັດຈຸບັນໂກຣແອນລັງມີລັດຖະບານປົກຄອງຕົນເອງ ໂດຍມີນາຍົກລັດຖະມົນຕີເປັນຫົວໜ້າລັດຖະບານມາຕັ້ງແຕ່ປີ 1979 ໂດຍໄດ້ຮັບຄວາມຊ່ວຍເຫຼືອຈາກລັດຖະບານດານມາກ ໂດຍມີພະມະຫາກະສັດແມ່ນ ສົມເດັດ ພະລາຊາທິບໍດີ ເຟຣເດີຣິກທີ 10 ແຫ່ງດານມາກ.

ພູມສາດ ດັດແກ້

ໂກຣແອນລັງ ເປັນເກາະທີ່ໃຫຍ່ທີ່ສຸດໃນໂລກ ແລະ ຕັ້ງຢູ່ທາງທິດພາກເໜືອບໍລິເວນທີ່ອັດລັງຕິກພົບກັບມະຫາສະໝຸດອາກຕິກ ເຊິ່ງໃນປັດຈຸບັນກາຍເປັນນ້ຳກ້ອນໄປໝົດແລ້ວ ແລະ ທະເລອ້ອມຮອບເກາະຢູ່. ດັ່ງນັ້ນຊາຍຝັ່ງຈະມີອຸນຫະພູມຕ່ຳຢູ່ຕະຫຼອດເວລາ ແລະ ສະພາບທີ່ຕັ້ງຈຶ່ງເຮັດໃຫ້ພູມອາກາດຂອງໂກຣແອນລັງເປັນພູມອາກາດໜາວແບບອາກຕິກ.

ແຜ່ນນ້ຳກ້ອນມີອານາເຂດກວ້າງປົກຄຸມເຖິງ 1,833,900 ຕາລາງກິໂລແມັດເທົ່າກັບພື້ນທີ່ທັງໝົດ 85% ຂອງພື້ນທີ່ທັງໝົດຂອງໂກຣແອນລັງ ແລະ ຂະຫຍາຍໄປ 2,500 ກິໂລແມັດ ຈາກພາກເໜືອໄປຫາພາກໃຕ້ ແລະ ກວ້າງກວ່າ 1,000 ກິໂລແມັດຈາກທາງຕາເວັນອອກໄປທາງຕາເວັນອອກທາງພາກກາງຂອງເກາະ ມີແຜ່ນນ້ຳກ້ອນທີ່ມີຄວາມໜາຫຼາຍກວ່າ 3 ກິໂລແມັດ ຖືໄດ້ວ່າເປັນ 10% ຂອງພື້ນທີ່ທັງໝົດ.

ການຂົນສົ່ງ ດັດແກ້

ມີສະໜາມບິນຫຼັກສອງແຫ່ງ ແມ່ນ ນາຊາຊວກ (Mittarfik Narsarsuaq) ເຊິ່ງຕັ້ງຢູ່ທາງພາກໃຕ້ຂອງປະເທດ ແລະ ຄາງເກີລຸສຊວກ (Mittarfik Kangerlussuaq) ເຊິ່ງຢູ່ທາງທິດຕາເວັນອອກກາງຂອງປະເທດ.

ປະຊາກອນ ດັດແກ້

ໂກຣແອນລັງມີປະຊາກອນປະມານ 56,370 ຄົນ (ປີ 2013)[7] ປະກອບດ້ວຍຊາວອີນູອິດ 88% (ລວມທັງຜູ້ເປັນລູກປະສົມ) ແລະ ຊາວເອີຣົບ 12% ເຊິ່ງສ່ວນຫຼາຍເປັນຊາວດານມາກ. ພາສາຫຼັກແມ່ນ ໂກຣແອນລັງ (kalaallisut ຫຼື grønlandsk) ແລະ ດານມາກ (dansk) ປະຊາກອນສ່ວນໃຫຍ່ເວົ້າໄດ້ທັງສອງພາສາ ສາສະໜາທີ່ປະຊາກອນນັບຖື ສາສະໜາຄຣິດ, ນິກາຍລູເທີແຣນ ເຖິງວ່າເກາະໂກຣແອນລັງຈະເປັນເກາະໃຫຍ່ ແຕ່ປະຊາກອນກໍອາໄສໄດ້ສະເພາະບາງພື້ນທີ່ເທົ່ານັ້ນ ເນື່ອງຈາກວ່າເກາະມີນ້ຳກ້ອນປົກຄຸມຢູ່ຫຼາຍ.

ເບິ່ງຕື່ມ ດັດແກ້

ໝາຍເຫດ ດັດແກ້

  1. ນູນາ ອາຊິລາຊຸກ (Nuna asiilasooq) ມີສະຖານະເທົ່າທຽມກັນໃນຖານະເພງປະຈຳພາກພື້ນແຕ່ໂດຍທົ່ວໄປຈະໃຊ້ສະເພາະໃນໂກຣແອນລັງເທົ່ານັ້ນ[1]
  2. ພາສາໂກຣແອນລັງເປັນພາສາລາຊະການພຽງພາສາດຽວໃນໂກຣແອນລັງຕັ້ງແຕ່ປີ 2009[2][3]

ອ້າງອີງ ດັດແກ້

  1. "03EM/01.25.01-50 Spørgsmål til Landsstyret: Hvornår fremsætter Landsstyret beslutning om Grønlands" [03EM/01.25.01-50 Questions to the Home Rule Government: When does the Home Rule Government make a decision on Greenland]. Government of Greenland. 7 October 2003. Archived from the original on 13 December 2014. Retrieved 13 December 2014.
  2. (ໃນພາສາDanish) TV 2 Nyhederne – "Grønland går over til selvstyre" Archived 2023-08-09 at the Wayback Machine TV 2 Nyhederne (TV 2 News) – Ved overgangen til selvstyre, er grønlandsk nu det officielle sprog. Retrieved 22 January 2012.
  3. (ໃນພາສາDanish) Law of Greenlandic Selfrule Archived 8 ກຸມພາ 2012 at the Wayback Machine (see chapter 7)
  4. "Bekendtgørelse af ILO-konvention nr. 169 af 28. juni 1989 vedrørende oprindelige folk og stammefolk i selvstændige stater". Retsinformation.dk (in ແດນິຊ). 9 October 1997.
  5. Cite error: Invalid <ref> tag; no text was provided for refs named cia.gov
  6. Cite error: Invalid <ref> tag; no text was provided for refs named royin
  7. Greenland in Figures 2013 (PDF). Statistics Greenland. ISBN 978-87-986787-7-9. ISSN 1602-5709. Retrieved 2 September 2013.

ແຫຼ່ງຂໍ້ມູນອື່ນ ດັດແກ້