ອະນາຄົດສຶກສາ

ອນາຄຕສຶກສາ (ອັງກິດ: futures studies) ຫຼື ອະນາຄົດຕະສາດ (ອັງກິດ: futurology, ຝຣັ່ງ: futurologie) ແມ່ນ ວິຊາທີ່ທຳນາຍເຫດການທີ່ຍັງບໍ່ທັນເກີດຂຶ້ນ ໂດຍໃຊ້ຫຼັກການ ເຫດຜົນ ການປ່ຽນແປງໃນປັດຈຸບັນ ລວມທັງປະຫວັດສາດໃນການທຳນາຍແລະວິເຄາະອະນາຄົດ ຫຼັກການແລະວິທີການໃນອະນາຄົດຕະສາດ ຈະພິຈາລະນາຈາກຄວາມເປັນໄປໄດ້ຕ່າງໆ ຂອງການປ່ຽນແປງຫຼືດຳເນີນໄປຂອງເຫດການປັດຈຸບັນ ທັງທາງສັງຄົມແລະທຳມະຊາດ. ອະນາຄົດຕະສາດຈະສຶກສາອະນາຄົດຈາກປັດຈຸບັນໂດຍອາໄສມຸມມອງຈາກຫຼາຍ ໆ ດ້ານທັງເສດຖະສາດ ສັງຄົມວິທະຍາ ປະຫວັດສາດ ວິສະວະກຳມະສາດ ຄະນິດສາດ ຈິດວິທະຍາ ຟິສິກ ຊີວະວິທະຍາ ແລະເທວະວິທະຍາ.

ອ້າງອີງ ດັດແກ້

  • Slaughter, Richard A. (1995), Futures for the Third Millennium. Prospect Media, St. Leonards, NSW, Australia, ISBN 1-86316-148-1.