ສິ່ງແວດລ້ອມ
ສິ່ງແວດລ້ອມ ແມ່ນສິ່ງທີ່ລ້ອມຮອບຕົວຂອງພວກເຮົາ ຫຼືລ້ອມຮອບສິ່ງມີຊີວິດທຸກປະເພດ ທັງເປັນສິ່ງທີ່ເກີດຂື້ນຕາມທຳມະຊາດ ແລະສິ່ງທີ່ຖືກສ້າງຂຶ້ນໂດຍມະນຸດ. ມັນປະກອບໄປດ້ວຍສ່ວນປະສົມຂອງສິ່ງມີຊີວິດ ແລະສິ່ງບໍ່ມີຊີວິດ ທີ່ມີຜົນກະທົບແລະສຶມພັນກັນ ສ້າງເປັນລະບົບສິ່ງແວດລ້ອມທັງໝົດ.

ສິ່ງແວດລ້ອມມີຄວາມສຳຄັນຢ່າງຍິ່ງ ເນື່ອງຈາກມັນສົ່ງຜົນກະທົບຕໍ່ຊີວິດ ຄວາມມັ່ນຄົງ ແລະຄຸນນະພາບຂອງຊີວິດຂອງທຸກສິ່ງມີຊີວິດ. ສິ່ງແວດລ້ອມສະໜອງສິ່ງຈຳເປັນໃນການດຳຮົງຊີວິດ ເຊັ່ນ ອາກາດທີ່ຫາຍໃຈ, ນໍ້າທີ່ດື່ມ, ອາຫານ, ທີ່ຢູ່ອາໄສ ຂະຫຍາຍໄປຫາການສະໜອງພະລັງງານ ແລະວັດຖຸດິບທີ່ນຳໃຊ້ໃນການຜະລິດຂອງມະນຸດ.
ສິ່ງແວດລ້ອມມີຜົນກະທົບຕໍ່ຊີວິດຂອງມະນຸດ ສັດ ແລະພືດຢ່າງມະຫາສານ. ຄວາມສົມດຸນຂອງສິ່ງແວດລ້ອມເປັນສິ່ງຈຳເປັນຫລາຍ ຖ້າສິ່ງແວດລ້ອມເສຍຄວາມສົມດຸນ ອາດຈະເຮັດໃຫ້ມີຜົນກະທົບທັງໃນປະເທດແລະໂລກ.
ປະເພດຂອງສິ່ງແວດລ້ອມ
ດັດແກ້1. ສິ່ງແວດລ້ອມທຳມະຊາດ
ດັດແກ້ສິ່ງແວດລ້ອມທຳມະຊາດແມ່ນສິ່ງທີ່ມີຢູ່ໂດຍທຳມະຊາດ ບໍ່ໄດ້ຖືກສ້າງຂຶ້ນໂດຍມະນຸດ. ປະກອບໄປດ້ວຍສິ່ງມີຊີວິດ ຄື ສັດ, ຕົ້ນໄມ້, ພືດ ແລະຄົນ, ສິ່ງບໍ່ມີຊີວິດ ຄື ດິນ, ນໍ້າ, ອາກາດ, ພູເຂົາ ແລະທະເລ. ສິ່ງເຫຼົ່ານີ້ເປັນສ່ວນສຳຄັນທີ່ຊ່ວຍສະໜອງຊີວິດໃຫ້ຄົນ ແລະສັດຕ່າງໆ ຢູ່ຢ່າງສົມດຸນ.
ຕົວຢ່າງຂອງສິ່ງແວດລ້ອມທຳມະຊາດ:
- ສັດປ່າໃນທຳມະຊາດເຊັ່ນ ຊ້າງ, ເສືອ, ລິງ.
- ລົມແລະອາກາດທີ່ຄົນໃຊ້ໃນການຫາຍໃຈ.
- ພືດທີ່ເພີ່ມອອກຊິເຈນໃຫ້ສົມດຸນ.
2. ສິ່ງແວດລ້ອມທີ່ຖືກສ້າງຂຶ້ນໂດຍມະນຸດ
ດັດແກ້ສິ່ງແວດລ້ອມທີ່ຖືກສ້າງຂຶ້ນໂດຍມະນຸດເປັນສິ່ງທີ່ຄົນສ້າງເພື່ອຜົນປະໂຫຍດຂອງຕົນເອງເຊັ່ນ ຄວາມສະດວກ ຄວາມສະບາຍ ຫຼືການພັດທະນາ. ປະກອບໄປດ້ວຍອາຄານ, ສີ່ງກໍ່ສ້າງ, ເຄື່ອງຈັກ ແລະອຸປະກອນຕ່າງໆ.
ຕົວຢ່າງຂອງສິ່ງແວດລ້ອມທີ່ຄົນສ້າງຂຶ້ນ:
- ຖະໜົນ ແລະ ສະພານ.
- ຕຶກສູງ ແລະ ເຄື່ອງໃຊ້ໄຟຟ້າ.
- ລົດຍົນ ທີ່ເປັນພາຫະນະໃນການເຄື່ອນທີ່.
ປະເພດຂອງມົນລະພິດ
ດັດແກ້ມົນລະພິດທາງອາກາດ
ດັດແກ້ມົນລະພິດທາງນ້ຳ
ດັດແກ້- ນ້ຳເປື້ອນເຊັ່ນນໍ້າເສຍຈາກໂຮງງານຕ່າງໆ