ວິກິພີເດຍ:ຜູ້ດູແລລະບົບອິນເຕີເຟສ

ຜູ້ດູແລລະບົບອິນເຕີເຟສ (ອັງກິດ: interface administrators, interface-adminss ຫຼື IAdmin) ເປັນຜູ້ໃຊ້ທີ່ສາມາດດັດແກ້ໜ້າທັງໝົດຂອງແຄສເຄດສະໄຕຊີດສ໌ (CSS) ຈາວາສະຄຣິບ (JS) ແລະ ເຈຊັນ (JSON)[1] ລວມທັງໜ້າໃນເນມສະເປສມີເດຍວິກິໄດ້ ຜູ້ດູແລລະບົບອິນເຕີເຟສແມ່ນກຸ່ມຜູ້ໃຊ້ໃນວິກິພີເດຍພາສາທ້ອງຖິ່ນທີ່ມີຄວາມສາມາດໃນການດັດແກ້ໜ້າ CSS/JS ຕ່າງໆ[2][3] ເຊິ່ງໃຊ້ໃນການປ່ຽນຮູບແບບຂອງໜ້າ ຫຼື ສ້າງສະຄຣິບຜູ້ໃຊ້ເພື່ອຊ່ວຍໃນການດັດແກ້

ຄວາມສາມາດໃນການດັດແກ້ CSS/JS ທີ່ສະແດງຜົນໃນບຣາວເຊີຂອງຜູ້ໃຊ້ເປັນສິ່ງທີ່ມີຜົນກະທົບສູງ ແລະ ເປັນອັນຕະລາຍເມື່ອຢູ່ໃນມືຜູ້ໃຊ້ທີ່ມີປະສົງຮ້າຍ ຜູ້ດູແລລະບົບອິນເຕີເຟສຄວນເປັນຜູ້ໃຊ້ທີ່ໄດ້ຮັບຄວາມໄວ້ວາງໃຈສູງຈາກຊຸມຊົນ ມີຄວາມເຂົ້າໃຈພື້ນຖານກ່ຽວກັບ CSS ແລະ JS ເປັນຢ່າງໜ້ອຍມີຄວາມຮັບຮູ້ເຖິງການຄາດຫວັງຂອງຄວາມເປັນສ່ວນຕົວ (privacy expectations) ຂອງວິກິມີເດຍ ແລະ ຄວາມເຂົ້າໃຈກ່ຽວກົບການຮັກສາຄວາມປອດໄພຂອງບັນຊີ (ຕັ້ງລະຫັດຜ່ານທີ່ເໝາະສົມ ຫຼີກເວັ້ນຄວາມສ່ຽງຕໍ່ການຕິດເມົາແວ ແລະ ຄວນມີການຢືນຢັນຕົວຕົນສອງຂັ້ນຕອນ) ສຳນັກງານຂອງມູນນິທິວິກິມີເດຍກຳນຢດໃຫ້ຜູ້ດູແລລະບົບອິນເຕີເຟສໃຊ້ການຢືນຢັນຕົວຕົນສອງຂັ້ນຕອນ (two-factor authentication)[4] ດ້ວຍເຫດຜົນທາງກົດໝາຍ ແລະ ຄວາມປອດໄພ

ປັດຈຸບັນມີຜູ້ດູແລລະບົບອິນເຕີເຟສ 1 ຄົນ ຖ້າຫາກທ່ານຕ້ອງການຄວາມຊ່ວຍເຫຼືອຈາກຜູ້ດູແລລະບົບອິນເຕີເຟສສາມາດແຈ້ງໄດ້ທີ່ໜ້າແຈ້ງຜູ້ດູແລລະບົບ ນອກຈາກນີ້ຍັງມີຜູ້ດັດແກ້ອິນເຕີເຟສເຊິ່ງໄດ້ຮັບສິດທິທົ່ວໂລກໃນການດັດແກ້ທີ່ຄ້າຍຄືກັນ

ຂັ້ນຕອນການຂໍສິດທິ ດັດແກ້

ຜູ້ທີ່ສາມາດຂໍສິດທິຜູ້ດູແລລະບົບອິນເຕີເຟສມີເງື່ອນໄຂ

  1. ເປັນຜູ້ດູແລລະບົບປັດຈຸບັນ
  2. ເປີດໃຊ້ງານການຢືນຢັນຕົວຕົນສອງຂັ້ນຕອນຕາມຂໍ້ກຳນົດຂອງມູນນິທິວິກິມີເດຍ
  • ໜ້າສຳລັບຂໍສິດທິ: ວິກິພີເດຍ:ແຈ້ງຜູ້ດູແລລະບົບ
  • ຂະ​ບວນ​ການ: ຜູ້ດູແລລະບົບເຮັດແຈ້ງຂໍສິດທິໂດຍລະບຸເຫດຜົນທີ່ໜ້າແຈ້ງຜູ້ດູແລລະບົບ ຜູ້ດູແລລະບົບສິດທິແຕ່ງຕັ້ງອາດສອບຖາມລາຍລະອຽດເພີ່ມເຕີມເຖິງເຫດຜົນທີ່ແຈ້ງຂໍສິດທິໄດ້ຕາມສົມຄວນ ຜູ້ໃຊ້ຄົນອື່ນສາມາດຮ່ວມສົນທະນາເຖິງຜູ້ຂໍສິດທິໄດ້ແຕ່ການຕັດສິນໃຈຂັ້ນສຸດທ້າຍຂຶ້ນຢູ່ກັບຜູ້ດູແລລະບົບສິດທິແຕ່ງຕັ້ງ
  • ໄລຍະເວລາ: ໃຫ້ສິດທິໂດຍບໍ່ມີກຳນົດ ແຕ່ສາມາດລະບຸຂໍສິດທິເປັນການຊົ່ວຄາວກໍໄດ້

ລະງັບສິດທິ ດັດແກ້

ຜູ້ດູແລລະບົບສິດທິແຕ່ງຕັ້ງດຳເນີນການລະງັບສິດທິດ້ວຍເງື່ອນໄຂດັ່ງຕໍ່ໄປນີ້:

  1. ຜູ້ດູແລລະບົບອິນເຕີເຟສແຈ້ງຂໍລະງັບສິດທິຂອງຕົນເອງໃນໜ້າແຈ້ງຜູ້ດູແລລະບົບ
  2. ການໃຊ້ສິດທິໂດຍຜິດເງື່ອນໄຂ ຫຼື ສ້າງຄວາມເສຍຫາຍຕໍ່ໜ້າແຄດເຄດ ສະໄຕລ໌ ຊີດທ໌/ຈາວາສະຄຣິບໂດຍບໍ່ເຮັດການແກ້ໄຂໃຫ້ໃຊ້ງານໄດ້ຕາມປົກກະຕິ

ນຶກເໜືອຈາກນະໂຍບາຍທ້ອງຖິ່ນ ຜູ້ຈັດການໂຄງການອາດດຳເນີນການລະງັບສິດທິຜູ້ດູແລລະບົບອິນເຕີເຟສທີ່ບໍ່ໄດ້ເຮັດການດັດແກ້ ຫຼື ບໍ່ມີການກະທຳໃນປຸ່ມໃດໆ ເປັນເວລາຢ່າງໜ້ອຍ 2 ປີຜ່ານຂະບວນການທົບທວນກິດຈະກຳຜູ້ດູແລ

ໝາຍເຫດ ດັດແກ້

  1. ໜ້າໄຊໄວດ໌ (Sitewide pages) ເຊັ່ນ: ມີເດຍວິກິ:Common.js ຫຼື ມີເດຍວິກິ:Vector.css ຫຼື ໜ້າອຸປະກອນເສິມຕາມລາຍຊື່ໃນ ພິເສດ:ອຸປະກອນເສີມ ແລະ ໜ້າຍ່ອຍຂອງຜູ້ໃຊ້ຄົນອື່ນໆ
  2. ຜູ້ດູແລລະບົບທຸກຄົນສາມາດດັດແກ້ໃນໜ້າອື່ນໆ ໃນເນມສະເປສມີເດຍວິກິ ແລະ ໜ້າ JSON ທັງໝົດ
  3. ຜູ້ໃຊ້ທີ່ລົງທະບຽນທັງໝົດສາມາດດັດແກ້ໜ້າ js/css/json ຂອງຕົນເອງໄດ້
  4. WMF 2FA requirement as published on metawiki.
ລະດັບຂັ້ນຜູ້ໃຊ້ໃນວິກິພີເດຍ
ບັອດ | ຜູ້ໃຊ້ | ຜູ້ດູແລລະບົບ | ຜູ້ດູແລລະບົບອິນເຕີເຟສ | ຜູ້ດູແລລະບົບສິດທິແຕ່ງຕັ້ງ | ຜູ້ກວດ​ສອບ​ຜູ້​ໃຊ້​ | ຜູ້ຄວບຄຸມປະຫວັດ | ຜູ້ດູແລໂຄງການ | ອື່ນໆ